Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 5:5 - ພຣະຄຳພີສັກສິ

5 ແລ້ວ​ມີ​ທ່ານ​ຜູ້ໜຶ່ງ​ໃນ​ພວກ​ອາວຸໂສ​ນັ້ນ ບອກ​ຂ້າພະເຈົ້າ​ວ່າ, “ຢ່າ​ຮ້ອງໄຫ້​ເລີຍ ເບິ່ງແມ! ສິງ​ຈາກ​ເຜົ່າ​ຢູດາ ໜໍ່ແໜງ​ແຫ່ງ​ເຊື້ອສາຍ​ຂອງ​ດາວິດ ເປັນ​ຜູ້​ມີ​ໄຊຊະນະ​ແລ້ວ ຈຶ່ງ​ສາມາດ​ແກະ​ຕາປະທັບ​ທັງ​ເຈັດ ແລະ​ມາຍ​ໜັງສື​ມ້ວນ​ນັ້ນ​ອອກ​ໄດ້.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

5 ແລ້ວ​ໜຶ່ງ​ໃນ​ບັນດາ​ຜູ້ອາວຸໂສ​ນັ້ນ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ຢ່າ​ຮ້ອງໄຫ້! ເບິ່ງ​ແມ, ສິງ​ແຫ່ງ​ເຜົ່າ​ຢູດາ, ຮາກເຫງົ້າ​ຂອງ​ດາວິດ​ຊະນະ​ແລ້ວ. ພຣະອົງ​ສາມາດ​ເປີດ​ໜັງສືມ້ວນ ແລະ ຕາປະທັບ​ທັງ​ເຈັດ​ໄດ້”.

Uka jalj uñjjattʼäta Copia luraña




ພຣະນິມິດ 5:5
25 Jak'a apnaqawi uñst'ayäwi  

ບັນລັງ​ນັ້ນ​ມີ​ຂັ້ນໄດ​ຫົກ​ຂັ້ນ ແລະ​ມີ​ອັນ​ຮອງ​ຕີນ​ທີ່​ໂອບ​ດ້ວຍ​ຄຳ. ແຕ່ລະ​ຂ້າງ​ຂອງ​ບັນລັງ​ມີ​ອັນ​ຮອງ​ແຂນ ແລະ​ມີ​ຮູບ​ໂຕສິງ​ຢືນ​ຢູ່​ແຕ່ລະ​ຂ້າງ.


ທີ່​ຫລັງ ມັນ​ນັ້ນ​ເຮັດ​ດ້ວຍ​ໂລ້​ເປັນ​ແຖວໆ ຜູກ​ມັດ​ເຂົ້າ​ກັນ ແລະ ແຂງ​ສໍ່າ​ກັບ​ຫີນ​ເປັນ​ກ້ອນ.


ເຊື້ອວົງ​ຂອງ​ກະສັດ​ດາວິດ​ເປັນ​ດັ່ງ​ກົກໄມ້​ທີ່​ຖືກ​ປໍ້າ​ລົງ​ແລ້ວ, ແຕ່​ຍັງ​ມີ​ກິ່ງ​ເກີດ​ອອກ​ມາ​ຈາກ​ຕໍ​ນັ້ນ​ສັນໃດ ກໍ​ຈະ​ມີ​ກະສັດ​ອົງ​ໃໝ່ ເກີດຂຶ້ນ​ມາ​ຈາກ​ເຊື້ອສາຍ​ຂອງ​ດາວິດ​ສັນນັ້ນ.


ເມື່ອ​ວັນ​ນັ້ນ​ມາ​ເຖິງ ກະສັດ​ອົງ​ໃໝ່​ຈາກ​ເຊື້ອວົງ​ຂອງ​ດາວິດ ຈະ​ເປັນ​ສັນຍາລັກ​ຂອງ​ຊົນຊາດ​ທັງຫລາຍ. ພວກເຂົາ​ຈະ​ເຕົ້າໂຮມ​ກັນ​ຢູ່​ໃນ​ເມືອງ​ຂອງ​ກະສັດ ແລະ​ຈະ​ຍ້ອງຍໍ​ໃຫ້ກຽດ​ພຣະອົງ.


ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: “ຈົ່ງ​ເຊົາ​ຮ້ອງໄຫ້​ແລະ​ເຊັດ​ນໍ້າຕາ​ຂອງເຈົ້າ​ສາ ທຸກສິ່ງ​ທີ່​ເຈົ້າ​ໄດ້​ກະທຳ​ເພື່ອ​ລູກ​ຂອງເຈົ້າ​ນັ້ນ ຈະ​ເສຍລ້າໆ​ໂດຍ​ບໍ່ໄດ້​ຮັບ​ບຳເໜັດ​ກໍ​ບໍ່​ຫ່ອນ​ເປັນ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: “ພວກເຂົາ​ຈະ​ກັບ​ມາ​ຈາກ​ດິນແດນ​ສັດຕູ​ຂອງ​ພວກເຂົາ.


ຂ້າພະເຈົ້າ​ຈຶ່ງ​ຂຶ້ນ​ໄປ​ຫາ​ທ່ານ​ຜູ້ໜຶ່ງ​ທີ່​ຢືນ​ຢູ່​ທີ່​ນັ້ນ ແລະ​ຂໍຮ້ອງ​ເພິ່ນ​ໃຫ້​ອະທິບາຍ​ເລື່ອງ​ທັງໝົດ​ນີ້. ສະນັ້ນ ເພິ່ນ​ຈຶ່ງ​ບອກ​ຄວາມໝາຍ​ແກ່​ຂ້າພະເຈົ້າ.


ປະຊາຊົນ​ຊາດ​ນີ້​ ເປັນ​ດັ່ງ​ໂຕ​ສິງ​ທີ່​ມີ​ອຳນາດ​ຍິ່ງ; ເມື່ອ​ມັນ​ພວມ​ນອນ​ຢູ່​ນັ້ນ ບໍ່ມີ​ໃຜ​ກ້າ​ປຸກ​ມັນ​ຂຶ້ນ​ມາ. ຜູ້ໃດ​ອວຍພອນ​ຊາດ​ອິດສະຣາເອນ​ນັ້ນ ຜູ້ນັ້ນ​ຈະ​ໄດ້​ຮັບ​ຄຳອວຍພອນ​ຄືນ ແລະ​ຜູ້ໃດ​ສາບແຊ່ງ​ຊາດ​ອິດສະຣາເອນ ຜູ້ນັ້ນ​ຈະ​ໄດ້​ຖືກ​ສາບແຊ່ງ​ຕອບ.”


ພຣະເຢຊູເຈົ້າ​ຊົງ​ຫັນ​ໜ້າ​ມາ​ທາງ​ພວກ​ນາງ ແລະ​ກ່າວ​ວ່າ, “ຍິງ​ຊາວ​ນະຄອນ​ເຢຣູຊາເລັມ​ເອີຍ, ຢ່າ​ສູ່​ຮ້ອງໄຫ້​ສົງສານ​ເຮົາ, ແຕ່​ຈົ່ງ​ຮ້ອງໄຫ້​ສົງສານ​ພວກເຈົ້າ​ເອງ ກັບ​ລູກໆ​ຂອງ​ພວກເຈົ້າ.


ເມື່ອ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ເຫັນ​ຍິງ​ນັ້ນ ພຣະອົງ​ກໍ​ມີ​ຈິດໃຈ​ເມດຕາ​ນາງ​ຫລາຍ ແລະ​ກ່າວ​ຕໍ່​ນາງ​ວ່າ, “ຢ່າ​ຮ້ອງໄຫ້​ເລີຍ.”


ໃນ​ທີ່ນັ້ນ ຄົນ​ທັງຫລາຍ​ກຳລັງ​ຮ້ອງໄຫ້​ໄວ້ທຸກ​ໃຫ້​ເດັກ​ຢູ່ ພຣະເຢຊູເຈົ້າ​ກ່າວ​ວ່າ, “ຢ່າ​ຮ້ອງໄຫ້​ເທາະ ເດັກນ້ອຍ​ນັ້ນ​ບໍ່​ຕາຍ​ດອກ ນາງ​ພຽງແຕ່​ນອນ​ຫລັບ​ເທົ່ານັ້ນ.”


ເທວະດາ​ທັງສອງ​ໄດ້​ຖາມ​ນາງ​ມາຣີ​ວ່າ, “ນາງ​ເອີຍ ເປັນຫຍັງ​ເຈົ້າ​ຈຶ່ງ​ຮ້ອງໄຫ້?” ນາງ​ຕອບ​ວ່າ, “ເພາະ​ພວກເຂົາ​ໄດ້​ເອົາ​ພຣະສົບ​ຂອງ​ພຣະອົງເຈົ້າ​ຂອງ​ຂ້ານ້ອຍ​ໄປ​ແລ້ວ ແລະ​ຂ້ານ້ອຍ​ບໍ່​ຮູ້​ວ່າ​ພວກເຂົາ​ເອົາ​ໄປ​ໄວ້​ໃສ?”


ເປັນ​ຂ່າວປະເສີດ​ເລື່ອງ​ພຣະບຸດ​ຂອງ​ພຣະອົງ ຄື​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ​ທັງຫລາຍ ຜູ້​ຊົງ​ບັງເກີດ​ໃນ​ເຊື້ອວົງ​ຂອງ​ດາວິດ​ຝ່າຍ​ເນື້ອກາຍ


ແລະ​ເອຊາຢາ​ກໍ​ກ່າວ​ອີກ​ວ່າ, “ຈະ​ມີ​ໜໍ່ແນວ​ອອກ​ມາ​ຈາກ​ເຢຊີ ຄື​ຜູ້​ຈະ​ຊົງ​ບັງເກີດ​ມາ ຄຸ້ມຄອງ​ປະຊາຊາດ​ທັງຫລາຍ ປະຊາຊາດ​ທັງຫລາຍ​ ຈະ​ໄວ້ວາງໃຈ​ໃນ​ພຣະອົງ.”


ເພາະ​ປາກົດ​ແຈ້ງ​ແລ້ວ​ວ່າ ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ເຮົາ​ທັງຫລາຍ ໄດ້​ຊົງ​ສືບ​ເຊື້ອສາຍ​ມາ​ຈາກ​ຕະກຸນ​ຢູດາ ແຕ່​ເມື່ອ​ໂມເຊ​ໄດ້​ກ່າວ​ເຖິງ​ປະໂຣຫິດ ກໍ​ບໍ່ໄດ້​ກ່າວ​ເຖິງ​ຕະກຸນ​ນີ້.


ການ​ຊົງ​ສຳແດງ​ຂອງ​ພຣະເຢຊູເຈົ້າ ຊຶ່ງ​ພຣະເຈົ້າ​ໄດ້​ຊົງ​ປະທານ​ແກ່​ພຣະອົງ ເພື່ອ​ຊົງ​ຊີ້ແຈງ​ໃຫ້​ບັນດາ​ຜູ້ຮັບໃຊ້​ຂອງ​ພຣະອົງ ຮູ້​ເຖິງ​ເຫດການ​ທັງຫລາຍ​ທີ່​ຕ້ອງ​ບັງເກີດ​ຂຶ້ນ​ໃນ​ບໍ່​ຊ້າ​ນີ້. ພຣະຄຣິດ​ໄດ້​ຊົງ​ໃຊ້​ເທວະດາ​ຂອງ​ພຣະອົງ ໄປ​ສຳແດງ​ໝາຍສຳຄັນ​ແກ່​ໂຢຮັນ ຜູ້ຮັບໃຊ້​ຂອງ​ພຣະອົງ.


“ຝ່າຍ​ເຮົາ ຄື ເຢຊູ ເຮົາ​ໄດ້​ໃຊ້​ເທວະດາ​ຂອງເຮົາ​ໄປ​ເປັນ​ພະຍານ ເພື່ອ​ສຳແດງ​ເຫດການ​ເຫຼົ່ານີ້​ແກ່​ພວກເຈົ້າ ສຳລັບ​ຄຣິສຕະຈັກ​ທັງຫລາຍ ເຮົາ​ນີ້​ເປັນ​ຮາກເຄົ້າ ແລະ​ໜໍ່ເຊື້ອ​ຂອງ​ດາວິດ ເປັນ​ດາວເພັກ​ດວງ​ໃສ​ຮຸ່ງເຮືອງ.”


ຜູ້​ທີ່​ໄຊຊະນະ ເຮົາ​ຈະ​ໃຫ້​ຜູ້ນັ້ນ​ນັ່ງ​ກັບ​ເຮົາ​ເທິງ​ບັນລັງ​ຂອງເຮົາ ເໝືອນ​ກັບ​ທີ່​ເຮົາ​ມີ​ໄຊຊະນະ​ແລ້ວ ແລະ​ໄດ້​ນັ່ງ​ກັບ​ພຣະບິດາເຈົ້າ​ຂອງເຮົາ​ເທິງ​ຣາຊບັນລັງ​ຂອງ​ພຣະອົງ.


ເມື່ອນັ້ນ ບັນດາ​ຜູ້​ອາວຸໂສ​ຊາວສີ່​ທ່ານ ກໍ​ຂາບລົງ​ຖວາຍ​ບັງຄົມ​ພຣະອົງ ຜູ້​ປະທັບ​ເທິງ​ຣາຊບັນລັງ​ນັ້ນ ນະມັດສະການ​ພຣະອົງ ຜູ້​ຊົງພຣະຊົນ​ຢູ່​ຕະຫລອດ​ຊົ່ວ​ນິຣັນດອນ ແລ້ວ​ຖອດ​ມົງກຸດ​ອອກ​ວາງ​ລົງ​ຕໍ່ໜ້າ​ຣາຊບັນລັງ​ຮ້ອງ​ວ່າ,


ອ້ອມຮອບ​ບັນລັງ​ນັ້ນ ມີ​ບັນລັງ​ອີກ​ຊາວສີ່​ບັນລັງ ແລະ​ມີ​ຜູ້​ອາວຸໂສ​ຊາວສີ່​ທ່ານ ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ ທຸກ​ທ່ານ​ນຸ່ງ​ເຄື່ອງ​ຂາວ ແລະ​ສວມ​ມົງກຸດ​ຄຳ​ທີ່​ຫົວ.


ຂ້າພະເຈົ້າ​ໄດ້​ຮ້ອງໄຫ້​ຢ່າງ​ຂົມຂື່ນ ເພາະ​ບໍ່ມີ​ຜູ້ໃດ​ສົມຄວນ​ຈະ​ມາຍ​ໜັງສື​ມ້ວນ​ນັ້ນ​ອອກ​ເບິ່ງ​ໄດ້.


ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ພຣະ​ເມສານ້ອຍ ແກະ​ຕາປະທັບ​ດວງ​ທຳອິດ​ໃນ​ຕາປະທັບ​ທັງ​ເຈັດ​ນັ້ນ​ອອກ​ແລ້ວ ແລະ​ຂ້າພະເຈົ້າ​ໄດ້ຍິນ​ສິ່ງທີ່ມີ​ຊີວິດ​ຕົນ​ທີ​ໜຶ່ງ​ໃນ​ສີ່​ຕົນ​ນັ້ນ ຮ້ອງ​ສຽງດັງ​ເໝືອນ​ຟ້າຮ້ອງ​ວ່າ, “ມາເທາະ!”


ແລ້ວ​ຜູ້ໜຶ່ງ​ໃນ​ພວກ​ອາວຸໂສ ໄດ້​ຖາມ​ຂ້າພະເຈົ້າ​ວ່າ, “ພວກ​ທີ່​ນຸ່ງ​ເສື້ອຄຸມ​ສີ​ຂາວ​ນັ້ນ​ແມ່ນ​ໃຜ ແລະ​ມາ​ຈາກ​ໃສ?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka