Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 7:2 - ພຣະຄຳພີສັກສິ

2 ແລະ​ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ອີກ​ຕົນ​ໜຶ່ງ ປາກົດ​ຂຶ້ນ​ຈາກ​ທິດ​ຕາເວັນອອກ ຖື​ຕາປະທັບ​ຂອງ​ພຣະເຈົ້າ​ອົງ​ຊົງພຣະຊົນ​ຢູ່. ເທວະດາ​ຕົນ​ນັ້ນ ໄດ້​ຮ້ອງ​ສຽງດັງ​ໃສ່​ເທວະດາ​ທັງ​ສີ່ ຜູ້​ທີ່​ພຣະເຈົ້າ​ໃຫ້​ມີ​ສິດ​ອຳນາດ​ທຳລາຍ​ແຜ່ນດິນ​ໂລກ​ແລະ​ທະເລ​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ແລ້ວ​ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ອີກ​ຕົນ​ໜຶ່ງ​ຂຶ້ນ​ມາ​ຈາກ​ທາງ​ທິດຕາເວັນອອກ, ຖື​ຕາປະທັບ​ຂອງ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່. ເທວະດາ​ຕົນ​ນັ້ນ​ໄດ້​ຮ້ອງ​ດ້ວຍ​ສຽງ​ດັງ​ເພື່ອ​ບອກ​ເທວະດາ​ທັງ​ສີ່​ທີ່​ໄດ້​ຮັບ​ສິດອຳນາດ​ໃຫ້​ເຮັດ​ອັນຕະລາຍ​ແກ່​ແຜ່ນດິນ ແລະ ທະເລ​ວ່າ:

Uka jalj uñjjattʼäta Copia luraña




ພຣະນິມິດ 7:2
29 Jak'a apnaqawi uñst'ayäwi  

ກະສັດ​ແຫ່ງ​ອັດຊີເຣຍ​ໄດ້​ສົ່ງ​ຂ້າຣາຊການ​ຊັ້ນສູງ​ຂອງ​ເພິ່ນ ມາ​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່. ຂໍ​ໃຫ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ ໄດ້ຍິນ​ຄຳໝິ່ນປະໝາດ​ນີ້ ແລະ​ຂໍ​ໃຫ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ​ລົງໂທດ​ຜູ້​ທີ່​ກ່າວ​ດ້ວຍ. ສະນັ້ນ ຈົ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ ສຳລັບ​ປະຊາຊົນ​ຂອງ​ພວກເຮົາ​ທີ່​ລອດຊີວິດ​ຢູ່​ນີ້​ດ້ວຍ​ເທີ້ນ.”


ນອກຈາກ​ນ້ອງ​ແລ້ວ ຂໍ​ອ້າຍ​ຢ່າ​ສູ່​ຮັກ​ຍິງ​ອື່ນໃດ ນອກຈາກ​ນ້ອງ ຂໍ​ຢ່າ​ໃຫ້​ມີ​ຍິງ​ໃດ​ຢູ່​ໃນ​ອ້ອມກອດ. ຄວາມຮັກ​ມີ​ອຳນາດ​ເທົ່າກັບ​ຄວາມຕາຍ ຄວາມ​ຫລົງໄຫລ​ກໍ​ອັນຕະລາຍ​ເທົ່າກັບ​ປ່າຊ້າ. ມັນ​ເຜົາໄໝ້​ໄດ້​ເໝືອນດັ່ງ​ແປວໄຟ ແລະ​ໄໝ້​ລຸກລາມ​ໄປ​ຢ່າງ​ເຕັມທີ່.


“ຜູ້ໃດ​ນຳ​ນັກ​ປາບປາມ​ຜູ້ໜຶ່ງ ມາ​ແຕ່​ທິດ​ຕາເວັນອອກ​ເດ ແລະ​ເຮັດ​ໃຫ້​ລາວ​ມີໄຊ​ໃນ​ທຸກບ່ອນ​ທີ່​ລາວ​ໄປ​ນັ້ນ? ຜູ້ໃດ​ໃຫ້​ລາວ​ໄຊຊະນະ​ກະສັດ ແລະ​ຊົນຊາດ​ທັງຫລາຍ? ດາບ​ຂອງ​ລາວ​ຟັນ​ພວກເຂົາ​ລົງ​ໃຫ້​ເປັນ​ຂີ້ຝຸ່ນ​ດິນ​ທັງສິ້ນ. ລູກທະນູ​ຂອງ​ລາວ​ເຮັດ​ໃຫ້​ພວກເຂົາ​ກະຈັດ​ກະຈາຍ​ໄປ ເໝືອນດັ່ງ​ເຟືອງ​ທີ່​ຖືກ​ລົມ​ພັດ​ປິວ​ໄປ​ຈົນ​ໝົດສິ້ນ.


“ຈົ່ງ​ໄປ​ທົ່ວ​ນະຄອນ​ເຢຣູຊາເລັມ ແລະ​ເຮັດ​ເຄື່ອງໝາຍ​ໃສ່​ໜ້າຜາກ​ທຸກຄົນ​ທີ່​ທຸກໃຈ​ແລະ​ເດືອດຮ້ອນ ເພາະ​ສິ່ງ​ອັນ​ໜ້າກຽດຊັງ​ທັງໝົດ​ທີ່​ຄົນ​ໃນ​ເມືອງ​ນີ້​ໄດ້​ເຮັດຂຶ້ນ.”


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຕອບ​ວ່າ, “ເຮົາ​ຈະ​ໃຊ້​ຜູ້​ແຈ້ງຂ່າວ​ຂອງເຮົາ​ໄປ​ຕຽມ​ທາງ​ໄວ້​ສຳລັບ​ເຮົາ. ແລ້ວ​ອົງພຣະ​ຜູ້​ເປັນເຈົ້າ ຜູ້​ທີ່​ພວກເຈົ້າ​ກຳລັງ​ຊອກຫາ​ນັ້ນ ກໍ​ຈະ​ມາ​ທີ່​ພຣະວິຫານ​ໃນທັນໃດ. ຜູ້​ແຈ້ງຂ່າວ​ທີ່​ພວກເຈົ້າ​ຢາກ​ເຫັນ​ນັ້ນ​ຈະ​ມາ ແລະ​ປະກາດ​ພັນທະສັນຍາ​ຂອງເຮົາ.”


ແຕ່​ສຳລັບ​ພວກ​ທີ່​ຢຳເກງ​ນາມ​ຂອງເຮົາ ເຮົາ​ຈະ​ນຳ​ຄວາມພົ້ນ​ມາ​ໃຫ້​ພວກເຂົາ ດ້ວຍ​ອານຸພາບ​ອັນ​ຮຸ່ງເຮືອງ​ຂອງເຮົາ ດັ່ງ​ດວງຕາເວັນ​ຂຶ້ນ ແລະ​ຈະ​ນຳ​ເອົາ​ການ​ປິ່ນປົວ​ມາ​ສູ່​ພວກເຂົາ ດັ່ງ​ແສງ​ດວງອາທິດ. ພວກເຈົ້າ​ຈະ​ເປັນ​ອິດສະຫລະ​ເສລີ​ແລະ​ມີ​ຄວາມສຸກ ດັ່ງ​ລູກ​ງົວ​ທີ່​ອອກ​ມາ​ຈາກ​ຄອກ.


ຊີໂມນ​ເປໂຕ​ຕອບ​ວ່າ, “ພຣະອົງ​ເປັນ​ພຣະຄຣິດ ພຣະບຸດ​ຂອງ​ພຣະເຈົ້າ​ອົງ​ຊົງ​ພຣະຊົນ​ຢູ່.”


ແຕ່​ພຣະເຢຊູເຈົ້າ​ມິດງຽບ​ຢູ່ ແລ້ວ​ມະຫາ​ປະໂຣຫິດ​ໄດ້​ເວົ້າ​ຕໍ່​ພຣະອົງ​ອີກ​ວ່າ, “ໃນ​ນາມ​ຂອງ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່ ໃຫ້​ເຈົ້າ​ສາບານ​ວ່າ, ‘ເຈົ້າ​ເປັນ​ພຣະຄຣິດ​ພຣະບຸດ​ຂອງ​ພຣະເຈົ້າ.”’


ຢ່າ​ພະຍາຍາມ​ຫາ​ອາຫານ​ທີ່​ເສຍ​ໄປ ແຕ່​ຈົ່ງ​ຫາ​ອາຫານ​ທີ່​ຕັ້ງໝັ້ນ​ຢູ່ ຄື​ອາຫານ​ສຳລັບ​ຊີວິດ​ນິຣັນດອນ ອາຫານ​ນີ້​ແມ່ນ​ບຸດ​ມະນຸດ​ທີ່​ຈະ​ໃຫ້​ແກ່​ພວກເຈົ້າ ເພາະ​ແມ່ນ​ພຣະອົງ​ນີ້​ແຫຼະ ທີ່​ພຣະເຈົ້າ​ຄື​ພຣະບິດາເຈົ້າ​ໄດ້​ປະທັບຕາ​ໝາຍ​ໄວ້​ແລ້ວ.”


ພຣະອົງ​ໄດ້​ຊົງ​ປະທັບຕາ​ໃສ່​ພວກເຮົາ ແລະ​ຊົງ​ປະທານ​ພຣະວິນຍານ​ຂອງ​ພຣະອົງ​ໄວ້​ໃນ​ຈິດໃຈ​ຂອງ​ພວກເຮົາ​ເພື່ອ​ເປັນ​ເຄື່ອງ​ມັດຈຳ.


ພວກເຈົ້າ​ກໍ​ເໝືອນກັນ ເມື່ອ​ໄດ້​ຟັງ​ຂ່າວ​ຄວາມຈິງ ຄື​ຂ່າວປະເສີດ​ເລື່ອງ​ຄວາມພົ້ນ​ຂອງ​ພວກເຈົ້າ​ນັ້ນ ແລະ​ວາງໃຈເຊື່ອ​ໃນ​ພຣະອົງ. ດັ່ງນັ້ນ ພຣະອົງ​ຈຶ່ງ​ໄດ້​ປະທັບຕາ​ໝາຍ​ພວກເຈົ້າ​ໄວ້ ໂດຍ​ພຣະວິນຍານ​ບໍຣິສຸດເຈົ້າ ຕາມ​ທີ່​ພຣະອົງ​ໄດ້​ຊົງ​ສັນຍາ​ໄວ້.


ແລະ​ຢ່າ​ເຮັດ​ໃຫ້​ພຣະວິນຍານ​ບໍຣິສຸດເຈົ້າ​ຂອງ​ພຣະເຈົ້າ​ເສຍ​ພຣະໄທ ເພາະ​ໂດຍ​ພຣະວິນຍານ​ນັ້ນ ເຈົ້າ​ທັງຫລາຍ​ໄດ້​ຊົງ​ຖືກ​ປະທັບຕາ​ໝາຍ​ໄວ້​ເພື່ອ​ວັນ​ທີ່​ຈະ​ຊົງ​ໄຖ່​ໃຫ້​ພົ້ນ.


ມີ​ມະນຸດ​ຜູ້ໃດ​ແດ່​ທີ່​ຈະ​ຍັງ​ມີ​ຊີວິດ​ຢູ່ ຫລັງຈາກ​ທີ່​ໄດ້ຍິນ​ພຣະເຈົ້າ​ກ່າວ​ອອກ​ມາ​ຈາກ​ແປວໄຟ​ກັບ​ເຂົາ?


ຄົນ​ທັງໝົດ​ເຫຼົ່ານັ້ນ ຕ່າງ​ກໍ​ເວົ້າ​ເຖິງ​ພວກເຈົ້າ​ວ່າ ພວກເຈົ້າ​ໄດ້​ຕ້ອນຮັບ​ພວກເຮົາ​ຢ່າງ​ໃດ ເມື່ອ​ພວກເຮົາ​ມາ​ຢ້ຽມຢາມ​ພວກເຈົ້າ ແລະ​ພວກເຂົາ​ເວົ້າ​ວ່າ, ພວກເຈົ້າ​ໄດ້​ຫັນ​ໜີ​ຈາກ​ຮູບເຄົາຣົບ​ມາ​ຫາ​ພຣະເຈົ້າ​ຢ່າງ​ໃດ ເພື່ອ​ບົວລະບັດ​ຮັບໃຊ້​ພຣະເຈົ້າ​ອົງ​ທ່ຽງແທ້​ແລະ​ຊົງ​ຊີວິດ​ຢູ່,


ແຕ່​ຮາກຖານ​ອັນ​ແຂງແກ່ນ ຊຶ່ງ​ພຣະເຈົ້າ​ໄດ້​ວາງ​ລົງ​ແລ້ວ​ນັ້ນ​ຕັ້ງໝັ້ນຄົງ​ຢູ່ ໂດຍ​ມີ​ຄຳ​ຂຽນ​ໄວ້​ວ່າ, “ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ຮູ້ຈັກ​ຄົນ​ເຫຼົ່ານັ້ນ ທີ່​ເປັນ​ຂອງ​ພຣະອົງ” ແລະ “ທຸກຄົນ ຊຶ່ງ​ອອກ​ພຣະນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ກໍ​ຕ້ອງ​ຫັນ​ໜີ​ຈາກ​ຄວາມ​ຊົ່ວຊ້າ.”


ແຕ່​ເຈົ້າ​ທັງຫລາຍ​ໄດ້​ມາ​ເຖິງ​ພູເຂົາ​ຊີໂອນ, ມາ​ເຖິງ​ນະຄອນ​ຂອງ​ພຣະເຈົ້າ ຜູ້​ຊົງພຣະຊົນ​ຢູ່ ຄື​ນະຄອນ​ເຢຣູຊາເລັມ​ແຫ່ງ​ສະຫວັນ, ມາ​ເຖິງ​ຝູງ​ເທວະດາ​ນັບ​ເປັນ​ຈຳນວນ​ໝື່ນໆ ທີ່​ຊຸມນຸມ​ກັນ​ເປັນ​ງານ​ມ່ວນຊື່ນ,


ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ອ່ານ​ພຣະທຳ​ເຫຼັ້ມ​ນີ້ ແລະ​ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ຮັບ​ຟັງ​ຖ້ອຍຄຳ​ແຫ່ງ​ຄຳທຳນວາຍ ແລະ​ປະຕິບັດ​ຕາມ​ຂໍ້ຄວາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະທຳ​ເຫຼັ້ມ​ນີ້. ດ້ວຍວ່າ, ເວລາ​ນັ້ນ​ກໍ​ໃກ້​ເຂົ້າ​ມາ​ແລ້ວ ເມື່ອ​ເຫດການ​ເຫຼົ່ານີ້​ຈະ​ເກີດຂຶ້ນ.


ແລ້ວ​ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ ຜູ້​ມີ​ອຳນາດ​ອີກ​ຕົນ​ໜຶ່ງ ລົງ​ມາ​ຈາກ​ສະຫວັນ ມີ​ເມກ​ປົກຄຸມ​ຕົວ​ໄວ້ ແລະ​ມີ​ຮຸ້ງກິນນໍ້າ​ຢູ່​ເທິງ​ອ້ອມ​ຫົວ, ໜ້າ​ຂອງ​ເພິ່ນ​ເໝືອນ​ດັ່ງ​ຕາເວັນ ແລະ​ຂາ​ເໝືອນ​ດັ່ງ​ເຕົາໄຟ.


ພໍ​ສຽງ​ເຫຼົ່ານັ້ນ​ດັງ​ອອກ​ມາ ຂ້າພະເຈົ້າ​ເກືອບ​ຈະ​ລົງ​ມື​ຂຽນ, ແຕ່​ຂ້າພະເຈົ້າ​ໄດ້ຍິນ​ສຽງ​ກ່າວ​ມາ​ຈາກ​ສະຫວັນ​ວ່າ, “ຈົ່ງ​ປົກປິດ​ຖ້ອຍຄຳ​ທີ່​ຟ້າຮ້ອງ​ທັງ​ເຈັດ​ໄດ້​ກ່າວ​ນັ້ນ ເປັນ​ຄວາມລັບ ຢ່າ​ຂຽນ​ລົງ​ໄປ.”


ແລ້ວ​ເທວະດາ​ຕົນ​ທີ​ຫົກ ກໍໄດ້​ຖອກ​ຂັນ​ຂອງຕົນ​ໃສ່​ແມ່ນໍ້າ​ໃຫຍ່​ເອີຟຣັດ ແມ່ນໍ້າ​ນັ້ນ​ໄດ້​ແຫ້ງ​ໄປ ເພື່ອ​ຕຽມ​ຫົນທາງ​ໄວ້​ໃຫ້​ບັນດາ​ກະສັດ ທີ່​ມາ​ຈາກ​ທິດ​ຕາເວັນອອກ.


ແລະ​ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ຜູ້​ມີ​ຣິດ​ຕົນ​ໜຶ່ງ ປະກາດ​ດ້ວຍ​ສຽງ​ອັນ​ດັງ​ວ່າ, “ຜູ້ໃດ​ໜໍ ເປັນ​ຜູ້​ສົມຄວນ​ທີ່​ຈະ​ແກະ​ຕາປະທັບ ແລະ​ມາຍ​ໜັງສື​ມ້ວນ​ນັ້ນ​ອອກ?”


ມີ​ເທວະດາ​ອີກ​ຕົນ​ໜຶ່ງ ຖື​ໝໍ້​ຄຳ​ໃສ່​ເຄື່ອງຫອມ​ອອກ​ມາ​ຢືນ​ຢູ່​ຕໍ່ໜ້າ​ແທ່ນບູຊາ. ເພິ່ນ​ໄດ້​ຮັບ​ເຄື່ອງຫອມ​ຢ່າງ​ຫລວງຫລາຍ ເພື່ອ​ຈະ​ຖວາຍ​ຮ່ວມ​ກັບ​ຄຳ​ພາວັນນາ​ອະທິຖານ​ແຫ່ງ​ໄພ່ພົນ​ທັງໝົດ​ຂອງ​ພຣະເຈົ້າ ເທິງ​ແທ່ນບູຊາ​ຄຳ​ທີ່​ຢູ່​ຕໍ່ໜ້າ​ພຣະ​ບັນລັງ​ນັ້ນ.


ສຽງ​ນັ້ນ​ສັ່ງ​ເທວະດາ​ຕົນ​ທີ​ຫົກ​ທີ່​ຖື​ແກ​ນັ້ນ​ວ່າ, “ຈົ່ງ​ປົດປ່ອຍ​ເທວະດາ​ທັງ​ສີ່ ທີ່​ຖືກ​ມັດ​ໄວ້​ໃກ້​ແມ່ນໍ້າ​ໃຫຍ່ ເອີຟຣັດ ນັ້ນ​ເສຍ.”


ພຣະເຈົ້າ​ຊົງ​ຫ້າມ​ມັນ​ບໍ່​ໃຫ້​ມັນ​ທຳລາຍ​ຫຍ້າ​ເທິງ​ແຜ່ນດິນ​ໂລກ ສິ່ງ​ຂຽວ​ສົດ ຫລື​ຕົ້ນໄມ້​ໃດໆ, ແຕ່​ໃຫ້​ທຳລາຍ​ຄົນ​ເຫຼົ່ານັ້ນ ທີ່​ບໍ່ມີ​ຕາປະທັບ​ຂອງ​ພຣະເຈົ້າ​ທີ່​ໜ້າຜາກ​ຂອງ​ພວກເຂົາ​ເທົ່ານັ້ນ.


ດາວິດ​ຈຶ່ງ​ຖາມ​ພວກ​ທີ່​ຢູ່​ໃກ້​ກັບ​ລາວ​ນັ້ນ​ວ່າ, “ຜູ້​ທີ່​ຂ້າ​ຄົນ​ຟີລິດສະຕິນ​ຜູ້​ນີ້​ໄດ້ ແລະ​ຊ່ວຍ​ພວກ​ອິດສະຣາເອນ​ໃຫ້​ພົ້ນ​ຈາກ​ການ​ໝິ່ນປະໝາດ​ນີ້​ຈະ​ໄດ້​ຫຍັງ? ຄົນ​ຟີລິດສະຕິນ​ຜູ້​ບໍ່​ນັບຖື​ພຣະເຈົ້າ ທີ່​ກຳລັງ​ເວົ້າ​ທ້າທາຍ​ກອງທັບ​ຂອງ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່​ນັ້ນ​ແມ່ນ​ຜູ້ໃດ?”


ຂ້ານ້ອຍ​ເຄີຍ​ຂ້າ​ສິງ​ແລະ​ໝີ​ມາ​ແລ້ວ ແລະ​ຂ້ານ້ອຍ​ຈະ​ເຮັດ​ກັບ​ຊາຍ​ຟີລິດສະຕິນ​ຄົນ​ບໍ່​ນັບຖື​ພຣະເຈົ້າ​ນີ້​ຢ່າງ​ດຽວກັນ ເພາະ​ມັນ​ໄດ້​ໝິ່ນປະໝາດ​ກອງທັບ​ຂອງ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka