Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 6:15 - ພຣະຄຳພີສັກສິ

15 ແລ້ວ​ກະສັດ​ທັງຫລາຍ​ໃນ​ໂລກ, ພວກ​ຜູ້ປົກຄອງ​ປະເທດ​ແລະ​ພວກ​ເຈົ້ານາຍ, ພວກ​ຄົນ​ຮັ່ງມີ​ແລະ​ພວກ​ຜູ້​ມີ​ອຳນາດ ແລະ​ຄົນ​ທັງຫລາຍ​ບໍ່​ວ່າ​ເປັນ​ທາດຮັບໃຊ້ ຫລື​ເປັນ​ອິດສະຫລະ ຕ່າງ​ກໍ​ໄປ​ລີ້​ຢູ່​ຕາມ​ຖໍ້າ ແລະ​ຢູ່​ໃຕ້​ໂງ່ນຫີນ​ຕາມ​ພູ​ຕ່າງໆ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

15 ແລ້ວ​ບັນດາ​ກະສັດ​ຂອງ​ແຜ່ນດິນໂລກ, ພວກເຈົ້າຊາຍ, ພວກນາຍພົນ, ຮັ່ງມີ, ຜູ້ຍິ່ງໃຫຍ່ ແລະ ຄົນ​ອື່ນໆ​ທຸກຄົນ, ທັງ​ຂ້າທາດ ຫລື ຜູ້​ເປັນອິດສະຫລະ ຕ່າງ​ກໍ​ໄປ​ລີ້​ຢູ່​ຕາມ​ຖ້ຳ ແລະ ຢູ່​ໃນ​ຫລືບ​ໂງ່ນຫີນ​ຕາມ​ພູເຂົາ​ຕ່າງໆ.

Uka jalj uñjjattʼäta Copia luraña




ພຣະນິມິດ 6:15
19 Jak'a apnaqawi uñst'ayäwi  

ໃນ​ແລງ​ວັນ​ນັ້ນ ພວກເຂົາ​ໄດ້ຍິນ​ສຽງ​ຍ່າງ​ຂອງ​ພຣະເຈົ້າຢາເວ​ພຣະເຈົ້າ​ຢູ່​ໃນ​ສວນ ແລະ​ຊາຍ​ຄົນນັ້ນ​ກັບ​ເມຍ​ຂອງຕົນ​ໄດ້​ພາກັນ​ໄປ​ຫລົບລີ້​ຊ່ອນຕົວ​ໃຫ້​ພົ້ນ​ຈາກ​ພຣະເຈົ້າຢາເວ​ພຣະເຈົ້າ​ຢູ່​ໃນ​ທ່າມກາງ​ຕົ້ນໄມ້​ທັງຫລາຍ.


ພຣະອົງ​ໃຫ້​ກະສັດ​ຜູ້​ຈອງຫອງ​ຖ່ອມຕົວ ແລະ​ກະສັດ​ຜູ້​ຍິ່ງໃຫຍ່​ເກີດ​ມີ​ຄວາມຢ້ານ.


ພວກເຂົາ​ຈະ​ລີ້​ຢູ່​ໃນ​ຖໍ້າ ຢູ່​ໃນ​ໂງ່ນຫີນ​ຕາມ​ເນີນພູ ຫລື​ຂຸດ​ຮູ​ຢູ່​ໃນ​ດິນ ເພື່ອ​ຊອກ​ຫາ​ທີ່​ຈະ​ປົບໜີ​ຈາກ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າຢາເວ ແລະ​ຫລົບລີ້​ຈາກ​ຣິດອຳນາດ​ແລະ​ສະຫງ່າຣາສີ​ຂອງ​ພຣະອົງ


ປະຊາຊົນ​ຈະ​ລີ້​ຢູ່​ໃນ​ຖໍ້າ​ຢູ່​ໃນ​ໂງ່ນຫີນ​ຕາມ​ເນີນພູ ຫລື​ຂຸດ​ຮູ​ຢູ່​ໃນ​ດິນ ເພື່ອ​ຊອກ​ຫາ​ທີ່​ຈະ​ປົບໜີ​ຈາກ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າຢາເວ ແລະ​ຫລົບລີ້​ຈາກ​ຣິດອຳນາດ​ແລະ​ສະຫງ່າຣາສີ​ຂອງ​ພຣະອົງ ເມື່ອ​ພຣະອົງ​ມາ​ເຮັດ​ໃຫ້​ໂລກ​ສັ່ນສະເທືອນ.


ເມື່ອ​ພຣະເຈົ້າຢາເວ​ມາ​ເຮັດ​ໃຫ້​ໂລກ​ສັ່ນສະເທືອນ ປະຊາຊົນ​ຈະ​ລີ້​ຢູ່​ໃນ​ຖໍ້າ ຢູ່​ໃນ​ໂງ່ນຫີນ​ຕາມ​ເນີນພູ ຫລື​ຂຸດ​ຮູ​ຢູ່​ໃນ​ດິນ ເພື່ອ​ຊອກ​ຫາ​ທີ່​ຈະ​ປົບໜີ​ຈາກ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ ແລະ​ຫລົບລີ້​ຈາກ​ຣິດອຳນາດ​ແລະ​ສະຫງ່າຣາສີ​ຂອງ​ພຣະອົງ.


ແຕ່​ບັດນີ້ ປະຊາຊົນ​ຂອງ​ພຣະອົງ​ໄດ້​ຖືກ​ປຸ້ນ ຖືກ​ຂັງ​ທີ່​ຫ້ອງ​ໃຕ້​ດິນ​ລັບໆ​ກັບ​ພວກ​ນັກໂທດ. ພວກເຂົາ​ຖືກ​ປຸ້ນ​ຈົນ​ສິ້ນເນື້ອ​ປະດາຕົວ ແລະ​ບໍ່ມີ​ຜູ້ໃດ​ມາ​ຊ່ວຍກູ້​ເອົາ​ພວກ​ເຂົາເຈົ້າ.


ພວກເຂົາ​ຈະ​ລິເລືອ​ໄປ​ຕາມ​ຂີ້ຝຸ່ນ​ດິນ​ເໝືອນ​ດັ່ງ​ງູ; ພວກເຂົາ​ຈະ​ອອກ​ມາ​ຈາກ​ປ້ອມ​ປ້ອງກັນ​ທັງ​ຢ້ານກົວ​ຈົນ​ສັ່ນເຊັນ. ພວກເຂົາ​ຈະ​ກັບ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ດ້ວຍ​ຄວາມ​ຢຳເກງ.


ແຜ່ນດິນ​ໂລກ​ນີ້​ກໍ​ບໍ່​ສົມ​ກັບ​ຄົນ​ເຫຼົ່ານັ້ນ ພວກເພິ່ນ​ໄດ້​ທຽວ​ໄປມາ​ໃນ​ປ່າ​ແລະ​ຕາມ​ພູ ຊ່ອນ​ຕົວ​ໃນ​ຖໍ້າ​ແລະ​ໃນ​ຂຸມ.


ຈະ​ບໍ່ມີ​ແສງ​ໂຄມ​ສ່ອງ​ສະຫວ່າງ​ໃນ​ເຈົ້າ​ຕໍ່ໄປ​ອີກ, ຈະ​ບໍ່ມີ​ຜູ້ໃດ​ໄດ້ຍິນ​ສຽງ​ເຈົ້າບ່າວ ເຈົ້າສາວ​ໃນ​ເຈົ້າ​ຕໍ່ໄປ​ອີກ​ຈັກເທື່ອ, ເພາະວ່າ​ບັນດາ​ພໍ່ຄ້າ​ຂອງ​ເຈົ້າ ໄດ້​ເປັນ​ເຈົ້ານາຍ​ແຫ່ງ​ແຜ່ນດິນ​ໂລກ ແລະ​ບັນດາ​ປະຊາຊາດ​ໄດ້​ຖືກ​ຫລອກລວງ ດ້ວຍ​ເວດມົນ​ຄາຖາ​ຂອງ​ເຈົ້າ.


ພວກ​ມີດີອານ​ເຂັ້ມແຂງ​ກວ່າ​ພວກ​ອິດສະຣາເອນ; ສະນັ້ນ ພວກ​ອິດສະຣາເອນ​ຈຶ່ງ​ໜີໄປ​ລີ້​ຢູ່​ໃນ​ຖໍ້າ ແລະ​ຢູ່​ໃນ​ບ່ອນ​ປອດໄພ​ຕາມ​ເທິງ​ພູ.


ຕໍ່ມາ ພວກເຂົາ​ໄດ້​ບຸກໂຈມຕີ​ພວກ​ອິດສະຣາເອນ​ຢ່າງ​ດຸເດືອດ ຈົນ​ພວກ​ອິດສະຣາເອນ​ຢູ່​ໃນ​ທ່າ​ຈົນຕາແຈ. ພວກ​ອິດສະຣາເອນ​ບາງຄົນ​ໄດ້​ໜີໄປ​ລີ້​ຢູ່​ໃນ​ຖໍ້າ, ໃນ​ໂກນ, ຢູ່​ໃນ​ລະຫວ່າງ​ໂງ່ນຫີນ, ຢູ່​ໃນ​ຫລຸມ ແລະ​ຢູ່​ໃນ​ນໍ້າສ້າງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka