Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 9:11 - ພຣະຄຳພີສັກສິ

11 ພວກ​ມັນ​ມີ​ກະສັດ​ອົງ​ໜຶ່ງ​ຄຸ້ມຄອງ ກະສັດ​ອົງ​ນັ້ນ ຄື​ບໍລິວານ​ຂອງ​ເຫວເລິກ​ນັ້ນ ຕາມ​ພາສາ​ເຮັບເຣີ​ເອີ້ນ​ວ່າ ອາບັດໂດນ ຊື່​ພາສາ​ກຣີກ​ເອີ້ນ​ວ່າ ອາໂປລິໂອນ (ໝາຍຄວາມວ່າ “ຜູ້​ທຳລາຍ”).

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

11 ພວກມັນ​ມີ​ເທວະດາ​ແຫ່ງ​ເຫວເລິກ​ເປັນ​ກະສັດ​ປົກຄອງ​ພວກມັນ, ເຊິ່ງ​ມີ​ຊື່​ໃນ​ພາສາ​ເຮັບເຣີ​ວ່າ​ອາບັດໂດນ ແລະ ມີ​ຊື່​ໃນ​ພາສາ​ກຣີກ​ວ່າ​ອາໂປລິໂອນ (ມີ​ຄວາມໝາຍ​ວ່າ, ຜູ້ທຳລາຍ).

Uka jalj uñjjattʼäta Copia luraña




ພຣະນິມິດ 9:11
18 Jak'a apnaqawi uñst'ayäwi  

ແດນ​ມໍຣະນາ​ກໍ​ເປີດແບ​ອອກ​ຢູ່​ຕໍ່ໜ້າ​ພຣະອົງ ບໍ່ມີ​ຜ້າ​ປົກຄຸມ​ບັງ​ຈາກ​ສາຍຕາ​ຂອງ​ພຣະເຈົ້າ.


ແມ່ນແຕ່​ຄວາມຕາຍ ແລະ​ການທຳລາຍ​ກໍດີ ‘ກໍ​ຍັງ​ຮັບ​ວ່າ​ໄດ້ຍິນ​ພຽງແຕ່​ສຽງ​ເລົ່າລືກັນ​ເທົ່ານັ້ນ.’


ນັ້ນ​ຈະ​ເປັນ​ດັ່ງ​ໄຟ​ຮ້ອນ​ໃນ​ນະຣົກ​ເຜົາຜານ ກຳລັງ​ທຳລາຍ​ທຸກສິ່ງ​ທຸກ​ອັນ ທີ່​ຂ້ອຍ​ຄອບຄອງ​ຢູ່​ນັ້ນ.


ຄົນຕາຍ​ຈະ​ກ່າວ​ເຖິງ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ​ເປັນ​ບໍ? ພວກເຂົາ​ຈະ​ປະກາດ​ເຖິງ​ຄວາມຮັກ​ອັນ​ໝັ້ນຄົງ ຂອງ​ພຣະອົງ​ໃນ​ຂຸມຝັງສົບ​ໄດ້​ຫລື? ຫລື​ຈະ​ກ່າວ​ເຖິງ​ຄວາມ​ສັດຊື່​ຂອງ​ພຣະອົງ ໃນ​ແດນ​ແຫ່ງ​ຄວາມພິນາດ​ໄດ້​ຫລືບໍ່?


ພຣະເຈົ້າຢາເວ​ຮູ້​ທຸກສິ່ງ​ທີ່​ເກີດຂຶ້ນ​ໃນ​ແດນ​ມໍຣະນາ ມະນຸດ​ຄິດ​ຫຍັງ​ພຣະອົງ​ກໍ​ຮູ້.


ຜີມານຮ້າຍ​ເຫຼົ່ານີ້​ຂໍຮ້ອງ​ນຳ​ພຣະເຢຊູເຈົ້າ ບໍ່​ໃຫ້​ສົ່ງ​ພວກ​ມັນ​ລົງ​ໄປ​ໃນ​ເຫວເລິກ.


ບັດນີ້​ເຖິງ​ເວລາ​ແລ້ວ ທີ່​ໂລກ​ຈະ​ຕ້ອງ​ຖືກ​ຕັດສິນ ຜູ້ປົກຄອງ​ໂລກ​ຈະ​ຖືກ​ລຶບລ້າງ​ເສຍ.


ແຕ່​ນີ້​ໄປ ເຮົາ​ຈະ​ບໍ່​ສົນທະນາ​ຫລາຍ​ຄຳ​ກັບ​ພວກເຈົ້າ ເພາະ​ຜູ້ປົກຄອງ​ໂລກນີ້​ກຳລັງ​ມາ ຜູ້​ນັ້ນ​ບໍ່ມີ​ສິດອຳນາດ​ເໜືອ​ເຮົາ


ສ່ວນ​ເລື່ອງ​ການ​ພິພາກສາ​ນັ້ນ ຄື​ເພາະ​ຜູ້ປົກຄອງ​ໂລກ​ນີ້​ໄດ້​ຖືກ​ພິພາກສາ​ແລ້ວ.”


ໃນ​ນະຄອນ​ເຢຣູຊາເລັມ​ໃກ້​ແຄມ​ປະຕູ​ແກະ​ມີ​ສະນໍ້າ​ໜ່ວຍ​ໜຶ່ງ ຕາມ​ພາສາ​ເຮັບເຣີ​ເອີ້ນ​ສະນັ້ນ​ວ່າ, ເບັດຊະທາ ທີ່​ມີ​ສາລາ​ຫ້າ​ຫລັງ​ອ້ອມ​ຢູ່.


ເຈົ້າ​ທັງຫລາຍ​ມາ​ຈາກ​ພໍ່​ຂອງ​ພວກເຈົ້າ​ຄື​ມານຮ້າຍ, ພວກເຈົ້າ​ຢາກ​ປະຕິບັດ​ຕາມ​ຄວາມ​ປາຖະໜາ​ຂອງ​ພໍ່​ເຈົ້າ ຄື​ຕັ້ງແຕ່​ຕົ້ນເດີມ​ມາ​ມັນ​ເປັນ​ຜູ້ຂ້າຄົນ ແລະ​ບໍ່ເຄີຍ​ຢູ່​ຝ່າຍ​ຄວາມຈິງ ເພາະ​ໃນ​ຕົວ​ຂອງ​ມັນ​ບໍ່ມີ​ຄວາມຈິງ ເມື່ອ​ມັນ​ເວົ້າ​ຕົວະ​ມັນ​ກໍເວົ້າ​ຕາມ​ສັນດານ​ຂອງ​ມັນ ເພາະ​ມັນ​ເປັນ​ຜູ້​ຕົວະ ແລະ​ເປັນ​ພໍ່​ຂອງ​ການ​ຕົວະ.


ສຳລັບ​ຄົນ​ທີ່​ບໍ່​ເຊື່ອ​ນັ້ນ ພະ​ຂອງ​ໂລກນີ້​ໄດ້​ເຮັດ​ໃຫ້​ຈິດໃຈ​ຂອງ​ພວກເຂົາ​ມືດມົວ​ໄປ ເພື່ອ​ບໍ່​ໃຫ້​ພວກເຂົາ​ເຫັນ​ແສງ​ສະຫວ່າງ​ຂອງ​ຂ່າວປະເສີດ ເລື່ອງ​ພຣະ​ສະຫງ່າຣາສີ​ຂອງ​ພຣະຄຣິດ ຜູ້​ຊົງ​ມີ​ລັກສະນະ​ຂອງ​ພຣະເຈົ້າ.


ໃນ​ເວລາ​ນັ້ນ ພວກເຈົ້າ​ໄດ້​ປະຕິບັດ​ຕາມ​ທາງ​ອັນ​ຊົ່ວຊ້າ​ແຫ່ງ​ໂລກນີ້ ຄື​ພວກເຈົ້າ​ເຊື່ອຟັງ​ຕາມ​ຜູ້​ທີ່​ມີ​ຣິດອຳນາດ​ປົກຄອງ​ຢູ່​ໃນ​ຍ່ານ​ອາກາດ ຄື​ວິນຍານ​ຊຶ່ງ​ຄອບງຳ​ຢູ່​ໃນ​ທ່າມກາງ​ຜູ້​ທີ່​ບໍ່​ເຊື່ອຟັງ​ພຣະເຈົ້າ.


ລູກ​ນ້ອຍ​ທັງຫລາຍ​ເອີຍ, ສ່ວນ​ເຈົ້າ​ທັງຫລາຍ​ກໍ​ເປັນ​ຝ່າຍ​ພຣະເຈົ້າ ແລະ​ໄດ້​ຊະນະ​ເຂົາ​ເຫຼົ່ານັ້ນ​ແລ້ວ, ເພາະວ່າ​ພຣະອົງ​ຜູ້​ຊົງ​ສະຖິດ​ຢູ່​ໃນ​ພວກເຈົ້າ ຊົງ​ເປັນ​ໃຫຍ່​ກວ່າ​ຜູ້ນັ້ນ​ທີ່​ຢູ່​ໃນ​ໂລກ.


ເຮົາ​ທັງຫລາຍ​ຮູ້​ແລ້ວ​ວ່າ ພວກເຮົາ​ເກີດ​ຈາກ​ພຣະເຈົ້າ ມະນຸດສະໂລກ​ທັງໝົດ​ຈົມ​ຢູ່​ໃຕ້​ອຳນາດ​ຂອງ​ມານຊົ່ວຮ້າຍ.


ພະຍານາກ​ໃຫຍ່ ຊຶ່ງ​ເປັນ​ງູ​ແຕ່​ດຶກດຳບັນ​ທີ່​ເຂົາ​ເອີ້ນ​ວ່າ ມານຮ້າຍ ແລະມານຊາຕານ ຜູ້​ຫລອກລວງ​ມະນຸດ​ທັງ​ໂລກ ກໍ​ຖືກ​ຊັດ​ຖິ້ມ​ລົງ​ເສຍ ມັນ​ກັບ​ບໍລິວານ​ຂອງ​ມັນ ກໍ​ຖືກ​ຊັດຖິ້ມ​ລົງ​ເທິງ​ແຜ່ນດິນ​ໂລກ.


ແລະ​ວິນຍານ​ເຫຼົ່ານັ້ນ ໄດ້​ພາ​ກະສັດ​ທັງຫລາຍ​ມາ​ຊຸມນຸມ​ກັນ​ໃນ​ບ່ອນ​ໜຶ່ງ ຕາມ​ພາສາ​ເຮັບເຣີ​ເອີ້ນ​ວ່າ, “ອາມາເຄໂດນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka