Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 8:4 - ພຣະຄຳພີສັກສິ

4 ຄວັນ​ທີ່​ເຜົາ​ເຄື່ອງຫອມ ພ້ອມ​ທັງ​ຄຳ​ພາວັນນາ​ອະທິຖານ​ຂອງ​ໄພ່ພົນ​ຂອງ​ພຣະເຈົ້າ ໄດ້​ລອຍ​ຂຶ້ນ​ໄປ​ຈາກ​ມື​ຂອງ​ເທວະດາ​ທີ່​ຢືນ​ຢູ່​ຊ້ອງໜ້າ​ພຣະເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

4 ຄວັນ​ຂອງ​ເຄື່ອງຫອມ, ພ້ອມ​ກັບ​ຄຳອະທິຖານ​ຂອງ​ຄົນ​ຂອງ​ພຣະເຈົ້າ​ນັ້ນ​ໄດ້​ລອຍ​ຈາກ​ມື​ຂອງ​ເທວະດາ​ຂຶ້ນ​ໄປ​ຢູ່​ຕໍ່ໜ້າ​ພຣະເຈົ້າ.

Uka jalj uñjjattʼäta Copia luraña




ພຣະນິມິດ 8:4
7 Jak'a apnaqawi uñst'ayäwi  

ຂໍ​ໃຫ້​ຄຳພາວັນນາ​ອະທິຖານ​ຂອງ​ຂ້ານ້ອຍ​ເປັນ​ດັ່ງ​ເຄື່ອງຫອມ​ບູຊາ ແລະ​ຍໍ​ມື​ຂຶ້ນ​ໄຫວ້ວອນ​ເປັນ​ດັ່ງ​ເຄື່ອງ​ຖວາຍບູຊາ​ໃນ​ຕອນແລງ​ເຖີດ.


“ຈົ່ງ​ເຮັດ​ແທ່ນບູຊາ​ເຜົາ​ເຄື່ອງຫອມ​ດ້ວຍ​ໄມ້​ກະຖິນເທດ.


ສ່ວນ​ປະຊາຊົນ​ຢູ່​ຂ້າງ​ນອກ ກໍ​ພາກັນ​ພາວັນນາ​ອະທິຖານ ໃນ​ເວລາ​ທີ່​ເຜົາ​ເຄື່ອງຫອມ​ຢູ່​ນັ້ນ.


ເມື່ອ​ເພິ່ນ​ເພັ່ງຕາ​ເບິ່ງ​ເທວະດາ​ຕົນ​ນັ້ນ ດ້ວຍ​ຄວາມ​ສະດຸ້ງ​ຕົກໃຈ ຈຶ່ງ​ຖາມ​ວ່າ, “ແມ່ນ​ເລື່ອງ​ຫຍັງ​ນໍ ພຣະອົງເຈົ້າ​ເອີຍ?” ເທວະດາ​ຕອບ​ວ່າ, “ພຣະເຈົ້າ​ພໍໃຈ​ນຳ​ຄຳ​ພາວັນນາ​ອະທິຖານ ແລະ​ການ​ໃຫ້​ທານ​ຂອງ​ເຈົ້າ ທີ່​ໄດ້​ຂຶ້ນ​ໄປ​ເຖິງ​ພຣະອົງ ຈຶ່ງ​ເປັນ​ເຫດ​ໃຫ້​ພຣະອົງ​ລະນຶກເຖິງ​ເຈົ້າ.


ພຣະວິຫານ​ເຕັມ​ໄປ​ດ້ວຍ​ຄວັນ​ແຫ່ງ​ສະຫງ່າຣາສີ​ແລະ​ຣິດອຳນາດ​ຂອງ​ພຣະເຈົ້າ. ບໍ່ມີ​ຜູ້ໃດ​ເຂົ້າ​ໄປ​ໃນ​ພຣະວິຫານ​ນັ້ນ​ໄດ້ ຈົນກວ່າ​ໄພພິບັດ​ທັງ​ເຈັດ ຂອງ​ເທວະດາ​ທັງ​ເຈັດ​ຕົນ​ນັ້ນ ຈະ​ໄດ້​ສິ້ນສຸດ​ລົງ.


ມີ​ເທວະດາ​ອີກ​ຕົນ​ໜຶ່ງ ຖື​ໝໍ້​ຄຳ​ໃສ່​ເຄື່ອງຫອມ​ອອກ​ມາ​ຢືນ​ຢູ່​ຕໍ່ໜ້າ​ແທ່ນບູຊາ. ເພິ່ນ​ໄດ້​ຮັບ​ເຄື່ອງຫອມ​ຢ່າງ​ຫລວງຫລາຍ ເພື່ອ​ຈະ​ຖວາຍ​ຮ່ວມ​ກັບ​ຄຳ​ພາວັນນາ​ອະທິຖານ​ແຫ່ງ​ໄພ່ພົນ​ທັງໝົດ​ຂອງ​ພຣະເຈົ້າ ເທິງ​ແທ່ນບູຊາ​ຄຳ​ທີ່​ຢູ່​ຕໍ່ໜ້າ​ພຣະ​ບັນລັງ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka