Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 9:5 - ພຣະຄຳພີສັກສິ

5 ພວກ​ມັນ​ບໍ່ໄດ້​ຮັບ​ອະນຸຍາດ​ໃຫ້​ຂ້າ​ຄົນ​ເຫຼົ່ານັ້ນ, ແຕ່​ໃຫ້​ທໍລະມານ​ພວກເຂົາ​ພາຍ​ໃນ​ຫ້າ​ເດືອນ ຄວາມ​ເຈັບປວດ​ຂອງ​ການ​ທໍລະມານ​ນີ້ ເປັນ​ເໝືອນ​ຄວາມ​ເຈັບປວດ​ຂອງ​ແມງງອດ​ຕອດ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

5 ພວກມັນ​ບໍ່​ໄດ້​ຮັບ​ອະນຸຍາດ​ໃຫ້​ຂ້າ​ຄົນ​ເຫລົ່ານັ້ນ ແຕ່​ໃຫ້​ທໍລະມານ​ພວກເຂົາ​ເປັນ​ເວລາ​ຫ້າ​ເດືອນ. ແລະ ຄວາມເຈັບປວດ​ທີ່​ພວກເຂົາ​ທໍລະມານ​ນີ້​ເປັນ​ເໝືອນດັ່ງ​ຖືກ​ແມງງອດ​ຕອດ.

Uka jalj uñjjattʼäta Copia luraña




ພຣະນິມິດ 9:5
12 Jak'a apnaqawi uñst'ayäwi  

ຈົ່ງ​ບອກ​ພວກເຂົາ​ວ່າ, ‘ພໍ່​ຂອງເຮົາ​ໄດ້​ວາງ​ພາລະໜັກ​ເທິງ​ພວກທ່ານ; ສ່ວນ​ເຮົາ​ຈະ​ວາງ​ພາລະ​ໜັກກວ່າ​ນັ້ນ​ອີກ. ເພິ່ນ​ຂ້ຽນ​ພວກທ່ານ​ດ້ວຍ​ໄມ້ແສ້​ທຳມະດາ; ແຕ່​ເຮົາ​ຈະ​ຂ້ຽນ​ພວກທ່ານ​ດ້ວຍ​ໄມ້ແສ້​ຕີ​ງົວ.”’


ຕາມ​ທີ່​ພວກ​ຄົນໜຸ່ມ​ໄດ້​ແນະນຳ​ແກ່​ເພິ່ນ​ນັ້ນ. ເພິ່ນ​ໄດ້​ເວົ້າ​ວ່າ, “ພໍ່​ຂອງເຮົາ​ໄດ້​ວາງ​ພາລະໜັກ​ເທິງ​ພວກທ່ານ; ເຮົາ​ເອງ​ກໍ​ຈະ​ວາງ​ພາລະ​ໃຫ້​ໜັກກວ່າ​ນັ້ນ​ອີກ. ເພິ່ນ​ຂ້ຽນ​ພວກທ່ານ​ດ້ວຍ​ໄມ້ແສ້​ທຳມະດາ; ແຕ່​ເຮົາ​ຈະ​ຂ້ຽນ​ພວກທ່ານ​ດ້ວຍ​ໄມ້ແສ້​ຕີ​ງົວ.”


ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ກ່າວ​ຕໍ່​ມານຊາຕານ​ວ່າ, “ຕົກລົງ ລາວ​ຢູ່ໃຕ້​ອຳນາດ​ຂອງ​ເຈົ້າ ແຕ່​ເຈົ້າ​ບໍ່​ຕ້ອງ​ຂ້າ​ລາວ.”


ແຕ່​ມະນຸດ​ເອີຍ ເຈົ້າ​ບໍ່​ຕ້ອງ​ຢ້ານ​ພວກເຂົາ ຫລື​ຢ້ານ​ສິ່ງ​ທີ່​ພວກເຂົາ​ເວົ້າ​ນັ້ນ​ເລີຍ. ພວກເຂົາ​ຈະ​ທ້າທາຍ ແລະ​ດູຖູກ​ຢຽບຫຍາມ​ເຈົ້າ ດັ່ງ​ກັບ​ວ່າ​ເຈົ້າ​ຢູ່​ທ່າມກາງ​ແມງງອດ. ເຖິງ​ປານນັ້ນ​ກໍຕາມ ຢ່າສູ່ຢ້ານ​ຄົນ​ກະບົດ​ເຫຼົ່ານັ້ນ ຫລື​ຢ້ານ​ສິ່ງ​ທີ່​ພວກເຂົາ​ເວົ້າ​ເລີຍ.


ໃນ​ຂະນະທີ່​ຂ້າພະເຈົ້າ​ກຳລັງ​ຫລຽວເບິ່ງ​ຢູ່​ນັ້ນ ກໍ​ມີ​ສັດ​ອີກ​ໂຕໜຶ່ງ​ປາກົດ​ຂຶ້ນ​ມາ. ສັດ​ໂຕ​ນີ້​ເບິ່ງ​ຄ້າຍ​ຄື​ເສືອດາວ ແຕ່​ເທິງ​ຫລັງ​ມີ​ສີ່​ປີກ​ເໝືອນ​ປີກ​ນົກ ແລະ​ມີ​ສີ່​ຫົວ. ມັນ​ໄດ້​ຮັບ​ສິດ​ອຳນາດ​ແຫ່ງ​ການ​ເປັນໃຫຍ່.


ພຣະເຢຊູເຈົ້າ​ຕອບ​ວ່າ, “ເຈົ້າ​ຈະ​ບໍ່ມີ​ສິດ​ອຳນາດ​ເໜືອ​ເຮົາ​ຈັກ​ປະການ ນອກຈາກ​ອຳນາດ​ນັ້ນ​ຈະ​ປະທານ​ແຕ່​ເບື້ອງ​ເທິງ​ໃຫ້​ແກ່​ເຈົ້າ ເຫດສະນັ້ນ ຜູ້​ທີ່​ມອບ​ເຮົາ​ໄວ້​ກັບ​ເຈົ້າ ກໍ​ມີ​ຄວາມ​ຜິດບາບ​ຫລາຍກວ່າ​ເຈົ້າ.”


ເມື່ອ​ພະຍານ​ທັງສອງ ສິ້ນສຸດ​ການ​ປະກາດ​ພຣະທຳ​ຂອງ​ພຣະເຈົ້າ​ແລ້ວ ຈະ​ມີ​ສັດຮ້າຍ​ອອກ​ມາ​ຈາກ​ເຫວເລິກ ແລະ​ຈະ​ຕໍ່ສູ້​ພວກເພິ່ນ. ສັດຮ້າຍ​ນັ້ນ​ຈະ​ຊະນະ​ພວກເພິ່ນ ແລະ​ຂ້າ​ພວກເພິ່ນ​ເສຍ.


ພຣະເຈົ້າ​ຊົງ​ອະນຸຍາດ​ໃຫ້​ສັດ​ນັ້ນ​ມີ​ປາກ ເວົ້າ​ຄຳ​ຈອງຫອງ​ແລະ​ໝິ່ນປະໝາດ ແລະ​ຊົງ​ໃຫ້​ມັນ​ມີ​ອຳນາດ​ເຮັດ​ຢ່າງ​ນັ້ນ​ຕະຫລອດ​ສີ່ສິບສອງ​ເດືອນ.


ແລະ​ໄດ້​ຊົງ​ໃຫ້​ມັນ​ສູ້ຮົບ​ກັບ​ບັນດາ​ໄພ່ພົນ​ຂອງ​ພຣະເຈົ້າ ແລະ​ຊະນະ​ພວກເຂົາ ຍັງ​ຊົງ​ປະທານ​ໃຫ້​ມັນ​ມີ​ອຳນາດ​ເໜືອ​ທຸກ​ຕະກຸນ, ທຸກ​ຊົນຊາດ, ທຸກ​ພາສາ ແລະ​ທຸກ​ປະເທດ.


ພວກ​ມັນ​ມີ​ຫາງ​ຕອດ​ເໝືອນ​ຫາງ​ແມງງອດ, ດ້ວຍ​ຫາງ​ນີ້ ພວກ​ມັນ​ມີ​ອຳນາດ​ທຳຮ້າຍ​ມະນຸດ​ພາຍ​ໃນ​ຫ້າ​ເດືອນ.


ມີ​ຝູງຕັກແຕນ​ບິນ​ອອກ​ຈາກ​ຄວັນໄຟ​ນັ້ນ ມາ​ສູ່​ແຜ່ນດິນ​ໂລກ ແລະ​ພວກ​ມັນ​ໄດ້​ຮັບ​ອຳນາດ ເໝືອນ​ກັບ​ອຳນາດ​ຂອງ​ແມງງອດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka