Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 9:2 - ພຣະຄຳພີສັກສິ

2 ດາວ​ນັ້ນ​ໄດ້​ເປີດ​ປ່ອງ​ເຫວເລິກ​ອອກ ແລະ​ຄວັນໄຟ​ກໍ​ພຸ່ງ​ອອກ​ມາ​ຈາກ​ເຫວ​ນັ້ນ ເໝືອນ​ດັ່ງ​ຄວັນໄຟ​ຈາກ​ເຕົາ​ຫລອມ​ໃຫຍ່ ດວງ​ຕາເວັນ ແລະ​ອາກາດ​ກໍ​ມືດ​ໄປ ເພາະ​ຄວັນ​ທີ່​ຂຶ້ນ​ມາ​ຈາກ​ເຫວເລິກ​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ເມື່ອ​ດາວ​ນັ້ນ​ໄດ້​ເປີດ​ເຫວເລິກ​ແລ້ວ, ຄວັນ​ກໍ​ພຸ່ງ​ອອກ​ມາ​ເໝືອນດັ່ງ​ຄວັນ​ຈາກ​ເຕົາຫລອມ​ອັນ​ໃຫຍ່. ດວງຕາເວັນ ແລະ ທ້ອງຟ້າ​ກໍ​ມືດມົວ​ໄປ​ໂດຍ​ຄວັນ​ທີ່​ຂຶ້ນ​ມາ​ຈາກ​ເຫວເລິກ​ນັ້ນ.

Uka jalj uñjjattʼäta Copia luraña




ພຣະນິມິດ 9:2
16 Jak'a apnaqawi uñst'ayäwi  

ເມື່ອ​ຕາເວັນ​ຕົກ​ດິນ​ແລ້ວ ໃນທັນໃດ ກໍ​ມີ​ເຕົາ​ໄຟ​ອັນ​ຮ້ອນ​ທີ່​ມີ​ຄວັນ​ພຸ່ງ​ຂຶ້ນ ແລະ​ມີ​ໂຄມໄຟ​ທີ່​ມີ​ແສງ​ຮຸ່ງ​ເຮືອງ​ປາກົດ​ຂຶ້ນ​ໃຫ້​ເຫັນ ຜ່ານ​ກາງ​ຊາກ​ຂອງ​ສັດ​ເຫຼົ່ານັ້ນ​ໄປ.


ເພິ່ນ​ຫລຽວ​ລົງ​ເບິ່ງ​ເມືອງ​ໂຊໂດມ​ກັບ​ເມືອງ​ໂກໂມຣາ​ແລະ​ຮ່ອມພູ​ທັງໝົດ ຈຶ່ງ​ເຫັນ​ຄວັນໄຟ​ພຸ່ງ​ຂຶ້ນ​ມາ​ຈາກ​ພື້ນດິນ ດັ່ງ​ຄວັນໄຟ​ທີ່​ພຸ່ງ​ຂຶ້ນ​ມາ​ຈາກ​ເຕົາ​ຫລອມ​ໃຫຍ່.


ພູເຂົາ​ຊີນາຍ​ທັງ​ໜ່ວຍ​ມີ​ຄວັນ​ປົກຄຸມ​ຢູ່ ເພາະ​ພຣະເຈົ້າຢາເວ​ໄດ້​ສະເດັດ​ລົງ​ມາ​ໃນ​ໄຟ​ທີ່​ເທິງ​ພູ​ນັ້ນ. ສະນັ້ນ ຄວັນ​ທີ່​ພຸ່ງ​ຂຶ້ນ​ມາ ຈຶ່ງ​ຄື​ຄວັນ​ທີ່​ອອກ​ມາ​ຈາກ​ເຕົາ​ໄຟ​ອັນ​ໃຫຍ່ ແລະ​ພູເຂົາ​ທັງ​ໜ່ວຍ​ກໍ​ສະທ້ານ​ຫວັ່ນໄຫວ​ຢ່າງ​ໜັກ.


ສຽງ​ຄວນຄາງ​ກັບ​ສຽງ​ຮ້ອງຂໍ​ໃຫ້​ຊ່ວຍເຫລືອ ຈະ​ມີ​ຢູ່​ໃນ​ທຸກ​ເມືອງ​ຂອງ​ຊາວ​ຟີລິດສະຕິນ ພວກເຈົ້າ​ທັງໝົດ​ຈະ​ປະສົບ​ຄວາມ​ໜ້າຢ້ານ ເພາະ​ມັນ​ເໝືອນ​ດັ່ງ​ເມກ​ກຳລັງ​ມາ​ຈາກ​ທາງ​ທິດເໜືອ ແມ່ນ​ກອງທັບ​ໜຶ່ງ​ທີ່​ມີ​ແຕ່​ຜູ້​ກ້າຫານ​ທັງນັ້ນ ທີ່​ກຳລັງ​ເດີນທາງ​ມາ.


ຜູ້ໃດ​ຜູ້ໜຶ່ງ​ທີ່​ບໍ່​ກົ້ມ​ລົງ​ຂາບ ຈະ​ຖືກ​ໂຍນ​ເຂົ້າ​ໄປ​ໃນ​ເຕົາ​ໄຟ​ທີ່​ກຳລັງ​ລຸກ​ໄໝ້​ຢູ່​ທັນທີ.”


ແຜ່ນດິນ​ໂລກ​ແລະ​ຟ້າ​ສະຫວັນ​ກໍ​ສັ່ນສະເທືອນ ເມື່ອ​ມັນ​ພາກັນ​ບຸກໜ້າ​ເຂົ້າ​ໄປ​ນັ້ນ; ດວງອາທິດ​ແລະ​ດວງຈັນ​ກໍ​ຄ່ອຍ​ມືດດຳໄປ ດວງດາວ​ບໍ່​ສ່ອງແສງ​ຕໍ່ໄປ​ອີກ.


ວັນນັ້ນ​ຈະ​ມືດຄື້ມ ແລະ​ມືດມົວ​ຫລາຍ ເປັນ​ວັນ​ທີ່​ມີ​ເມກຕຶບ ແລະ​ມືດໜາ​ແທ້ໆ. ຝູງຕັກແຕນ​ບຸກໜ້າ​ເປັນ​ກອງທັບ​ອັນ​ໃຫຍ່ ດັ່ງ​ມືດ​ກຳລັງ​ແຜ່​ອອກ​ໄປ​ທົ່ວ​ໜ່ວຍ​ພູເຂົາ. ບໍ່ເຄີຍ​ມີ​ຜູ້ໃດ​ເຫັນ​ສິ່ງ​ນີ້​ມາ​ແຕ່​ກ່ອນ​ເລີຍ ແລະ​ຈະ​ບໍ່ມີ​ຜູ້ໃດ​ເຫັນ​ເຊັ່ນນີ້​ຕໍ່ໄປ​ອີກ.


ເຮົາ​ຈະ​ເຮັດ​ການ​ອັດສະຈັນ​ທັງຫລາຍ ໃນ​ຈັກກະວານ​ແລະ​ທີ່​ເທິງ​ແຜ່ນດິນ​ໂລກ; ຈະ​ມີ​ເລືອດ, ມີ​ໄຟ ແລະ​ມີ​ຄວັນ​ເປັນ​ເສົາເມກ.


ເຮົາ​ຈະ​ບັນດານ​ໃຫ້ ມີ​ການ​ອັດສະຈັນ​ໃນ​ທ້ອງຟ້າ​ເບື້ອງເທິງ ແລະ​ໝາຍສຳຄັນ​ໃນ​ໂລກ​ເບື້ອງ​ລຸ່ມ ຈະ​ມີ​ເລືອດ ມີ​ໄຟ ແລະ​ມີ​ອາຍຄວັນ,


ຄວັນ​ແຫ່ງ​ການ​ທໍລະມານ​ຂອງ​ພວກເຂົາ ກໍ​ພຸ່ງ​ຂຶ້ນ​ຕະຫລອດໄປ​ເປັນນິດ. ຄົນ​ທັງຫລາຍ​ທີ່​ບູຊາ​ສັດຮ້າຍ ແລະ​ຮູບ​ຂອງ​ມັນ ກັບ​ຜູ້​ທີ່​ຮັບ​ເຄື່ອງໝາຍ​ຊື່​ຂອງ​ມັນ​ນັ້ນ ຈະ​ບໍ່ມີ​ເວລາ​ພັກຜ່ອນ ທັງ​ກາງເວັນ​ແລະ​ກາງຄືນ.”


ແລ້ວ​ເທວະດາ​ຕົນ​ທີ​ຫ້າ ກໍໄດ້​ຖອກ​ຂັນ​ຂອງຕົນ​ໃສ່​ບັນລັງ​ຂອງ​ສັດຮ້າຍ ຄວາມມືດ​ຈຶ່ງ​ຕົກ​ໃສ່​ອານາຈັກ​ຂອງ​ສັດຮ້າຍ ແລະ​ຄົນ​ເຫຼົ່ານັ້ນ​ກໍ​ກັດ​ລີ້ນ​ຂອງຕົນ​ເພາະ​ຄວາມ​ເຈັບປວດ


ເມື່ອ​ເທວະດາ​ຕົນ​ທີ​ສີ່​ໄດ້​ເປົ່າແກ​ຂຶ້ນ, ດວງ​ອາທິດ​ກໍ​ຖືກ​ທຳລາຍ​ເສຍ​ໜຶ່ງ​ສ່ວນ​ສາມ, ດວງຈັນ ແລະ​ດວງດາວ​ທັງຫລາຍ​ກໍ​ເໝືອນກັນ ຈຶ່ງ​ມືດ​ໄປ​ໜຶ່ງ​ສ່ວນ​ສາມ, ກາງເວັນ​ບໍ່​ສະຫວ່າງ​ໜຶ່ງ​ສ່ວນ​ສາມ ແລະ​ໃນ​ກາງຄືນ​ກໍ​ເໝືອນກັນ.


ເມື່ອ​ເທວະດາ​ຕົນ​ທີ​ຫ້າ​ເປົ່າແກ​ຂຶ້ນ, ຂ້າພະເຈົ້າ​ໄດ້​ເຫັນ​ດາວ​ດວງ​ໜຶ່ງ​ຕົກ​ຈາກ​ທ້ອງຟ້າ ລົງ​ມາ​ທີ່​ແຜ່ນດິນ​ໂລກ, ດາວ​ດວງ​ນີ້ ໄດ້​ຮັບ​ກະແຈ​ສຳລັບ​ປ່ອງ​ເຫວເລິກ.


ພວກ​ມັນ​ມີ​ກະສັດ​ອົງ​ໜຶ່ງ​ຄຸ້ມຄອງ ກະສັດ​ອົງ​ນັ້ນ ຄື​ບໍລິວານ​ຂອງ​ເຫວເລິກ​ນັ້ນ ຕາມ​ພາສາ​ເຮັບເຣີ​ເອີ້ນ​ວ່າ ອາບັດໂດນ ຊື່​ພາສາ​ກຣີກ​ເອີ້ນ​ວ່າ ອາໂປລິໂອນ (ໝາຍຄວາມວ່າ “ຜູ້​ທຳລາຍ”).


ໃນ​ນິມິດ​ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ດັ່ງນີ້ ມີ​ຝູງ​ມ້າ​ແລະ​ພວກ​ຄົນ​ຂີ່​ມ້າ ເຄື່ອງ​ປ້ອງກັນ​ເອິກ​ຂອງ​ພວກເຂົາ​ເປັນ​ສີແດງ​ຄື​ໄຟ ເປັນ​ສີຟ້າ​ຄື​ນິນ​ສີຄາມ ແລະ​ເປັນ​ສີເຫລືອງ​ຄື​ມາດ ຫົວ​ຂອງ​ມ້າ​ເຫຼົ່ານັ້ນ​ເໝືອນ​ຫົວ​ສິງ ມີ​ໄຟ ມີ​ຄວັນ ແລະ ມີ​ມາດ​ພຸ່ງ​ອອກ​ມາ​ຈາກ​ປາກ​ຂອງ​ພວກມັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka