ພຣະນິມິດ 7:12 - ພຣະຄຳພີສັກສິ12 ໂດຍກ່າວວ່າ, “ອາແມນ ຄຳສັນລະເສີນ, ສະຫງ່າຣາສີ, ສະຕິປັນຍາ, ຄຳໂມທະນາຂອບພຣະຄຸນ, ກຽດຕິຍົດ, ຣິດອຳນາດ ແລະຣິດເດດ ຈົ່ງເປັນຂອງພຣະເຈົ້າຂອງພວກຂ້ານ້ອຍຕະຫລອດຊົ່ວນິຣັນດອນເທີ້ນ ອາແມນ.” Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່12 ໂດຍຮ້ອງວ່າ: “ອາແມນ! ຂໍໃຫ້ຄຳສັນລະເສີນ ແລະ ສະຫງ່າລາສີ ແລະ ສະຕິປັນຍາ, ຄຳຂອບພຣະຄຸນ ແລະ ກຽດຕິຍົດ ລິດອຳນາດ ແລະ ກຳລັງ ຈົ່ງມີແກ່ພຣະເຈົ້າຂອງພວກເຮົາຕະຫລອດໄປເປັນນິດ, ອາແມນ!” Uka jalj uñjjattʼäta |
ພຣະເຈົ້າຢາເວຈະໃຫ້ຄວາມເມດຕາຕໍ່ນະຄອນເຢຣູຊາເລັມ ຕໍ່ຄົນທັງໝົດທີ່ຢູ່ໃນບ່ອນຮົກຮ້າງເພພັງນັ້ນ. ເຖິງວ່າດິນແດນນັ້ນຈະເປັນຖິ່ນແຫ້ງແລ້ງກັນດານ ເຮົາກໍຈະໃຫ້ກາຍເປັນສວນເອເດນໄດ້ ຈາກພື້ນດິນແຫ້ງຂາດນໍ້າຫລໍ່ລ້ຽງໃຫ້ເກີດຜົນ ກໍຈະເປັນດັ່ງສວນຂອງພຣະເຈົ້າຢາເວ. ແລ້ວທີ່ນັ້ນກໍຈະມີຄວາມຊົມຊື່ນຍິນດີຫລາຍ ມີທັງສຽງຮ້ອງລຳທຳເພງຍົກຍໍໂມທະນາຂອບພຣະຄຸນດ້ວຍ.
ສຽງແຫ່ງການໂຮຮ້ອງຍິນດີ ແລະຊົມຊື່ນ ແລະສຽງແຫ່ງຄວາມສຸກໃຈຂອງພິທີແຕ່ງງານ. ພວກເຈົ້າຈະໄດ້ຍິນປະຊາຊົນຮ້ອງເພງ ເມື່ອພວກເຂົານຳເຄື່ອງຖວາຍມາໂມທະນາຂອບພຣະຄຸນໃນວິຫານຂອງພຣະເຈົ້າຢາເວ; ພວກເຂົາຈະເວົ້າວ່າ, ຈົ່ງໂມທະນາຂອບພຣະຄຸນພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ເພາະພຣະເຈົ້າຢາເວຊົງຄຸນຄວາມດີ ຄວາມຮັກຂອງພຣະອົງດຳລົງຢູ່ສືບໄປເປັນນິດ. ເຮົາຈະເຮັດໃຫ້ດິນແດນນີ້ຈະເລີນຮຸ່ງເຮືອງດັ່ງຄາວແຕ່ກ່ອນ.” ພຣະເຈົ້າຢາເວກ່າວດັ່ງນັ້ນແຫຼະ.
ນະຄອນເຢຣູຊາເລັມຈະເປັນບໍ່ແຫ່ງຄວາມຊົມຊື່ນຍິນດີ, ກຽດສັກສີ ແລະຄວາມພາກພູມໃຈໃຫ້ແກ່ເຮົາ ແລະທຸກໆຊົນຊາດໃນໂລກຈະຢ້ານກົວແລະສັ່ນເຊັນ ເມື່ອພວກເຂົາໄດ້ຍິນເຖິງສິ່ງດີທັງຫລາຍ ຊຶ່ງເຮົາເຮັດໃຫ້ແກ່ຊາວນະຄອນເຢຣູຊາເລັມ ແລະທັງໄດ້ຍິນເຖິງຄວາມຈະເລີນຮຸ່ງເຮືອງທີ່ເຮົາໄດ້ນຳມາສູ່ນະຄອນນີ້.”