Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 7:1 - ພຣະຄຳພີສັກສິ

1 ຫລັງຈາກ​ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ສີ່​ຕົນ ຢືນ​ຢູ່​ໃນ​ທິດ​ທັງ​ສີ່​ຂອງ​ແຜ່ນດິນ​ໂລກ ຫ້າມ​ລົມ​ທັງ​ສີ່​ທິດ​ບໍ່​ໃຫ້​ພັດ​ໃສ່​ແຜ່ນດິນ ຫລື​ໃສ່​ທະເລ ຫລື​ໃສ່​ຕົ້ນໄມ້​ໃດໆ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

1 ຫລັງຈາກນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ສີ່​ຕົນ​ຢືນ​ຢູ່​ທີ່​ສີ່​ມຸມ​ຂອງ​ແຜ່ນດິນໂລກ ດຶງ​ລົມ​ທັງ​ສີ່​ທິດ​ຂອງ​ແຜ່ນດິນໂລກ​ບໍ່​ໃຫ້​ລົມ​ພັດ​ມາ​ເທິງ​ແຜ່ນດິນ ຫລື ພັດ​ເທິງ​ທະເລ ຫລື ພັດ​ເທິງ​ຕົ້ນໄມ້​ໃດໆ.

Uka jalj uñjjattʼäta Copia luraña




ພຣະນິມິດ 7:1
23 Jak'a apnaqawi uñst'ayäwi  

ອົງພຣະ​ຜູ້​ເປັນເຈົ້າ​ຈະ​ຍົກ​ທຸງ​ຂຶ້ນ​ເປັນ​ສັນຍານ ເພື່ອ​ສະແດງ​ໃຫ້​ຊົນຊາດ​ຕ່າງໆ​ຮູ້​ວ່າ ພຣະອົງ​ກຳລັງ​ເຕົ້າໂຮມ​ປະຊາຊົນ​ຂອງ​ພຣະອົງ​ເຂົ້າກັນ ຄື​ປະຊາຊົນ​ຂອງ​ອິດສະຣາເອນ​ແລະ​ຢູດາຍ ທີ່​ກະຈັດ​ກະຈາຍ​ຢູ່​ຕາມ​ທິດ​ທັງ​ສີ່​ຂອງ​ໂລກ​ນັ້ນ​ໃຫ້​ກັບຄືນ​ມາ.


“ເຮົາ​ເຝົ້າເບິ່ງ​ແລະ​ຫົດ​ນໍ້າ​ມັນ​ບໍ່ໄດ້​ຂາດ. ເຮົາ​ເຝົ້າ​ຮັກສາ​ທັງເວັນ ແລະ​ທັງຄືນ ເພື່ອ​ບໍ່​ໃຫ້​ຜູ້ໃດ​ມາ​ທຳຮ້າຍ​ມັນ​ໄດ້.


ພຣະເຈົ້າຢາເວ​ລົງໂທດ​ປະຊາຊົນ​ຂອງ​ພຣະອົງ ໂດຍ​ເນລະເທດ​ເຂົາ​ໃຫ້​ໜີໄປ. ພຣະອົງ​ໄດ້​ໃຊ້​ລົມ​ອັນ​ໂຫດຮ້າຍ​ຈາກ​ທິດ​ຕາເວັນອອກ ພັດ​ສົ່ງ​ພວກເຂົາ​ໄປ.


ເຮົາ​ຈະ​ເຮັດ​ໃຫ້​ລົມ​ພັດ​ມາ​ຈາກ​ທຸກ​ທິດ​ເພື່ອ​ຕໍ່ສູ້​ເອລາມ ແລະ​ເຮົາ​ຈະ​ເຮັດ​ໃຫ້​ປະຊາຊົນ​ໃນ​ດິນແດນ​ນັ້ນ ກະຈັດ​ກະຈາຍ​ໄປ​ທົ່ວ​ທຸກບ່ອນ ຈົນ​ມີ​ຜູ້​ລີ້ໄພ​ຢູ່​ໃນ​ທຸກໆ​ປະເທດ.


ພຣະອົງ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ຈົ່ງ​ປະກາດ​ພຣະທຳ​ຕໍ່​ລົມ. ຈົ່ງ​ບອກ​ລົມ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ສັ່ງ​ວ່າ ຈົ່ງ​ມາ​ຈາກ​ທິດ​ທັງສີ່ ແລະ​ຈົ່ງ​ພັດ​ເຂົ້າ​ໄປ​ເປັນ​ລົມຫາຍໃຈ​ຢູ່​ໃນ​ຄົນ​ທີ່​ຖືກຂ້າ​ເຫຼົ່ານີ້ ເພື່ອ​ໃຫ້​ພວກເຂົາ​ມີ​ຊີວິດ​ຢູ່.”’


“ມະນຸດ​ເອີຍ ອັນນີ້ ແມ່ນ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກຳລັງ​ກ່າວ​ແກ່​ດິນແດນ​ຂອງ​ຊາດ​ອິດສະຣາເອນ​ຄື: ຕໍ່ໄປນີ້​ແມ່ນ​ຈຸດຈົບ​ຂອງ​ດິນແດນ​ທັງໝົດ.


ແຕ່​ໃນ​ເວລາ​ທີ່​ເພິ່ນ​ມີ​ອຳນາດ​ຍິ່ງໃຫຍ່​ນັ້ນ ອານາຈັກ​ຂອງ​ເພິ່ນ​ຈະ​ແຕກແຍກ ແລະ​ຈະ​ຖືກ​ແບ່ງ​ອອກ​ເປັນ​ສີ່​ສ່ວນ. ບັນດາ​ກະສັດ​ທີ່​ບໍ່ໄດ້​ສືບ​ເຊື້ອສາຍ​ມາ​ຈາກ​ເພິ່ນ​ຈະ​ປົກຄອງ​ແທນ​ເພິ່ນ, ແຕ່​ພວກ​ນີ້​ຈະ​ບໍ່ມີ​ອຳນາດ​ດັ່ງ​ທີ່​ເພິ່ນ​ໄດ້​ມີ.


ທີ່​ຂ້າພະເຈົ້າ​ໄດ້​ເຫັນ​ໃນ​ຄືນ​ນັ້ນ: ໄດ້​ມີ​ລົມ​ພັດ​ມາ​ຈາກ​ທຸກ​ທິດ ຕີ​ໜ້າ​ນໍ້າ​ມະຫາສະໝຸດ​ໃຫ້​ເປັນ​ຟອງ.


ຝ່າຍ​ແບ້​ກໍ​ຍິ່ງ​ມີ​ຄວາມ​ເຍີ້ຍິ່ງ​ຈອງຫອງ​ຫລາຍ​ຂຶ້ນ ແລ້ວ​ໃນ​ເວລາ​ທີ່​ມັນ​ມີ​ອຳນາດ​ແຂງ​ຫລາຍ​ນັ້ນ ເຂົາ​ຂອງ​ມັນ​ໄດ້​ຫັກ​ອອກ, ແຕ່​ມີ​ສີ່​ເຂົາ​ທີ່​ສຳຄັນ​ໄດ້​ປົ່ງ​ອອກ​ມາ​ແທນ ແຕ່ລະ​ເຂົາ​ກໍ​ຊີ້​ໄປ​ທິດທາງ​ຕ່າງກັນ.


ແຕ່​ພຣະເຈົ້າຢາເວ​ໄດ້​ບັນດານ​ໃຫ້​ເກີດ​ລົມພະຍຸ​ໃຫຍ່​ພັດ​ຜ່ານ​ທະເລ​ມາ ແລະ​ພັດ​ແຮງ​ທີ່ສຸດ​ຈົນ​ເຮືອ​ຢູ່​ໃນ​ອັນຕະລາຍ​ເກືອບ​ຈະ​ແຕກ.


ຂ້າພະເຈົ້າ​ໄດ້​ເຫັນ​ນິມິດ​ຢ່າງ​ອື່ນ​ອີກ. ເທື່ອ​ນີ້​ຂ້າພະເຈົ້າ​ໄດ້​ເຫັນ​ລົດຮົບ​ສີ່​ຄັນ ກຳລັງ​ອອກ​ມາ​ຈາກ​ພູເຂົາ​ສອງ​ໜ່ວຍ​ທີ່​ເປັນ​ທອງສຳຣິດ.


ເທວະດາ​ຕົນ​ນັ້ນ​ໄດ້​ຕອບ​ວ່າ, “ລົດຮົບ​ເຫຼົ່ານີ້ ໝາຍເຖິງ​ລົມ​ທັງ​ສີ່​ທິດ ທີ່​ຫາ​ກໍ​ມາ​ແຕ່​ເຂົ້າ​ເຝົ້າ​ຕໍ່ໜ້າ​ພຣະເຈົ້າຢາເວ​ແຫ່ງ​ແຜ່ນດິນ​ໂລກ​ນີ້​ທັງໝົດ.”


ພຣະອົງ​ຈະ​ໃຊ້​ບັນດາ​ເທວະດາ​ຂອງ​ພຣະອົງ​ອອກ​ໄປ ດ້ວຍ​ສຽງ​ແກ​ດັງ​ກ້ອງສະໜັ່ນ, ເພື່ອ​ຮວບຮວມ​ເອົາ​ປະຊາຊົນ​ຂອງ​ພຣະເຈົ້າ​ທີ່​ພຣະອົງ​ໄດ້​ເລືອກ​ໄວ້​ຈາກ​ລົມ​ທິດ​ທັງ​ສີ່ ຕັ້ງແຕ່​ສຸດ​ຂອບຟ້າ​ເບື້ອງນີ້​ຈົນເຖິງ​ສຸດ​ຂອບຟ້າ​ເບື້ອງນັ້ນ.”


ເພິ່ນ​ຈະ​ໃຊ້​ພວກ​ເທວະດາ​ຂອງ​ເພິ່ນ​ອອກ​ໄປ ເພື່ອ​ຮວບຮວມ​ເອົາ​ຄົນ​ທັງຫລາຍ​ທີ່​ພຣະອົງ​ໄດ້​ເລືອກ​ໄວ້​ແລ້ວ​ຈາກ​ທິດ​ທັງສີ່ ຕັ້ງແຕ່​ທີ່ສຸດ​ປາຍ​ແຜ່ນດິນ​ຈົນເຖິງ​ທີ່ສຸດ​ຂອບຟ້າ.”


ມັນ​ຈະ​ອອກ​ໄປ​ຫລອກລວງ​ບັນດາ​ປະຊາຊາດ​ທັງຫລາຍ ທີ່​ກະຈັດ​ກະຈາຍ​ຢູ່​ທົ່ວ​ໂລກ ຄື​ໂກກ​ແລະ​ມາໂກກ ໃຫ້​ມາ​ເຕົ້າໂຮມ​ກັນ​ເພື່ອ​ການ​ເຮັດ​ເສິກ ຈຳນວນ​ຄົນ​ເຫຼົ່ານັ້ນ​ມີ​ຫລວງຫລາຍ ເໝືອນ​ເມັດ​ຊາຍ​ຕາມ​ແຄມ​ຝັ່ງ​ທະເລ.


ຂ້າພະເຈົ້າ​ໄດ້ຍິນ​ສຽງດັງ​ມາ​ຈາກ​ທ່າມກາງ​ສິ່ງທີ່ມີ​ຊີວິດ​ທັງ​ສີ່​ນັ້ນ​ຮ້ອງ​ວ່າ, “ເຂົ້າ​ສາລີ​ໜຶ່ງ​ລິດ​ຕໍ່​ແຮງງານ​ມື້​ໜຶ່ງ ແລະ​ເຂົ້າບາເລ​ສາມ​ລິດ​ຕໍ່​ແຮງງານ​ມື້​ໜຶ່ງ ແຕ່​ຢ່າ​ທຳລາຍ​ນໍ້າມັນ​ແລະ​ເຫຼົ້າ​ອະງຸ່ນ.”


ເທວະດາ​ຕົນ​ນັ້ນ​ກ່າວ​ວ່າ, “ຢ່າ​ທຳລາຍ​ແຜ່ນດິນ ທະເລ ຫລື​ຕົ້ນໄມ້ ຈົນກວ່າ​ເຮົາ​ຈະ​ປະທັບຕາ ໃສ່​ໜ້າຜາກ​ຂອງ​ບັນດາ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ​ເສຍ​ກ່ອນ.”


ເມື່ອ​ເທວະດາ​ຕົນ​ທຳອິດ​ເປົ່າແກ​ຂຶ້ນ ມີ​ໝາກເຫັບ​ແລະ​ໄຟ​ປົນ​ເລືອດ ຖືກ​ຖິ້ມ​ລົງ​ມາ​ເທິງ​ແຜ່ນດິນ​ໂລກ, ໜຶ່ງ​ສ່ວນ​ສາມ​ຂອງ​ແຜ່ນດິນ​ໂລກ​ຖືກ​ໄໝ້, ໜຶ່ງ​ສ່ວນ​ສາມ​ຂອງ​ຕົ້ນໄມ້​ກໍ​ຖືກ​ໄໝ້ ແລະ​ຫຍ້າ​ຂຽວ​ສົດ​ທຸກ​ໃບ​ກໍ​ຖືກ​ເຜົາ​ໄໝ້​ໄປ​ໝົດ.


ສຽງ​ນັ້ນ​ສັ່ງ​ເທວະດາ​ຕົນ​ທີ​ຫົກ​ທີ່​ຖື​ແກ​ນັ້ນ​ວ່າ, “ຈົ່ງ​ປົດປ່ອຍ​ເທວະດາ​ທັງ​ສີ່ ທີ່​ຖືກ​ມັດ​ໄວ້​ໃກ້​ແມ່ນໍ້າ​ໃຫຍ່ ເອີຟຣັດ ນັ້ນ​ເສຍ.”


ພຣະເຈົ້າ​ຊົງ​ຫ້າມ​ມັນ​ບໍ່​ໃຫ້​ມັນ​ທຳລາຍ​ຫຍ້າ​ເທິງ​ແຜ່ນດິນ​ໂລກ ສິ່ງ​ຂຽວ​ສົດ ຫລື​ຕົ້ນໄມ້​ໃດໆ, ແຕ່​ໃຫ້​ທຳລາຍ​ຄົນ​ເຫຼົ່ານັ້ນ ທີ່​ບໍ່ມີ​ຕາປະທັບ​ຂອງ​ພຣະເຈົ້າ​ທີ່​ໜ້າຜາກ​ຂອງ​ພວກເຂົາ​ເທົ່ານັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka