Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 6:16 - ພຣະຄຳພີສັກສິ

16 ພວກເຂົາ​ເຫຼົ່ານັ້ນ ຮ້ອງ​ບອກ​ພູ​ແລະ​ໂງ່ນຫີນ​ວ່າ, “ຈົ່ງ​ເຈື່ອນ​ລົງ​ເທິງ​ພວກເຮົາ ແລະ​ບັງ​ພວກເຮົາ​ໄວ້​ໃຫ້​ພົ້ນ​ຈາກ​ສາຍ​ຕາ​ຂອງ​ພຣະອົງ ຜູ້​ທີ່​ນັ່ງ​ເທິງ​ບັນລັງ ແລະ​ຈາກ​ຄວາມ​ໂກດຮ້າຍ​ຂອງ​ພຣະ​ເມສານ້ອຍ​ນັ້ນ,

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

16 ພວກເຂົາ​ຮ້ອງ​ບອກ​ບັນດາ​ພູເຂົາ ແລະ ໂງ່ນຫີນ​ວ່າ, “ຈົ່ງ​ເຈື່ອນລົງ​ເທິງ​ພວກເຮົາ ແລະ ບັງ​ພວກເຮົາ​ໃຫ້​ພົ້ນ​ຈາກ​ໜ້າ​ຂອງ​ພຣະອົງ​ຜູ້​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ ແລະ ໃຫ້​ພວກເຮົາ​ພົ້ນ​ຈາກ​ຄວາມໂກດຮ້າຍ​ຂອງ​ລູກແກະ​ຂອງ​ພຣະເຈົ້າ!

Uka jalj uñjjattʼäta Copia luraña




ພຣະນິມິດ 6:16
21 Jak'a apnaqawi uñst'ayäwi  

ແຕ່​ພວກເຂົາ​ຈະ​ຢູ່​ຢ່າງ​ສະທ້ານ​ຢ້ານກົວ​ເຕັມທີ ເພາະ​ພຣະເຈົ້າຢາເວ​ສະຖິດ​ຢູ່​ນຳ​ຄົນ​ທີ່​ເຊື່ອຟັງ​ພຣະອົງ.


ພວກເຂົາ​ຈະ​ລີ້​ຢູ່​ໃນ​ຖໍ້າ ຢູ່​ໃນ​ໂງ່ນຫີນ​ຕາມ​ເນີນພູ ຫລື​ຂຸດ​ຮູ​ຢູ່​ໃນ​ດິນ ເພື່ອ​ຊອກ​ຫາ​ທີ່​ຈະ​ປົບໜີ​ຈາກ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າຢາເວ ແລະ​ຫລົບລີ້​ຈາກ​ຣິດອຳນາດ​ແລະ​ສະຫງ່າຣາສີ​ຂອງ​ພຣະອົງ


ສ່ວນ​ປະຊາຊົນ​ຂອງ​ຊາດ​ອັນ​ຊົ່ວຮ້າຍ​ທີ່​ຍັງເຫລືອ​ຢູ່​ນີ້ ຄື​ພວກ​ທີ່​ອາໄສ​ຢູ່​ໃນ​ບ່ອນ​ທີ່​ເຮົາ​ໄດ້​ເຮັດ​ໃຫ້​ກະຈັດ​ກະຈາຍ​ໄປ​ນັ້ນ ຈະ​ຢາກ​ຕາຍ​ຫລາຍກວ່າ​ທີ່​ຢາກ​ຈະ​ມີ​ຊີວິດ​ຢູ່.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫລະ.


ຮ້ານ​ເທວະຮູບ​ຢູ່​ເທິງ​ພູ​ອາເວນ ບ່ອນ​ທີ່​ພວກ​ອິດສະຣາເອນ​ຂາບໄຫວ້​ຮູບເຄົາຣົບ​ຈະ​ຖືກ​ທຳລາຍ​ຖິ້ມ. ກໍ​ໜາມ​ແລະ​ຕົ້ນຫຍ້າ​ຈະ​ປົ່ງ​ຂຶ້ນ​ປົກ​ຫຸ້ມ​ແທ່ນບູຊາ​ຂອງ​ພວກເຂົາ. ປະຊາຊົນ​ຈະ​ຮ້ອງ​ໃສ່​ພູເຂົາ​ທັງຫລາຍ​ວ່າ, “ຈົ່ງ​ບັງ​ພວກເຮົາ​ໄວ້​ແດ່” ແລະ​ເວົ້າ​ຕໍ່​ພູນ້ອຍ​ວ່າ, “ຈົ່ງ​ກວມ​ພວກເຮົາ​ໄວ້​ສາ.”


ພຣະເຢຊູເຈົ້າ​ຊົງ​ຕອບ​ວ່າ, “ດັ່ງ​ທີ່​ເຈົ້າ​ເວົ້າ​ນັ້ນ​ແລ້ວ, ແຕ່​ຫລາຍກວ່າ​ນັ້ນ​ອີກ ເຮົາ​ບອກ​ພວກເຈົ້າ​ວ່າ ໃນ​ເວລາ​ຕໍ່ໄປ ພວກເຈົ້າ​ຈະ​ເຫັນ​ບຸດ​ມະນຸດ​ນັ່ງ​ຢູ່​ເບື້ອງ​ຂວາ​ຂອງ​ອົງ​ຊົງຣິດອຳນາດ​ຍິ່ງໃຫຍ່ ແລະ​ກຳລັງ​ສະເດັດ​ມາ​ເທິງ​ເມກ​ໃນ​ສະຫວັນ.”


ພຣະອົງ​ຫລຽວ​ເບິ່ງ​ອ້ອມຮອບ​ພວກເຂົາ​ດ້ວຍ​ຄວາມ​ເຄືອງໃຈ ພຣະອົງ​ເປັນທຸກໃຈ​ຫລາຍ ເພາະ​ພວກເຂົາ​ມີ​ໃຈແຂງ​ກະດ້າງ. ສະນັ້ນ ພຣະອົງ​ຈຶ່ງ​ກ່າວ​ແກ່​ຊາຍ​ຄົນ​ນັ້ນ​ວ່າ, “ຈົ່ງ​ຢຽດ​ມື​ຂອງ​ເຈົ້າ​ອອກ.” ລາວ​ຈຶ່ງ​ຢຽດ​ມື​ອອກ ແລະ ມື​ຂອງ​ລາວ​ກໍດີ​ເປັນ​ປົກກະຕິ.


ໃນ​ເວລາ​ນັ້ນ ປະຊາຊົນ​ກໍ​ຈະ​ເວົ້າ​ກັບ​ພູ​ທັງຫລາຍ​ວ່າ, ‘ຈົ່ງ​ເຈື່ອນ​ລົງ​ມາ​ທັບ​ພວກເຮົາ​ສາ’ ແລະ​ເວົ້າ​ກັບ​ໂນນ​ພູ​ທັງຫລາຍ​ວ່າ ‘ຈົ່ງ​ປົກບັງ​ພວກເຮົາ​ໄວ້​ເທີ້ນ.’


ແລະ​ສາບານ​ໃນ​ພຣະນາມ​ຂອງ​ພຣະເຈົ້າ ອົງ​ຊົງ​ຊີວິດ​ຢູ່​ນິຣັນດອນ ຜູ້​ທີ່​ໄດ້​ສ້າງ​ສະຫວັນ ແຜ່ນດິນ​ໂລກ ແລະ​ທະເລ ກັບ​ສັບພະທຸກສິ່ງ​ທີ່​ມີ​ຢູ່​ໃນ​ບ່ອນ​ເຫຼົ່ານັ້ນ ວ່າ, “ຈະ​ບໍ່ມີ​ການ​ຊັກຊ້າ​ອີກ​ຕໍ່ໄປ.”


ມີ​ດາບ​ຄົມ​ດວງ​ໜຶ່ງ​ອອກ​ມາ​ຈາກ​ປາກ​ຂອງ​ພຣະອົງ ເພື່ອ​ພຣະອົງ​ຈະ​ເອົາ​ຊະນະ​ຊົນຊາດ​ທັງຫລາຍ​ດ້ວຍ​ດາບ​ນັ້ນ. “ພຣະອົງ​ຈະ​ປົກຄອງ​ພວກເຂົາ​ດ້ວຍ​ຄ້ອນເຫລັກ​ທີ່​ມີ​ອຳນາດ ແລະ​ພຣະອົງ​ຈະ​ຢຽບ​ເອົາ​ນໍ້າ​ອະງຸ່ນ ໃນ​ອ່າງ​ແຫ່ງ​ຄວາມ​ໂກດຮ້າຍ​ອັນ​ແຮງກ້າ​ຂອງ​ພຣະເຈົ້າ ອົງ​ຊົງ​ຣິດທານຸພາບ​ສູງສຸດ.”


ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ພຣະ​ບັນລັງ​ໃຫຍ່​ສີ​ຂາວ ທັງ​ເຫັນ​ພຣະອົງ​ຜູ້​ທີ່​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ. ເມື່ອ​ພຣະອົງ​ຊົງ​ປາກົດ, ແຜ່ນດິນ​ໂລກ ແລະ​ທ້ອງຟ້າ​ກໍ​ພ່າຍ​ໜີ ແລະ​ບ່ອນ​ຢູ່​ສຳລັບ​ແຜ່ນດິນ​ໂລກ ແລະ​ທ້ອງຟ້າ​ນັ້ນ​ກໍ​ບໍ່​ເຫັນ​ອີກ.


ໃນ​ທັນໃດນັ້ນ ຂ້າພະເຈົ້າ​ໄດ້​ປະກອບ​ໄປ​ດ້ວຍ​ພຣະວິນຍານ ແລະ​ເບິ່ງແມ! ມີ​ຣາຊບັນລັງ​ຕັ້ງ​ຢູ່​ໃນ​ສະຫວັນ ມີ​ທ່ານ​ອົງ​ໜຶ່ງ​ປະທັບ​ຢູ່​ເທິງ​ບັນລັງ​ນັ້ນ.


ຈາກ​ບັນລັງ​ນັ້ນ ມີ​ຟ້າ​ແມບເຫຼື້ອມ​ທັງ​ສຽງ​ຟ້າຮ້ອງ​ດັງ​ສະໜັ່ນ​ຢູ່​ບໍ່​ຂາດ. ຕໍ່ໜ້າ​ບັນລັງ​ນັ້ນ ມີ​ຕະກຽງ​ໄຕ້​ໄວ້​ຢູ່​ເຈັດ​ໜ່ວຍ ຄື​ວິນຍານ​ທັງ​ເຈັດ​ຂອງ​ພຣະເຈົ້າ.


ເມື່ອ​ສິ່ງທີ່ມີ​ຊີວິດ​ເຫຼົ່ານັ້ນ​ຖວາຍ​ຄຳ​ຍົກຍໍ​ສະຫງ່າຣາສີ ຖວາຍ​ພຣະກຽດ ແລະ ຄຳ​ໂມທະນາ​ຂອບພຣະຄຸນ​ແດ່​ພຣະອົງ ຜູ້​ປະທັບ​ເທິງ​ຣາຊບັນລັງ ຜູ້​ຊົງ​ມີ​ພຣະຊົນ​ດຳລົງ​ຢູ່​ຕະຫລອດ​ຊົ່ວ​ນິຣັນດອນ ເມື່ອໃດ,


ໃນ​ມື​ຂວາ​ຂອງ​ພຣະອົງ ຜູ້​ຊົງ​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ໜັງສື​ມ້ວນ​ອັນ​ໜຶ່ງ ທີ່​ມີ​ຄຳ​ຂຽນ​ໄວ້​ທັງ​ຂ້າງໃນ​ແລະ​ຂ້າງນອກ ທີ່​ມີ​ຕາປະທັບ​ໄວ້​ເຈັດ​ດວງ.


ພວກເຂົາ​ໄດ້​ເປັ່ງ​ສຽງ​ຮ້ອງ​ຂຶ້ນ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຜູ້​ບໍຣິສຸດ​ແລະ​ທ່ຽງແທ້, ຍັງ​ດົນ​ປານໃດ​ໜໍ ພຣະອົງ​ຈຶ່ງ​ຈະ​ຕັດສິນ​ລົງໂທດ​ຄົນ​ທັງຫລາຍ​ເທິງ​ແຜ່ນດິນ​ໂລກ​ນີ້ ທີ່​ໄດ້​ສັງຫານ​ພວກ​ຂ້ານ້ອຍ​ນັ້ນ?”


ໃນ​ໄລຍະ​ຫ້າ​ເດືອນ​ນັ້ນ ຄົນ​ທັງຫລາຍ​ຈະ​ຊອກ​ຫາ​ຄວາມ​ຕາຍ, ແຕ່​ຈະ​ບໍ່​ພົບ​ຈັກເທື່ອ. ພວກເຂົາ​ຢາກ​ຈະ​ຕາຍ, ແຕ່​ຄວາມ​ຕາຍ​ຈະ​ປົບໜີໄປ​ຈາກ​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka