Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 1:27 - ພຣະຄຳພີສັກສິ

27 ແລະ​ໃນທຳນອງ​ດຽວກັນ ພວກ​ຜູ້ຊາຍ​ກໍ​ເລີກ​ຄວາມ​ສຳພັນ​ທາງ​ເພດ​ຕາມ​ທຳມະຊາດ​ກັບ​ແມ່ຍິງ ແລະ​ເຕັມ​ດ້ວຍ​ໄຟ​ແຫ່ງ​ກິເລດ​ຕັນຫາ​ຕໍ່​ກັນແລະກັນ ພວກ​ຜູ້ຊາຍ​ເຮັດ​ສິ່ງ​ໜ້າ​ອັບອາຍ​ຕໍ່​ກັນແລະກັນ ສິ່ງ​ທີ່​ຕາມ​ມາ ຄື​ພວກເຂົາ​ໄດ້​ຮັບ​ຜົນ​ກຳ​ຊົ່ວ ສົມ​ກັບ​ການ​ກະທຳ​ຂອງຕົນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

27 ໃນ​ທຳນອງ​ດຽວ​ກັນ ພວກຜູ້ຊາຍ​ກໍ​ເລີກ​ມີ​ຄວາມສຳພັນ​ທາງເພດ​ຕາມ​ທຳມະຊາດ​ກັບ​ແມ່ຍິງ ແລະ ເຕັມ​ດ້ວຍ​ໄຟ​ແຫ່ງ​ກິເລດຕັນຫາ​ຕໍ່​ກັນ. ຜູ້ຊາຍ​ກັບ​ຜູ້ຊາຍ​ເຮັດ​ການຊົ່ວ​ໜ້າອັບອາຍ​ຕໍ່​ກັນ, ພວກເຂົາ​ຈຶ່ງ​ໄດ້​ຮັບ​ການລົງໂທດ​ທີ່​ສົມ​ກັບ​ການກະທຳ​ຂອງ​ຕົນ.

Uka jalj uñjjattʼäta Copia luraña




ໂຣມ 1:27
5 Jak'a apnaqawi uñst'ayäwi  

ຊາຍ​ຢ່າ​ໄດ້​ສົມສູ່​ກັບ​ຊາຍ ເພາະ​ການ​ກະທຳ​ເຊັ່ນນີ້​ພຣະເຈົ້າ​ກຽດຊັງ​ທີ່ສຸດ.


ຖ້າ​ຊາຍ​ກັບ​ຊາຍ​ຮ່ວມ​ຫລິ້ນກັນ​ທາງເພດ ພວກເຂົາ​ໄດ້​ເຮັດ​ໃນ​ສິ່ງ​ທີ່​ກຽດຊັງ ທັງສອງ​ຈະ​ຕ້ອງ​ໄດ້​ຮັບ​ໂທດ​ເຖິງ​ຕາຍ​ເໝືອນກັນ. ພວກເຂົາ​ຈະ​ຕ້ອງ​ຮັບຜິດຊອບ​ຕໍ່​ການ​ຕາຍ​ຂອງ​ພວກເຂົາ​ເອງ.


ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ ຄົນຊົ່ວຊ້າ​ອະທຳ​ຈະ​ບໍ່ມີ​ສ່ວນ​ໃນ​ຣາຊອານາຈັກ​ຂອງ​ພຣະເຈົ້າ, ຢ່າ​ເຂົ້າໃຈ​ຜິດ​ວ່າ ຄົນ​ຜິດ​ຊາຍຍິງ ຄົນ​ຂາບໄຫວ້​ຮູບເຄົາຣົບ ຄົນ​ຫລິ້ນຊູ້​ສູ່​ຜົວເມຍ ໂສເພນີ​ຊາຍ​ແລະ​ຍິງ ພວກ​ຮັກ​ຮ່ວມເພດ,


ເໝືອນ​ດັ່ງ​ເມືອງ​ໂຊໂດມ​ແລະ​ໂກໂມຣາ ພ້ອມ​ທັງ​ເມືອງ​ທີ່​ຢູ່​ອ້ອມແອ້ມ​ນັ້ນ ຊຶ່ງ​ຊາວ​ເມືອງ​ເຫຼົ່ານີ້ ໄດ້​ປະພຶດ​ເໝືອນ​ດັ່ງ​ພວກ​ເທວະດາ​ເຫຼົ່ານັ້ນ​ໄດ້​ປະພຶດ ແລະ​ມົ້ວສຸມ​ຢູ່​ໃນ​ການ​ຜິດ​ສິນທຳ​ທາງ​ເພດ ແລະ​ຣາຄະ​ຕັນຫາ. ພວກເຂົາ​ຕ້ອງ​ຖືກ​ໂທດ​ຢູ່​ໃນ​ບຶງໄຟ ທີ່​ໄໝ້​ຢູ່​ຕະຫລອດໄປ​ເປັນນິດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka