ພຣະນິມິດ 5:6 - ພຣະຄຳພີສັກສິ6 ແລ້ວຂ້າພະເຈົ້າກໍໄດ້ເຫັນພຣະເມສານ້ອຍ ຢືນຢູ່ທ່າມກາງບັນລັງອ້ອມຮອບດ້ວຍສິ່ງທີ່ມີຊີວິດທັງສີ່ຕົນແລະພວກອາວຸໂສ. ພຣະເມສານ້ອຍນີ້ເບິ່ງຄືວ່າໄດ້ຖືກຂ້າແລ້ວ. ພຣະເມສານ້ອຍນັ້ນ ມີເຂົາເຈັດອັນ ມີຕາເຈັດໜ່ວຍ ຊຶ່ງເປັນວິນຍານທັງເຈັດຂອງພຣະເຈົ້າ ທີ່ຊົງໃຊ້ໃຫ້ອອກໄປທົ່ວແຜ່ນດິນໂລກ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່6 ຫລັງຈາກນັ້ນ ຂ້າພະເຈົ້າກໍໄດ້ເຫັນລູກແກະຂອງພຣະເຈົ້າ, ເບິ່ງຄືວ່າໄດ້ຖືກຂ້າແລ້ວ ກຳລັງຢືນຢູ່ໃຈກາງຂອງບັນລັງ, ອ້ອມຮອບດ້ວຍສິ່ງທີ່ມີຊີວິດທັງສີ່ ແລະ ບັນດາຜູ້ອາວຸໂສ. ລູກແກະຂອງພຣະເຈົ້າມີເຂົາເຈັດອັນ ແລະ ມີຕາເຈັດໜ່ວຍ, ເຊິ່ງເປັນວິນຍານທັງເຈັດຂອງພຣະເຈົ້າທີ່ໃຊ້ອອກໄປທົ່ວແຜ່ນດິນໂລກ. Uka jalj uñjjattʼäta |
ອົງພຣະຜູ້ເປັນເຈົ້າກ່າວວ່າ, “ປະຊາຊົນເຢຣູຊາເລັມເອີຍ ຈົ່ງໄປລົງໂທດເຫຼົ່າສັດຕູຂອງພວກເຈົ້າສາ ເຮົາຈະເຮັດໃຫ້ພວກເຈົ້າແຂງແຮງເໝືອນດັ່ງງົວກະທິງ ທີ່ມີເຂົາເປັນເຫຼັກແລະມີກີບຕີນເປັນທອງສຳຣິດ. ພວກເຈົ້າຈະຢຽບຢໍ່າທຳລາຍຫລາຍຊົນຊາດໃຫ້ໝຸ່ນທະລາຍໄປ ເຮົາຈະມອບສິ່ງທີ່ໄດ້ມາຖວາຍແກ່ພຣະເຈົ້າຢາເວ ແລະຊັບສົມບັດຂອງພວກເຂົາໄດ້ມາຈາກການໃຊ້ກຳລັງຢຶດເອົານັ້ນ ເຮົາຈະເອົາມາອຸທິດຖວາຍແກ່ອົງພຣະຜູ້ເປັນເຈົ້າແຫ່ງແຜ່ນດິນໂລກທັງໝົດ.”
ກະສັດທັງຫລາຍນັ້ນຈະສູ້ຮົບກັບພຣະເມສານ້ອຍ ແລະພຣະເມສານ້ອຍຈະມີໄຊຊະນະ ເພາະວ່າພຣະອົງເປັນອົງພຣະຜູ້ເປັນເຈົ້າເໜືອເຈົ້ານາຍທັງຫລາຍ ແລະເປັນມະຫາກະສັດເໜືອກະສັດທັງຫລາຍ ຝ່າຍບັນດາຄົນທີ່ຢູ່ກັບພຣະອົງ ເປັນຜູ້ທີ່ພຣະອົງໄດ້ຊົງເອີ້ນເອົາແລະຊົງເລືອກໄວ້ ກັບທັງເປັນຜູ້ສັດຊື່ ກໍຈະມີໄຊດ້ວຍກັນກັບພຣະອົງ.”
ສິ່ງທີ່ມີຊີວິດທັງສີ່ຕົນ ທຸກຕົນມີປີກຫົກປີກ ແລະມີຕາເຕັມຂ້າງນອກແລະຂ້າງໃນ. ພວກເພິ່ນຮ້ອງຕະຫລອດວັນຕະຫລອດຄືນບໍ່ຢຸດບໍ່ເຊົາວ່າ, “ບໍຣິສຸດ ບໍຣິສຸດ ບໍຣິສຸດ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຜູ້ຊົງຣິດທານຸພາບສູງສຸດ ຜູ້ຊົງດຳລົງຢູ່ໃນອະດີດ ຜູ້ຊົງດຳລົງຢູ່ໃນປະຈຸບັນ ແລະຜູ້ຈະຊົງສະເດັດມາ.”
ແລະຂ້າພະເຈົ້າໄດ້ຍິນສຽງສິ່ງທີ່ມີຊີວິດທັງໝົດທັງໃນສະຫວັນ, ເທິງແຜ່ນດິນໂລກ, ໃຕ້ແຜ່ນດິນໂລກ ແລະໃນມະຫາສະໝຸດ ຄືສິ່ງທັງປວງ ຊຶ່ງຢູ່ໃນທີ່ນັ້ນຮ້ອງວ່າ, “ຂໍໃຫ້ຄຳສັນລະເສີນ ກຽດຕິຍົດ ສະຫງ່າຣາສີ ແລະຣິດທານຸພາບ ຈົ່ງມີແດ່ພຣະອົງ ຜູ້ຊົງປະທັບ ເທິງພຣະຣາຊບັນລັງ ແລະແດ່ພຣະເມສານ້ອຍ ຕະຫລອດຊົ່ວນິຣັນດອນ.”