Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 6:5 - ພຣະຄຳພີສັກສິ

5 ເມື່ອ​ພຣະ​ເມສານ້ອຍ​ໄດ້​ແກະ​ຕາປະທັບ​ດວງ​ທີ​ສາມ​ນັ້ນ​ແລ້ວ ຂ້າພະເຈົ້າ​ໄດ້ຍິນ​ສິ່ງທີ່ມີ​ຊີວິດ​ຕົນ​ທີ​ສາມ​ຮ້ອງ​ວ່າ, “ມາເທາະ!” ເມື່ອ​ຂ້າພະເຈົ້າ​ຫລຽວ​ເບິ່ງ ກໍ​ເຫັນ​ມ້າ​ສີ​ດຳ​ໂຕໜຶ່ງ​ອອກ​ມາ ຜູ້​ຂີ່​ມ້າ​ໂຕ​ນີ້​ຖື​ຄັນ​ຊັ່ງ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

5 ເມື່ອ​ລູກແກະ​ຂອງ​ພຣະເຈົ້າ​ແກະ​ຕາປະທັບ​ດວງ​ທີສາມ​ອອກ, ຂ້າພະເຈົ້າ​ໄດ້​ຍິນ​ສິ່ງທີ່ມີຊີວິດ​ຕົນ​ທີສາມ​ກ່າວ​ຂຶ້ນ​ວ່າ, “ມາ​ເທາະ!” ຂ້າພະເຈົ້າ​ໄດ້​ແນມເບິ່ງ ແລະ ຢູ່​ຕໍ່ໜ້າ​ຂ້າພະເຈົ້າ​ນັ້ນ​ມີ​ມ້າ​ດຳ​ໂຕ​ໜຶ່ງ! ຜູ້ຂີ່ມ້າ​ນີ້​ຖື​ຊີງສັ່ງ​ຄູ່​ໜຶ່ງ​ຢູ່​ໃນ​ມື​ຂອງ​ຕົນ.

Uka jalj uñjjattʼäta Copia luraña




ພຣະນິມິດ 6:5
11 Jak'a apnaqawi uñst'ayäwi  

ຄວາມ​ອຶດຫິວ​ເຮັດ​ໃຫ້​ເຈັບໄຂ້​ຮ້ອນ​ທົ່ວ​ທັງຕົວ ຈົນ​ໜັງ​ແດງ​ດັ່ງ​ເຕົາ​ອົບ​ທີ່​ກຳລັງ​ຮ້ອນ.


ເຈົ້າ​ຈະ​ໄດ້​ຮັບ​ອະນຸຍາດ​ໃຫ້​ກິນ​ເຂົ້າຈີ່ ສອງຮ້ອຍ​ສາມສິບ​ກຼາມ​ຕໍ່ມື້ ແລະ​ໃຫ້​ກຸ້ມ​ຈົນຮອດ​ມື້ໜ້າ.


ແລ້ວ​ພຣະອົງ​ກໍ​ກ່າວ​ຕື່ມ​ວ່າ, “ມະນຸດ​ເອີຍ ເຮົາ​ຈະ​ຕັດ​ສະບຽງ​ອາຫານ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ລົງ. ປະຊາຊົນ​ໃນ​ທີ່ນັ້ນ​ຈະ​ທຸກ​ທໍລະມານ​ໃຈ ແລະ​ອຸກອັ່ງ ເມື່ອ​ພວກເຂົາ​ຕວງ​ອັດຕາ​ອາຫານ​ທີ່​ພວກເຂົາ​ກິນ ແລະ​ນໍ້າ​ທີ່​ພວກເຂົາ​ດື່ມ.


ເມື່ອ​ເຮົາ​ທຳລາຍ​ອາຫານ​ຫລັກ​ຂອງ​ພວກເຈົ້າ, ແມ່ຍິງ​ສິບ​ຄົນ​ຈະ​ໃຊ້​ເຕົາ​ໜ່ວຍ​ດຽວ​ອົບ​ເຂົ້າຈີ່. ພວກເຂົາ​ຈະ​ກຳນົດ​ອັດຕາ​ອາຫານ​ໃຫ້ ແລະ​ເມື່ອ​ພວກເຈົ້າ​ກິນ​ແລ້ວ, ແຕ່​ຍັງ​ຈະ​ຫິວ​ຢູ່.


ລົດຮົບ​ຄັນ​ທີ​ໜຶ່ງ​ມີ​ມ້າ​ສີແດງ, ລົດຮົບ​ຄັນ​ທີ​ສອງ​ມີ​ມ້າ​ສີ​ດຳ​


ລົດຮົບ​ຄັນ​ທີ່​ມີ​ມ້າ​ສີ​ດຳ​ນັ້ນ ກຳລັງ​ໄປ​ທາງ​ທິດເໜືອ​ສູ່​ບາບີໂລນ, ມ້າ​ສີ​ຂາວ​ນັ້ນ​ກຳລັງ​ໄປ​ທາງ​ທິດ​ຕາເວັນຕົກ ແລະ​ມ້າ​ສີ​ດ່າງ​ກຳລັງ​ໄປ​ສູ່​ປະເທດ​ທາງ​ທິດໃຕ້.


ປະເທດ​ທັງຫລາຍ​ຈະ​ລົບລາ​ຂ້າຟັນ​ກັນ, ອານາຈັກ​ຕ່າງໆ​ຈະ​ໂຈມຕີ​ກັນ, ການ​ອຶດຢາກ ແລະ​ແຜ່ນດິນ​ໄຫວ​ຈະ​ເກີດຂຶ້ນ​ໃນ​ທຸກ​ແຫ່ງຫົນ.


ແລ້ວ​ມີ​ທ່ານ​ຜູ້ໜຶ່ງ​ໃນ​ພວກ​ອາວຸໂສ​ນັ້ນ ບອກ​ຂ້າພະເຈົ້າ​ວ່າ, “ຢ່າ​ຮ້ອງໄຫ້​ເລີຍ ເບິ່ງແມ! ສິງ​ຈາກ​ເຜົ່າ​ຢູດາ ໜໍ່ແໜງ​ແຫ່ງ​ເຊື້ອສາຍ​ຂອງ​ດາວິດ ເປັນ​ຜູ້​ມີ​ໄຊຊະນະ​ແລ້ວ ຈຶ່ງ​ສາມາດ​ແກະ​ຕາປະທັບ​ທັງ​ເຈັດ ແລະ​ມາຍ​ໜັງສື​ມ້ວນ​ນັ້ນ​ອອກ​ໄດ້.”


ພວກເຂົາ​ໄດ້​ຮ້ອງເພງ​ບົດ​ໃໝ່​ວ່າ, “ພຣະອົງ​ຊົງ​ເປັນ​ຜູ້​ສົມຄວນ ທີ່​ຈະ​ຮັບ​ເອົາ​ໜັງສື​ມ້ວນ ແລະ ແກະ​ຕາປະທັບ ມາຍ​ໜັງສື​ມ້ວນ​ນັ້ນ ດ້ວຍວ່າ​ພຣະອົງ​ຊົງ​ຖືກ​ຂ້າ​ແລ້ວ ແລະ ດ້ວຍ​ເລືອດ​ຂອງ​ພຣະອົງ​ນັ້ນ ພຣະອົງ​ໄດ້​ຊົງ​ໄຖ່​ມະນຸດ​ທຸກ​ເຜົ່າ, ທຸກ​ຊາດ, ທຸກ​ພາສາ, ທຸກ​ເຊື້ອຊາດ ແລະ ທຸກ​ປະເທດ​ໃຫ້​ມາ​ເຖິງ​ພຣະເຈົ້າ.


ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ພຣະ​ເມສານ້ອຍ ແກະ​ຕາປະທັບ​ດວງ​ທຳອິດ​ໃນ​ຕາປະທັບ​ທັງ​ເຈັດ​ນັ້ນ​ອອກ​ແລ້ວ ແລະ​ຂ້າພະເຈົ້າ​ໄດ້ຍິນ​ສິ່ງທີ່ມີ​ຊີວິດ​ຕົນ​ທີ​ໜຶ່ງ​ໃນ​ສີ່​ຕົນ​ນັ້ນ ຮ້ອງ​ສຽງດັງ​ເໝືອນ​ຟ້າຮ້ອງ​ວ່າ, “ມາເທາະ!”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka