ພຣະນິມິດ 9:21 - ພຣະຄຳພີສັກສິ21 ພວກເຂົາບໍ່ໄດ້ກັບໃຈເສຍໃໝ່ ຈາກການຂ້າຟັນກັນ ການເຊື່ອເວດມົນຄາຖາ, ການຜິດສິນທຳທາງເພດ ແລະການລັກຂອງພວກຕົນ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່21 ທັງພວກເຂົາບໍ່ໄດ້ກັບໃຈຈາກຄາດຕະກຳ, ການໃຊ້ເວດມົນຄາຖາ, ການຜິດສິນທຳທາງເພດ ແລະ ການລັກທີ່ຕົນເຮັດຢູ່. Uka jalj uñjjattʼäta |
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, “ເຮົາຈະມາປາກົດຢູ່ທ່າມກາງພວກເຈົ້າເພື່ອຕັດສິນ ແລະເຮົາຈະເປັນພະຍານຕໍ່ສູ້ພວກທີ່ລົງມືຝຶກເວດມົນຄາຖາ, ຕໍ່ສູ້ພວກທີ່ຫລິ້ນຊູ້ສູ່ຜົວເມຍ, ຕໍ່ສູ້ພວກທີ່ເປັນພະຍານບໍ່ຈິງ, ຕໍ່ສູ້ພວກທີ່ສໍ້ໂກງຄ່າແຮງງານຂອງລູກຈ້າງ, ຕໍ່ສູ້ພວກທີ່ເອົາປຽບແມ່ໝ້າຍ, ເດັກກຳພ້າ ແລະຄົນຕ່າງດ້າວ ຄືຕໍ່ສູ້ທຸກຄົນທີ່ບໍ່ຢຳເກງເຮົາ.”
ມະນຸດທີ່ຍັງເຫລືອຢູ່ ເປັນພວກທີ່ບໍ່ໄດ້ຖືກຂ້າດ້ວຍໄພພິບັດເຫຼົ່ານັ້ນ, ກໍຍັງບໍ່ໄດ້ກັບໃຈເສຍໃໝ່ ຈາກສິ່ງທີ່ພວກຕົນໄດ້ເຮັດນັ້ນ, ພວກເຂົາບໍ່ເຊົາບູຊາຜີມານຮ້າຍ ບູຊາຮູບເຄົາຣົບທີ່ເຮັດດ້ວຍຄຳ, ດ້ວຍເງິນ, ດ້ວຍທອງເຫລືອງ, ດ້ວຍຫີນ ແລະດ້ວຍໄມ້ ຊຶ່ງບໍ່ສາມາດເຫັນໄດ້, ບໍ່ສາມາດໄດ້ຍິນ ແລະບໍ່ສາມາດຍ່າງໄປມາໄດ້.