Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 6:14 - ພຣະຄຳພີສັກສິ

14 ທ້ອງຟ້າ​ກໍ​ຫົດ​ເຂົ້າ ເໝືອນ​ດັ່ງ​ໜັງສື​ມ້ວນ​ທີ່​ຖືກ​ມ້ວນ​ໄວ້, ພູ​ທຸກ​ໜ່ວຍ ແລະ​ເກາະ​ທຸກ​ແຫ່ງ​ໄດ້​ເຄື່ອນຍ້າຍ​ໄປ​ຈາກ​ບ່ອນ​ເດີມ​ຂອງ​ມັນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

14 ຟ້າສະຫວັນ​ກໍ​ຫົດເຂົ້າ​ເໝືອນດັ່ງ​ໜັງສືມ້ວນ​ທີ່​ຖືກ​ກໍ້​ມ້ວນ​ໄວ້, ແລະ ພູ​ທຸກ​ໜ່ວຍ ແລະ ເກາະ​ທຸກ​ແຫ່ງ​ກໍ​ຖືກ​ເຄື່ອນຍ້າຍ​ໄປ​ຈາກ​ບ່ອນ​ເດີມ​ຂອງ​ມັນ.

Uka jalj uñjjattʼäta Copia luraña




ພຣະນິມິດ 6:14
16 Jak'a apnaqawi uñst'ayäwi  

ຟ້າ​ດິນ​ຈະ​ສະຫລາຍ​ແຕ່​ພຣະອົງ​ຈະ​ດຳລົງຢູ່ ສິ່ງ​ເຫຼົ່ານີ້​ຈະ​ເກົ່າ​ແລະ​ຂາດ​ໄປ​ດັ່ງ​ເຄື່ອງນຸ່ງຫົ່ມ. ພຣະອົງ​ຈະ​ໂຍນ​ມັນ​ຖິ້ມ​ດັ່ງ​ໂຍນ​ເຄື່ອງນຸ່ງ​ອອກ​ໄປ ແລະ​ມັນ​ກໍ​ຈະ​ສູນຫາຍ​ສະຫລາຍ​ໄປສິ້ນ.


ດວງອາທິດ, ດວງຈັນ ແລະ​ດວງດາວ​ທັງຫລາຍ​ຈະ​ໝຸ່ນ​ເປັນ​ຂີ້ຝຸ່ນ​ດິນ. ທ້ອງຟ້າ​ຈະ​ດັບສູນ​ໄປ​ດັ່ງ​ໜັງສື​ມ້ວນ​ທີ່​ໄດ້​ມ້ວນ​ໄວ້ ແລະ​ດວງດາວ​ຈະ​ຕົກລົງ​ດັ່ງ​ໃບໄມ້​ທີ່​ຫລົ່ນ​ຈາກ​ເຄືອ​ອະງຸ່ນ​ແລະ​ກົກ​ໝາກເດື່ອ.


ພູ​ໃຫຍ່​ແລະ​ພູນ້ອຍ​ອາດ​ພັງ​ທະລາຍ​ລົງ ແຕ່​ຄວາມຮັກ​ຂອງເຮົາ​ໝັ້ນຄົງ​ບໍ່​ສິ້ນສຸດ​ໄດ້; ເຮົາ​ຈະ​ຮັກສາ​ສັນຍາ​ຄວາມ​ສະຫງົບສຸກ​ໄວ້​ສືບໄປ.” ພຣະເຈົ້າຢາເວ​ຜູ້​ຊົງ​ເມດຕາ​ເຈົ້າ​ກ່າວ​ດັ່ງນີ້ແຫລະ.


ພວກ​ຂ້ານ້ອຍ​ບໍ່ໄດ້​ຮັບ​ການ​ຊ່ວຍເຫລືອ​ຫຍັງ​ເລີຍ ຈາກ​ພະ​ຕ່າງຊາດ​ທີ່​ພວກ​ຂ້ານ້ອຍ​ນະມັດສະການ​ທີ່​ເທິງ​ເນີນພູ​ຕ່າງໆ ແລະ​ພູເຂົາ​ທັງຫຼາຍ​ນັ້ນ. ຄວາມພົ້ນ​ຂອງ​ຊາດ​ອິດສະຣາເອນ​ນັ້ນ​ມາ​ຈາກ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ແຕ່ເທົ່ານັ້ນ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ບາບີໂລນ​ເອີຍ ເຈົ້າ​ເປັນ​ດັ່ງ​ພູ​ໜ່ວຍ​ໜຶ່ງ​ທີ່​ທຳລາຍ​ທົ່ວ​ທັງໂລກ, ເຮົາ​ເປັນ​ສັດຕູ​ຂອງ​ເຈົ້າ ເຮົາ​ຈະ​ຢຶດ​ເຈົ້າ​ໄວ້, ກວາດ​ເຈົ້າ​ລົງ​ກ້ຽງ​ໃຫ້​ພຽງ​ດິນ ແລະ​ປະ​ເຈົ້າ​ໃຫ້​ເປັນ​ຂີ້ເຖົ່າ.


ປາ​ແລະ​ນົກ​ທຸກ​ໂຕ​ຕະຫລອດ​ທັງ​ສັດ​ໃຫຍ່​ນ້ອຍ ແລະ​ມະນຸດ​ທຸກຄົນ​ທີ່​ຢູ່​ເທິງ​ແຜ່ນດິນ​ໂລກ​ນີ້​ຈະ​ຢ້ານ​ເຮົາ​ຈົນ​ຕົວ​ສັ່ນເຊັນ. ພູເຂົາ​ທັງຫລາຍ​ຈະ​ເຈື່ອນ​ລົງ, ໜ້າຜາ​ຈະ​ແຕກ​ເປັນ​ເສດເລັກ​ເສດນ້ອຍ ແລະ​ກຳແພງ​ທຸກໆ​ແຫ່ງ​ຈະ​ພັງ​ທະລາຍ​ລົງ.


ຊ້ອງໜ້າ​ພຣະອົງ ພູເຂົາ​ທັງຫລາຍ​ກໍ​ຫວັ່ນໄຫວ ທັງ​ເນີນພູ​ຕ່າງໆ​ກໍ​ເຈື່ອນ​ລົງ​ໝົດ​ຕໍ່ໜ້າ​ພຣະອົງ; ເມື່ອ​ພຣະອົງ​ປາກົດ​ມາ ແຜ່ນດິນ​ໂລກ​ກໍ​ຫວັ່ນໄຫວ ໂລກ​ທັງ​ຄົນ​ໃນ​ໂລກ ກໍ​ສັ່ນເຊັນ​ດ້ວຍ​ຄວາມຢ້ານ.


ເມື່ອ​ໜ່ວຍ​ພູ​ໄດ້​ເຫັນ​ພຣະອົງ​ກໍ​ສະທ້ານ​ຫວັ່ນໄຫວ ນໍ້າ​ຝົນ​ກໍໄດ້​ທັ່ງເທ​ລົງ​ມາ​ຈາກ​ທ້ອງຟ້າ ນໍ້າ​ທີ່​ຢູ່​ໃຕ້​ພື້ນ​ພິພົບ​ໄດ້​ຊັດຂຶ້ນ​ຢ່າງ​ສະໜັ່ນ​ຫວັ່ນໄຫວ ຟອງ​ກໍ​ຟົ້ງ​ຂຶ້ນ​ສູງ​ຈົນ​ເຕັມ​ຂະໜາດ.


ເມື່ອ​ພຣະອົງ​ຢຸດ​ນິ້ງ ໂລກ​ກໍ​ເກີດ​ສະທ້ານ​ຫວັ່ນໄຫວ ພຽງ​ພຣະອົງ​ສົ່ງ​ສາຍຕາ ນາໆຊາດ​ກໍ​ສັ່ນເຊັນ​ຢ້ານ; ພູ​ທັງຫລາຍ​ທີ່​ຕັ້ງໝັ້ນຄົງ​ຢູ່​ກໍ​ແຕກ​ສະຫລາຍ​ໄປ ເນີນພູ​ຕ່າງໆ​ທີ່​ຕັ້ງ​ຢູ່​ຕະຫລອດໄປ​ຕ່າງ​ກໍ​ຍຸບ​ລົງ​ທັງນັ້ນ ຄື​ເນີນພູ​ຕ່າງໆ​ບ່ອນ​ທີ່​ພຣະອົງ​ໄດ້​ຍ່າງ​ໄປມາ ແຕ່​ຄາວ​ສະໄໝ​ດຶກດຳບັນ.


ແຕ່​ວັນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ຈະ​ມາ​ເຖິງ​ເໝືອນ​ດັ່ງ​ຂະໂມຍ​ມາ. ໃນ​ວັນ​ນັ້ນ ຟ້າ​ສະຫວັນ​ຈະ​ລ່ວງ​ເສຍ​ໄປ ດ້ວຍ​ສຽງດັງ​ກ້ອງສະໜັ່ນ ໂລກ​ທາດ​ຈະ​ສະຫລາຍ​ໄປ​ດ້ວຍ​ໄຟ ແລະ​ແຜ່ນດິນ​ໂລກ​ກັບ​ທຸກສິ່ງ​ສາລະພັດ​ຈະ​ໄໝ້​ເສຍ​ໝົດ.


ເກາະ​ທຸກ​ແຫ່ງ​ໄດ້​ສູນຫາຍ​ໄປ, ພູ​ທຸກ​ໜ່ວຍ​ກໍ​ຊອກ​ຫາ​ບໍ່​ພົບ.


ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ພຣະ​ບັນລັງ​ໃຫຍ່​ສີ​ຂາວ ທັງ​ເຫັນ​ພຣະອົງ​ຜູ້​ທີ່​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ. ເມື່ອ​ພຣະອົງ​ຊົງ​ປາກົດ, ແຜ່ນດິນ​ໂລກ ແລະ​ທ້ອງຟ້າ​ກໍ​ພ່າຍ​ໜີ ແລະ​ບ່ອນ​ຢູ່​ສຳລັບ​ແຜ່ນດິນ​ໂລກ ແລະ​ທ້ອງຟ້າ​ນັ້ນ​ກໍ​ບໍ່​ເຫັນ​ອີກ.


ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ສະຫວັນ​ໃໝ່​ແລະ​ແຜ່ນດິນ​ໂລກ​ໃໝ່ ເພາະວ່າ​ສະຫວັນ​ເດີມ​ແລະ​ແຜ່ນດິນ​ໂລກ​ເດີມ​ນັ້ນ ກໍ​ໄດ້​ລ່ວງ​ໄປ​ແລ້ວ ແລະ​ທະເລ​ກໍ​ບໍ່ມີ​ເໝືອນກັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka