ໂຣມ 1:25 - ພຣະຄຳພີສັກສິ25 ເພາະພວກເຂົາເອົາຄວາມຈິງເລື່ອງພຣະເຈົ້າ ມາປ່ຽນເປັນຄວາມບໍ່ຈິງ, ພວກເຂົາຂາບໄຫວ້ ແລະຮັບໃຊ້ສິ່ງທີ່ພຣະເຈົ້າໄດ້ສ້າງມາ ແທນພຣະອົງຜູ້ຊົງສ້າງ ຄືຜູ້ທີ່ສົມຄວນຈະໄດ້ຮັບຄຳຍ້ອງຍໍສັນລະເສີນເປັນນິດ ອາແມນ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່25 ພວກເຂົາເອົາຄວາມຈິງເລື່ອງພຣະເຈົ້າມາປ່ຽນກັບຄວາມບໍ່ຈິງ, ພວກເຂົາຂາບໄຫວ້ ແລະ ບົວລະບັດຮັບໃຊ້ສິ່ງທີ່ໄດ້ສ້າງຂຶ້ນມາແທນພຣະເຈົ້າຜູ້ສ້າງ ຜູ້ເປັນທີ່ສັນລະເສີນຕະຫລອດໄປເປັນນິດ. ອາແມນ. Uka jalj uñjjattʼäta |
ຂ້າແດ່ພຣະເຈົ້າຢາເວ ພຣະອົງແມ່ນຜູ້ທີ່ປົກປ້ອງຄຸ້ມຄອງຂອງຂ້ານ້ອຍ ແລະໃຫ້ກຳລັງວັງຊາແກ່ຂ້ານ້ອຍ; ພຣະອົງໄດ້ຊ່ວຍຂ້ານ້ອຍໃນຍາມເດືອດຮ້ອນ. ຊົນຊາດທັງຫລາຍຈະມາຫາພຣະອົງຈາກສົ້ນສຸດແຜ່ນດິນໂລກ ແລະກ່າວວ່າ, “ບັນພະບຸລຸດຂອງພວກຂ້ານ້ອຍບໍ່ມີຫຍັງເລີຍ; ມີແຕ່ພະປອມເທົ່ານັ້ນຄືຮູບເຄົາຣົບທັງຫລາຍທີ່ບໍ່ມີປະໂຫຍດ.
ພຣະເຈົ້າຢາເວກ່າວວ່າ, “ປະຊາຊົນຊາວຢູດາໄດ້ເຮັດບາບເພີ່ມຂຶ້ນຢູ່ເລື້ອຍໆ; ດັ່ງນັ້ນ ເຮົາຈຶ່ງຈະລົງໂທດພວກເຂົາຢ່າງແນ່ນອນ. ພວກເຂົາໄດ້ປະຕິເສດກົດບັນຍັດຂອງພຣະເຈົ້າຢາເວ ແລະບໍ່ໄດ້ຖືຮັກສາຂໍ້ຄຳສັ່ງຂອງພຣະອົງ. ພວກເຂົາເດີນທາງຜິດ ໂດຍຕິດຕາມພະຈອມປອມທີ່ພວກປູ່ຍ່າຕາຍາຍຂອງພວກເຂົາເຄີຍນັບຖືມານັ້ນ.