Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 9:14 - ພຣະຄຳພີສັກສິ

14 ສຽງ​ນັ້ນ​ສັ່ງ​ເທວະດາ​ຕົນ​ທີ​ຫົກ​ທີ່​ຖື​ແກ​ນັ້ນ​ວ່າ, “ຈົ່ງ​ປົດປ່ອຍ​ເທວະດາ​ທັງ​ສີ່ ທີ່​ຖືກ​ມັດ​ໄວ້​ໃກ້​ແມ່ນໍ້າ​ໃຫຍ່ ເອີຟຣັດ ນັ້ນ​ເສຍ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

14 ສຽງ​ນັ້ນ​ກ່າວ​ຕໍ່​ເທວະດາ​ຕົນ​ທີຫົກ​ທີ່​ຖື​ແກ​ຢູ່​ວ່າ, “ຈົ່ງ​ປົດປ່ອຍ​ເທວະດາ​ທັງ​ສີ່​ທີ່​ຖືກ​ມັດ​ໄວ້​ທີ່​ແມ່ນ້ຳ​ໃຫຍ່​ຊື່​ວ່າ​ເອີຟຣັດ”.

Uka jalj uñjjattʼäta Copia luraña




ພຣະນິມິດ 9:14
12 Jak'a apnaqawi uñst'ayäwi  

ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ຕັ້ງ​ພັນທະສັນຍາ​ກັບ​ອັບຣາມ ໂດຍ​ກ່າວ​ວ່າ, “ເຮົາ​ສັນຍາ​ວ່າ ຈະ​ມອບ​ດິນແດນ​ທັງໝົດ​ນີ້​ໃຫ້​ແກ່​ເຊື້ອສາຍ​ຂອງ​ເຈົ້າ ຄື​ດິນແດນ​ຕັ້ງແຕ່​ເຂດແດນ​ຂອງ​ເອຢິບ ຈົນ​ໄປ​ເຖິງ​ແມ່ນໍ້າ​ໃຫຍ່​ເອີຟຣັດ


ສາຍ​ທີ​ສາມ​ຊື່​ວ່າ ຕິກຣິດ​ຊຶ່ງ​ໄຫລ​ຜ່ານ​ດິນແດນ​ປະເທດ​ອັດຊີເຣຍ ແລະ​ສາຍ​ທີ​ສີ່ ຊື່​ວ່າ ເອີຟຣັດ.


ຕໍ່ມາ ເພິ່ນ​ໄດ້​ເອົາ​ຊະນະ​ເຈົ້າ​ຮາດາເດເຊ​ລູກຊາຍ​ຂອງ​ເຣໂຮບ ກະສັດ​ແຫ່ງ​ຊີເຣຍ​ທີ່​ເມືອງ​ໂຊບາ ໃນ​ຂະນະທີ່​ເພິ່ນ​ໄປ​ຕີ​ເອົາ​ເຂດແດນ​ທາງ​ພາກເໜືອ​ຂອງ​ແມ່ນໍ້າ​ເອີຟຣັດ​ຄືນ.


ເສຣາອີຢາ​ເອີຍ ເມື່ອ​ເຈົ້າ​ອ່ານ​ພຣະທຳ​ນີ້​ສູ່​ປະຊາຊົນ​ຟັງ​ຈົບ​ແລ້ວ ເຈົ້າ​ຈົ່ງ​ມັດ​ມັນ​ໃສ່​ກັບ​ຫີນ​ກ້ອນ​ໜຶ່ງ ແລະ​ຖິ້ມ​ມັນ​ລົງ​ໃນ​ແມ່ນໍ້າ​ເອີຟຣັດ


ບັດນີ້ ຈົ່ງ​ມ້າງ​ຄ້າຍ​ແລະ​ຍົກຍ້າຍ​ໄປ​ຕໍ່. ຈົ່ງ​ໄປ​ທີ່​ເຂດ​ເນີນພູ​ຂອງ​ຊາວ​ອາໂມ ແລະ​ທົ່ວ​ອານາ​ເຂດ​ອ້ອມແອ້ມ​ທັງໝົດ​ນັ້ນ ເຊັ່ນ: ຮ່ອມພູ​ຈໍແດນ, ເຂດ​ເນີນພູ​ແລະ​ທົ່ງພຽງ, ເຂດ​ພາກໃຕ້ ແລະ​ແຄມ​ຝັ່ງ​ທີ່​ທະເລ​ເມດີແຕຣາເນ. ຈົ່ງ​ໄປ​ທີ່​ດິນແດນ​ຂອງ​ຊາວ​ການາອານ, ເທິງ​ພູ​ເລບານອນ ແລະ​ແມ່ນໍ້າ​ໃຫຍ່​ເອີຟຣັດ.


ເຂດແດນ​ຂອງ​ພວກເຈົ້າ​ຈະ​ຂະຫຍາຍ​ອອກ​ໄປ ຕັ້ງແຕ່​ຖິ່ນ​ແຫ້ງແລ້ງ​ກັນດານ​ທາງທິດໃຕ້ ຈົນເຖິງ​ພູເຂົາ​ເລບານອນ​ທາງທິດເໜືອ; ຕັ້ງແຕ່​ແມ່ນໍ້າ​ໃຫຍ່​ເອີຟຣັດ​ທາງທິດ​ຕາເວັນອອກ ຕະຫລອດ​ທັງ​ດິນແດນ​ຂອງ​ຊາວ​ຮິດຕີ ຈົນເຖິງ​ທະເລ​ເມດີ​ແຕຣາເນ​ທາງທິດ​ຕາເວັນຕົກ.


ແລ້ວ​ເທວະດາ​ຕົນ​ທີ​ຫົກ ກໍໄດ້​ຖອກ​ຂັນ​ຂອງຕົນ​ໃສ່​ແມ່ນໍ້າ​ໃຫຍ່​ເອີຟຣັດ ແມ່ນໍ້າ​ນັ້ນ​ໄດ້​ແຫ້ງ​ໄປ ເພື່ອ​ຕຽມ​ຫົນທາງ​ໄວ້​ໃຫ້​ບັນດາ​ກະສັດ ທີ່​ມາ​ຈາກ​ທິດ​ຕາເວັນອອກ.


ຫລັງຈາກ​ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ສີ່​ຕົນ ຢືນ​ຢູ່​ໃນ​ທິດ​ທັງ​ສີ່​ຂອງ​ແຜ່ນດິນ​ໂລກ ຫ້າມ​ລົມ​ທັງ​ສີ່​ທິດ​ບໍ່​ໃຫ້​ພັດ​ໃສ່​ແຜ່ນດິນ ຫລື​ໃສ່​ທະເລ ຫລື​ໃສ່​ຕົ້ນໄມ້​ໃດໆ.


ແລະ​ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ອີກ​ຕົນ​ໜຶ່ງ ປາກົດ​ຂຶ້ນ​ຈາກ​ທິດ​ຕາເວັນອອກ ຖື​ຕາປະທັບ​ຂອງ​ພຣະເຈົ້າ​ອົງ​ຊົງພຣະຊົນ​ຢູ່. ເທວະດາ​ຕົນ​ນັ້ນ ໄດ້​ຮ້ອງ​ສຽງດັງ​ໃສ່​ເທວະດາ​ທັງ​ສີ່ ຜູ້​ທີ່​ພຣະເຈົ້າ​ໃຫ້​ມີ​ສິດ​ອຳນາດ​ທຳລາຍ​ແຜ່ນດິນ​ໂລກ​ແລະ​ທະເລ​ນັ້ນ.


ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ເທວະດາ​ເຈັດ​ຕົນ ຢືນ​ຢູ່​ຊ້ອງໜ້າ​ພຣະເຈົ້າ ແລະ​ເທວະດາ​ເຫຼົ່ານີ້​ໄດ້​ຮັບ​ແກ​ເຈັດ​ອັນ.


ແລ້ວ​ເທວະດາ​ທັງ​ເຈັດ​ຕົນ ທີ່​ຖື​ແກ​ເຈັດ​ອັນ​ນັ້ນ ຕ່າງ​ກໍ​ຕຽມພ້ອມ​ທີ່​ຈະ​ເປົ່າ.


ເທວະດາ​ເຫຼົ່ານັ້ນ ເປັນ​ພວກ​ທີ່​ພຣະເຈົ້າ​ຕຽມ​ໄວ້​ສຳລັບ​ໂມງ, ວັນ, ເດືອນ ແລະ ປີ ຊຶ່ງ​ໄດ້​ຖືກ​ປ່ອຍ​ໄປ​ຂ້າ​ມະນຸດ​ສະໂລກ​ເສຍ​ໜຶ່ງ​ສ່ວນ​ສາມ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka