ໂຣມ 1:7 - ພຣະຄຳພີສັກສິ7 ເຖິງ ບັນດາຄົນທັງຫລາຍໃນນະຄອນໂຣມທີ່ພຣະເຈົ້າຊົງຮັກ ແລະຊົງເອີ້ນໃຫ້ເປັນໄພ່ພົນບໍຣິສຸດຂອງພຣະອົງ. ຂໍໃຫ້ພຣະເຈົ້າ ພຣະບິດາເຈົ້າຂອງພວກເຮົາ ແລະ ອົງພຣະເຢຊູຄຣິດເຈົ້າ ໂຜດປະທານພຣະຄຸນ ແລະສັນຕິສຸກໃຫ້ມີຢູ່ກັບເຈົ້າທັງຫລາຍເທີ້ນ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່7 ເຖິງທຸກຄົນທີ່ຢູ່ໃນນະຄອນໂຣມ ຜູ້ທີ່ພຣະເຈົ້າຮັກ ແລະ ໄດ້ເອີ້ນໃຫ້ເປັນຄົນບໍລິສຸດຂອງພຣະອົງ: ຂໍໃຫ້ພຣະຄຸນ ແລະ ສັນຕິສຸກທີ່ມາຈາກພຣະເຈົ້າ ພຣະບິດາເຈົ້າຂອງເຮົາ ແລະ ຈາກພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ ຈົ່ງມີແກ່ພວກເຈົ້າທັງຫລາຍ. Uka jalj uñjjattʼäta |
ຄູ່ຮັກຂອງອ້າຍ ເຈົ້າສາວຂອງອ້າຍເອີຍ ອ້າຍໄດ້ເຂົ້າມາຢູ່ໃນສວນຂອງອ້າຍແລ້ວ. ອ້າຍໄດ້ເກັບເອົາບາງສິ່ງທີ່ຢູ່ໃນສວນ ຄືເຄື່ອງເທດ, ເຄື່ອງຫອມ ແລະຢາງໄມ້ຫອມດ້ວຍ; ອ້າຍກຳລັງດື່ມນໍ້າເຜິ້ງໃນເຮືອນຮັງຂອງມັນຢູ່ ອ້າຍກຳລັງດື່ມເຫຼົ້າ ແລະນໍ້ານົມຂອງອ້າຍໃດ. ຈົ່ງກິນແລະດື່ມສາເຖີດ ຍອດສຸດທີ່ຮັກຂອງຂ້ອຍ ຈົນພວກເຈົ້າເມົາຮັກໃຫ້ຄັກໃຈພວກເຈົ້າສາເຖີດ.
ພຣະເຢຊູເຈົ້າກ່າວກັບນາງວ່າ, “ຢ່າສູ່ໜ່ວງໜ່ຽວເຮົາໄວ້ເທາະ ເພາະເຮົາຍັງບໍ່ທັນໄດ້ຂຶ້ນໄປຫາພຣະບິດາເຈົ້າ, ແຕ່ໃຫ້ເຈົ້າໄປຫາພີ່ນ້ອງຂອງເຮົາ ແລະບອກພວກເຂົາວ່າເຮົາຈະຂຶ້ນເມືອຫາພຣະອົງ ຜູ້ເປັນພຣະບິດາເຈົ້າຂອງເຮົາ ແລະພຣະບິດາເຈົ້າຂອງພວກເຈົ້າ ຈະເມືອຫາພຣະເຈົ້າຂອງເຮົາ ແລະພຣະເຈົ້າຂອງພວກເຈົ້າ.”
ສ່ວນບັນດາທາດຮັບໃຊ້ ທີ່ມີນາຍເປັນຄຣິສຕຽນ ກໍຢ່າລົດຄວາມນັບຖື ຍ້ອນວ່ານາຍນັ້ນເປັນພີ່ນ້ອງຄຣິສຕຽນດ້ວຍກັນ ແຕ່ໃຫ້ພວກເຂົາຮັບໃຊ້ນາຍນັ້ນໃຫ້ດີຍິ່ງຂຶ້ນ ເພາະເຫດວ່າ ນາຍຜູ້ຮັບປະໂຫຍດຈາກວຽກງານຂອງພວກເຂົານັ້ນ ກໍເປັນຄົນທີ່ເຊື່ອແລະເປັນທີ່ຮັກຂອງພວກເຂົາ. ເຈົ້າຕ້ອງສັ່ງສອນ ແລະເທດສະໜາຂໍ້ຄວາມເຫຼົ່ານີ້.