Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 9:18 - ພຣະຄຳພີສັກສິ

18 ໜຶ່ງ​ສ່ວນ​ສາມ​ຂອງ​ມະນຸດ ໄດ້​ຖືກ​ຂ້າ​ດ້ວຍ​ໄພພິບັດ​ສາມ​ຢ່າງ​ນີ້ ຄື: ໄຟ, ຄວັນ ແລະ​ມາດ ທີ່​ໄດ້​ພຸ່ງ​ອອກ​ມາ​ຈາກ​ປາກ​ຂອງ​ຝູງ​ມ້າ​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

18 ໜຶ່ງສ່ວນສາມ​ຂອງ​ມະນຸດ​ຖືກ​ຂ້າ​ດ້ວຍ​ໄພພິບັດ​ສາມ​ຢ່າງ​ຄື: ໄຟ, ຄວັນ ແລະ ມາດ​ທີ່​ໄດ້​ພຸ່ງ​ອອກ​ມາ​ຈາກ​ປາກ​ຂອງ​ມ້າ.

Uka jalj uñjjattʼäta Copia luraña




ພຣະນິມິດ 9:18
9 Jak'a apnaqawi uñst'ayäwi  

ເມື່ອ​ເທວະດາ​ຕົນ​ທີ​ສາມ​ໄດ້​ເປົ່າແກ​ຂຶ້ນ ກໍ​ມີ​ດາວ​ໃຫຍ່​ດວງ​ໜຶ່ງ ທີ່​ໄຟ​ກຳລັງ​ໄໝ້​ຢູ່​ເໝືອນ​ກັບ​ກະບອງ ຕົກລົງ​ຈາກ​ທ້ອງຟ້າ ດາວ​ນັ້ນ​ຕົກ​ໃສ່​ແມ່ນໍ້າ​ໜຶ່ງ​ສ່ວນ​ສາມ ແລະ​ໃສ່​ນໍ້າພຸ​ທັງຫລາຍ.


(ດາວ​ດວງ​ນີ້ ມີ​ຊື່​ວ່າ, “ຂົມ.”) ໜຶ່ງ​ສ່ວນ​ສາມ​ຂອງ​ແມ່ນໍ້າ​ໄດ້​ກາຍເປັນ​ນໍ້າ​ຂົມ ແລະ​ມີ​ຄົນ​ຈຳນວນ​ຫລວງຫລາຍ​ຕາຍ​ຍ້ອນ​ນໍ້າ​ນັ້ນ​ມີ​ຣົດ​ຂົມ.


ເມື່ອ​ເທວະດາ​ຕົນ​ທີ​ສີ່​ໄດ້​ເປົ່າແກ​ຂຶ້ນ, ດວງ​ອາທິດ​ກໍ​ຖືກ​ທຳລາຍ​ເສຍ​ໜຶ່ງ​ສ່ວນ​ສາມ, ດວງຈັນ ແລະ​ດວງດາວ​ທັງຫລາຍ​ກໍ​ເໝືອນກັນ ຈຶ່ງ​ມືດ​ໄປ​ໜຶ່ງ​ສ່ວນ​ສາມ, ກາງເວັນ​ບໍ່​ສະຫວ່າງ​ໜຶ່ງ​ສ່ວນ​ສາມ ແລະ​ໃນ​ກາງຄືນ​ກໍ​ເໝືອນກັນ.


ເມື່ອ​ເທວະດາ​ຕົນ​ທຳອິດ​ເປົ່າແກ​ຂຶ້ນ ມີ​ໝາກເຫັບ​ແລະ​ໄຟ​ປົນ​ເລືອດ ຖືກ​ຖິ້ມ​ລົງ​ມາ​ເທິງ​ແຜ່ນດິນ​ໂລກ, ໜຶ່ງ​ສ່ວນ​ສາມ​ຂອງ​ແຜ່ນດິນ​ໂລກ​ຖືກ​ໄໝ້, ໜຶ່ງ​ສ່ວນ​ສາມ​ຂອງ​ຕົ້ນໄມ້​ກໍ​ຖືກ​ໄໝ້ ແລະ​ຫຍ້າ​ຂຽວ​ສົດ​ທຸກ​ໃບ​ກໍ​ຖືກ​ເຜົາ​ໄໝ້​ໄປ​ໝົດ.


ເມື່ອ​ເທວະດາ​ຕົນ​ທີ​ສອງ​ເປົ່າແກ​ຂຶ້ນ, ກໍ​ມີ​ສິ່ງ​ໜຶ່ງ​ເໝືອນ​ພູເຂົາ​ໜ່ວຍ​ໃຫຍ່​ທີ່​ໄຟ​ກຳລັງ​ໄໝ້​ຢູ່ ໄດ້​ຖືກ​ຖິ້ມ​ລົງ​ໃນ​ທະເລ ແລະ​ໜຶ່ງ​ສ່ວນ​ສາມ​ຂອງ​ທະເລ​ໄດ້​ກາຍເປັນ​ເລືອດ,


ໜຶ່ງ​ສ່ວນ​ສາມ​ຂອງ​ສິ່ງທີ່ມີ​ຊີວິດ​ຢູ່​ໃນ​ທະເລ​ກໍໄດ້​ຕາຍໄປ ແລະ​ໜຶ່ງ​ສ່ວນ​ສາມ​ຂອງ​ເຮືອ​ທັງຫລາຍ​ໄດ້​ຖືກ​ທຳລາຍ.


ເທວະດາ​ເຫຼົ່ານັ້ນ ເປັນ​ພວກ​ທີ່​ພຣະເຈົ້າ​ຕຽມ​ໄວ້​ສຳລັບ​ໂມງ, ວັນ, ເດືອນ ແລະ ປີ ຊຶ່ງ​ໄດ້​ຖືກ​ປ່ອຍ​ໄປ​ຂ້າ​ມະນຸດ​ສະໂລກ​ເສຍ​ໜຶ່ງ​ສ່ວນ​ສາມ.


ໃນ​ນິມິດ​ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ດັ່ງນີ້ ມີ​ຝູງ​ມ້າ​ແລະ​ພວກ​ຄົນ​ຂີ່​ມ້າ ເຄື່ອງ​ປ້ອງກັນ​ເອິກ​ຂອງ​ພວກເຂົາ​ເປັນ​ສີແດງ​ຄື​ໄຟ ເປັນ​ສີຟ້າ​ຄື​ນິນ​ສີຄາມ ແລະ​ເປັນ​ສີເຫລືອງ​ຄື​ມາດ ຫົວ​ຂອງ​ມ້າ​ເຫຼົ່ານັ້ນ​ເໝືອນ​ຫົວ​ສິງ ມີ​ໄຟ ມີ​ຄວັນ ແລະ ມີ​ມາດ​ພຸ່ງ​ອອກ​ມາ​ຈາກ​ປາກ​ຂອງ​ພວກມັນ.


ດ້ວຍວ່າ, ຣິດເດດ​ຂອງ​ມ້າ​ນັ້ນ ມີ​ຢູ່​ໃນ​ປາກ​ແລະ​ໃນ​ຫາງ​ຂອງ​ມັນ​ເໝືອນກັນ. ຫາງ​ຂອງ​ພວກ​ມັນ​ເປັນ​ດັ່ງ​ງູ ແລະ​ມີ​ຫົວ​ຊຶ່ງ​ພວກ​ມັນ​ໃຊ້​ທຳຮ້າຍ​ມະນຸດ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka