Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 1:15 - ພຣະຄຳພີສັກສິ

15 ດ້ວຍເຫດນັ້ນ ເຮົາ​ຈຶ່ງ​ຮີບຮ້ອນ​ປະກາດ​ຂ່າວປະເສີດ​ແກ່​ພວກເຈົ້າ ທີ່​ຢູ່​ໃນ​ນະຄອນ​ໂຣມ​ນີ້​ເໝືອນກັນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

15 ດ້ວຍເຫດນີ້ ເຮົາ​ຈຶ່ງ​ກະຕືລືລົ້ນ​ທີ່​ຈະ​ປະກາດ​ຂ່າວປະເສີດ​ແກ່​ພວກເຈົ້າ​ຜູ້​ທີ່​ຢູ່​ໃນ​ນະຄອນ​ໂຣມ​ເໝືອນກັນ.

Uka jalj uñjjattʼäta Copia luraña




ໂຣມ 1:15
12 Jak'a apnaqawi uñst'ayäwi  

ແຕ່​ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ເພິ່ນ​ວ່າ, ‘ເປັນ​ການດີ ທີ່​ເຈົ້າ​ຕັ້ງໃຈ​ຢາກ​ສ້າງ​ວິຫານ​ສຳລັບ​ເຮົາ,


ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ຍິນ​ອົງພຣະ​ຜູ້​ເປັນເຈົ້າ​ຖາມ​ວ່າ, “ເຮົາ​ຈະ​ໃຊ້​ຜູ້ໃດ​ໄປ? ຜູ້ໃດ​ຈະ​ເປັນ​ຜູ້ນຳ​ຖ້ອຍຄຳ​ຂອງເຮົາ​ໄປ​ກ່າວ​ຕາງ​ເຮົາ?” ຂ້າພະເຈົ້າ​ຈຶ່ງ​ຕອບ​ວ່າ, “ຂ້ານ້ອຍ​ຢູ່​ທີ່ນີ້ ໂຜດ​ໃຊ້​ຂ້ານ້ອຍ​ໄປ​ເຖີດ.”


ເຫດສະນັ້ນ ພວກເຈົ້າ​ຈົ່ງ​ພາວັນນາ​ອະທິຖານ​ຂໍ​ນຳ​ເຈົ້າ​ຂອງ​ການ​ເກັບກ່ຽວ​ໃຫ້​ສົ່ງ​ຄົນງານ​ມາ​ຫລາຍ​ຂຶ້ນ ເພື່ອ​ການ​ເກັບກ່ຽວ​ຂອງຕົນ​ສາ.”


ນາງ​ເຮັດ​ເທົ່າທີ່​ນາງ​ເຮັດ​ໄດ້, ນາງ​ຖອກ​ນໍ້າມັນ​ຫອມ​ໃສ່​ຮ່າງກາຍ​ຂອງເຮົາ ເພື່ອ​ຕຽມ​ການ​ປົງສົບ​ຂອງເຮົາ​ລ່ວງໜ້າ.


ພຣະເຢຊູເຈົ້າ​ໄດ້​ເວົ້າ​ກັບ​ພວກເພິ່ນ​ວ່າ, “ອາຫານ​ຂອງເຮົາ​ແມ່ນ​ການ​ປະຕິບັດ​ຕາມ​ຄວາມປະສົງ​ຂອງ​ພຣະອົງ ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ ແລະ​ເຮັດ​ໃຫ້​ວຽກງານ​ຂອງ​ພຣະອົງ​ສຳເລັດ.


ແຕ່​ໂປໂລ​ຕອບ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຮ້ອງໄຫ້ ແລະ​ເຮັດ​ໃຫ້​ເຮົາ​ເສຍ​ກຳລັງ​ໃຈ​ເຊັ່ນນີ້? ເຮົາ​ຕຽມພ້ອມ​ບໍ່ແມ່ນແຕ່​ໃຫ້​ພວກເຂົາ​ມັດ​ເຮົາ​ໃນ​ນະຄອນ​ເຢຣູຊາເລັມ​ເທົ່ານັ້ນ ແຕ່​ພ້ອມ​ທີ່​ຈະ​ຕາຍ​ຢູ່​ໃນ​ທີ່ນັ້ນ​ອີກ​ດ້ວຍ ເພື່ອ​ເຫັນ​ແກ່​ພຣະນາມ​ຂອງ​ອົງ​ພຣະເຢຊູເຈົ້າ.”


ແລະ​ຖ້າ​ບໍ່ມີ​ຜູ້ໃດ​ໃຊ້​ພວກເຂົາ​ໄປ ພວກເຂົາ​ຈະ​ໄປ​ປະກາດ​ໄດ້​ຢ່າງ​ໃດ? ດັ່ງ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ຕີນ​ຂອງ​ຜູ້​ທີ່​ນຳ​ຂ່າວປະເສີດ​ມາ ກໍ​ງົດງາມ​ປານໃດ​ໜໍ”


ຖ້າ​ເປັນ​ໄປ​ໄດ້ ໃນ​ເລື່ອງ​ທີ່​ຂຶ້ນ​ຢູ່​ກັບ​ພວກເຈົ້າ​ນັ້ນ ຈົ່ງ​ຢູ່​ຢ່າງ​ສະຫງົບສຸກ​ກັບ​ທຸກໆ​ຄົນ.


ເຮົາ​ຕັ້ງ​ເປົ້າໝາຍ​ໄວ້​ວ່າ ເຮົາ​ຈະ​ປະກາດ​ຂ່າວປະເສີດ​ນີ້​ເລື້ອຍ​ໄປ ໃນ​ບ່ອນ​ທີ່​ບໍ່ມີ​ຜູ້ໃດ​ເຄີຍ​ອອກ​ນາມຊື່​ຂອງ​ພຣະຄຣິດ ເພື່ອ​ວ່າ​ເຮົາ​ຈະ​ບໍ່ໄດ້​ກໍ່​ຂຶ້ນ​ເທິງ​ຮາກຖານ​ທີ່​ຄົນອື່ນ​ວາງ​ໄວ້​ກ່ອນ​ແລ້ວ.


ຖ້າ​ເຮົາ​ເຮັດ​ການ​ນັ້ນ​ດ້ວຍ​ໃຈ​ສະໝັກ ເຮົາ​ກໍ​ຈະ​ໄດ້​ບຳເໜັດ, ແຕ່​ຖ້າ​ເຮົາ​ບໍ່​ສະໝັກ​ໃຈ ກໍ​ຍັງ​ເປັນ​ການ​ທີ່​ມອບ​ໄວ້​ໃຫ້​ເຮົາ​ເຮັດ​ຢູ່.


ເພາະວ່າ ຖ້າ​ມີ​ນໍ້າໃຈ​ພ້ອມ​ຢູ່​ແລ້ວ ພຣະເຈົ້າ​ກໍ​ຊົງ​ພໍພຣະໄທ​ທີ່​ຈະ​ຊົງ​ຮັບ​ຕາມ​ທີ່​ທຸກຄົນ​ມີ​ຢູ່ ບໍ່ແມ່ນ​ຕາມ​ທີ່​ພວກເຂົາ​ບໍ່ມີ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka