Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 9:7 - ພຣະຄຳພີສັກສິ

7 ຕັກແຕນ​ເຫຼົ່ານັ້ນ ມີ​ລັກສະນະ​ເໝືອນ​ດັ່ງ​ມ້າ​ທີ່​ຕຽມ​ໄວ້​ແລ້ວ​ເພື່ອ​ການ​ຮົບເສິກ, ເທິງ​ຫົວ​ຂອງ​ພວກ​ມັນ​ມີ​ສິ່ງ​ໜຶ່ງ​ເໝືອນ​ກັບ​ມົງກຸດ​ຄຳ ແລະ​ໜ້າ​ຂອງ​ພວກ​ມັນ​ເໝືອນ​ໜ້າ​ມະນຸດ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

7 ຕັກແຕນ​ເຫລົ່ານັ້ນ​ມີ​ລັກສະນະ​ເໝືອນດັ່ງ​ຝູງ​ມ້າ​ທີ່​ຕຽມພ້ອມ​ເພື່ອ​ສູ້ຮົບ. ເທິງ​ຫົວ​ຂອງ​ພວກມັນ​ມີ​ສິ່ງ​ໜຶ່ງ​ເໝືອນ​ມົງກຸດ​ຄຳ ແລະ ໜ້າ​ຂອງ​ພວກມັນ​ຄ້າຍຄື​ກັນ​ກັບ​ໜ້າ​ມະນຸດ.

Uka jalj uñjjattʼäta Copia luraña




ພຣະນິມິດ 9:7
6 Jak'a apnaqawi uñst'ayäwi  

ໂຕ​ທຳອິດ​ເບິ່ງ​ຄ້າຍ​ຄື​ສິງ ແຕ່​ມີ​ປີກ​ເໝືອນ​ນົກອິນຊີ. ໃນ​ຂະນະທີ່​ຂ້າພະເຈົ້າ​ຫລຽວ​ເບິ່ງ​ຢູ່​ນັ້ນ ປີກ​ຂອງ​ມັນ​ກໍ​ຖືກ​ຫລົກ​ອອກ. ສັດ​ໂຕ​ນັ້ນ​ຖືກ​ຍົກ​ຂຶ້ນ ແລະ​ໃຫ້​ຢືນ​ຢູ່​ເໝືອນ​ຄົນ. ແລ້ວ​ມັນ​ກໍໄດ້​ຮັບ​ຈິດໃຈ​ດັ່ງ​ມະນຸດ.


ໃນ​ຂະນະທີ່​ຂ້າພະເຈົ້າ​ກຳລັງ​ຈ້ອງເບິ່ງ​ເຂົາ​ເຫຼົ່ານັ້ນ ຂ້າພະເຈົ້າ​ກໍ​ເຫັນ​ເຂົາ​ນ້ອຍໆ​ອັນ​ໜຶ່ງ​ປົ່ງ​ອອກ​ມາ​ຈາກ​ເຂົາ​ທັງໝົດ ແລະ​ເຮັດ​ໃຫ້​ເຂົາ​ສາມ​ອັນ​ໃນ​ນັ້ນ​ຫລ່ອນ​ອອກ. ເຂົາ​ນ້ອຍ​ນີ້​ມີ​ຕາ​ເໝືອນ​ມະນຸດ ແລະ​ມີ​ປາກ​ເວົ້າ​ຄູຍໂມ້​ໂອ້ອວດ​ຢ່າງ​ຈອງຫອງ.


ບັນດາ​ຂ້າຣາຊການ​ຂອງ​ເຈົ້າ​ນັ້ນ ພວກເຂົາ​ເປັນ​ດັ່ງ​ຝູງຕັກແຕນ​ທີ່​ຈັບ​ຕາມ​ກຳແພງ​ໃນ​ຍາມ​ໜາວ. ເມື່ອ​ຕາເວັນອອກ​ມາ ພວກມັນ​ຕ່າງ​ກໍ​ບິນ​ໜີໄປ​ໝົດ ແລະ​ບໍ່ມີ​ຜູ້ໃດ​ຮູ້ວ່າ​ພວກມັນ​ໜີ​ໄປ​ໃສ.


ເມື່ອ​ຂ້າພະເຈົ້າ​ຫລຽວ​ເບິ່ງ ກໍ​ເຫັນ​ມ້າ​ສີ​ຂາວ​ໂຕໜຶ່ງ​ອອກ​ມາ ຜູ້​ທີ່​ຂີ່​ມ້າ​ນັ້ນ​ຖື​ທະນູ​ແລະ​ໄດ້​ຮັບ​ມົງກຸດ ແລ້ວ​ຂີ່​ມ້າ​ອອກ​ໄປ​ໂດຍ​ໄວ​ຢ່າງ​ຜູ້​ມີໄຊ ເພື່ອ​ຈະ​ກຳ​ເອົາ​ໄຊຊະນະ.


ມີ​ຝູງຕັກແຕນ​ບິນ​ອອກ​ຈາກ​ຄວັນໄຟ​ນັ້ນ ມາ​ສູ່​ແຜ່ນດິນ​ໂລກ ແລະ​ພວກ​ມັນ​ໄດ້​ຮັບ​ອຳນາດ ເໝືອນ​ກັບ​ອຳນາດ​ຂອງ​ແມງງອດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka