Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 9:16 - ພຣະຄຳພີສັກສິ

16 ຂ້າພະເຈົ້າ​ໄດ້ຍິນ​ວ່າ ມີ​ພົນ​ທະຫານ​ມ້າ​ຢູ່​ສອງຮ້ອຍ​ລ້ານ​ຄົນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

16 ຈຳນວນ​ພົນ​ທະຫານ​ມ້າ​ມີ​ສອງຮ້ອຍລ້ານ. ຂ້າພະເຈົ້າ​ໄດ້​ຍິນ​ຈຳນວນ​ຂອງ​ພວກເຂົາ.

Uka jalj uñjjattʼäta Copia luraña




ພຣະນິມິດ 9:16
7 Jak'a apnaqawi uñst'ayäwi  

ດ້ວຍ​ລົດຮົບ​ຢ່າງດີ​ພັນໆ​ຄັນ​ຂອງ​ພຣະອົງ​ນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ສະເດັດ​ມາ​ຈາກ​ພູເຂົາ​ຊີນາຍ ສູ່​ສະຖານທີ່​ສັກສິດ.


ພວກເຂົາ​ນຸ່ງ​ເຄື່ອງແບບ​ສີມ່ວງ ເປັນ​ພວກ​ເຈົ້ານາຍ​ຂຸນນາງ ແລະ​ນາຍ​ທະຫານ​ຊັ້ນ​ຜູ້ໃຫຍ່; ພວກເຂົາ​ລ້ວນແຕ່​ເປັນ​ຊາຍໜຸ່ມ​ທີ່​ໜຸ່ມແໜ້ນ​ຮູບຮ່າງ​ງາມ​ຂີ່​ມ້າ.


ເຮົາ​ຈະ​ປິ່ນ​ເຈົ້າ​ກັບຄືນ​ແລະ​ເອົາ​ເບັດ​ເກາະ​ທີ່​ຄາງກະໄຕ ແລະ​ລາກ​ເຈົ້າ​ໃຫ້​ໜີໄປ​ພ້ອມ​ກັບ​ກອງທັບ. ກອງທັບ​ຂອງ​ເຈົ້າ​ປະກອບ​ດ້ວຍ​ຝູງ​ມ້າ​ແລະ​ທະຫານ​ມ້າ​ທີ່​ສວມ​ເຄື່ອງແບບ; ພວກເຂົາ​ມີ​ຈຳນວນ​ຫລວງຫລາຍ ແລະ​ທະຫານ​ແຕ່ລະຄົນ​ກໍ​ຖື​ໂລ້​ແລະ​ດາບ.


ເມື່ອ​ເວລາ​ກຳນົດ​ຂອງ​ກະສັດ​ແຫ່ງ​ຊີເຣຍ​ໃກ້​ຈະ​ໝົດ​ແລ້ວ ກະສັດ​ແຫ່ງ​ເອຢິບ​ຈະ​ໂຈມຕີ​ລາວ. ແຕ່​ລາວ​ຈະ​ໃຊ້​ກຳລັງ​ອຳນາດ​ທັງໝົດ​ຕໍ່ສູ້​ຄືນ ຄື​ໃຊ້​ລົດຮົບ, ຝູງ​ມ້າ​ຮົບ ແລະ​ເຮືອ​ເປັນ​ຈຳນວນ​ຫລາຍ. ລາວ​ຈະ​ບຸກໂຈມຕີ​ຫລາຍ​ປະເທດ​ເໝືອນ​ນໍ້າ​ໄຫລ​ຖ້ວມ.


ແລະ​ມີ​ແປວໄຟ​ຟົ້ງ​ອອກ​ຈາກ​ທີ່​ນັ້ນ. ມີ​ຫລາຍ​ພັນ​ຄົນ​ບົວລະບັດ​ຮັບໃຊ້​ເພິ່ນ​ຢູ່​ທີ່​ນັ້ນ ແລະ​ມີ​ຫລາຍ​ລ້ານ​ຄົນ​ຢືນ​ຢູ່​ຊ້ອງໜ້າ​ເພິ່ນ. ສານ​ເລີ່ມ​ການ​ພິພາກສາ ແລະ​ໜັງສື​ຕ່າງໆ​ກໍ​ຖືກ​ເປີດ​ອອກ.


ອີກເທື່ອໜຶ່ງ ຂ້າພະເຈົ້າ​ໄດ້​ຫລຽວ​ເບິ່ງ ແລະ​ໄດ້ຍິນ​ສຽງ​ຂອງ​ຝູງ​ເທວະດາ​ເປັນ​ຈຳນວນ​ຫລວງຫລາຍ​ນັບ​ເປັນ​ໂກດໆ ແສນໆ ຊຶ່ງ​ຢືນ​ອ້ອມ​ພຣະຣາຊບັນລັງ​ອ້ອມ​ສິ່ງທີ່ມີ​ຊີວິດ​ທັງ​ສີ່ ແລະ​ອ້ອມ​ພວກ​ຜູ້​ອາວຸໂສ​ນັ້ນ


ແລະ​ຂ້າພະເຈົ້າ​ໄດ້ຍິນ​ວ່າ ຈຳນວນ​ຜູ້​ທີ່​ໄດ້​ຮັບ​ການ​ປະທັບຕາ​ຂອງ​ພຣະເຈົ້າ​ໃສ່​ໜ້າຜາກ​ນັ້ນ ມີ​ແສນ​ສີ່ໝື່ນ​ສີ່ພັນ​ຄົນ. ຄົນ​ເຫຼົ່ານີ້​ມາ​ຈາກ​ສິບສອງ​ຕະກຸນ​ໃນ​ພວກ​ອິດສະຣາເອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka