Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 6:13 - ພຣະຄຳພີສັກສິ

13 ດວງດາວ​ທັງຫລາຍ​ໃນ​ທ້ອງຟ້າ​ກໍ​ຕົກລົງ​ເທິງ​ແຜ່ນດິນ ເໝືອນ​ດັ່ງ​ໝາກເດື່ອ​ດິບ​ຕົກ​ຫລົ່ນ​ລົງ​ຈາກ​ຕົ້ນ ເພາະ​ລົມພະຍຸ​ພັດ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

13 ແລະ ດວງດາວ​ໃນ​ທ້ອງຟ້າ​ກໍ​ຕົກລົງ​ມາ​ສູ່​ແຜ່ນດິນໂລກ, ເປັນ​ເໝືອນດັ່ງ​ໝາກເດື່ອ​ຫລົ່ນ​ລົງ​ຈາກ​ຕົ້ນ​ເມື່ອ​ຖືກ​ສັ່ນ​ດ້ວຍ​ລົມແຮງ.

Uka jalj uñjjattʼäta Copia luraña




ພຣະນິມິດ 6:13
15 Jak'a apnaqawi uñst'ayäwi  

ພວກເຂົາ​ຈະ​ເປັນ​ດັ່ງ​ຕົ້ນອະງຸ່ນ​ທີ່​ໝາກ​ຫລົ່ນ​ກ່ອນລະດູ ດັ່ງ​ດອກ​ໝາກກອກເທດ​ທັງ​ຈູມ​ແລະ​ບານ​ຕົກລົງ​ຈາກ​ຕົ້ນ.


ດວງດາວ​ທັງຫລາຍ​ແຫ່ງ​ຟ້າ​ສະຫວັນ​ຈະ​ຢຸດ​ສ່ອງແສງ ດວງອາທິດ​ຈະ​ມືດດຳ​ໄປ ເມື່ອ​ມັນ​ຂຶ້ນ​ສູ່​ຂອບຟ້າ ແລະ​ດວງເດືອນ​ກໍ​ຈະ​ບໍ່​ສ່ອງແຈ້ງ.


ດິນແດນ​ຖືກ​ປະຖິ້ມ​ໃຫ້​ຮົກຮ້າງ​ຫວ່າງເປົ່າ. ປ່າໄມ້​ຂອງ​ນະຄອນ​ເລບານອນ​ຫ່ຽວແຫ້ງ​ໄປ ຮ່ອມພູ​ທີ່​ອຸດົມສົມບູນ​ດີ​ໃນ​ຊາໂຣນ​ກໍ​ເປັນ​ດັ່ງ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ໃນ​ຖິ່ນ​ບາຊານ ແລະ​ເທິງ​ພູ​ກາເມນ ໃບໄມ້​ກໍ​ຫລົ່ນ​ລົງ​ຈາກ​ຕົ້ນ​ໝົດ.


ດວງອາທິດ, ດວງຈັນ ແລະ​ດວງດາວ​ທັງຫລາຍ​ຈະ​ໝຸ່ນ​ເປັນ​ຂີ້ຝຸ່ນ​ດິນ. ທ້ອງຟ້າ​ຈະ​ດັບສູນ​ໄປ​ດັ່ງ​ໜັງສື​ມ້ວນ​ທີ່​ໄດ້​ມ້ວນ​ໄວ້ ແລະ​ດວງດາວ​ຈະ​ຕົກລົງ​ດັ່ງ​ໃບໄມ້​ທີ່​ຫລົ່ນ​ຈາກ​ເຄືອ​ອະງຸ່ນ​ແລະ​ກົກ​ໝາກເດື່ອ.


ເມື່ອ​ກະສັດ​ແຫ່ງ​ຢູດາຍ​ຮູ້​ຂ່າວ​ວ່າ ກອງທັບ​ແຫ່ງ​ຊີເຣຍ​ໄດ້​ຕັ້ງ​ຢູ່​ເຂດແດນ​ອິດສະຣາເອນ​ແລ້ວ ເພິ່ນ​ພ້ອມ​ທັງ​ປະຊາຊົນ​ກໍ​ເກີດ​ຢ້ານກົວ ຈົນ​ຕົວ​ສັ່ນເຊັນ​ດັ່ງ​ຕົ້ນໄມ້​ຖືກ​ລົມ​ພັດ​ແຮງ.


ເມື່ອ​ເຮົາ​ທຳລາຍ​ເຈົ້າ​ນັ້ນ ເຮົາ​ຈະ​ອັດ​ຟ້າ​ສະຫວັນ​ໄວ້​ແລະ​ໃຫ້​ດວງດາວ​ມືດມົວໄປ. ຕາເວັນ​ຈະ​ລີ້​ຢູ່​ຫລັງ​ກ້ອນເມກ​ແລະ​ດວງຈັນ​ຈະ​ບໍ່​ສ່ອງແສງ.


ເທວະດາ​ຕົນ​ນີ້​ໄດ້​ປະກາດ​ດ້ວຍ​ສຽງດັງ​ວ່າ, ‘ຈົ່ງ​ບັກ​ຕົ້ນໄມ້ ແລະ​ຮານ​ງ່າ​ຂອງ​ມັນ​ຖິ້ມ; ລິ​ໃບ​ຂອງມັນ ແລະ​ເຮັດ​ໃຫ້​ໝາກ​ຂອງມັນ​ຟົ້ງ​ກະຈັດ​ກະຈາຍ​ໄປ ຈົ່ງ​ໄລ່​ຝູງ​ສັດປ່າ​ໃຫ້​ໜີ​ອອກ​ຈາກ​ຮົ່ມ​ຂອງມັນ ແລະ​ຝູງນົກ​ໃຫ້​ໜີ​ຈາກ​ງ່າ​ຂອງມັນ.


ມັນ​ແຂງແຮງ​ພໍ​ທີ່​ຈະ​ໂຈມຕີ​ກອງທັບ​ແຫ່ງ​ຟ້າສະຫວັນ ຄື​ຕາເວັນ, ເດືອນ, ດວງດາວ​ຕ່າງໆ​ນັ້ນ​ເອງ; ແລະ​ມັນ​ໄດ້​ໂຍນ​ດວງດາວ​ບາງ​ກຸ່ມ​ເຫຼົ່ານັ້ນ ລົງ​ມາ​ສູ່​ດິນ​ແລ້ວ​ຢຽບ​ຖິ້ມ.


ກ່ອນ​ວັນ​ອັນ​ຍິ່ງໃຫຍ່​ໜ້າຢ້ານ​ຂອງ​ພຣະເຈົ້າຢາເວ​ມາ​ເຖິງ ອາທິດ​ຈະ​ມືດມົວ​ທັງ​ເດືອນ​ຈະ​ເປັນ​ສີແດງ​ດັ່ງ​ເລືອດ.


ປ້ອມ​ປ້ອງກັນ​ເມືອງ​ທັງຫລາຍ​ຂອງເຈົ້າ​ເປັນ​ດັ່ງ​ຕົ້ນ​ເດື່ອ​ທີ່​ມີ​ໝາກເດື່ອສຸກ; ເມື່ອ​ສັ່ນ​ຕົ້ນ​ຂອງມັນ ໝາກ​ກໍ​ຈະ​ຕົກ​ໃສ່​ປາກ​ຂອງ​ພວກເຈົ້າ​ໂລດ


“ພໍ​ໝົດ​ຄວາມ​ທຸກ​ລຳບາກ​ຂອງ​ວັນ​ເຫຼົ່ານັ້ນ​ແລ້ວ ດວງອາທິດ​ຈະ​ມືດ​ໄປ ດວງຈັນ​ຈະ​ບໍ່​ສ່ອງແສງ​ຕໍ່ໄປ, ດວງດາວ​ທັງຫລາຍ​ຈະ​ຕົກລົງ​ຈາກ​ທ້ອງຟ້າ ແລະ​ສິ່ງ​ທີ່​ມີ​ອຳນາດ​ໃນ​ທ້ອງຟ້າ​ກໍ​ຈະ​ສັ່ນ​ສະທ້ານ​ຫວັ່ນໄຫວ.


ດວງດາວ​ທັງຫລາຍ​ຈະ​ຕົກລົງ​ຈາກ​ສະຫວັນ ແລະ ບັນດາ​ສິ່ງ​ທີ່​ມີ​ອຳນາດ​ໃນ​ຟ້າ​ສະຫວັນ​ກໍ​ຈະ​ສັ່ນ​ສະທ້ານ​ຫວັ່ນໄຫວ.


“ຈະ​ມີ​ໝາຍສຳຄັນ​ໃນ​ດວງອາທິດ, ດວງຈັນ ແລະ​ດວງດາວ​ທັງປວງ ແລະ​ຈະ​ມີ​ຄວາມ​ທຸກຮ້ອນ​ເທິງ​ແຜ່ນດິນ​ໂລກ​ຕາມ​ປະເທດ​ຕ່າງໆ ຊຶ່ງ​ມີ​ຄວາມ​ສະຫງົນ​ສົນເທ ເພາະ​ສຽງ​ກ້ອງ​ອັນ​ໃຫຍ່ຫລວງ​ຂອງ​ທະເລ​ແລະ​ຟອງຄື້ນ.


ເມື່ອ​ເທວະດາ​ຕົນ​ທີ​ຫ້າ​ເປົ່າແກ​ຂຶ້ນ, ຂ້າພະເຈົ້າ​ໄດ້​ເຫັນ​ດາວ​ດວງ​ໜຶ່ງ​ຕົກ​ຈາກ​ທ້ອງຟ້າ ລົງ​ມາ​ທີ່​ແຜ່ນດິນ​ໂລກ, ດາວ​ດວງ​ນີ້ ໄດ້​ຮັບ​ກະແຈ​ສຳລັບ​ປ່ອງ​ເຫວເລິກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka