ພຣະນິມິດ 5:8 - ພຣະຄຳພີສັກສິ8 ເມື່ອຮັບເອົາໜັງສືມ້ວນນັ້ນແລ້ວ ສິ່ງທີ່ມີຊີວິດທັງສີ່ພ້ອມກັບພວກຜູ້ອາວຸໂສຊາວສີ່ທ່ານ ກໍກົ້ມຂາບລົງແທບຕີນພຣະເມສານ້ອຍນັ້ນ ແຕ່ລະຄົນຖືພິນແລະຂັນຄຳທີ່ເຕັມດ້ວຍເຄື່ອງຫອມ ຊຶ່ງເປັນຄຳພາວັນນາອະທິຖານແຫ່ງໄພ່ພົນທັງປວງຂອງພຣະເຈົ້າ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່8 ແລະ ເມື່ອພຣະອົງຮັບໜັງສືມ້ວນນັ້ນແລ້ວ, ສິ່ງທີ່ມີຊີວິດທັງສີ່ ແລະ ບັນດາຜູ້ອາວຸໂສທັງຊາວສີ່ທ່ານກໍກົ້ມຂາບລົງຕໍ່ໜ້າລູກແກະຂອງພຣະເຈົ້າ. ແຕ່ລະຕົນມີພິນ ແລະ ພວກເພິ່ນໄດ້ຖືຂັນຄຳທີ່ເຕັມດ້ວຍເຄື່ອງຫອມ, ເຊິ່ງເປັນຄຳອະທິຖານຂອງບັນດາຄົນຂອງພຣະເຈົ້າ. Uka jalj uñjjattʼäta |
ສິ່ງທີ່ມີຊີວິດທັງສີ່ຕົນ ທຸກຕົນມີປີກຫົກປີກ ແລະມີຕາເຕັມຂ້າງນອກແລະຂ້າງໃນ. ພວກເພິ່ນຮ້ອງຕະຫລອດວັນຕະຫລອດຄືນບໍ່ຢຸດບໍ່ເຊົາວ່າ, “ບໍຣິສຸດ ບໍຣິສຸດ ບໍຣິສຸດ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຜູ້ຊົງຣິດທານຸພາບສູງສຸດ ຜູ້ຊົງດຳລົງຢູ່ໃນອະດີດ ຜູ້ຊົງດຳລົງຢູ່ໃນປະຈຸບັນ ແລະຜູ້ຈະຊົງສະເດັດມາ.”