Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 8:1 - ພຣະຄຳພີສັກສິ

1 ເມື່ອ​ພຣະ​ເມສານ້ອຍ​ໄດ້​ແກະ​ຕາປະທັບ​ດວງ​ທີ​ເຈັດ, ໃນ​ສະຫວັນ​ກໍ​ງຽບ​ສະຫງັດ​ປະມານ​ເຄິ່ງ​ຊົ່ວໂມງ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

1 ເມື່ອ​ລູກແກະ​ຂອງ​ພຣະເຈົ້າ​ແກະ​ຕາປະທັບ​ດວງ​ທີເຈັດ​ອອກ ກໍ​ເກີດ​ຄວາມງຽບສະຫງັດ​ໃນ​ສະຫວັນ​ປະມານ​ເຄິ່ງ​ຊົ່ວໂມງ.

Uka jalj uñjjattʼäta Copia luraña




ພຣະນິມິດ 8:1
14 Jak'a apnaqawi uñst'ayäwi  

ຂ້ອຍ​ເຫັນ​ສິ່ງໜຶ່ງ​ຢູ່​ຫັ້ນ​ຢືນຈຶ້ງ​ຢູ່​ບໍ່​ເໜັງ​ຕີງ; ຂ້ອຍ​ສັກຕາ​ເບິ່ງ​ແຕ່​ບອກ​ບໍ່ໄດ້​ວ່າ​ແມ່ນ​ຫຍັງ​ແທ້. ແລ້ວ​ຂ້ອຍ​ກໍ​ໄດ້​ຍິນ​ສຽງ​ໜຶ່ງ​ພວມ​ເວົ້າ​ອອກ​ມາ ເປັນ​ສຽງ​ທີ່​ດັງ​ມາ​ຈາກ​ຄວາມງຽບ​ດັ່ງນີ້:


ຈົ່ງ​ອົດທົນ​ຄອຍຖ້າ​ພຣະເຈົ້າຢາເວ​ກະທຳການ ຢ່າ​ກັງວົນ​ນຳ​ຜູ້​ຮັ່ງມີ​ຫລື​ຜູ້ສຳເລັດ​ໃນ​ທາງ​ຊົ່ວຮ້າຍ.


ຂ້ານ້ອຍ​ລໍຄອຍ​ດ້ວຍ​ຄວາມ​ອົດທົນ​ຢ່າງ​ຈົດຈໍ່​ໃຫ້​ພຣະເຈົ້າ​ຊ່ວຍ​ໃຫ້​ພົ້ນໄພ ແລະ​ເພິ່ງພາ​ອາໄສ​ພຣະອົງ​ແຕ່​ອົງດຽວ​ເທົ່ານັ້ນ.


ແຕ່​ພຣະເຈົ້າຢາເວ​ສະຖິດ​ຢູ່​ໃນ​ພຣະວິຫານ​ອັນ​ສັກສິດ; ຈົ່ງ​ໃຫ້​ມະນຸດ​ທຸກໆຄົນ​ຢູ່​ທີ່​ເທິງ​ແຜ່ນດິນ​ໂລກ​ນີ້ ມິດງຽບ​ຢູ່​ຊ້ອງໜ້າ​ພຣະອົງ​ເທີ້ນ.


ທຸກໆຄົນ​ຈົ່ງ​ງຽບສະຫງົບ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ ເພາະ​ພຣະອົງ​ກຳລັງ​ມາ​ແຕ່​ສະຖານທີ່​ຢູ່​ອັນ​ບໍຣິສຸດ​ຂອງ​ພຣະອົງ.


ດັ່ງນັ້ນ ຄົນ​ເຫຼົ່ານີ້​ຈຶ່ງ​ຈາກ​ໄປ ແລະ​ໄດ້​ຈັດ​ວາງ​ຄົນເຝົ້າຍາມ​ອຸບມຸງ​ໄວ້​ຢ່າງ​ເຂັ້ມແຂງ ພ້ອມ​ທັງ​ຕີຕາ​ປະທັບ​ໃສ່​ກ້ອນຫີນ​ໄວ້​ດ້ວຍ.


ໃນ​ມື​ຂວາ​ຂອງ​ພຣະອົງ ຜູ້​ຊົງ​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ໜັງສື​ມ້ວນ​ອັນ​ໜຶ່ງ ທີ່​ມີ​ຄຳ​ຂຽນ​ໄວ້​ທັງ​ຂ້າງໃນ​ແລະ​ຂ້າງນອກ ທີ່​ມີ​ຕາປະທັບ​ໄວ້​ເຈັດ​ດວງ.


ພວກເຂົາ​ໄດ້​ຮ້ອງເພງ​ບົດ​ໃໝ່​ວ່າ, “ພຣະອົງ​ຊົງ​ເປັນ​ຜູ້​ສົມຄວນ ທີ່​ຈະ​ຮັບ​ເອົາ​ໜັງສື​ມ້ວນ ແລະ ແກະ​ຕາປະທັບ ມາຍ​ໜັງສື​ມ້ວນ​ນັ້ນ ດ້ວຍວ່າ​ພຣະອົງ​ຊົງ​ຖືກ​ຂ້າ​ແລ້ວ ແລະ ດ້ວຍ​ເລືອດ​ຂອງ​ພຣະອົງ​ນັ້ນ ພຣະອົງ​ໄດ້​ຊົງ​ໄຖ່​ມະນຸດ​ທຸກ​ເຜົ່າ, ທຸກ​ຊາດ, ທຸກ​ພາສາ, ທຸກ​ເຊື້ອຊາດ ແລະ ທຸກ​ປະເທດ​ໃຫ້​ມາ​ເຖິງ​ພຣະເຈົ້າ.


ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ພຣະ​ເມສານ້ອຍ ແກະ​ຕາປະທັບ​ດວງ​ທຳອິດ​ໃນ​ຕາປະທັບ​ທັງ​ເຈັດ​ນັ້ນ​ອອກ​ແລ້ວ ແລະ​ຂ້າພະເຈົ້າ​ໄດ້ຍິນ​ສິ່ງທີ່ມີ​ຊີວິດ​ຕົນ​ທີ​ໜຶ່ງ​ໃນ​ສີ່​ຕົນ​ນັ້ນ ຮ້ອງ​ສຽງດັງ​ເໝືອນ​ຟ້າຮ້ອງ​ວ່າ, “ມາເທາະ!”


ເມື່ອ​ພຣະ​ເມສານ້ອຍ​ແກະ​ຕາປະທັບ​ດວງ​ທີ​ຫົກ​ແລ້ວ ຂ້າພະເຈົ້າ​ໄດ້​ເຫັນ​ແຜ່ນດິນ​ຫວັ່ນໄຫວ​ຢ່າງ​ໃຫຍ່​ເກີດຂຶ້ນ, ດວງ​ຕາເວັນ​ມືດ​ດຳ​ເໝືອນ​ເຄື່ອງ​ໄວ້ທຸກ ແລະ​ດວງເດືອນ​ກໍ​ກາຍເປັນ​ສີແດງ​ເໝືອນ​ເລືອດ.


ເມື່ອ​ພຣະ​ເມສານ້ອຍ​ໄດ້​ແກະ​ຕາປະທັບ​ດວງ​ທີ​ສອງ ແລ້ວ​ຂ້າພະເຈົ້າ​ໄດ້ຍິນ​ສິ່ງທີ່ມີ​ຊີວິດ​ຕົນ​ທີ​ສອງ​ຮ້ອງ​ວ່າ, “ມາເທາະ!”


ເມື່ອ​ພຣະ​ເມສານ້ອຍ​ໄດ້​ແກະ​ຕາປະທັບ​ດວງ​ທີ​ສາມ​ນັ້ນ​ແລ້ວ ຂ້າພະເຈົ້າ​ໄດ້ຍິນ​ສິ່ງທີ່ມີ​ຊີວິດ​ຕົນ​ທີ​ສາມ​ຮ້ອງ​ວ່າ, “ມາເທາະ!” ເມື່ອ​ຂ້າພະເຈົ້າ​ຫລຽວ​ເບິ່ງ ກໍ​ເຫັນ​ມ້າ​ສີ​ດຳ​ໂຕໜຶ່ງ​ອອກ​ມາ ຜູ້​ຂີ່​ມ້າ​ໂຕ​ນີ້​ຖື​ຄັນ​ຊັ່ງ.


ເມື່ອ​ພຣະ​ເມສານ້ອຍ​ໄດ້​ແກະ​ຕາປະທັບ​ດວງ​ທີ​ສີ່ ແລະ​ຂ້າພະເຈົ້າ​ໄດ້ຍິນ​ສິ່ງທີ່ມີ​ຊີວິດ​ຕົນ​ທີ​ສີ່​ຮ້ອງ​ວ່າ, “ມາເທາະ!”


ເມື່ອ​ພຣະ​ເມສານ້ອຍ​ໄດ້​ແກະ​ຕາປະທັບ​ດວງ​ທີ​ຫ້າ​ນັ້ນ​ແລ້ວ ຂ້າພະເຈົ້າ​ໄດ້​ເຫັນ​ດວງ​ວິນຍານ​ຢູ່​ໃຕ້​ແທ່ນບູຊາ ເປັນ​ດວງ​ວິນຍານ​ຂອງ​ຄົນ​ທັງຫລາຍ​ທີ່​ໄດ້​ຖືກ​ຂ້າ ເພາະ​ປະກາດ​ພຣະທຳ​ຂອງ​ພຣະເຈົ້າ ແລະ​ເປັນ​ຜູ້​ສັດຊື່​ໃນ​ຄຳ​ພະຍານ​ຂອງຕົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka