Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 9:1 - ພຣະຄຳພີສັກສິ

1 ເມື່ອ​ເທວະດາ​ຕົນ​ທີ​ຫ້າ​ເປົ່າແກ​ຂຶ້ນ, ຂ້າພະເຈົ້າ​ໄດ້​ເຫັນ​ດາວ​ດວງ​ໜຶ່ງ​ຕົກ​ຈາກ​ທ້ອງຟ້າ ລົງ​ມາ​ທີ່​ແຜ່ນດິນ​ໂລກ, ດາວ​ດວງ​ນີ້ ໄດ້​ຮັບ​ກະແຈ​ສຳລັບ​ປ່ອງ​ເຫວເລິກ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

1 ເທວະດາ​ຕົນ​ທີຫ້າ​ເປົ່າ​ແກ​ຂອງ​ຕົນ ແລະ ຂ້າພະເຈົ້າ​ໄດ້​ເຫັນ​ດາວ​ດວງ​ໜຶ່ງ​ຕົກ​ຈາກ​ຟ້າ​ລົງ​ມາ​ເທິງ​ແຜ່ນດິນໂລກ. ດາວ​ນັ້ນ​ໄດ້​ຮັບ​ກະແຈ​ໄຂ​ປ່ອງ​ຂອງ​ເຫວເລິກ.

Uka jalj uñjjattʼäta Copia luraña




ພຣະນິມິດ 9:1
20 Jak'a apnaqawi uñst'ayäwi  

ລູຊີເຟີ ດວງດາວ​ສ່ອງໃສ​ໃນ​ຕອນເຊົ້າ​ເອີຍ ເຈົ້າ​ໄດ້​ຕົກລົງ​ຈາກ​ສະຫວັນ​ແລ້ວ​ນໍ ໃນ​ອະດີດ​ນັ້ນ ເຈົ້າ​ໄດ້​ຕີ​ຊະນະ​ຫລາຍໆ​ຊົນຊາດ ແຕ່​ບັດນີ້ ເຈົ້າ​ພັດ​ຖືກ​ໂຍນ​ລົງ​ຂີ້ດິນ.


ພຣະເຢຊູເຈົ້າ​ກ່າວ​ກັບ​ພວກເພິ່ນ​ວ່າ, “ເຮົາ​ໄດ້​ເຫັນ​ມານຊາຕານ​ຕົກລົງ​ຈາກ​ຟ້າ ດັ່ງ​ຟ້າ​ແມບ.


ຜີມານຮ້າຍ​ເຫຼົ່ານີ້​ຂໍຮ້ອງ​ນຳ​ພຣະເຢຊູເຈົ້າ ບໍ່​ໃຫ້​ສົ່ງ​ພວກ​ມັນ​ລົງ​ໄປ​ໃນ​ເຫວເລິກ.


“ຫລື ‘ຜູ້ໃດ​ຈະ​ລົງ​ໄປ​ໃນ​ເຫວເລິກ?”’ (ຄື​ນຳ​ເອົາ​ພຣະຄຣິດ​ໃຫ້​ເປັນ​ຄືນ​ມາ​ຈາກ​ຕາຍ).


ແລະ​ເຮົາ​ເປັນ​ຜູ້​ມີ​ຊີວິດ​ຢູ່ ເຮົາ​ໄດ້​ຕາຍໄປ​ແລ້ວ ແຕ່​ເບິ່ງແມ! ເຮົາ​ກໍ​ມີ​ຊີວິດ​ຢູ່​ນິຣັນດອນ. ເຮົາ​ຖື​ລູກ​ກະແຈ​ແຫ່ງ​ຄວາມຕາຍ​ແລະ​ແດນ​ມໍຣະນາ.


ນີ້​ແມ່ນ​ຄວາມ​ເລິກລັບ​ຂອງ​ດາວ​ທັງ​ເຈັດ ທີ່​ເຈົ້າ​ເຫັນ​ຢູ່​ໃນ​ມື​ຂວາ​ຂອງເຮົາ ແລະ​ຄັນ​ຕະກຽງ​ຄຳ​ທັງ​ເຈັດ​ນັ້ນ ກໍ​ຄື​ດາວ​ເຈັດ​ດວງ​ນັ້ນ ໄດ້​ແກ່​ເທວະດາ​ແຫ່ງ​ຄຣິສຕະຈັກ​ທັງ​ເຈັດ ແລະ​ຄັນ​ຕະກຽງ​ຄຳ​ເຈັດ​ອັນ ໄດ້​ແກ່​ຄຣິສຕະຈັກ​ທັງ​ເຈັດ.”


ເມື່ອ​ພະຍານ​ທັງສອງ ສິ້ນສຸດ​ການ​ປະກາດ​ພຣະທຳ​ຂອງ​ພຣະເຈົ້າ​ແລ້ວ ຈະ​ມີ​ສັດຮ້າຍ​ອອກ​ມາ​ຈາກ​ເຫວເລິກ ແລະ​ຈະ​ຕໍ່ສູ້​ພວກເພິ່ນ. ສັດຮ້າຍ​ນັ້ນ​ຈະ​ຊະນະ​ພວກເພິ່ນ ແລະ​ຂ້າ​ພວກເພິ່ນ​ເສຍ.


ສັດຮ້າຍ​ທີ່​ທ່ານ​ໄດ້​ເຫັນ​ນັ້ນ ໄດ້​ເປັນ​ຢູ່​ໃນ​ຄາວ​ກ່ອນ ແຕ່​ບັດນີ້​ບໍ່ໄດ້​ເປັນ​ຢູ່ ມັນ​ກຳລັງ​ຈະ​ຂຶ້ນ​ມາ​ຈາກ​ເຫວເລິກ ເພື່ອ​ໄປ​ສູ່​ຄວາມ​ຈິບຫາຍ ບັນດາ​ຊາວ​ໂລກ​ທີ່​ບໍ່ມີ​ຊື່​ຈົດ​ໄວ້​ໃນ​ທະບຽນ​ແຫ່ງ​ຊີວິດ ຕັ້ງແຕ່​ເລີ່ມຕົ້ນ​ຊົງ​ສ້າງ​ໂລກ​ນັ້ນ ກໍ​ຈະ​ປະຫລາດ​ໃຈ ເມື່ອ​ພວກເຂົາ​ເຫັນ​ສັດຮ້າຍ​ທີ່​ໄດ້​ເປັນ​ຢູ່​ໃນ​ຄາວ​ກ່ອນ ແຕ່​ບັດນີ້​ບໍ່ໄດ້​ເປັນ​ຢູ່ ແລະ​ກຳລັງ​ຈະ​ມາ​ປາກົດ​ອີກ.”


ແລ້ວ​ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ຕົນ​ໜຶ່ງ​ລົງ​ມາ​ຈາກ​ສະຫວັນ, ເພິ່ນ​ຖື​ກະແຈ​ຂອງ​ເຫວເລິກ​ແລະ​ຖື​ໂສ້​ເສັ້ນ​ໃຫຍ່.


ສ່ວນ​ມານຮ້າຍ​ທີ່​ຫລອກລວງ​ຄົນ​ເຫຼົ່ານັ້ນ ກໍໄດ້​ຖືກ​ຖິ້ມ​ລົງ​ໃນ​ບຶງໄຟ​ປົນ​ກັບ​ມາດ​ບ່ອນ​ທີ່​ສັດຮ້າຍ ແລະ​ຜູ້​ປະກາດ​ພຣະທຳ​ປອມ​ໄດ້​ຖືກ​ຖິ້ມ​ລົງ​ໄປ​ແລ້ວ​ນັ້ນ ແລະ​ພວກ​ມັນ​ຈະ​ຕ້ອງ​ຖືກ​ທົນທຸກ​ທໍລະມານ ທັງ​ກາງເວັນ​ແລະ​ກາງຄືນ ຢູ່​ຕະຫລອດ​ນິຣັນດອນ.


ດວງດາວ​ທັງຫລາຍ​ໃນ​ທ້ອງຟ້າ​ກໍ​ຕົກລົງ​ເທິງ​ແຜ່ນດິນ ເໝືອນ​ດັ່ງ​ໝາກເດື່ອ​ດິບ​ຕົກ​ຫລົ່ນ​ລົງ​ຈາກ​ຕົ້ນ ເພາະ​ລົມພະຍຸ​ພັດ.


ເມື່ອ​ເທວະດາ​ຕົນ​ທີ​ສາມ​ໄດ້​ເປົ່າແກ​ຂຶ້ນ ກໍ​ມີ​ດາວ​ໃຫຍ່​ດວງ​ໜຶ່ງ ທີ່​ໄຟ​ກຳລັງ​ໄໝ້​ຢູ່​ເໝືອນ​ກັບ​ກະບອງ ຕົກລົງ​ຈາກ​ທ້ອງຟ້າ ດາວ​ນັ້ນ​ຕົກ​ໃສ່​ແມ່ນໍ້າ​ໜຶ່ງ​ສ່ວນ​ສາມ ແລະ​ໃສ່​ນໍ້າພຸ​ທັງຫລາຍ.


ເມື່ອ​ເທວະດາ​ຕົນ​ທີ​ສີ່​ໄດ້​ເປົ່າແກ​ຂຶ້ນ, ດວງ​ອາທິດ​ກໍ​ຖືກ​ທຳລາຍ​ເສຍ​ໜຶ່ງ​ສ່ວນ​ສາມ, ດວງຈັນ ແລະ​ດວງດາວ​ທັງຫລາຍ​ກໍ​ເໝືອນກັນ ຈຶ່ງ​ມືດ​ໄປ​ໜຶ່ງ​ສ່ວນ​ສາມ, ກາງເວັນ​ບໍ່​ສະຫວ່າງ​ໜຶ່ງ​ສ່ວນ​ສາມ ແລະ​ໃນ​ກາງຄືນ​ກໍ​ເໝືອນກັນ.


ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ເທວະດາ​ເຈັດ​ຕົນ ຢືນ​ຢູ່​ຊ້ອງໜ້າ​ພຣະເຈົ້າ ແລະ​ເທວະດາ​ເຫຼົ່ານີ້​ໄດ້​ຮັບ​ແກ​ເຈັດ​ອັນ.


ດາວ​ນັ້ນ​ໄດ້​ເປີດ​ປ່ອງ​ເຫວເລິກ​ອອກ ແລະ​ຄວັນໄຟ​ກໍ​ພຸ່ງ​ອອກ​ມາ​ຈາກ​ເຫວ​ນັ້ນ ເໝືອນ​ດັ່ງ​ຄວັນໄຟ​ຈາກ​ເຕົາ​ຫລອມ​ໃຫຍ່ ດວງ​ຕາເວັນ ແລະ​ອາກາດ​ກໍ​ມືດ​ໄປ ເພາະ​ຄວັນ​ທີ່​ຂຶ້ນ​ມາ​ຈາກ​ເຫວເລິກ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka