ພຣະນິມິດ 8:3 - ພຣະຄຳພີສັກສິ3 ມີເທວະດາອີກຕົນໜຶ່ງ ຖືໝໍ້ຄຳໃສ່ເຄື່ອງຫອມອອກມາຢືນຢູ່ຕໍ່ໜ້າແທ່ນບູຊາ. ເພິ່ນໄດ້ຮັບເຄື່ອງຫອມຢ່າງຫລວງຫລາຍ ເພື່ອຈະຖວາຍຮ່ວມກັບຄຳພາວັນນາອະທິຖານແຫ່ງໄພ່ພົນທັງໝົດຂອງພຣະເຈົ້າ ເທິງແທ່ນບູຊາຄຳທີ່ຢູ່ຕໍ່ໜ້າພຣະບັນລັງນັ້ນ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່3 ເທວະດາອີກຕົນໜຶ່ງຖືໝໍ້ຄຳໜຶ່ງໜ່ວຍ, ໄດ້ເຂົ້າມາ ແລະ ຢືນຢູ່ທີ່ແທ່ນບູຊາ. ເທວະດາຕົນນັ້ນໄດ້ຮັບເຄື່ອງຫອມຈຳນວນຫລວງຫລາຍເພື່ອເຜົາຖວາຍເທິງແທ່ນບູຊາທອງຄຳທີ່ຢູ່ຕໍ່ໜ້າບັນລັງພ້ອມກັບຄຳອະທິຖານຂອງຄົນຂອງພຣະເຈົ້າ. Uka jalj uñjjattʼäta |
ຂ້າພະເຈົ້າໄດ້ເຫັນພຣະເຈົ້າຢາເວຢືນຢູ່ຂ້າງແທ່ນບູຊາ. ພຣະອົງໄດ້ສັ່ງວ່າ, “ຈົ່ງທຸບຕີຍອດເສົາວິຫານໃຫ້ແຮງໆ ຈົນພື້ນຂອງມັນສະເທືອນຫວັ່ນໄຫວ. ຈົ່ງຫັກເສົາລົງເປັນທ່ອນໆທັບຫົວປະຊາຊົນ. ສ່ວນຄົນທີ່ຍັງເຫລືອນັ້ນ ເຮົາຈະຂ້າພວກເຂົາໃນສະໜາມຮົບ. ເຮົາຈະບໍ່ໃຫ້ຜູ້ໃດແລ່ນປົບໜີໄປໄດ້ແມ່ນແຕ່ຜູ້ດຽວ.
ນາມຊື່ຂອງເຮົາເປັນທີ່ຍິ່ງໃຫຍ່ໃນທ່າມກາງບັນດາປະຊາຊາດທົ່ວໂລກ ຈາກທິດຕາເວັນອອກເຖິງທິດຕາເວັນຕົກ. ໃນທຸກທີ່ທຸກບ່ອນມີຄົນເຜົາເຄື່ອງຫອມຖວາຍແກ່ນາມຊື່ຂອງເຮົາ ແລະໄດ້ນຳເຄື່ອງບູຊາທີ່ບໍຣິສຸດມາຖວາຍແກ່ນາມຊື່ຂອງເຮົາ. ເພາະນາມຊື່ຂອງເຮົາເປັນທີ່ຍິ່ງໃຫຍ່ໃນທ່າມກາງບັນດາປະຊາຊາດ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.