ພຣະນິມິດ 5:9 - ພຣະຄຳພີສັກສິ9 ພວກເຂົາໄດ້ຮ້ອງເພງບົດໃໝ່ວ່າ, “ພຣະອົງຊົງເປັນຜູ້ສົມຄວນ ທີ່ຈະຮັບເອົາໜັງສືມ້ວນ ແລະ ແກະຕາປະທັບ ມາຍໜັງສືມ້ວນນັ້ນ ດ້ວຍວ່າພຣະອົງຊົງຖືກຂ້າແລ້ວ ແລະ ດ້ວຍເລືອດຂອງພຣະອົງນັ້ນ ພຣະອົງໄດ້ຊົງໄຖ່ມະນຸດທຸກເຜົ່າ, ທຸກຊາດ, ທຸກພາສາ, ທຸກເຊື້ອຊາດ ແລະ ທຸກປະເທດໃຫ້ມາເຖິງພຣະເຈົ້າ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່9 ແລະ ພວກເພິ່ນໄດ້ຮ້ອງເພງບົດໃໝ່ວ່າ: “ພຣະອົງສົມຄວນທີ່ຈະຮັບໜັງສືມ້ວນ ແລະ ເປີດຕາປະທັບຂອງໜັງສືມ້ວນອອກ, ເພາະພຣະອົງຖືກຂ້າແລ້ວ, ແລະ ດ້ວຍເລືອດຂອງພຣະອົງນັ້ນພຣະອົງໄດ້ຊື້ມະນຸດທັງຫລາຍຖວາຍແກ່ພຣະເຈົ້າ ຈາກທຸກຊົນເຜົ່າ ແລະ ທຸກພາສາ, ທຸກຄົນ ແລະ ທຸກຊົນຊາດ. Uka jalj uñjjattʼäta |
ບັນດາຜູ້ປະກາດພຣະທຳປອມ ໄດ້ເກີດມີຂຶ້ນໃນທ່າມກາງໄພ່ພົນຂອງພຣະເຈົ້າໃນເມື່ອກ່ອນສັນໃດ ກໍຈະມີຄູສອນປອມເກີດຂຶ້ນໃນທ່າມກາງພວກເຈົ້າສັນນັ້ນ ພວກເຂົາຈະນຳເອົາຄຳສອນບໍ່ຈິງ ທີ່ເປັນການທຳລາຍມາສິດສອນ ຈົນເຖິງກັບປະຕິເສດພຣະອົງ ຜູ້ຊົງເປັນພຣະເຈົ້າທີ່ໄດ້ໄຖ່ພວກເຂົາໄວ້ ຊຶ່ງຈະນຳຄວາມຈິບຫາຍມາເຖິງຕົວພວກເຂົາໂດຍໄວ.