Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 1:21 - ພຣະຄຳພີສັກສິ

21 ເພາະ​ພວກເຂົາ​ໄດ້​ຮູ້ຈັກ​ພຣະເຈົ້າ​ແລ້ວ, ແຕ່​ພວກເຂົາ​ບໍ່ໄດ້​ຖວາຍ​ກຽດ​ແກ່​ພຣະອົງ ສົມກັບ​ການ​ຊົງ​ເປັນ​ພຣະເຈົ້າ ທັງ​ບໍ່ໄດ້​ໂມທະນາ​ພຣະຄຸນ​ຂອງ​ພຣະອົງ ກົງກັນຂ້າມ ຄວາມ​ຄິດ​ຂອງ​ພວກເຂົາ​ຊໍ້າ​ກາຍເປັນ​ສິ່ງ​ໄຮ້​ປະໂຫຍດ ແລະ​ໃຈ​ໂງ່​ຂອງ​ພວກເຂົາ​ກໍ​ມືດມົວ​ໄປ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

21 ເພາະ​ເຖິງແມ່ນວ່າ​ພວກເຂົາ​ໄດ້​ຮູ້ຈັກ​ພຣະເຈົ້າ​ແລ້ວ, ພວກເຂົາ​ກໍ​ບໍ່​ໄດ້​ຖວາຍ​ກຽດ​ແກ່​ພຣະອົງ​ໃຫ້​ສົມ​ກັບ​ການ​ທີ່​ພຣະອົງ​ເປັນ​ພຣະເຈົ້າ ທັງ​ບໍ່​ໄດ້​ຂອບພຣະຄຸນ​ພຣະອົງ, ແຕ່ວ່າ​ຄວາມຄິດ​ຂອງ​ພວກເຂົາ​ກາຍເປັນ​ສິ່ງ​ທີ່​ໄຮ້ປະໂຫຍດ ແລະ ຈິດໃຈ​ອັນ​ໂງ່​ຂອງ​ພວກເຂົາ​ກໍ​ມືດມົວ​ໄປ.

Uka jalj uñjjattʼäta Copia luraña




ໂຣມ 1:21
34 Jak'a apnaqawi uñst'ayäwi  

ເມື່ອ​ພຣະເຈົ້າຢາເວ​ເຫັນ​ວ່າ​ມະນຸດ​ຊົ່ວຮ້າຍ​ຫລາຍ​ຂຶ້ນ ແລະ​ຄວາມ​ຄິດ​ຊົ່ວ​ກໍ​ບັງຄັບ​ຈິດໃຈ​ພວກເຂົາ​ຢູ່​ທຸກ​ເວລາ,


ກິ່ນ​ຫອມຫວນ​ຂອງ​ເຄື່ອງ​ຖວາຍ​ນີ້​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ ແລະ​ພຣະເຈົ້າຢາເວ​ກໍ​ຊົງ​ກ່າວ​ວ່າ, “ເຮົາ​ຈະ​ບໍ່​ໃຫ້​ແຜ່ນດິນ​ໂລກ​ຕົກ​ຢູ່​ໃຕ້​ຄຳ​ສາບແຊ່ງ​ອີກ​ຈັກເທື່ອ ຍ້ອນ​ສິ່ງ​ທີ່​ມະນຸດ​ກະທຳ; ເຮົາ​ຮູ້​ວ່າ ແຕ່​ເວລາ​ມະນຸດ​ຍັງ​ນ້ອຍ ຄວາມຄິດ​ຂອງ​ເຂົາ​ກໍ​ຊົ່ວ​ຢູ່​ແລ້ວ. ເຮົາ​ຈະ​ບໍ່​ທຳລາຍ​ສິ່ງ​ທີ່​ມີ​ຊີວິດ ເໝືອນ​ດັ່ງ​ທີ່​ເຮົາ​ໄດ້​ທຳລາຍ​ໃນ​ຄັ້ງ​ນີ້​ອີກ​ຈັກເທື່ອ.


ບັນດາ​ຂ້າຣາຊການ​ຂອງ​ກະສັດ​ເບັນຮາດາດ​ໄດ້​ເວົ້າ​ກັບ​ເພິ່ນ​ວ່າ, “ບັນດາ​ພະ​ຂອງ​ຊາວ​ອິດສະຣາເອນ​ເປັນ​ພຣະເຈົ້າ​ແຫ່ງ​ພູຜາ. ດັ່ງນັ້ນ ຊາວ​ອິດສະຣາເອນ​ຈຶ່ງ​ເອົາ​ຊະນະ​ພວກເຮົາ, ແຕ່​ຖ້າ​ພວກເຮົາ​ຕໍ່ສູ້​ພວກເຂົາ​ໃນ​ທີ່​ຮາບພຽງ ພວກເຮົາ​ຈະ​ເອົາ​ຊະນະ​ພວກເຂົາ​ໄດ້​ຢ່າງ​ແນ່ນອນ.


ພວກເຂົາ​ບໍ່​ເຊື່ອຟັງ​ຄຳແນະນຳ​ຂອງ​ພຣະອົງ, ພວກເຂົາ​ບໍ່​ຖື​ຮັກສາ​ພັນທະສັນຍາ ທີ່​ພຣະອົງ​ເຮັດ​ໄວ້​ກັບ​ພວກ​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ ແລະ​ພວກເຂົາ​ບໍ່​ເອົາໃຈໃສ່​ຕໍ່​ຄຳ​ຕັກເຕືອນ​ຂອງ​ພຣະອົງ. ພວກເຂົາ​ຂາບໄຫວ້​ບັນດາ​ຮູບເຄົາຣົບ​ທີ່​ໄຮ້​ຄ່າ​ຈົນ​ກາຍເປັນ​ຄົນ​ໄຮ້​ຄ່າ​ເອງ ແລະ​ພວກເຂົາ​ໄດ້​ເຮັດ​ຕາມ​ທຳນຽມ​ຂອງ​ຊົນຊາດ​ທີ່​ຢູ່​ອ້ອມຮອບ​ພວກເຂົາ ໂດຍ​ບໍ່​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ທີ່​ບໍ່​ໃຫ້​ເອົາ​ແບບຢ່າງ​ຂອງ​ຊົນຊາດ​ເຫຼົ່ານັ້ນ.


ການຖວາຍ​ໂມທະນາ​ຂອບພຣະຄຸນ​ເປັນ​ການຖວາຍ​ທີ່​ໃຫ້ກຽດ​ແກ່​ເຮົາ ແລະ​ທຸກຄົນ​ທີ່​ເຊື່ອຟັງ​ພຣະເຈົ້າ​ກໍ​ຈະ​ໄດ້​ພົ້ນ.”


ສະນັ້ນ ເຮົາ​ຈຶ່ງ​ປ່ອຍ​ໃຫ້​ພວກເຂົາ​ດື້ດຶງ​ຕາມໃຈ ໃຫ້​ເຮັດ​ຕາມ​ລຳພັງ​ໃຈ​ໃນ​ສິ່ງ​ທີ່​ພວກເຂົາ​ມັກ.


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ທຸກ​ຊົນຊາດ​ທີ່​ພຣະອົງ​ໄດ້​ສ້າງ​ຈະ​ກົ້ມຂາບ​ພຣະອົງ ພວກເຂົາ​ຈະ​ຮ້ອງເພງ​ຍ້ອງຍໍ​ສັນລະເສີນ ຖວາຍ​ສະຫງ່າຣາສີ​ແດ່​ພຣະນາມ​ຂອງ​ພຣະອົງ.


ສິ່ງ​ທັງໝົດ​ນີ້​ແຫຼະ ທີ່​ຂ້າພະເຈົ້າ​ໄດ້​ຮຽນຮູ້​ຄື: ພຣະເຈົ້າ​ໄດ້​ສ້າງ​ມະນຸດ​ໃຫ້​ເປັນ​ຄົນ​ທ່ຽງທຳ ແຕ່​ມະນຸດ​ໄດ້​ຄົ້ນຄ້ວາ​ກົນອຸບາຍ​ຕ່າງໆ​ອອກ​ມາ.


ສ່ວນ​ຊົນຊາດ​ອື່ນໆ​ນັ້ນ ມືດ​ຈະ​ປົກຄຸມ​ພວກເຂົາ ແຕ່​ສຳລັບ​ເຈົ້າເອງ​ແສງແຈ້ງ​ຈະ​ສ່ອງ​ໃສ່​ເຈົ້າ; ເປັນ​ແສງແຈ້ງ​ທີ່​ມາ​ຈາກ​ພຣະເຈົ້າຢາເວ ຄື​ພຣະອົງ​ຈະ​ມາ​ຢູ່​ນຳ​ດ້ວຍ​ສະຫງ່າຣາສີ​ນັ້ນ.


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ແມ່ນ​ຜູ້​ທີ່​ປົກປ້ອງ​ຄຸ້ມຄອງ​ຂອງ​ຂ້ານ້ອຍ ແລະ​ໃຫ້​ກຳລັງ​ວັງຊາ​ແກ່​ຂ້ານ້ອຍ; ພຣະອົງ​ໄດ້​ຊ່ວຍ​ຂ້ານ້ອຍ​ໃນ​ຍາມ​ເດືອດຮ້ອນ. ຊົນຊາດ​ທັງຫລາຍ​ຈະ​ມາ​ຫາ​ພຣະອົງ​ຈາກ​ສົ້ນສຸດ​ແຜ່ນດິນ​ໂລກ ແລະ​ກ່າວ​ວ່າ, “ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ​ບໍ່ມີ​ຫຍັງ​ເລີຍ; ມີ​ແຕ່​ພະປອມ​ເທົ່ານັ້ນ​ຄື​ຮູບເຄົາຣົບ​ທັງຫລາຍ​ທີ່​ບໍ່ມີ​ປະໂຫຍດ.


ບໍ່ມີ​ສິ່ງໃດ​ຫລອກລວງ​ສໍ່າກັບ​ຈິດໃຈ​ຄົນ ຊຶ່ງ​ປິ່ນປົວ​ໃຫ້​ດີ​ແລະ​ເຂົ້າໃຈ​ບໍ່ໄດ້.


ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: “ບັນພະບຸລຸດ​ຂອງ​ພວກເຈົ້າ​ມີ​ຂໍ້​ກ່າວຫາ ພວກເຂົາ​ມີ​ຂໍ້​ກ່າວຫາ​ຫຍັງ​ຕໍ່ສູ້​ເຮົາ​ຢ່າງນີ້​ນໍ ແມ່ນ​ຫຍັງ​ທີ່​ເຮັດ​ໃຫ້​ພວກເຂົາ​ຫັນໜີ​ຈາກ​ເຮົາ​ໄດ້? ພວກເຂົາ​ໄດ້​ຂາບໄຫວ້​ຮູບເຄົາຣົບ​ທີ່​ບໍ່ມີ​ປະໂຫຍດ​ຫຍັງ ແລະ​ພວກເຂົາ​ເອງ​ກໍໄດ້​ກາຍເປັນ​ຄົນ​ບໍ່ມີ​ປະໂຫຍດ.


ແຕ່​ພວກເຂົາ​ຊໍ້າ​ດື້ດ້ານ ແລະ​ຂາບໄຫວ້​ຮູບ​ພະບາອານ ດັ່ງ​ພໍ່​ຂອງ​ພວກເຂົາ​ໄດ້​ສອນ​ໃຫ້​ພວກເຂົາ​ເຮັດ.


ຮູບເຄົາຣົບ​ທັງໝົດ​ເຫຼົ່ານັ້ນ​ໄດ້​ເຮັດ​ໃຫ້​ຊາວ​ອິດສະຣາເອນ ຫັນໜີ​ໄປ​ຈາກ​ເຮົາ; ແຕ່​ໂດຍ​ຄຳຕອບ​ຂອງເຮົາ​ນີ້ ເຮົາ​ຫວັງ​ວ່າ​ຈະ​ໄດ້​ພວກເຂົາ​ກັບຄືນ​ມາ​ສັດຊື່​ຕໍ່​ເຮົາ.


ແລ້ວ​ເຮົາ​ກໍໄດ້​ໃຫ້​ບັນດາ​ກົດບັນຍັດ​ທີ່​ບໍ່​ດີ ແລະ​ຂໍ້ຄຳສັ່ງ​ທີ່​ບໍ່​ໃຫ້​ຊີວິດ​ແກ່​ພວກເຂົາ.


ນາງ​ບໍ່​ຮູ້​ເລີຍ​ວ່າ ເຮົາ​ເປັນ​ຜູ້​ເອົາ​ເຂົ້າ​ສາລີ, ເຫຼົ້າ​ອະງຸ່ນ, ນໍ້າມັນ​ໝາກກອກເທດ ແລະ​ເງິນຄຳ​ທັງໝົດ ຊຶ່ງ​ນາງ​ໃຊ້​ຂາບໄຫວ້​ພະບາອານ​ນັ້ນ​ໃຫ້​ແກ່​ນາງ.


ການ​ຕັດສິນ​ລົງໂທດ​ເປັນ​ດັ່ງນີ້: ຄື​ວ່າ ຄວາມ​ສະຫວ່າງ​ໄດ້​ເຂົ້າ​ມາ​ໃນ​ໂລກ ແຕ່​ມະນຸດ​ໄດ້​ຮັກ​ຄວາມມືດ​ຫລາຍກວ່າ​ຮັກ​ຄວາມ​ສະຫວ່າງ ເພາະ​ການ​ກະທຳ​ຂອງ​ພວກເຂົາ​ຊົ່ວ.


ເຮົາ​ໃຊ້​ເຈົ້າ​ໄປ​ກໍ​ເພື່ອ​ວ່າ ເຈົ້າ​ຈະ​ໄຂ​ຕາ​ຄົນ​ເຫຼົ່ານັ້ນ ແລະ​ເພື່ອ​ວ່າ ເຈົ້າ​ຈະ​ນຳ​ພວກເຂົາ​ອອກ​ຈາກ​ຄວາມມືດ ມາ​ຫາ​ຄວາມ​ສະຫວ່າງ ແລະ​ຈາກ​ອຳນາດ​ຂອງ​ມານຊາຕານ ມາ​ຫາ​ພຣະເຈົ້າ ໂດຍ​ວາງໃຈເຊື່ອ​ໃນ​ເຮົາ​ບາບກຳ​ຂອງ​ພວກເຂົາ​ຈະ​ໄດ້​ຮັບ​ການອະໄພ ແລະ​ຮັບ​ສ່ວນ​ໃນ​ທ່າມກາງ​ປະຊາຊົນ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້.”’


ເຫດ​ວ່າ ທີ່​ຈະ​ຮູ້ຈັກ​ພຣະເຈົ້າ​ໄດ້​ເທົ່າ​ໃດ​ນັ້ນ ກໍໄດ້​ປາກົດ​ແຈ້ງ​ໃນ​ໃຈ​ຂອງ​ພວກເຂົາ ດ້ວຍວ່າ​ພຣະເຈົ້າ​ໂຜດ​ສຳແດງ​ໃຫ້​ພວກເຂົາ​ຮູ້​ແລ້ວ.


ຍ້ອນ​ຄົນ​ເຫຼົ່ານີ້​ບໍ່​ຮັບ​ຮູ້​ພຣະເຈົ້າ ພຣະອົງ​ຈຶ່ງ​ປ່ອຍ​ໃຫ້​ພວກເຂົາ​ຈົມ​ຢູ່​ໃນ​ຄວາມ​ຄິດ​ຊົ່ວ ເພື່ອ​ພວກເຂົາ​ຈະ​ເຮັດ​ໃນ​ສິ່ງ​ທີ່​ບໍ່​ສົມຄວນ​ເຮັດ.


ຂໍ​ຊົງ​ໃຫ້​ຕາ​ຂອງ​ພວກເຂົາ​ມືດມົວ​ໄປ ເພື່ອ​ຈະ​ເບິ່ງ​ບໍ່​ເຫັນ ແລະ​ໃຫ້​ຫລັງ​ຂອງ​ພວກເຂົາ​ກ່ອມ​ລົງ ຢູ່​ຕະຫລອດໄປ.”


ແລະ​ເພື່ອ​ໃຫ້​ຄົນຕ່າງຊາດ​ໄດ້​ສັນລະເສີນ​ພຣະເຈົ້າ ເພາະ​ຄວາມ​ເມດຕາ​ຂອງ​ພຣະອົງ ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ເພາະ​ດ້ວຍເຫດນີ້ ຂ້ານ້ອຍ​ ຈຶ່ງ​ຈະ​ສັນລະເສີນ​ພຣະອົງ ໃນ​ທ່າມກາງ​ຄົນຕ່າງຊາດ​ທັງຫລາຍ. ຂ້ານ້ອຍ​ຈະ​ຂັບຮ້ອງ​ບົດເພງ​ຍ້ອງຍໍ​ ສັນລະເສີນ ຖວາຍ​ແກ່​ພຣະນາມ​ຂອງ​ພຣະອົງ.”


ພວກເຈົ້າ​ຈະ​ຍ່າງ​ງົມໆ​ທ່າວໆ ໄປມາ​ໃນ​ກາງເວັນ​ເໝືອນ​ຄົນ​ຕາບອດ ແລະ​ຈະ​ຫາ​ທາງເດີນ​ບໍ່​ພົບ. ວຽກງານ​ທີ່​ພວກເຈົ້າ​ເຮັດ​ຈະ​ບໍ່​ຈະເລີນ​ຮຸ່ງເຮືອງ. ພວກເຈົ້າ​ຈະ​ຖືກ​ກົດຂີ່ ແລະ​ຖືກ​ເກັບກວາດ​ຖືກ​ຈີ້​ເປັນ​ປະຈຳ ແລະ​ທັງ​ຈະ​ບໍ່ມີ​ຜູ້ໃດ​ມາ​ຊ່ວຍເຫລືອ​ພວກເຈົ້າ.


ເພາະວ່າ​ຄົນ​ທັງຫລາຍ​ຈະ​ເຫັນແກ່ຕົວ, ເຫັນແກ່​ເງິນຄຳ, ອວດຕົວ, ຈອງຫອງ, ມັກ​ດ່າ​ວ່າ, ບໍ່​ເຊື່ອຟັງ​ຄວາມ​ພໍ່​ແມ່, ເນຣະຄຸນ, ເປັນ​ຄົນ​ບໍ່ມີ​ສິນທຳ;


ເພາະ​ພວກເຈົ້າ​ກໍ​ຮູ້​ຢູ່​ແລ້ວ​ວ່າ ພວກເຈົ້າ​ຖືກ​ໄຖ່​ໃຫ້​ເປັນ​ອິດສະຫລະ ຈາກ​ການ​ດຳເນີນ​ຊີວິດ​ອັນ​ບໍ່ມີ​ປະໂຫຍດ ທີ່​ສືບທອດ​ມາ​ຈາກ​ບັນພະບຸລຸດ​ຂອງ​ພວກເຈົ້າ ບໍ່ແມ່ນ​ໄຖ່​ດ້ວຍ​ສິ່ງຂອງ​ທີ່​ເສື່ອມສູນ​ໄປ ເໝືອນ​ດັ່ງ​ເງິນ ຫລື​ຄຳ


ແຕ່​ຝ່າຍ​ເຈົ້າ​ທັງຫລາຍ ເປັນ​ຊາດ​ທີ່​ພຣະເຈົ້າ​ຊົງ​ເລືອກ​ໄວ້​ແລ້ວ ເປັນ​ປະໂຣຫິດ​ຫລວງ ເປັນ​ປະຊາຊາດ​ບໍຣິສຸດ ເປັນ​ພົນລະເມືອງ​ຂອງ​ພຣະເຈົ້າ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ໄດ້​ປະກາດ​ພຣະ​ບາລະມີ​ຂອງ​ພຣະອົງ ຜູ້​ໄດ້​ຊົງ​ເອີ້ນ​ພວກເຈົ້າ​ໃຫ້​ອອກ​ມາ​ຈາກ​ຄວາມມືດ ເຂົ້າ​ໄປ​ສູ່​ຄວາມ​ສະຫວ່າງ​ອັນ​ມະຫັດສະຈັນ​ຂອງ​ພຣະອົງ.


ເທວະດາ​ຕົນ​ນັ້ນ​ເປັ່ງ​ສຽງ​ຮ້ອງ​ວ່າ, “ຈົ່ງ​ຢຳເກງ​ພຣະເຈົ້າ ແລະ​ຍົກຍ້ອງ​ໃຫ້ກຽດ​ແກ່​ພຣະອົງ ເພາະ​ເຖິງ​ເວລາ​ແລ້ວ ທີ່​ພຣະອົງ​ຈະ​ຕັດສິນ​ມະນຸດສະໂລກ ຈົ່ງ​ນະມັດສະການ​ພຣະອົງ ຜູ້​ທີ່​ໄດ້​ສ້າງ​ຟ້າ​ສະຫວັນ, ແຜ່ນດິນ​ໂລກ, ນໍ້າ​ທະເລ ກັບ​ບໍ່​ນໍ້າພຸ​ທັງຫລາຍ.”


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ໃຜ​ໜໍ​ຈະ​ບໍ່​ຢຳເກງ​ພຣະອົງ ແລະ​ຈະ​ບໍ່​ຖວາຍ​ກຽດ​ແດ່​ພຣະນາມ​ຂອງ​ພຣະອົງ ເພາະ​ພຣະອົງ​ຜູ້​ດຽວ​ຊົງ​ເປັນ​ຜູ້​ບໍຣິສຸດ. ປະຊາຊາດ​ທັງປວງ​ຈະ​ມາ​ນະມັດສະການ ຕໍ່​ພຣະພັກ​ພຣະອົງ ເພາະ​ກິດຈະການ​ອັນ​ຍຸດຕິທຳ​ຂອງ​ພຣະອົງ ກໍ​ປາກົດ​ແຈ້ງ​ແລ້ວ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka