Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 9:8 - ພຣະຄຳພີສັກສິ

8 ຜົມ​ຂອງ​ພວກ​ມັນ​ເໝືອນ​ຜົມ​ແມ່ຍິງ ແລະ​ແຂ້ວ​ຂອງ​ພວກ​ມັນ​ເໝືອນ​ແຂ້ວ​ສິງ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

8 ຜົມ​ຂອງ​ພວກມັນ​ເໝືອນ​ຜົມ​ຂອງ​ຜູ້ຍິງ ແລະ ແຂ້ວ​ຂອງ​ພວກມັນ​ເໝືອນ​ກັບ​ແຂ້ວ​ຂອງ​ໂຕສິງ.

Uka jalj uñjjattʼäta Copia luraña




ພຣະນິມິດ 9:8
8 Jak'a apnaqawi uñst'ayäwi  

ເຢຮູ​ໄດ້​ມາ​ຮອດ​ເມືອງ​ຢິດຊະເຣນ. ນາງ​ເຢເຊເບນ​ໄດ້ຍິນ​ທຸກ​ເລື່ອງ​ທີ່​ເກີດຂຶ້ນ ນາງ​ກໍ​ແຕ້ມ​ຄິ້ວ​ແຕ່ງ​ຜົມ ແລະ​ຢືນ​ແນມເບິ່ງ​ໄປ​ທາງ​ປ່ອງຢ້ຽມ​ວັງ.


ຂ້ານ້ອຍ​ຖືກ​ປິດລ້ອມ​ໂດຍ​ເຫຼົ່າ​ສັດຕູ ຜູ້​ເປັນ​ດັ່ງ​ໂຕສິງ​ທີ່​ກັດກິນ​ມະນຸດ. ແຂ້ວ​ມັນ​ນັ້ນ​ຄ້າຍ​ຄື​ຫອກ​ແລະ​ລູກສອນ ລີ້ນ​ມັນ​ຄ້າຍ​ຄື​ກັບ​ດາບ​ອັນ​ຄົມໆ.


ແທນ​ທີ່​ຕົນຕົວ​ພວກເຂົາ​ຈະ​ມີ​ກິ່ນ​ຫອມ ພວກເຂົາ​ຈະ​ມີ​ກິ່ນ​ເໝັນ; ແທນ​ທີ່​ຈະ​ມີ​ສາຍແອວ​ງາມ ພວກເຂົາ​ຈະ​ມີ​ເຊືອກ​ມັດ​ແອວ; ແທນ​ທີ່​ຈະ​ມີ​ຜົມ​ງາມ ພວກເຂົາ​ຈະ​ຫົວ​ໂຫລ້ນ; ແທນ​ທີ່​ຈະ​ໃສ່​ເສື້ອ​ງາມ ພວກເຂົາ​ຈະ​ນຸ່ງ​ຜ້າ​ຂາດ; ຄວາມງາມ​ຂອງ​ພວກເຂົາ​ຈະ​ປ່ຽນ​ເປັນ​ຄວາມ​ອັບອາຍ​ຂາຍໜ້າ.


ກອງທັບ​ຕັກແຕນ​ໄດ້​ໂຈມຕີ​ດິນແດນ​ເຮົາ ມັນ​ສູ້ຊົນ​ທົນຫລາຍ​ແລະ​ທັງ​ນັບ​ບໍ່ຖ້ວນ; ມັນ​ເປັນ​ນັກຮາວີ​ທີ່​ທຳລາຍ ແຂ້ວ​ຄື​ແຂ້ວ​ໂຕສິງ ຫລື​ດັ່ງ​ແຂ້ວ​ຄົມໆ ຂອງ​ໂຕ​ສິງແມ່.


ຕາມ​ທີ່​ເອຊາຢາ​ໄດ້​ທຳນວາຍ​ໄວ້​ລ່ວງໜ້າ​ວ່າ, “ຖ້າ​ອົງພຣະ​ຜູ້​ເປັນເຈົ້າ ອົງ​ຊົງ​ເປັນ​ຈອມພົນ ບໍ່ໄດ້​ຊົງ​ໂຜດ​ໃຫ້​ພວກເຮົາ​ມີ​ເຊື້ອສາຍ​ເຫຼືອ​ຢູ່ ພວກເຮົາ​ກໍ​ຕ້ອງ​ໄດ້​ກາຍເປັນ​ດັ່ງ​ເມືອງ​ໂຊໂດມ ແລະ ໂກໂມຣາ.”


ໃນທຳນອງ​ດຽວກັນ ເຮົາ​ຢາກ​ໃຫ້​ພວກ​ແມ່ຍິງ​ແຕ່ງຕົວ​ຢ່າງ​ສຸພາບ​ຮຽບຮ້ອຍ ແລະ​ສະຫງຽມ​ຄ່ຽມຄົມ ບໍ່ແມ່ນ​ດ້ວຍ​ຊົງ​ຜົມ​ເກີນແບບ ຫລື​ປະດັບ​ຕົວ​ດ້ວຍ​ຄຳ ຫລື​ໄຂ່ມຸກ ຫລື​ເຄື່ອງ​ນຸ່ງ​ທີ່​ມີ​ລາຄາ​ແພງໆ


ການ​ປະດັບ​ຕົບແຕ່ງ​ກາຍ​ນັ້ນ ຢ່າ​ໃຫ້​ເປັນ​ການ​ປະດັບ​ຕົບແຕ່ງ​ພາຍນອກ ຄື​ການ​ແຕ່ງ​ຊົງຜົມ ໃສ່​ເຄື່ອງ​ຄຳ ແລະ​ການ​ນຸ່ງຖື.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka