22 ພວກເຂົາອ້າງຕົນວ່າ ເປັນຄົນສະຫລາດ ພວກເຂົາຈຶ່ງກາຍເປັນຄົນໂງ່ໄປ,
22 ເຖິງພວກເຂົາອ້າງຕົນວ່າເປັນຄົນມີປັນຍາ ພວກເຂົາກໍກາຍເປັນຄົນໂງ່
ຄົນທີ່ສັນຍາຈະເອົາຂອງໃຫ້, ແຕ່ບໍ່ໃຫ້ຈັກເທື່ອ ກໍເທົ່າກັບເມກໝອກແລະລົມບໍ່ມີຝົນ.
ຄົນໂງ່ຈ້າທີ່ສຸດ ກໍຍັງດີກວ່າຄົນທີ່ຖືຕົນເປັນຄົນມີປັນຍາໃນເມື່ອຕົນບໍ່ມີ.
ມັນກໍທຳນອງດຽວ ກັບກິນຂີ້ເຖົ່ານັ້ນແຫລະ. ຄວາມຄິດໂງ່ຂອງລາວໄດ້ພາໃຫ້ລາວຫລົງຜິດໄປເກີນກວ່າຈະຊ່ວຍໄດ້. ລາວເອງບໍ່ຍອມຮັບເລີຍວ່າ ຮູບເຄົາຣົບທີ່ຕົນຖືຢູ່ນັ້ນບໍ່ແມ່ນພຣະເຈົ້າ.
ເຈົ້າເຊື່ອໝັ້ນໃນຄວາມຊົ່ວຊ້າຂອງເຈົ້ານໍ ເຈົ້າຄິດວ່າບໍ່ມີຜູ້ໜຶ່ງຜູ້ໃດເບິ່ງເຫັນເຈົ້າໄດ້. ປັນຍາຂອງເຈົ້າ ແລະຄວາມຮູ້ຂອງເຈົ້າເອງ ໄດ້ພາໃຫ້ເຈົ້າເດີນໄປໃນທາງຜິດສາແລ້ວ; ເຈົ້າຈຶ່ງຄິດວ່າ ‘ຂ້ອຍຄືພຣະເຈົ້າອົງໜຶ່ງໃດ ແລະບໍ່ມີຜູ້ໜຶ່ງຜູ້ໃດທີ່ຄ້າຍຄືກັບຂ້ອຍ.’
ເມື່ອເບິ່ງສິ່ງນີ້ ຄົນຊ່າງໂງ່ຈ້າ ແລະບໍ່ເຂົ້າໃຈ; ຄືພວກທີ່ເຮັດຮູບເຄົາຣົບ ກໍງົມງາຍກັນທັງນັ້ນ ເພາະບັນດາພະທີ່ພວກເຂົາໄດ້ເຮັດຂຶ້ນມາ ລ້ວນແຕ່ເປັນພະຈອມປອມແລະບໍ່ມີຊີວິດ.
ອົງພຣະຜູ້ເປັນເຈົ້າຊົງກ່າວວ່າ, “ປະຊາຊົນຂອງເຮົານີ້ຊ່າງໂງ່ຈ້າຫລາຍ ພວກເຂົາຕ່າງກໍພາກັນບໍ່ຮູ້ຈັກເຮົາເລີຍ. ພວກເຂົາເປັນດັ່ງເດັກນ້ອຍທີ່ໂງ່ຈ້າເຕັມທີ ພວກເຂົາບໍ່ມີຄວາມເຂົ້າໃຈສິ່ງໃດໆ. ພວກເຂົາເປັນຜູ້ຊຳນິຊຳນານເລື່ອງການເຮັດຊົ່ວ ແຕ່ເລື່ອງການເຮັດດີ ພວກເຂົາພັດບໍ່ຮູ້ຈັກຊໍ້າ.”
ແຕ່ຖ້າຕາຂອງເຈົ້າບໍ່ດີ ຮ່າງກາຍທຸກສ່ວນກໍຈະຢູ່ໃນຄວາມມືດ. ດັ່ງນັ້ນ ຖ້າຄວາມສະຫວ່າງໃນຕົວຂອງເຈົ້າມືດໄປ ຄວາມມືດນັ້ນກໍຈະໜາເທົ່າໃດໜໍ.”
ພີ່ນ້ອງທັງຫລາຍເອີຍ ນີ້ຄືຄວາມຈິງອັນລັບເລິກ ຊຶ່ງເຮົາຢາກໃຫ້ພວກເຈົ້າຮູ້ ເພື່ອບໍ່ໃຫ້ພວກເຈົ້າຄິດຖືຕົນວ່າ ເປັນຄົນສະຫລາດ, ຄືວ່າຄວາມດື້ດຶງຂອງຊົນຊາດອິດສະຣາເອນນັ້ນມີພຽງຊົ່ວຄາວ, ຈົນກວ່າຄົນຕ່າງຊາດຈະມາຄົບຈຳນວນໃນການກັບຄືນມາຫາພຣະເຈົ້າ.