Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 8:12 - ພຣະຄຳພີສັກສິ

12 ເມື່ອ​ເທວະດາ​ຕົນ​ທີ​ສີ່​ໄດ້​ເປົ່າແກ​ຂຶ້ນ, ດວງ​ອາທິດ​ກໍ​ຖືກ​ທຳລາຍ​ເສຍ​ໜຶ່ງ​ສ່ວນ​ສາມ, ດວງຈັນ ແລະ​ດວງດາວ​ທັງຫລາຍ​ກໍ​ເໝືອນກັນ ຈຶ່ງ​ມືດ​ໄປ​ໜຶ່ງ​ສ່ວນ​ສາມ, ກາງເວັນ​ບໍ່​ສະຫວ່າງ​ໜຶ່ງ​ສ່ວນ​ສາມ ແລະ​ໃນ​ກາງຄືນ​ກໍ​ເໝືອນກັນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

12 ເທວະດາ​ອົງ​ທີສີ່​ໄດ້​ເປົ່າແກ​ຂອງ​ຕົນ​ຂຶ້ນ ແລະ ໜຶ່ງສ່ວນສາມ​ຂອງ​ດວງຕາເວັນ, ດວງເດືອນ ແລະ ດວງດາວ​ຕ່າງໆ​ກໍ​ຢຸດ​ເຄື່ອນໄຫວ, ດັ່ງນັ້ນ​ຈຶ່ງ​ເຮັດ​ໃຫ້​ໜຶ່ງສ່ວນສາມ​ຂອງ​ທັງ​ສາມ​ສິ່ງ​ນັ້ນ​ຈຶ່ງ​ມືດ​ໄປ. ເຮັດ​ໃຫ້​ເວລາ​ໜຶ່ງ​ໃນ​ສາມ​ຂອງ​ກາງເວັນ​ບໍ່​ມີ​ແສງສະຫວ່າງ ແລະ ໜຶ່ງສ່ວນສາມ​ຂອງ​ກາງຄືນ​ກໍ​ເໝືອນກັນ.

Uka jalj uñjjattʼäta Copia luraña




ພຣະນິມິດ 8:12
26 Jak'a apnaqawi uñst'ayäwi  

ດວງດາວ​ທັງຫລາຍ​ແຫ່ງ​ຟ້າ​ສະຫວັນ​ຈະ​ຢຸດ​ສ່ອງແສງ ດວງອາທິດ​ຈະ​ມືດດຳ​ໄປ ເມື່ອ​ມັນ​ຂຶ້ນ​ສູ່​ຂອບຟ້າ ແລະ​ດວງເດືອນ​ກໍ​ຈະ​ບໍ່​ສ່ອງແຈ້ງ.


ດວງຈັນ​ຈະ​ມືດມົວ ແລະ​ດວງອາທິດ​ຈະ​ບໍ່​ສ່ອງແສງ. ດ້ວຍວ່າ, ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຈະ​ຂຶ້ນ​ເປັນ​ກະສັດ. ພຣະອົງ​ຈະ​ປົກຄອງ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ທີ່​ເທິງ​ພູເຂົາ​ຊີໂອນ ແລະ​ພວກ​ຜູ້ນຳ​ປະຊາຊົນ​ຈະ​ເຫັນ​ສະຫງ່າຣາສີ​ຂອງ​ພຣະອົງ.


ຂ້ານ້ອຍ​ຈ້ອງ​ຕາ​ເບິ່ງ​ແຜ່ນດິນ​ໂລກ ເຫັນ​ເປັນ​ທີ່​ຮ້າງ​ຫວ່າງເປົ່າ​ທັງໝົດ ແລະ​ແນມເບິ່ງ​ຟ້າ​ສະຫວັນ​ກໍ​ບໍ່​ເຫັນ ແສງ​ສະຫວ່າງ​ໃດໆ​ທັງສິ້ນ.


ແຜ່ນດິນ​ໂລກ​ແລະ​ຟ້າ​ສະຫວັນ​ກໍ​ສັ່ນສະເທືອນ ເມື່ອ​ມັນ​ພາກັນ​ບຸກໜ້າ​ເຂົ້າ​ໄປ​ນັ້ນ; ດວງອາທິດ​ແລະ​ດວງຈັນ​ກໍ​ຄ່ອຍ​ມືດດຳໄປ ດວງດາວ​ບໍ່​ສ່ອງແສງ​ຕໍ່ໄປ​ອີກ.


ກ່ອນ​ວັນ​ອັນ​ຍິ່ງໃຫຍ່​ໜ້າຢ້ານ​ຂອງ​ພຣະເຈົ້າຢາເວ​ມາ​ເຖິງ ອາທິດ​ຈະ​ມືດມົວ​ທັງ​ເດືອນ​ຈະ​ເປັນ​ສີແດງ​ດັ່ງ​ເລືອດ.


ສ່ວນ​ດວງອາທິດ ແລະ​ດວງເດືອນ​ກໍ​ຈະ​ມືດມົວໄປ ດາວ​ທັງຫລາຍ​ຈະ​ບໍ່​ສ່ອງແສງ​ຕໍ່ໄປ​ອີກ.


ໃນ​ວັນນັ້ນ ເຮົາ​ຈະ​ໃຫ້​ຕາເວັນຕົກ​ໃນ​ຍາມ​ທ່ຽງ ແລະ​ແຜ່ນດິນ​ໂລກ​ຈະ​ມືດມົນ​ໃນ​ຍາມ​ກາງເວັນ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


“ພໍ​ໝົດ​ຄວາມ​ທຸກ​ລຳບາກ​ຂອງ​ວັນ​ເຫຼົ່ານັ້ນ​ແລ້ວ ດວງອາທິດ​ຈະ​ມືດ​ໄປ ດວງຈັນ​ຈະ​ບໍ່​ສ່ອງແສງ​ຕໍ່ໄປ, ດວງດາວ​ທັງຫລາຍ​ຈະ​ຕົກລົງ​ຈາກ​ທ້ອງຟ້າ ແລະ​ສິ່ງ​ທີ່​ມີ​ອຳນາດ​ໃນ​ທ້ອງຟ້າ​ກໍ​ຈະ​ສັ່ນ​ສະທ້ານ​ຫວັ່ນໄຫວ.


ຕັ້ງແຕ່​ເວລາ​ທ່ຽງ​ວັນ ທົ່ວ​ແຜ່ນດິນ​ກໍ​ເກີດ​ມືດມົວ​ເປັນ​ເວລາ​ສາມ​ຊົ່ວໂມງ.


“ໃນ​ວັນ​ເຫຼົ່ານັ້ນ ຫລັງຈາກ​ເວລາ​ແຫ່ງ​ຄວາມ​ທຸກ​ລຳບາກ​ຜ່ານ​ພົ້ນ​ໄປ​ແລ້ວ ດວງອາທິດ​ຈະ​ມືດໄປ ດວງຈັນ​ຈະ​ບໍ່​ສ່ອງແສງ,


ເມື່ອ​ເຖິງ​ເວລາ​ທ່ຽງ ທົ່ວ​ແຜ່ນດິນ​ກໍ​ບັງເກີດ​ຄວາມມືດ ຈົນເຖິງ​ບ່າຍ​ສາມ​ໂມງ.


“ຈະ​ມີ​ໝາຍສຳຄັນ​ໃນ​ດວງອາທິດ, ດວງຈັນ ແລະ​ດວງດາວ​ທັງປວງ ແລະ​ຈະ​ມີ​ຄວາມ​ທຸກຮ້ອນ​ເທິງ​ແຜ່ນດິນ​ໂລກ​ຕາມ​ປະເທດ​ຕ່າງໆ ຊຶ່ງ​ມີ​ຄວາມ​ສະຫງົນ​ສົນເທ ເພາະ​ສຽງ​ກ້ອງ​ອັນ​ໃຫຍ່ຫລວງ​ຂອງ​ທະເລ​ແລະ​ຟອງຄື້ນ.


ກ່ອນ​ວັນ​ສຳຄັນ ແລະ​ວັນ​ຮຸ່ງເຮືອງ ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ຈະ​ມາ​ເຖິງ ດວງ​ຕາເວັນ​ຈະ​ເກີດ​ມືດມົວ​ໄປ ດວງ​ຈັນ​ຈະ​ກາຍເປັນ​ເລືອດ.


ສຳລັບ​ຄົນ​ທີ່​ບໍ່​ເຊື່ອ​ນັ້ນ ພະ​ຂອງ​ໂລກນີ້​ໄດ້​ເຮັດ​ໃຫ້​ຈິດໃຈ​ຂອງ​ພວກເຂົາ​ມືດມົວ​ໄປ ເພື່ອ​ບໍ່​ໃຫ້​ພວກເຂົາ​ເຫັນ​ແສງ​ສະຫວ່າງ​ຂອງ​ຂ່າວປະເສີດ ເລື່ອງ​ພຣະ​ສະຫງ່າຣາສີ​ຂອງ​ພຣະຄຣິດ ຜູ້​ຊົງ​ມີ​ລັກສະນະ​ຂອງ​ພຣະເຈົ້າ.


ຫາງ​ພະຍານາກ ໄດ້​ຟາດ​ດວງດາວ​ໃນ​ທ້ອງຟ້າ ໜຶ່ງ​ສ່ວນ​ສາມ​ລົງ​ໃສ່​ແຜ່ນດິນ​ໂລກ ແລະ​ພະຍານາກ​ໂຕ​ນັ້ນ ຢືນ​ຢູ່​ຕໍ່ໜ້າ​ຜູ້​ທີ່​ກຳລັງ​ຈະ​ເກີດ​ລູກ ເພື່ອ​ຈະ​ກິນ​ລູກ​ນັ້ນ​ເມື່ອ​ເກີດ​ແລ້ວ.


ແລ້ວ​ເທວະດາ​ຕົນ​ທີ​ຫ້າ ກໍໄດ້​ຖອກ​ຂັນ​ຂອງຕົນ​ໃສ່​ບັນລັງ​ຂອງ​ສັດຮ້າຍ ຄວາມມືດ​ຈຶ່ງ​ຕົກ​ໃສ່​ອານາຈັກ​ຂອງ​ສັດຮ້າຍ ແລະ​ຄົນ​ເຫຼົ່ານັ້ນ​ກໍ​ກັດ​ລີ້ນ​ຂອງຕົນ​ເພາະ​ຄວາມ​ເຈັບປວດ


ເມື່ອ​ພຣະ​ເມສານ້ອຍ​ແກະ​ຕາປະທັບ​ດວງ​ທີ​ຫົກ​ແລ້ວ ຂ້າພະເຈົ້າ​ໄດ້​ເຫັນ​ແຜ່ນດິນ​ຫວັ່ນໄຫວ​ຢ່າງ​ໃຫຍ່​ເກີດຂຶ້ນ, ດວງ​ຕາເວັນ​ມືດ​ດຳ​ເໝືອນ​ເຄື່ອງ​ໄວ້ທຸກ ແລະ​ດວງເດືອນ​ກໍ​ກາຍເປັນ​ສີແດງ​ເໝືອນ​ເລືອດ.


ເທວະດາ​ເຫຼົ່ານັ້ນ ເປັນ​ພວກ​ທີ່​ພຣະເຈົ້າ​ຕຽມ​ໄວ້​ສຳລັບ​ໂມງ, ວັນ, ເດືອນ ແລະ ປີ ຊຶ່ງ​ໄດ້​ຖືກ​ປ່ອຍ​ໄປ​ຂ້າ​ມະນຸດ​ສະໂລກ​ເສຍ​ໜຶ່ງ​ສ່ວນ​ສາມ.


ໜຶ່ງ​ສ່ວນ​ສາມ​ຂອງ​ມະນຸດ ໄດ້​ຖືກ​ຂ້າ​ດ້ວຍ​ໄພພິບັດ​ສາມ​ຢ່າງ​ນີ້ ຄື: ໄຟ, ຄວັນ ແລະ​ມາດ ທີ່​ໄດ້​ພຸ່ງ​ອອກ​ມາ​ຈາກ​ປາກ​ຂອງ​ຝູງ​ມ້າ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka