ພຣະນິມິດ 7:15 - ພຣະຄຳພີສັກສິ15 ດັ່ງນັ້ນ ພວກເຂົາຈຶ່ງໄດ້ຢືນຢູ່ຕໍ່ໜ້າພຣະຣາຊບັນລັງຂອງພຣະເຈົ້າ ແລະບົວລະບັດຮັບໃຊ້ພຣະອົງໃນພຣະວິຫານ ທັງກາງເວັນແລະກາງຄືນ ແລະພຣະອົງຜູ້ທີ່ປະທັບຢູ່ເທິງພຣະຣາຊບັນລັງນັ້ນ ຈະຊົງສະຖິດຢູ່ນຳແລະປົກປ້ອງຄຸ້ມຄອງພວກເຂົາ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່15 ເຫດສະນັ້ນ, “ພວກເຂົາຈຶ່ງໄດ້ຢືນຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ ແລະ ຮັບໃຊ້ພຣະອົງທັງກາງເວັນ ແລະ ກາງຄືນໃນວິຫານຂອງພຣະອົງ, ແລະ ພຣະອົງຜູ້ນັ່ງຢູ່ເທິງບັນລັງ ຈະກຳບັງພວກເຂົາໄວ້ດ້ວຍການສະຖິດຂອງພຣະອົງ. Uka jalj uñjjattʼäta |
ຈົ່ງປັກຕາເບິ່ງພຣະເຢຊູເຈົ້າ ຄືຜູ້ບຸກເບີກຄວາມເຊື່ອ ແລະຜູ້ຊົງເຮັດໃຫ້ຄວາມເຊື່ອຂອງພວກເຮົາເຖິງທີ່ສຳເລັດ. ພຣະອົງໄດ້ຊົງອົດທົນຕໍ່ໄມ້ກາງແຂນ ເພາະເຫັນແກ່ຄວາມຍິນດີທີ່ຕັ້ງໄວ້ຕໍ່ໜ້າພຣະອົງ ພຣະອົງຊົງຖືວ່າຄວາມລະອາຍນັ້ນບໍ່ເປັນສິ່ງສຳຄັນ ຈຶ່ງໄດ້ປະທັບລົງເບື້ອງຂວາພຣະທີ່ນັ່ງຂອງພຣະເຈົ້າ.
ສິ່ງທີ່ມີຊີວິດທັງສີ່ຕົນ ທຸກຕົນມີປີກຫົກປີກ ແລະມີຕາເຕັມຂ້າງນອກແລະຂ້າງໃນ. ພວກເພິ່ນຮ້ອງຕະຫລອດວັນຕະຫລອດຄືນບໍ່ຢຸດບໍ່ເຊົາວ່າ, “ບໍຣິສຸດ ບໍຣິສຸດ ບໍຣິສຸດ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຜູ້ຊົງຣິດທານຸພາບສູງສຸດ ຜູ້ຊົງດຳລົງຢູ່ໃນອະດີດ ຜູ້ຊົງດຳລົງຢູ່ໃນປະຈຸບັນ ແລະຜູ້ຈະຊົງສະເດັດມາ.”