ພຣະນິມິດ 6:9 - ພຣະຄຳພີສັກສິ9 ເມື່ອພຣະເມສານ້ອຍໄດ້ແກະຕາປະທັບດວງທີຫ້ານັ້ນແລ້ວ ຂ້າພະເຈົ້າໄດ້ເຫັນດວງວິນຍານຢູ່ໃຕ້ແທ່ນບູຊາ ເປັນດວງວິນຍານຂອງຄົນທັງຫລາຍທີ່ໄດ້ຖືກຂ້າ ເພາະປະກາດພຣະທຳຂອງພຣະເຈົ້າ ແລະເປັນຜູ້ສັດຊື່ໃນຄຳພະຍານຂອງຕົນ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່9 ເມື່ອພຣະອົງແກະຕາປະທັບດວງທີຫ້າອອກ. ຂ້າພະເຈົ້າເຫັນຢູ່ໃຕ້ແທ່ນບູຊາມີຈິດວິນຍານຂອງບັນດາຄົນທັງຫລາຍທີ່ໄດ້ຖືກຂ້າເພາະປະກາດພຣະທຳຂອງພຣະເຈົ້າ ແລະ ຄຳພະຍານທີ່ພວກເຂົາໄດ້ຮັກສາໄວ້. Uka jalj uñjjattʼäta |
ແລ້ວຂ້າພະເຈົ້າໄດ້ກົ້ມຕົວລົງໃກ້ຕີນພວກເທວະດາ ເພື່ອຈະຂາບໄຫວ້ເພິ່ນ ແຕ່ເພິ່ນໄດ້ກ່າວກັບຂ້າພະເຈົ້າວ່າ, “ລະວັງ ຢ່າເຮັດຢ່າງນັ້ນ ເຮົາເປັນເພື່ອນຜູ້ຮັບໃຊ້ຮ່ວມກັນກັບທ່ານ ແລະຮ່ວມກັບພີ່ນ້ອງຂອງທ່ານ ທີ່ຢຶດຖືຄຳພະຍານຝ່າຍພຣະເຢຊູເຈົ້າ ຈົ່ງນະມັດສະການພຣະເຈົ້າເທີ້ນ. ເພາະວ່າເນື້ອຄວາມຂອງການປະກາດພຣະທຳ ກໍເປັນຄຳພະຍານຝ່າຍພຣະເຢຊູເຈົ້າ.”
ແລ້ວຂ້າພະເຈົ້າໄດ້ເຫັນບັນລັງຫລາຍອັນ ແລະຜູ້ທີ່ນັ່ງເທິງບັນລັງນັ້ນ ເປັນຜູ້ທີ່ໄດ້ຮັບພຣະຣາຊທານອຳນາດພິພາກສາ ແລະຂ້າພະເຈົ້າຍັງໄດ້ເຫັນດວງວິນຍານຂອງຄົນທັງປວງທີ່ຖືກຕັດຄໍ ເພາະເປັນພະຍານຝ່າຍພຣະເຢຊູເຈົ້າ ແລະເພາະພຣະທຳຂອງພຣະເຈົ້າ ຄືຜູ້ທີ່ບໍ່ໄດ້ບູຊາສັດຮ້າຍ ຫລືຮູບຂອງມັນ ແລະບໍ່ໄດ້ຮັບເຄື່ອງໝາຍຂອງມັນຕິດໄວ້ທີ່ໜ້າຜາກ ຫລືທີ່ມືຂອງຕົນ. ຄົນເຫຼົ່ານັ້ນກັບຄືນມີຊີວິດໃໝ່ ແລະໄດ້ຄຸ້ມຄອງຮ່ວມກັບພຣະຄຣິດໃນລະຫວ່າງພັນປີ. (