ພຣະນິມິດ 7:3 - ພຣະຄຳພີສັກສິ3 ເທວະດາຕົນນັ້ນກ່າວວ່າ, “ຢ່າທຳລາຍແຜ່ນດິນ ທະເລ ຫລືຕົ້ນໄມ້ ຈົນກວ່າເຮົາຈະປະທັບຕາ ໃສ່ໜ້າຜາກຂອງບັນດາຜູ້ຮັບໃຊ້ຂອງພຣະເຈົ້າຂອງພວກເຮົາເສຍກ່ອນ.” Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່3 “ຢ່າເຮັດອັນຕະລາຍແກ່ແຜ່ນດິນ ຫລື ທະເລ ຫລື ຕົ້ນໄມ້ຈົນກວ່າພວກເຮົາຈະໄດ້ປະທັບຕາເທິງໜ້າຜາກຂອງບັນດາຜູ້ຮັບໃຊ້ຂອງພຣະເຈົ້າຂອງພວກເຮົາກ່ອນ”. Uka jalj uñjjattʼäta |
ຈົ່ງສະແຫວງຫາພຣະເຈົ້າຢາເວສາເຖີດ ພວກເຈົ້າທຸກຄົນທີ່ເປັນປະຊາຊົນ ຜູ້ຖ່ອມໃຈໃນດິນແດນ ຄືຜູ້ທີ່ເຊື່ອຟັງຂໍ້ຄຳສັ່ງຂອງພຣະອົງ. ຈົ່ງຊອກຫາຄວາມຊອບທຳ ແລະຈົ່ງຊອກຫາຄວາມຖ່ອມໃຈລົງ. ບາງທີພວກເຈົ້າອາດຈະຫລົບໜີຈາກການລົງໂທດກໍໄດ້ ໃນວັນທີ່ພຣະເຈົ້າຢາເວລະບາຍຄວາມໂກດຮ້າຍອັນໃຫຍ່ຂອງພຣະອົງນັ້ນ.
ແລ້ວຂ້າພະເຈົ້າໄດ້ເຫັນບັນລັງຫລາຍອັນ ແລະຜູ້ທີ່ນັ່ງເທິງບັນລັງນັ້ນ ເປັນຜູ້ທີ່ໄດ້ຮັບພຣະຣາຊທານອຳນາດພິພາກສາ ແລະຂ້າພະເຈົ້າຍັງໄດ້ເຫັນດວງວິນຍານຂອງຄົນທັງປວງທີ່ຖືກຕັດຄໍ ເພາະເປັນພະຍານຝ່າຍພຣະເຢຊູເຈົ້າ ແລະເພາະພຣະທຳຂອງພຣະເຈົ້າ ຄືຜູ້ທີ່ບໍ່ໄດ້ບູຊາສັດຮ້າຍ ຫລືຮູບຂອງມັນ ແລະບໍ່ໄດ້ຮັບເຄື່ອງໝາຍຂອງມັນຕິດໄວ້ທີ່ໜ້າຜາກ ຫລືທີ່ມືຂອງຕົນ. ຄົນເຫຼົ່ານັ້ນກັບຄືນມີຊີວິດໃໝ່ ແລະໄດ້ຄຸ້ມຄອງຮ່ວມກັບພຣະຄຣິດໃນລະຫວ່າງພັນປີ. (