Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 6:10 - ພຣະຄຳພີສັກສິ

10 ພວກເຂົາ​ໄດ້​ເປັ່ງ​ສຽງ​ຮ້ອງ​ຂຶ້ນ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຜູ້​ບໍຣິສຸດ​ແລະ​ທ່ຽງແທ້, ຍັງ​ດົນ​ປານໃດ​ໜໍ ພຣະອົງ​ຈຶ່ງ​ຈະ​ຕັດສິນ​ລົງໂທດ​ຄົນ​ທັງຫລາຍ​ເທິງ​ແຜ່ນດິນ​ໂລກ​ນີ້ ທີ່​ໄດ້​ສັງຫານ​ພວກ​ຂ້ານ້ອຍ​ນັ້ນ?”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

10 ພວກເຂົາ​ຮ້ອງ​ສຽງ​ດັງ​ວ່າ, “ຂ້າແດ່​ອົງພຣະຜູ້ເປັນເຈົ້າ​ອົງເຈົ້ານາຍ, ຜູ້​ບໍລິສຸດ ແລະ ຜູ້​ເປັນ​ຄວາມ​ຈິງ, ອີກ​ດົນປານໃດ​ພຣະອົງ​ຈຶ່ງ​ຈະ​ພິພາກສາ​ບັນດາ​ຄົນ​ທີ່​ອາໄສ​ຢູ່​ໃນ​ແຜ່ນດິນໂລກ ແລະ ແກ້ແຄ້ນ​ແທນ​ເລືອດ​ຂອງ​ພວກຂ້ານ້ອຍ?”

Uka jalj uñjjattʼäta Copia luraña




ພຣະນິມິດ 6:10
33 Jak'a apnaqawi uñst'ayäwi  

ແລ້ວ​ພຣະເຈົ້າຢາເວ​ກໍ​ຖາມ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ເຮັດ​ເລື່ອງ​ອັນ​ໂຫດຮ້າຍ​ເຊັ່ນນີ້? ເລືອດ​ນ້ອງຊາຍ​ຂອງ​ເຈົ້າ​ຟ້ອງຮ້ອງ​ຂຶ້ນ​ມາ​ຫາ​ເຮົາ ດັ່ງ​ສຽງ​ຂໍຮ້ອງ​ແກ້ແຄ້ນ.


ຂ້ານ້ອຍ​ຈະ​ຕ້ອງ​ລໍຖ້າ​ຢູ່​ດົນ​ປານໃດ? ເມື່ອໃດ​ນໍ ພຣະອົງ​ຈະ​ຕັດສິນ ລົງໂທດ​ຜູ້​ທີ່​ມັກ​ຂົ່ມເຫັງ​ນັ້ນ?


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ຈະ​ລືມໄລ​ຂ້ານ້ອຍ ໄປ​ດົນນານ​ປານໃດ ຕະຫລອດໄປ​ບໍ? ພຣະອົງ​ຍັງ​ຈະ​ລີ້ໜ້າ​ຂອງ​ພຣະອົງ ໄປ​ຈາກ​ຂ້ານ້ອຍ​ດົນນານ​ປານໃດ?


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະອົງ​ຈະ​ຫລຽວ​ເບິ່ງ​ດົນ​ປານໃດ? ທີ່​ພຣະອົງ​ຈະ​ຊ່ວຍກູ້​ເອົາ​ຊີວິດ​ຂອງ​ຂ້ານ້ອຍ ຈາກ​ຄວາມ​ໂຫດຮ້າຍ​ຂອງ​ພວກເຂົາ ຂໍ​ຊົງ​ໂຜດ​ຊ່ວຍ​ຊີວິດ​ຂອງ​ຂ້ານ້ອຍ​ຈາກ​ຝູງ​ສິງ​ໂຈມຕີ​ດ້ວຍ.


ເປັນຫຍັງ​ບັນດາ​ຊົນຊາດ​ຈຶ່ງ​ຖາມ​ຂ້ານ້ອຍ​ວ່າ, “ພຣະເຈົ້າ​ຂອງ​ພວກເຈົ້າ​ຢູ່​ໃສ?” ຂໍ​ຊົງ​ໂຜດ​ລົງໂທດ​ພວກເຂົາ​ໃຫ້​ໄດ້​ເຫັນ​ແດ່ທ້ອນ ເພາະ​ການນອງເລືອດ​ຂອງ​ຜູ້ຮັບໃຊ້​ຂອງ​ພຣະອົງ​ນັ້ນ.


ພຣະເຈົ້າ​ຊົງ​ແກ້ແຄ້ນ​ແທນ​ເລືອດ​ທີ່​ຕົກ ພຣະອົງ​ບໍ່​ລືມໄລ ແຕ່​ຕອບ​ຄຳ​ຮ້ອງໄຫ້​ຂອງ​ຜູ້​ທີ່​ຖືກ​ກົດຂີ່.


ພຣະອົງ​ໃຊ້​ເຮົາ​ໄປ​ປະກາດ​ວ່າ​ເວລາ​ໄດ້​ມາເຖິງ ເມື່ອ​ພຣະອົງ​ຈະ​ຊ່ວຍ​ປະຊາຊົນ​ຂອງ​ພຣະອົງ​ໃຫ້​ພົ້ນ ແລະ​ເພື່ອ​ເອົາ​ຊະນະ​ເຫຼົ່າ​ສັດຕູ​ຂອງ​ພວກເຂົາ ພຣະອົງ​ໄດ້​ໃຊ້​ເຮົາ​ໄປ​ອອຍໃຈ​ຜູ້​ເສົ້າໂສກ


ຂ້າແດ່​ພຣະເຈົ້າຢາເວ ໂຜດ​ລົງໂທດ​ພວກເຂົາ​ເທາະ ເພາະ​ສິ່ງ​ທີ່​ພວກເຂົາ​ໄດ້​ກະທຳ​ນັ້ນ.


ຄົນ​ໜຶ່ງ​ໃນ​ສອງ​ຄົນ​ນີ້ ໄດ້​ຖາມ​ຜູ້ຊາຍ​ທີ່​ນຸ່ງຫົ່ມ​ຜ້າປ່ານ ຜູ້​ທີ່​ຢືນ​ຢູ່​ເໜືອ​ນໍ້າ​ຂຶ້ນ​ໄປ​ນັ້ນ​ວ່າ, “ຍັງ​ອີກ​ດົນ​ປານໃດ ສິ່ງ​ອັດສະຈັນ​ເຫຼົ່ານີ້​ຈະ​ໝົດສິ້ນໄປ?”


ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ຍິນ​ເທວະດາ​ສອງ​ຕົນ​ຖາມ​ກັນ​ວ່າ, “ສິ່ງ​ທີ່​ເກີດຂຶ້ນ​ໃນ​ນິມິດ​ນີ້​ຈະ​ສືບ​ຕໍ່ໄປ​ອີກ​ດົນນານ​ປານໃດ? ການບາບ​ອັນ​ຊົ່ວຮ້າຍ​ແທນ​ການເຜົາ​ເຄື່ອງບູຊາ​ປະຈຳວັນ ຈະ​ມີ​ຢູ່​ດົນ​ປານໃດ? ກອງທັບ​ແຫ່ງ​ສະຫວັນ​ແລະ​ພຣະວິຫານ ຈະ​ຖືກ​ຢຽບຢໍ່າ​ທຳລາຍ​ຢູ່​ດົນນານ​ປານໃດ?”


ແລ້ວ​ເທວະດາ​ຂອງ​ພຣະເຈົ້າຢາເວ​ກໍ​ກ່າວ​ວ່າ, “ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ເອີຍ ພຣະອົງ​ໄດ້​ໂກດຮ້າຍ​ນະຄອນ​ເຢຣູຊາເລັມ ແລະ​ເມືອງ​ຂອງ​ຢູດາຍ​ເຖິງ​ເຈັດສິບ​ປີ​ແລ້ວ. ຈະ​ຍັງ​ອີກ​ດົນນານ​ປານໃດ ກ່ອນ​ທີ່​ພຣະອົງ​ຈະ​ໂຜດ​ເມດຕາ​ພວກເຂົາ?”


“ຂ້າແດ່​ພຣະອົງເຈົ້າ ບັດນີ້​ພຣະອົງ​ໄດ້​ໃຫ້​ຂ້ອຍໃຊ້​ ຂອງ​ພຣະອົງ ໄປ​ເປັນສຸກ​ຕາມ​ພຣະທຳ​ຂອງ​ພຣະອົງ


ເພາະວ່າ ວັນ​ເຫຼົ່ານັ້ນ​ຈະ​ເປັນ ‘ວັນ​ແຫ່ງ​ການ​ລົງໂທດ,’ ເພື່ອ​ໃຫ້​ສຳເລັດ​ຕາມ​ທີ່​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ທຸກປະການ.


ພວກ​ທີ່ຮັກ​ຂອງເຮົາ​ເອີຍ ຢ່າ​ແກ້ແຄ້ນ​ເລີຍ, ແຕ່​ຈົ່ງ​ມອບ​ການ​ນັ້ນ​ໃຫ້​ພຣະເຈົ້າ ເປັນ​ຜູ້​ພິພາກສາ​ລົງໂທດ​ແທນ, ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ວ່າ, “ການ​ແກ້ແຄ້ນ​ເປັນ​ທຸລະ​ຂອງເຮົາ ເຮົາ​ເອງ​ຈະ​ເປັນ​ຜູ້​ຕອບແທນ”


ມາ​ເຖິງ​ພຣະເຢຊູເຈົ້າ ຜູ້​ຊົງ​ເປັນ​ຜູ້​ກາງ​ຝ່າຍ​ພັນທະສັນຍາ​ໃໝ່ ແລະ​ມາ​ເຖິງ​ພຣະ​ໂລຫິດ​ຊຶ່ງ​ຊິດ​ໃສ່​ແລ້ວ ທີ່​ມີ​ສຽງ​ຮ້ອງ​ອັນ​ດີກວ່າ​ເລືອດ​ຂອງ​ອາເບັນ​ອີກ.


ບັນດາ​ຜູ້​ປະກາດ​ພຣະທຳ​ປອມ ໄດ້​ເກີດ​ມີ​ຂຶ້ນ​ໃນ​ທ່າມກາງ​ໄພ່ພົນ​ຂອງ​ພຣະເຈົ້າ​ໃນ​ເມື່ອ​ກ່ອນ​ສັນໃດ ກໍ​ຈະ​ມີ​ຄູສອນ​ປອມ​ເກີດຂຶ້ນ​ໃນ​ທ່າມກາງ​ພວກເຈົ້າ​ສັນນັ້ນ ພວກເຂົາ​ຈະ​ນຳ​ເອົາ​ຄຳສອນ​ບໍ່​ຈິງ ທີ່​ເປັນ​ການ​ທຳລາຍ​ມາ​ສິດສອນ ຈົນເຖິງ​ກັບ​ປະຕິເສດ​ພຣະອົງ ຜູ້​ຊົງ​ເປັນ​ພຣະເຈົ້າ​ທີ່​ໄດ້​ໄຖ່​ພວກເຂົາ​ໄວ້ ຊຶ່ງ​ຈະ​ນຳ​ຄວາມ​ຈິບຫາຍ​ມາ​ເຖິງ​ຕົວ​ພວກເຂົາ​ໂດຍ​ໄວ.


ຝ່າຍ​ບັນດາ​ນາໆ​ຊາດ​ກໍ​ມີ​ຄວາມ​ເຄືອງແຄ້ນ ເພາະ​ເວລາ​ທີ່​ຊົງ​ໂກດຮ້າຍ​ໄດ້​ມາ​ເຖິງ ຄື​ຄົນ​ທີ່​ຕາຍ​ແລ້ວ​ຈະ​ຖືກ​ພິພາກສາ​ລົງໂທດ. ແລະ​ເຖິງ​ເວລາ​ທີ່​ຈະ​ຊົງ​ປະທານ​ລາງວັນ ແກ່​ພວກ​ຜູ້ຮັບໃຊ້​ຂອງ​ພຣະອົງ ພວກ​ຜູ້​ປະກາດ​ພຣະທຳ ແລະ​ໄພ່ພົນ​ຂອງ​ພຣະອົງ​ທຸກຄົນ ຄື​ທຸກຄົນ​ທີ່​ມີ​ຄວາມ​ຢຳເກງ​ພຣະນາມ​ຂອງ​ພຣະອົງ ທັງ​ຜູ້ນ້ອຍ​ແລະ​ຜູ້ໃຫຍ່. ແລະ​ເຖິງ​ເວລາ​ແລ້ວ ທີ່​ພຣະອົງ​ຈະ​ຊົງ​ທຳລາຍ ພວກ​ທີ່​ໄດ້​ທຳລາຍ​ແຜ່ນດິນ​ໂລກ.”


“ໂອ ສະຫວັນ ແລະ​ບັນດາ​ໄພ່ພົນ​ຂອງ​ພຣະເຈົ້າ ໂອ ອັກຄະສາວົກ ແລະ​ຜູ້​ປະກາດ​ພຣະທຳ​ທັງຫລາຍ​ເອີຍ ຈົ່ງ​ຊົມຊື່ນ​ຍິນດີ​ເພາະ​ນະຄອນ​ນັ້ນ. ດ້ວຍວ່າ, ພຣະເຈົ້າ​ໄດ້​ຊົງ​ພິພາກສາ​ລົງໂທດ​ນະຄອນ​ນັ້ນ ເພື່ອ​ເປັນ​ການ​ແກ້ແຄ້ນ​ໃຫ້​ເຈົ້າ​ທັງຫລາຍ​ແລ້ວ.”


ໃນ​ນະຄອນ​ນັ້ນ ເຂົາ​ໄດ້​ພົບ​ເລືອດ​ຂອງ​ພວກ​ຜູ້​ປະກາດ​ພຣະທຳ ແລະ​ຂອງ​ພວກ​ໄພ່ພົນ​ຂອງ​ພຣະເຈົ້າ ກັບ​ເລືອດ​ຂອງ​ບັນດາ​ຄົນ​ທີ່​ຖືກ​ຂ້າ​ເທິງ​ແຜ່ນດິນ​ໂລກ​ນັ້ນ.”


ດ້ວຍວ່າ, ການ​ຕັດສິນ​ຂອງ​ພຣະອົງ ກໍ​ຖືກຕ້ອງ​ແລະ​ຍຸດຕິທຳ ພຣະອົງ​ໄດ້​ຕັດສິນ​ລົງໂທດ​ຍິງໂສເພນີ​ຄົນ​ສຳຄັນ ຜູ້​ທີ່​ໄດ້​ເຮັດ​ໃຫ້​ໂລກ​ຊົ່ວຊ້າ​ໄປ​ດ້ວຍ​ການ​ຜິດ​ສິນທຳ​ທາງ​ເພດ​ຂອງຕົນ ພຣະເຈົ້າ​ໄດ້​ລົງໂທດ​ນາງ ຍ້ອນ​ນາງ​ໄດ້​ຂ້າ​ພວກ​ຜູ້ຮັບໃຊ້​ຂອງ​ພຣະອົງ.”


ເພາະ​ເຈົ້າ​ໄດ້​ຖື​ຮັກສາ​ຄຳສັ່ງ​ຂອງເຮົາ ທີ່​ໃຫ້​ມີ​ຄວາມ​ອົດທົນ​ຢ່າງ​ພາກພຽນ, ຝ່າຍ​ເຮົາ​ຈະ​ຮັກສາ​ເຈົ້າ​ໄວ້​ໃຫ້​ພົ້ນ​ຈາກ​ຄາວ​ຍາກ​ລຳບາກ ທີ່​ຈະ​ມີ​ເທິງ​ແຜ່ນດິນ​ໂລກ​ນີ້ ເພື່ອ​ຈະ​ທົດລອງ​ໃຈ​ຄົນ​ທັງປວງ​ທີ່​ຢູ່​ເທິງ​ແຜ່ນດິນ​ໂລກ.


“ຈົ່ງ​ຂຽນ​ໄປ​ຍັງ​ເທວະດາ​ຂອງ​ພຣະເຈົ້າ ໃນ​ຄຣິສຕະຈັກ​ທີ່​ເມືອງ​ຟີລາເດັນເຟຍ​ວ່າ, ນີ້​ເປັນ​ຖ້ອຍຄຳ​ຈາກ​ພຣະອົງ​ຜູ້​ບໍຣິສຸດ​ແລະ​ສັດຊື່ ຜູ້​ຊົງ​ຖື​ຂໍ​ກະແຈ​ຂອງ​ດາວິດ ແລະ​ຜູ້​ຊົງ​ເປີດ​ແລ້ວ​ຈະ​ບໍ່ມີ​ຜູ້ໃດ​ປິດ ແລະ​ຜູ້​ຊົງ​ປິດ​ແລ້ວ​ຈະ​ບໍ່ມີ​ຜູ້ໃດ​ເປີດ ຊົງ​ກ່າວ​ດັ່ງນີ້​ວ່າ,


ແລ້ວ​ແຊມຊັນ​ກໍ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ເອີຍ ຂໍໂຜດ​ຈື່ຈຳ​ຂ້ານ້ອຍ​ດ້ວຍເຖີດ. ໂອ ພຣະເຈົ້າ​ເອີຍ ໂຜດ​ໃຫ້​ກຳລັງ​ວັງຊາ​ແກ່​ຂ້ານ້ອຍ​ອີກ​ພຽງ​ຄັ້ງດຽວ​ເທົ່ານັ້ນ ເພື່ອ​ຂ້ານ້ອຍ​ຈະ​ລ້າງແຄ້ນ​ພວກ​ຟີລິດສະຕິນ ເພາະ​ພວກເຂົາ​ເຈາະ​ແກ່ນຕາ​ທັງສອງ​ເບື້ອງ​ຂອງ​ຂ້ານ້ອຍ.”


ຂໍ​ໃຫ້​ພຣະເຈົ້າຢາເວ​ຕັດສິນ​ວ່າ ລະຫວ່າງ​ພວກເຮົາ​ແມ່ນ​ຜູ້ໃດ​ຜິດ​ແທ້ ຂໍ​ໃຫ້​ພຣະເຈົ້າຢາເວ ລົງໂທດ​ທ່ານ​ໃນ​ສິ່ງ​ທີ່​ທ່ານ​ໄດ້​ເຮັດ​ເພື່ອ​ຕໍ່ສູ້​ຂ້ານ້ອຍ​ນັ້ນ​ດ້ວຍ​ເຖີດ ເພາະ​ຂ້ານ້ອຍ​ບໍ່​ຄິດ​ແມ່ນແຕ່​ໜ້ອຍດຽວ​ທີ່​ຈະ​ທຳຮ້າຍ​ທ່ານ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka