Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 6:2 - ພຣະຄຳພີສັກສິ

2 ເມື່ອ​ຂ້າພະເຈົ້າ​ຫລຽວ​ເບິ່ງ ກໍ​ເຫັນ​ມ້າ​ສີ​ຂາວ​ໂຕໜຶ່ງ​ອອກ​ມາ ຜູ້​ທີ່​ຂີ່​ມ້າ​ນັ້ນ​ຖື​ທະນູ​ແລະ​ໄດ້​ຮັບ​ມົງກຸດ ແລ້ວ​ຂີ່​ມ້າ​ອອກ​ໄປ​ໂດຍ​ໄວ​ຢ່າງ​ຜູ້​ມີໄຊ ເພື່ອ​ຈະ​ກຳ​ເອົາ​ໄຊຊະນະ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ຂ້າພະເຈົ້າ​ໄດ້​ແນມເບິ່ງ ແລະ ຢູ່​ຕໍ່ໜ້າ​ຂ້າພະເຈົ້າ​ນັ້ນ​ມີ​ມ້າ​ຂາວ​ໂຕ​ໜຶ່ງ! ຜູ້ຂີ່ມ້າ​ນີ້​ຖື​ທະນູ ແລະ ໄດ້​ຮັບ​ມົງກຸດ, ແລ້ວ​ເພິ່ນ​ໄດ້​ຂີ່​ມ້າ​ອອກໄປ​ຢ່າງ​ຜູ້ມີໄຊ​ທີ່​ຕັ້ງໃຈ​ອອກໄປ​ເອົາ​ຊະນະ​ເສິກ.

Uka jalj uñjjattʼäta Copia luraña




ພຣະນິມິດ 6:2
22 Jak'a apnaqawi uñst'ayäwi  

ຈາກ​ພູເຂົາ​ຊີໂອນ, ພຣະອົງ​ຈະ​ແຜ່​ອຳນາດ​ແຫ່ງ​ກະສັດ ໂດຍ​ກ່າວ​ວ່າ, “ຈົ່ງ​ປົກຄອງ​ສັດຕູ​ຂອງເຈົ້າ.”


ແຕ່​ພຣະອົງ​ເປັນ​ທີ່​ຢ້ານກົວ​ຢຳເກງ​ຂອງ​ທຸກຄົນ. ເມື່ອ​ພຣະອົງ​ໂກດຮ້າຍ ບໍ່ມີ​ຜູ້ໃດ​ກ້າ​ຢືນ​ຢູ່​ຊ້ອງໜ້າ​ພຣະອົງ


ຈົ່ງ​ຮ້ອງເພງ​ບົດໃໝ່​ຖວາຍ​ແກ່ ພຣະເຈົ້າຢາເວ ເພາະ​ສິ່ງ​ອັນ​ໜ້າ​ງຶດງໍ້​ອັດສະຈັນ​ທີ່​ພຣະອົງ​ໄດ້​ກະທຳ​ນັ້ນ. ຍ້ອນ​ຣິດເດດ​ອຳນາດ​ແລະ​ພຣະ​ກຳລັງ​ອັນ​ບໍຣິສຸດ ພຣະອົງ​ໄດ້​ນຳ​ໄຊຊະນະ​ມາ​ສູ່​ພຣະອົງເອງ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈະ​ທຳລາຍ​ຄວາມຕາຍ​ຕະຫລອດໄປ ພຣະອົງ​ຈະ​ເຊັດ​ນໍ້າຕາ​ໃຫ້​ໝົດ​ທຸກຄົນ​ແລະ​ກຳຈັດ​ຄວາມ​ອັບອາຍ ທີ່​ປະຊາຊົນ​ຂອງ​ພຣະອົງ​ໄດ້​ຮັບ​ຢູ່​ທົ່ວໂລກ. ພຣະເຈົ້າຢາເວ​ເອງ​ໄດ້​ກ່າວ​ດັ່ງນີ້ແຫລະ.


ຂ້າພະເຈົ້າ​ໄດ້​ເຫັນ​ຜູ້​ໜຶ່ງ​ຂີ່​ມ້າ​ສີແດງ​ໂຕໜຶ່ງ. ຜູ້​ນັ້ນ​ໄດ້​ຢຸດ​ຢູ່​ທ່າມກາງ​ຕົ້ນໄມ້​ຫອມ ໃນ​ຮ່ອມພູ​ແຫ່ງ​ໜຶ່ງ ແລະ​ທາງ​ເບື້ອງ​ຫລັງ​ຂອງ​ຜູ້​ນັ້ນ​ມີ​ມ້າ​ໂຕ​ອື່ນ​ອີກ ເປັນ​ມ້າ​ສີແດງ, ສີດ່າງ ແລະ​ສີຂາວ.


ພຣະເຢຊູເຈົ້າ​ຈຶ່ງ​ໄດ້​ຫຍັບ​ເຂົ້າ​ມາ​ໃກ້ ແລ້ວ​ຊົງ​ກ່າວ​ກັບ​ພວກເພິ່ນ​ວ່າ, “ອຳນາດ​ທັງໝົດ​ໃນ​ສະຫວັນ ແລະ​ທີ່​ແຜ່ນດິນ​ໂລກ ໄດ້​ມອບ​ໃຫ້​ແກ່​ເຮົາ​ແລ້ວ.


ດ້ວຍວ່າ, ຈຳເປັນ​ທີ່​ພຣະຄຣິດ​ຕ້ອງ​ຂຶ້ນ​ປົກຄອງ​ໃນ​ອານາຈັກ​ຂອງ​ພຣະອົງ ຈົນກວ່າ​ພຣະເຈົ້າ​ຊົງ​ປາບ​ສັດຕູ​ທັງປວງ ໃຫ້​ຢູ່​ໃຕ້​ພື້ນ​ຕີນ​ຂອງ​ພຣະອົງ.


ເມື່ອ​ເທວະດາ​ຕົນ​ທີ​ເຈັດ​ໄດ້​ເປົ່າແກ​ຂອງຕົນ​ແລ້ວ ກໍ​ມີ​ຫຼາຍ​ສຽງດັງ​ຈາກ​ສະຫວັນ ກ່າວ​ວ່າ, “ຣາຊອານາຈັກ​ໂລກນີ້ ເປັນ​ກຳມະສິດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ ແລະ​ຂອງ​ພຣະຄຣິດ​ຂອງ​ພຣະອົງ ແລະ​ພຣະອົງ​ຈະ​ປົກຄອງ​ຕະຫລອດ​ຊົ່ວ​ນິຣັນດອນ.”


ຝ່າຍ​ບັນດາ​ນາໆ​ຊາດ​ກໍ​ມີ​ຄວາມ​ເຄືອງແຄ້ນ ເພາະ​ເວລາ​ທີ່​ຊົງ​ໂກດຮ້າຍ​ໄດ້​ມາ​ເຖິງ ຄື​ຄົນ​ທີ່​ຕາຍ​ແລ້ວ​ຈະ​ຖືກ​ພິພາກສາ​ລົງໂທດ. ແລະ​ເຖິງ​ເວລາ​ທີ່​ຈະ​ຊົງ​ປະທານ​ລາງວັນ ແກ່​ພວກ​ຜູ້ຮັບໃຊ້​ຂອງ​ພຣະອົງ ພວກ​ຜູ້​ປະກາດ​ພຣະທຳ ແລະ​ໄພ່ພົນ​ຂອງ​ພຣະອົງ​ທຸກຄົນ ຄື​ທຸກຄົນ​ທີ່​ມີ​ຄວາມ​ຢຳເກງ​ພຣະນາມ​ຂອງ​ພຣະອົງ ທັງ​ຜູ້ນ້ອຍ​ແລະ​ຜູ້ໃຫຍ່. ແລະ​ເຖິງ​ເວລາ​ແລ້ວ ທີ່​ພຣະອົງ​ຈະ​ຊົງ​ທຳລາຍ ພວກ​ທີ່​ໄດ້​ທຳລາຍ​ແຜ່ນດິນ​ໂລກ.”


ແລ້ວ​ຂ້າພະເຈົ້າ​ກໍໄດ້​ຫລຽວ​ເບິ່ງ ແລະ​ເຫັນ​ເມກ​ສີ​ຂາວ ເທິງ​ເມກ​ນັ້ນ​ມີ​ຜູ້ໜຶ່ງ​ນັ່ງ​ເໝືອນ​ບຸດ​ມະນຸດ ຫົວ​ສວມ​ມົງກຸດ​ຄຳ ແລະ​ມື​ຖື​ກ່ຽວ​ດວງ​ຄົມ.


ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ສິ່ງ​ໜຶ່ງ ຄື​ທະເລ​ແກ້ວ​ປົນ​ໄຟ, ຂ້າພະເຈົ້າ​ຍັງ​ໄດ້​ເຫັນ​ບັນດາ​ຜູ້​ທີ່​ມີ​ໄຊຊະນະ​ເໜືອ​ສັດຮ້າຍ​ແລະ​ຮູບ​ຂອງ​ມັນ ແລະ​ເໜືອ​ຜູ້​ທີ່​ມີ​ຕົວ​ເລກ​ໝາຍ​ຊື່​ຂອງ​ມັນ ຄົນ​ເຫຼົ່ານີ້​ໄດ້​ຢືນ​ຢູ່​ແຄມ​ທະເລ​ແກ້ວ​ນັ້ນ ພວກເຂົາ​ຖື​ພິນ​ທີ່​ພຣະເຈົ້າ​ໄດ້​ມອບ​ໃຫ້​ພວກເຂົາ.


ກະສັດ​ທັງຫລາຍ​ນັ້ນ​ຈະ​ສູ້ຮົບ​ກັບ​ພຣະ​ເມສານ້ອຍ ແລະ​ພຣະ​ເມສານ້ອຍ​ຈະ​ມີ​ໄຊຊະນະ ເພາະວ່າ​ພຣະອົງ​ເປັນ​ອົງ​ພຣະຜູ້​ເປັນເຈົ້າ​ເໜືອ​ເຈົ້ານາຍ​ທັງຫລາຍ ແລະ​ເປັນ​ມະຫາ​ກະສັດ​ເໜືອ​ກະສັດ​ທັງຫລາຍ ຝ່າຍ​ບັນດາ​ຄົນ​ທີ່​ຢູ່​ກັບ​ພຣະອົງ ເປັນ​ຜູ້​ທີ່​ພຣະອົງ​ໄດ້​ຊົງ​ເອີ້ນ​ເອົາ​ແລະ​ຊົງ​ເລືອກ​ໄວ້ ກັບ​ທັງ​ເປັນ​ຜູ້​ສັດຊື່ ກໍ​ຈະ​ມີໄຊ​ດ້ວຍ​ກັນ​ກັບ​ພຣະອົງ.”


ຝູງ​ກອງທັບ​ໃນ​ສະຫວັນ​ນຸ່ງ​ຜ້າປ່ານ​ເນື້ອລະອຽດ​ສີຂາວ ແລະ​ຂີ່​ມ້າ​ຂາວ​ໄດ້​ແຫ່​ຕິດຕາມ​ພຣະອົງ​ໄປ.


ຜູ້​ທີ່​ໄຊຊະນະ ເຮົາ​ຈະ​ໃຫ້​ຜູ້ນັ້ນ​ນັ່ງ​ກັບ​ເຮົາ​ເທິງ​ບັນລັງ​ຂອງເຮົາ ເໝືອນ​ກັບ​ທີ່​ເຮົາ​ມີ​ໄຊຊະນະ​ແລ້ວ ແລະ​ໄດ້​ນັ່ງ​ກັບ​ພຣະບິດາເຈົ້າ​ຂອງເຮົາ​ເທິງ​ຣາຊບັນລັງ​ຂອງ​ພຣະອົງ.


ຕັກແຕນ​ເຫຼົ່ານັ້ນ ມີ​ລັກສະນະ​ເໝືອນ​ດັ່ງ​ມ້າ​ທີ່​ຕຽມ​ໄວ້​ແລ້ວ​ເພື່ອ​ການ​ຮົບເສິກ, ເທິງ​ຫົວ​ຂອງ​ພວກ​ມັນ​ມີ​ສິ່ງ​ໜຶ່ງ​ເໝືອນ​ກັບ​ມົງກຸດ​ຄຳ ແລະ​ໜ້າ​ຂອງ​ພວກ​ມັນ​ເໝືອນ​ໜ້າ​ມະນຸດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka