Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 6:4 - ພຣະຄຳພີສັກສິ

4 ແລະ​ມີ​ມ້າ​ສີແດງເຂັ້ມ​ໂຕໜຶ່ງ​ອີກ​ອອກ​ມາ ຜູ້​ທີ່​ຂີ່​ມ້າ​ໂຕ​ນີ້​ໄດ້​ຮັບ​ຣິດອຳນາດ​ໃຫ້​ນຳ​ສັນຕິສຸກ​ໄປ​ຈາກ​ແຜ່ນດິນ​ໂລກ ເພື່ອ​ໃຫ້​ມະນຸດ​ທັງປວງ​ສູ້ຮົບ ຂ້າ​ຟັນ​ກັນ ແລະ​ທັງ​ໄດ້​ຮັບ​ດາບ​ໃຫຍ່​ດວງ​ໜຶ່ງ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

4 ແລ້ວ​ມ້າ​ອີກ​ໂຕ​ໜຶ່ງ​ກໍ​ອອກ​ມາ​ເປັນ​ສີແດງເຂັ້ມ. ຜູ້ຂີ່ມ້າ​ນີ້​ໄດ້​ຮັບ​ລິດອຳນາດ​ທີ່​ຈະ​ນຳ​ສັນຕິສຸກ​ອອກຈາກ​ແຜ່ນດິນໂລກ ແລະ ເຮັດໃຫ້​ມະນຸດ​ຂ້າ​ກັນ. ເພິ່ນ​ໄດ້​ຮັບ​ດາບ​ໃຫຍ່​ດວງ​ໜຶ່ງ.

Uka jalj uñjjattʼäta Copia luraña




ພຣະນິມິດ 6:4
17 Jak'a apnaqawi uñst'ayäwi  

ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ລຸກ​ຂຶ້ນ ຂັດຂວາງ​ເຫຼົ່າ​ສັດຕູ​ຂອງ​ຂ້ານ້ອຍ​ໄວ້​ດ້ວຍ ໂຜດ​ໃຊ້​ດາບ​ຂອງ​ພຣະອົງ​ມາ​ກຳຈັດ​ສັດຕູ​ເຫຼົ່ານັ້ນ​ສາ ໂຜດ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນໄພ​ແດ່ທ້ອນ


ເພິ່ນ​ເປັນ​ຜູ້​ຍິ່ງໃຫຍ່​ຈົນ​ປະຊາຊົນ​ໃນ​ທຸກ​ຊົນຊາດ, ທຸກ​ເຊື້ອຊາດ ແລະ​ທຸກ​ພາສາ​ຢ້ານກົວ​ຕົວ​ສັ່ນ​ຕໍ່ໜ້າ​ເພິ່ນ. ຖ້າ​ເພິ່ນ​ປະສົງ​ຈະ​ຂ້າ​ຄົນ​ໜຶ່ງ ຫລື​ຈະ​ໃຫ້​ຄົນ​ໜຶ່ງ​ມີ​ຊີວິດ​ຢູ່ ເພິ່ນ​ກໍ​ເຮັດ​ໄປ​ໂລດ. ເພິ່ນ​ໃຫ້ກຽດ ແລະ​ຖອນ​ກຽດ​ຄົນໃດ​ກໍໄດ້​ຕາມ​ທີ່​ເພິ່ນ​ຕ້ອງການ.


ຂ້າພະເຈົ້າ​ໄດ້​ເຫັນ​ຜູ້​ໜຶ່ງ​ຂີ່​ມ້າ​ສີແດງ​ໂຕໜຶ່ງ. ຜູ້​ນັ້ນ​ໄດ້​ຢຸດ​ຢູ່​ທ່າມກາງ​ຕົ້ນໄມ້​ຫອມ ໃນ​ຮ່ອມພູ​ແຫ່ງ​ໜຶ່ງ ແລະ​ທາງ​ເບື້ອງ​ຫລັງ​ຂອງ​ຜູ້​ນັ້ນ​ມີ​ມ້າ​ໂຕ​ອື່ນ​ອີກ ເປັນ​ມ້າ​ສີແດງ, ສີດ່າງ ແລະ​ສີຂາວ.


ລົດຮົບ​ຄັນ​ທີ​ໜຶ່ງ​ມີ​ມ້າ​ສີແດງ, ລົດຮົບ​ຄັນ​ທີ​ສອງ​ມີ​ມ້າ​ສີ​ດຳ​


“ຢ່າ​ຄິດ​ວ່າ​ເຮົາ​ນຳ​ຄວາມ​ສະຫງົບສຸກ​ມາ​ສູ່​ໂລກ, ເຮົາ​ບໍ່ໄດ້​ມາ​ເພື່ອ​ນຳ​ຄວາມ​ສະຫງົບສຸກ​ມາ​ໃຫ້ ແຕ່​ໃຫ້​ມີ​ດາບ.


ພວກເຈົ້າ​ຈະ​ໄດ້ຍິນ​ເຖິງ​ເລື່ອງ​ການ​ສູ້ຮົບ​ທາງ​ໃກ້ ແລະ​ຂ່າວ​ການ​ເຮັດ​ເສິກ​ສົງຄາມ​ທາງໄກ, ແຕ່​ຢ່າ​ຕົກໃຈ​ຢ້ານກົວ​ເລີຍ ເຫດການ​ເຊັ່ນນີ້​ຈຳເປັນ​ຕ້ອງ​ເກີດຂຶ້ນ ແຕ່​ບໍ່ໄດ້​ໝາຍຄວາມວ່າ ເວລາ​ສິ້ນສຸດ​ໄດ້​ມາ​ເຖິງ​ແລ້ວ.


ພຣະເຢຊູເຈົ້າ​ຕອບ​ວ່າ, “ເຈົ້າ​ຈະ​ບໍ່ມີ​ສິດ​ອຳນາດ​ເໜືອ​ເຮົາ​ຈັກ​ປະການ ນອກຈາກ​ອຳນາດ​ນັ້ນ​ຈະ​ປະທານ​ແຕ່​ເບື້ອງ​ເທິງ​ໃຫ້​ແກ່​ເຈົ້າ ເຫດສະນັ້ນ ຜູ້​ທີ່​ມອບ​ເຮົາ​ໄວ້​ກັບ​ເຈົ້າ ກໍ​ມີ​ຄວາມ​ຜິດບາບ​ຫລາຍກວ່າ​ເຈົ້າ.”


ມີ​ໝາຍສຳຄັນ​ອີກ​ຢ່າງ​ໜຶ່ງ​ປາກົດ​ໃນ​ສະຫວັນ​ດັ່ງນີ້: ມີ​ພະຍານາກ​ໃຫຍ່​ສີແດງ​ໂຕໜຶ່ງ ມີ​ເຈັດ​ຫົວ ສິບ​ເຂົາ ຢູ່​ເທິງ​ຫົວ​ນັ້ນ​ມີ​ມົງກຸດ​ເຈັດ​ອັນ.


“ຜູ້ໃດ​ທີ່​ກຳນົດ​ໄວ້​ໃຫ້​ໄປ​ເປັນ​ຊະເລີຍ ຜູ້ນັ້ນ​ກໍ​ຈະ​ຕ້ອງ​ໄປ​ເປັນ​ຊະເລີຍ. ຜູ້ໃດ​ທີ່​ກຳນົດ​ໄວ້​ໃຫ້​ຕາຍ​ດ້ວຍ​ດາບ ຜູ້ນັ້ນ​ກໍ​ຈະ​ຕ້ອງ​ຖືກ​ຂ້າ​ດ້ວຍ​ດາບ. ນີ້​ແຫຼະ ຄື​ຄວາມ​ອົດທົນ ແລະ​ຄວາມເຊື່ອ​ທີ່​ພວກ​ໄພ່ພົນ​ຂອງ​ພຣະເຈົ້າ​ຈະ​ຕ້ອງ​ມີ.”


ເທວະດາ​ຕົນ​ນັ້ນ​ໄດ້​ຍົກ​ຂ້າພະເຈົ້າ​ເຂົ້າ​ໄປ​ໃນ​ຖິ່ນແຫ້ງແລ້ງ​ກັນດານ ໂດຍ​ພຣະວິນຍານ. ໃນ​ທີ່ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ແມ່ຍິງ​ຄົນ​ໜຶ່ງ ນັ່ງ​ຢູ່​ເທິງ​ຫລັງ​ສັດຮ້າຍ​ສີແດງເຂັ້ມ​ໂຕໜຶ່ງ ຊຶ່ງ​ມີ​ຫລາຍຊື່​ທີ່​ເປັນ​ຄຳ​ໝິ່ນປະໝາດ​ເຕັມ​ໄປ​ທັງ​ຕົວ, ມັນ​ມີ​ເຈັດ​ຫົວ ແລະ​ສິບ​ເຂົາ.


ແລະ​ຂ້າພະເຈົ້າ​ໄດ້​ເຫັນ​ຍິງ​ຄົນ​ນັ້ນ ເມົາ​ດ້ວຍ​ເລືອດ​ໄພ່ພົນ​ຂອງ​ພຣະເຈົ້າ ແລະ​ດ້ວຍ​ເລືອດ​ຂອງ​ບັນດາ​ຜູ້​ທີ່​ຍອມ​ສະຫລະ​ຊີວິດ ເພາະ​ເປັນ​ພະຍານ​ຝ່າຍ​ພຣະເຢຊູເຈົ້າ. ເມື່ອ​ຂ້າພະເຈົ້າ​ເຫັນ​ຍິງ​ຄົນ​ນັ້ນ​ແລ້ວ ກໍ​ອັດສະຈັນ​ໃຈ​ຫລາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka