Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 1:32 - ພຣະຄຳພີສັກສິ

32 ເຖິງ​ແມ່ນ​ພວກເຂົາ​ຮູ້ຈັກ​ກົດບັນຍັດ​ຂອງ​ພຣະເຈົ້າ​ທີ່​ກ່າວ​ວ່າ ຄົນ​ທີ່​ກະທຳ​ຢ່າງ​ນັ້ນ ກໍ​ສົມຄວນ​ຕ້ອງ​ຕາຍ, ເຖິງ​ປານ​ນັ້ນ ພວກເຂົາ​ກໍ​ຍັງ​ເຮັດ​ຢູ່ ແລະ​ທັງ​ເຫັນພ້ອມ​ກັບ​ຄົນ​ທີ່​ເຮັດ​ຢ່າງ​ນັ້ນ​ອີກ​ດ້ວຍ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

32 ເຖິງແມ່ນວ່າ ພວກເຂົາ​ຮູ້​ກົດບັນຍັດ​ອັນ​ຊອບທຳ​ຂອງ​ພຣະເຈົ້າ​ທີ່​ກ່າວ​ວ່າ ຄົນ​ທີ່​ກະທຳ​ຢ່າງ​ນັ້ນ​ກໍ​ສົມຄວນ​ຕ້ອງ​ຕາຍ, ເຖິງປານນັ້ນ ພວກເຂົາ​ກໍ​ຍັງ​ເຮັດ​ຢູ່ ແລະ ຍັງ​ເຫັນພ້ອມ​ກັບ​ຄົນ​ທີ່​ເຮັດ​ຢ່າງ​ນັ້ນ​ອີກ​ດ້ວຍ.

Uka jalj uñjjattʼäta Copia luraña




ໂຣມ 1:32
14 Jak'a apnaqawi uñst'ayäwi  

ເຈົ້າ​ເປັນ​ໝູ່​ກັບ​ຄົນ​ຂີ້ລັກ​ທຸກຄົນ​ທີ່​ພົບເຫັນ ແລະ​ຄົບຫາ​ສະມາຄົມ​ກັບ​ທຸກຄົນ​ທີ່​ຫລີ້ນຊູ້.


ຜູ້​ທີ່​ບໍ່​ນັບຖື​ກົດໝາຍ​ກໍ​ກາຍເປັນ​ຝ່າຍ​ຂອງ​ຄົນ​ຊົ່ວຮ້າຍ, ແຕ່​ຜູ້​ທີ່​ນັບຖື​ກົດໝາຍ​ກໍ​ກາຍເປັນ​ຝ່າຍ​ຕໍ່ຕ້ານ​ເຂົາເຈົ້າ.


“ປະຊາຊົນ​ຫລອກລວງ​ກະສັດ​ແລະ​ຂ້າຣາຊການ​ຂອງ​ເພິ່ນ ໂດຍ​ອຸບາຍ​ຊົ່ວ​ຂອງ​ພວກເຂົາ.


ດັ່ງນັ້ນ ພວກເຈົ້າ​ຈຶ່ງ​ເປັນ​ພະຍານ​ວ່າ ພວກເຈົ້າ​ເຫັນ​ພ້ອມ​ກັບ​ສິ່ງ​ທີ່​ບັນພະບຸລຸດ​ຂອງ​ພວກເຈົ້າ​ໄດ້​ເຮັດ ພວກເຂົາ​ໄດ້​ຂ້າ​ບັນດາ​ຜູ້ທຳນວາຍ ແລະ​ພວກເຈົ້າ​ກໍ​ເປັນ​ຜູ້​ສ້າງ​ອຸບມຸງ​ໃຫ້​ແກ່​ສົບ​ເຫຼົ່ານັ້ນ.


ເມື່ອ​ພວກເຂົາ​ຂ້າ​ຊະເຕຟາໂນ ຜູ້​ທີ່​ເປັນ​ພະຍານ​ໃຫ້​ພຣະອົງ ຂ້ານ້ອຍ​ເອງ​ກໍ​ຢູ່​ໃນ​ທີ່ນັ້ນ​ດ້ວຍ, ຂ້ານ້ອຍ​ເຫັນພ້ອມ​ນຳ​ພວກ​ຄາດຕະກອນ​ເຫຼົ່ານັ້ນ ໂດຍ​ເປັນ​ຜູ້​ຮັກສາ​ເສື້ອ​ຊັ້ນນອກ​ຂອງ​ພວກເຂົາ.’


ໂຊໂລ​ກໍ​ເຫັນ​ພ້ອມ​ກັບ​ການ​ຂ້າ​ຊະເຕຟາໂນ. ໃນ​ວັນ​ນັ້ນ​ເອງ ໄດ້​ເກີດ​ມີ​ການ​ຂົ່ມເຫັງ​ຢ່າງ​ໜັກ ຕໍ່​ຄຣິສຕະຈັກ​ໃນ​ນະຄອນ​ເຢຣູຊາເລັມ ພວກ​ລູກສິດ​ທັງໝົດ ເວັ້ນ​ໄວ້​ແຕ່​ພວກ​ອັກຄະສາວົກ ຕ່າງ​ກໍໄດ້​ກະຈັດ​ກະຈາຍ​ໄປ​ທົ່ວ​ແຂວງ​ຢູດາຍ ແລະ​ແຂວງ​ຊາມາເຣຍ.


ດ້ວຍວ່າ, ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ ກໍ​ຊົງ​ປາກົດ​ໃຫ້​ເຫັນ​ຈາກ​ສະຫວັນ ຕໍ່ສູ້​ການ​ບໍ່​ນັບຖື​ພຣະເຈົ້າ ແລະ​ຄວາມ​ຄິດ​ຮ້າຍ​ທຸກຢ່າງ​ຂອງ​ມະນຸດ ຄື​ຄົນ​ເຫຼົ່ານັ້ນ​ທີ່​ເອົາ​ຄວາມ​ຊົ່ວຮ້າຍ​ມາ​ຂັດຂວາງ​ຄວາມຈິງ.


ເພາະ​ພວກເຂົາ​ໄດ້​ຮູ້ຈັກ​ພຣະເຈົ້າ​ແລ້ວ, ແຕ່​ພວກເຂົາ​ບໍ່ໄດ້​ຖວາຍ​ກຽດ​ແກ່​ພຣະອົງ ສົມກັບ​ການ​ຊົງ​ເປັນ​ພຣະເຈົ້າ ທັງ​ບໍ່ໄດ້​ໂມທະນາ​ພຣະຄຸນ​ຂອງ​ພຣະອົງ ກົງກັນຂ້າມ ຄວາມ​ຄິດ​ຂອງ​ພວກເຂົາ​ຊໍ້າ​ກາຍເປັນ​ສິ່ງ​ໄຮ້​ປະໂຫຍດ ແລະ​ໃຈ​ໂງ່​ຂອງ​ພວກເຂົາ​ກໍ​ມືດມົວ​ໄປ.


ດັ່ງນັ້ນ ພວກເຈົ້າ​ໄດ້​ຮັບ​ປະໂຫຍດ​ຫຍັງ ຈາກ​ການ​ກະທຳ​ອັນ​ອັບອາຍ​ທີ່​ພວກເຈົ້າ​ເຮັດ​ຢູ່​ໃນ​ເວລາ​ນີ້? ເພາະ​ຜົນ​ຂອງ​ການ​ເຮັດ​ຢ່າງ​ນັ້ນ ກໍ​ຄື​ຄວາມ​ຕາຍ.


ດ້ວຍວ່າ, ຄ່າຈ້າງ​ຂອງ​ຄວາມ​ຜິດບາບ​ກໍ​ຄື​ຄວາມ​ຕາຍ ແຕ່​ຂອງ​ພຣະຣາຊທານ​ອັນ​ໂຜດ​ມາ​ແຕ່​ພຣະເຈົ້າ ກໍ​ຄື​ຊີວິດ​ນິຣັນດອນ​ໃນ​ພຣະເຢຊູ​ຄຣິດເຈົ້າ ອົງ​ພຣະຜູ້​ເປັນເຈົ້າ​ຂອງ​ພວກເຮົາ.


ໃນ​ທີ່ສຸດ ທຸກຄົນ​ທີ່​ບໍ່ໄດ້​ເຊື່ອ​ຄວາມຈິງ ຄື​ຜູ້​ທີ່​ເພີດເພີນ​ຢູ່​ໃນ​ການ​ຊົ່ວຮ້າຍ ກໍ​ຈະ​ຖືກ​ພິພາກສາ​ລົງໂທດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka