Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 4:8 - ພຣະຄຳພີສັກສິ

8 ສິ່ງທີ່ມີ​ຊີວິດ​ທັງ​ສີ່​ຕົນ ທຸກ​ຕົນ​ມີ​ປີກ​ຫົກ​ປີກ ແລະ​ມີ​ຕາ​ເຕັມ​ຂ້າງນອກ​ແລະ​ຂ້າງໃນ. ພວກເພິ່ນ​ຮ້ອງ​ຕະຫລອດ​ວັນ​ຕະຫລອດ​ຄືນ​ບໍ່​ຢຸດ​ບໍ່​ເຊົາ​ວ່າ, “ບໍຣິສຸດ ບໍຣິສຸດ ບໍຣິສຸດ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ຜູ້​ຊົງ​ຣິດທານຸພາບ​ສູງສຸດ ຜູ້​ຊົງ​ດຳລົງ​ຢູ່​ໃນ​ອະດີດ ຜູ້​ຊົງ​ດຳລົງ​ຢູ່​ໃນ​ປະຈຸບັນ ແລະ​ຜູ້​ຈະ​ຊົງ​ສະເດັດ​ມາ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

8 ສິ່ງທີ່ມີຊີວິດ​ທັງ​ສີ່​ນີ້ ແຕ່​ລະ​ຕົນ​ມີ​ຫົກ​ປີກ ແລະ ມີ​ຕາ​ເຕັມ​ຢູ່​ອ້ອມຮອບ ແມ່ນແຕ່​ຢູ່​ໃຕ້​ປີກ. ສິ່ງທີ່ມີຊີວິດ​ເຫລົ່ານັ້ນ​ຮ້ອງ​ຕະຫລອດ​ທັງ​ກາງເວັນ ແລະ ກາງຄືນ​ບໍ່​ຢຸດ​ຈັກເທື່ອ​ວ່າ: “‘ບໍລິສຸດ, ບໍລິສຸດ, ບໍລິສຸດ ຄື​ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຜູ້​ລິດອຳນາດຍິ່ງໃຫຍ່’, ຜູ້​ດຳລົງ​ຢູ່​ໃນ​ອະດີດ ແລະ ດຳລົງ​ຢູ່​ໃນ​ປັດຈຸບັນ ແລະ ຜູ້​ຈະ​ມາ”.

Uka jalj uñjjattʼäta Copia luraña




ພຣະນິມິດ 4:8
42 Jak'a apnaqawi uñst'ayäwi  

ເມື່ອ​ອັບຣາມ​ອາຍຸ​ໄດ້ 99 ປີ; ພຣະເຈົ້າຢາເວ​ໄດ້​ປາກົດ​ແກ່​ເພິ່ນ ແລະ​ກ່າວ​ວ່າ, “ເຮົາ​ເປັນ​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່. ຈົ່ງ​ເຊື່ອຟັງ​ເຮົາ ແລະ​ປະພຶດ​ແຕ່​ສິ່ງ​ທີ່​ຊອບທຳ.


ຜູ້ໃດ​ທີ່​ໄປ​ເພິ່ງ​ພຣະເຈົ້າ​ສຳລັບ​ຄວາມ​ປອດໄພ ແລະ​ຜູ້​ທີ່​ຢູ່​ພາຍໃຕ້​ການ​ຄຸ້ມຄອງ​ຂອງ ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່


ຂ້າແດ່​ພຣະເຈົ້າຢາເວ ໃນ​ບັນດາ​ພະ​ທັງຫລາຍ​ນັ້ນ​ໃຜ​ແດ່​ຄື​ພຣະອົງ? ແນ່ວແນ່​ຄື​ພຣະອົງ ຜູ້​ຍິ່ງໃຫຍ່​ແລະ​ບໍຣິສຸດ​ດ້ວຍ. ພະ​ໃດ​ເຮັດ​ການ​ອັດສະຈັນ​ຕ່າງໆ​ໄດ້​ແດ່? ແລະ​ເຮັດ​ການ​ອັນ​ໃຫຍ່ຍິ່ງ​ໄດ້​ດັ່ງ​ພຣະອົງ?


ພຣະເຈົ້າ​ໄດ້ກ່າວ​ຕໍ່​ໂມເຊ​ວ່າ, “ເຮົາເປັນ​ຜູ້​ເຮົາເປັນ ເຈົ້າ​ຈົ່ງ​ບອກ​ຊາວ​ອິດສະຣາເອນ​ດັ່ງນີ້: ‘ຜູ້​ທີ່​ເອີ້ນ​ຊື່​ວ່າ ເຮົາເປັນ’ ສົ່ງ​ຂ້ອຍ​ມາ​ຫາ​ພວກເຈົ້າ.”


ຮ້ອງ​ຄວນຄາງ​ດ້ວຍ​ຄວາມ​ເຈັບປວດ​ສາເຖີດ ວັນ​ຂອງ​ພຣະເຈົ້າຢາເວ​ມາ​ໃກ້​ແລ້ວ ຄື​ມື້​ທີ່​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ນຳ​ໄພພິບັດ​ມາ.


ນະຄອນ​ເຢຣູຊາເລັມ​ເອີຍ ດ້ວຍ​ຄວາມຮັກ​ທີ່​ມີ​ຕໍ່​ເຈົ້າ ເຮົາ​ຈະ​ບໍ່​ຍອມ​ມິດງຽບ​ໄປ​ຈັກເທື່ອ ຈົນກວ່າ​ນະຄອນ​ນີ້​ຈະ​ໄດ້​ມີໄຊ​ແລະ​ພົ້ນໄພ ຄື​ຄວາມມີໄຊ​ສ່ອງແຈ້ງ​ດັ່ງ​ໂຄມໄຟ​ຍາມ​ຄໍ່າ​ມືດ.


ຂອບ​ວົງລໍ້​ມີ​ຕາ​ເຕັມ​ໄປ​ໝົດ.


ໃນ​ໃຈກາງ​ຂອງ​ພະຍຸ​ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ຮູບຮ່າງ​ຂອງ​ສິ່ງທີ່ມີ​ຊີວິດ​ສີ່​ຕົນ ເບິ່ງ​ເໝືອນ​ຮູບຮ່າງ​ຂອງ​ມະນຸດ


ແຕ່ລະ​ຕົນ​ນັ້ນ ມີ​ສີ່​ໜ້າ​ແລະ​ສີ່​ປີກ.


ຕົນຕົວ​ຂອງ​ເຄຣຸບ​ຕະຫລອດ​ທັງ​ຫລັງ, ມື, ປີກ​ແລະ​ລໍ້ ລ້ວນແຕ່​ມີ​ຕາ​ເຕັມ​ໄປ​ໝົດ.


ວັນ​ຂອງ​ພຣະເຈົ້າຢາເວ​ຫຍັບ​ເຂົ້າ​ມາ​ໃກ້​ທຸກ​ທີ ຄື​ວັນ​ທີ່​ອົງ​ຊົງຣິດ​ຍິ່ງໃຫຍ່​ຈະ​ນຳ​ການທຳລາຍ​ມາ​ໃຫ້ ເປັນ​ການທຳລາຍ​ໃຫຍ່​ທີ່​ໜ້າຢ້ານກົວ​ຫລາຍ ວັນນັ້ນ ຈະ​ໜ້າຢ້ານກົວ​ແທ້ໆ.


ດັ່ງນັ້ນ ຈົ່ງ​ເຝົ້າ​ລະວັງ ແລະ​ຈົດຈຳ​ໄວ້​ວ່າ ໃນ​ລະຫວ່າງ​ສາມ​ປີ​ທັງ​ກາງເວັນ​ແລະ​ກາງຄືນ ຂ້າພະເຈົ້າ​ບໍ່ໄດ້​ຢຸດ​ຢ່ອນ ໃນ​ການ​ເຕືອນ​ສະຕິ​ພວກທ່ານ​ທຸກຄົນ​ດ້ວຍ​ນໍ້າຕາ​ໄຫລ.”


ເຮົາ​ຈະ​ເປັນ​ບິດາ​ຂອງ​ພວກເຈົ້າ ແລ້ວ​ພວກເຈົ້າ​ຈະ​ເປັນ​ບຸດ​ຊາຍ​ ບຸດ​ຍິງ​ຂອງເຮົາ.” ອົງພຣະ​ຜູ້​ເປັນເຈົ້າ ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ ໄດ້​ຊົງ​ກ່າວ​ໄວ້​ດັ່ງນັ້ນ.


ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຈົ້າ​ຈຳ​ໄດ້​ຢ່າງ​ແນ່ນອນ​ວ່າ ພວກເຮົາ​ໄດ້​ດຳເນີນ​ພາລະກິດ​ຢ່າງ​ໃດ ແລະ​ສູ້ຊົນ​ຢ່າງ​ໜັກໜ່ວງ​ພຽງ​ໃດ ພວກເຮົາ​ໄດ້​ເຮັດ​ການ​ທັງ​ກາງເວັນ​ແລະ​ກາງຄືນ ເພື່ອ​ວ່າ​ພວກເຮົາ​ຈະ​ບໍ່​ເປັນ​ພາລະ​ໃດໆ​ແກ່​ພວກເຈົ້າ ເມື່ອ​ພວກເຮົາ​ປະກາດ​ຂ່າວປະເສີດ​ແກ່​ພວກເຈົ້າ​ນັ້ນ.


ຈົ່ງ​ລະວັງຕົວ​ຂອງ​ເຈົ້າ ແລະ​ຄຳສັ່ງສອນ​ຂອງ​ເຈົ້າ​ດ້ວຍ. ຈົ່ງ​ສືບຕໍ່​ດຳເນີນ​ການ​ເຫຼົ່ານີ້ ເພາະ​ຖ້າ​ເຈົ້າ​ປະຕິບັດ​ຢ່າງ​ນີ້ ເຈົ້າ​ກໍ​ຈະ​ຊ່ວຍ​ເຈົ້າ​ເອງ​ແລະ​ທຸກຄົນ ຜູ້​ທີ່​ຟັງ​ເຈົ້າ​ໃຫ້​ພົ້ນ.


ຈົ່ງ​ເອົາໃຈໃສ່​ເທດສະໜາ​ສັ່ງສອນ​ພຣະທຳ​ຂອງ​ພຣະເຈົ້າ ທັງ​ໃນ​ເວລາ​ມີ​ໂອກາດ​ແລະ​ບໍ່ມີ​ໂອກາດ, ຈົ່ງ​ຊັກຊວນ​ດ້ວຍ​ເຫດ​ຜົນ, ຈົ່ງ​ເຕືອນ​ສະຕິ​ແລະ​ໜູນໃຈ ດ້ວຍ​ຄວາມ​ພຽນ​ອົດທົນ​ທຸກຢ່າງ​ແລະ​ໃນ​ການ​ສິດສອນ.


ພຣະເຢຊູ​ຄຣິດເຈົ້າ​ຊົງ​ເປັນ​ຢູ່​ສະເໝີ​ກັນ ທັງ​ໃນ​ເວລາ​ວານ​ນີ້ ວັນ​ນີ້ ແລະ​ສືບໆໄປ​ເປັນນິດ.


ຈາກ ໂຢຮັນ, ຮຽນ ຄຣິສຕະຈັກ​ທັງ​ເຈັດ​ທີ່​ຢູ່​ໃນ​ແຂວງ​ເອເຊຍ. ຂໍ​ໃຫ້​ທ່ານ​ທັງຫລາຍ​ຈົ່ງ​ໄດ້​ຮັບ​ພຣະຄຸນ​ແລະ​ສັນຕິສຸກ​ຈາກ​ພຣະອົງ ຜູ້​ຊົງ​ດຳລົງ​ຢູ່​ໃນ​ປະຈຸບັນ ຜູ້​ຊົງ​ດຳລົງ​ຢູ່​ໃນ​ອະດີດ ຜູ້​ຈະ​ສະເດັດ​ມາ​ໃນ​ອະນາຄົດ ແລະ​ຈາກ​ວິນຍານ​ທັງ​ເຈັດ​ທີ່​ເຝົ້າ​ຢູ່​ໜ້າ​ຣາຊບັນລັງ​ຂອງ​ພຣະອົງ


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ອົງ​ຊົງ​ດຳລົງ​ຢູ່​ໃນ​ປະຈຸບັນ ອົງ​ຊົງ​ດຳລົງ​ຢູ່​ໃນ​ອະດີດ ຜູ້​ຈະ​ສະເດັດ​ມາ​ໃນ​ອະນາຄົດ ແລະ​ອົງ​ຊົງ​ຣິດທານຸພາບ​ສູງສຸດ ຊົງ​ກ່າວ​ວ່າ, “ເຮົາ​ຄື​ອາລະຟາ​ແລະ​ໂອເມຄາ.”


ກາບ​ທູນ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ອົງ​ຊົງ​ຣິດທານຸພາບ​ສູງສຸດ ອົງ​ຊົງ​ດຳລົງ​ຢູ່​ໃນ​ປະຈຸບັນ ແລະ​ອົງ​ຊົງ​ດຳລົງ​ຢູ່​ໃນ​ຄາວກ່ອນ ພວກ​ຂ້ານ້ອຍ​ໂມທະນາ​ຂອບພຣະຄຸນ ພຣະອົງ ຈຶ່ງ​ໄດ້​ຊົງ​ຕັ້ງຕົ້ນ​ສະເຫວີຍ​ຣາດ ທີ່​ແຜ່ນດິນ​ໂລກ.


ຄວັນ​ແຫ່ງ​ການ​ທໍລະມານ​ຂອງ​ພວກເຂົາ ກໍ​ພຸ່ງ​ຂຶ້ນ​ຕະຫລອດໄປ​ເປັນນິດ. ຄົນ​ທັງຫລາຍ​ທີ່​ບູຊາ​ສັດຮ້າຍ ແລະ​ຮູບ​ຂອງ​ມັນ ກັບ​ຜູ້​ທີ່​ຮັບ​ເຄື່ອງໝາຍ​ຊື່​ຂອງ​ມັນ​ນັ້ນ ຈະ​ບໍ່ມີ​ເວລາ​ພັກຜ່ອນ ທັງ​ກາງເວັນ​ແລະ​ກາງຄືນ.”


ຄົນ​ເຫຼົ່ານັ້ນ​ຮ້ອງເພງ​ບົດ​ໃໝ່​ຕໍ່ໜ້າ​ພຣະຣາຊບັນລັງ ຕໍ່ໜ້າ​ສິ່ງທີ່ມີ​ຊີວິດ​ທັງ​ສີ່ ຕໍ່ໜ້າ​ພວກ​ຜູ້​ອາວຸໂສ ບໍ່ມີ​ຜູ້ໃດ​ສາມາດ​ຮຽນຮູ້​ເພງ​ບົດ​ນັ້ນ​ໄດ້ ເວັ້ນ​ແຕ່​ຄົນ​ແສນ​ສີ່ໝື່ນ​ສີ່ພັນ​ນັ້ນ ທີ່​ໄດ້​ຊົງ​ໄຖ່​ໄວ້​ແລ້ວ​ຈາກ​ແຜ່ນດິນ​ໂລກ.


ພວກເຂົາ​ຮ້ອງເພງ​ຂອງ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ແລະ​ເພງ​ຂອງ​ພຣະ​ເມສານ້ອຍ​ນັ້ນ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຜູ້​ຊົງ​ຣິດທານຸພາບ​ສູງສຸດ ພຣະ​ຣາຊກິດ​ຂອງ​ພຣະອົງ​ກໍ​ໃຫຍ່​ຫລວງ ແລະ ໜ້າ​ອັດສະຈັນ ຂ້າແດ່​ພຣະມະຫາ​ກະສັດ​ ແຫ່ງ​ປະຊາຊາດ​ທັງປວງ ວິຖີ​ທາງ​ຂອງ​ພຣະອົງ​ກໍ​ຍຸດຕິທຳ ແລະ​ທ່ຽງແທ້.


ແລ້ວ​ກໍ​ມີ​ສິ່ງທີ່ມີ​ຊີວິດ​ຕົນ​ໜຶ່ງ​ໃນ​ສີ່​ຕົນ​ນັ້ນ ເອົາ​ຂັນ​ຄຳ​ເຈັດ​ໜ່ວຍ​ໃຫ້​ແກ່​ເທວະດາ​ເຈັດ​ຕົນ​ນັ້ນ ເປັນ​ຂັນ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ ອົງ​ຊົງພຣະຊົນ​ຢູ່​ຊົ່ວ​ນິຣັນດອນ.


ດ້ວຍວ່າ, ວິນຍານ​ເຫຼົ່ານັ້ນ​ເປັນ​ຜີມານຮ້າຍ ທີ່​ເຮັດ​ໝາຍສຳຄັນ ມັນ​ອອກ​ໄປ​ຫາ​ກະສັດ​ທັງຫລາຍ​ທົ່ວ​ພິພົບໂລກ ເພື່ອ​ໃຫ້​ກະສັດ​ເຫຼົ່ານັ້ນ​ມາ​ຮ່ວມ​ກັນ​ສຳລັບ​ການ​ສົງຄາມ ໃນ​ວັນ​ອັນ​ໃຫຍ່ຫລວງ​ຂອງ​ພຣະເຈົ້າ ຜູ້​ຊົງ​ຣິດທານຸພາບ​ສູງສຸດ. (


ແລະ​ຂ້າພະເຈົ້າ​ໄດ້ຍິນ​ແທ່ນບູຊາ​ຮ້ອງ​ວ່າ, “ຈິງຢູ່ແລ້ວ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຜູ້​ຊົງ​ຣິດທານຸພາບ​ສູງສຸດ ການ​ພິພາກສາ​ຂອງ​ພຣະອົງ​ກໍ​ທ່ຽງແທ້​ແລະ​ຍຸດຕິທຳ.”


ມີ​ດາບ​ຄົມ​ດວງ​ໜຶ່ງ​ອອກ​ມາ​ຈາກ​ປາກ​ຂອງ​ພຣະອົງ ເພື່ອ​ພຣະອົງ​ຈະ​ເອົາ​ຊະນະ​ຊົນຊາດ​ທັງຫລາຍ​ດ້ວຍ​ດາບ​ນັ້ນ. “ພຣະອົງ​ຈະ​ປົກຄອງ​ພວກເຂົາ​ດ້ວຍ​ຄ້ອນເຫລັກ​ທີ່​ມີ​ອຳນາດ ແລະ​ພຣະອົງ​ຈະ​ຢຽບ​ເອົາ​ນໍ້າ​ອະງຸ່ນ ໃນ​ອ່າງ​ແຫ່ງ​ຄວາມ​ໂກດຮ້າຍ​ອັນ​ແຮງກ້າ​ຂອງ​ພຣະເຈົ້າ ອົງ​ຊົງ​ຣິດທານຸພາບ​ສູງສຸດ.”


ພວກ​ຜູ້​ອາວຸໂສ​ຊາວສີ່​ທ່ານ ແລະ​ສິ່ງທີ່ມີ​ຊີວິດ​ທັງ​ສີ່​ໄດ້​ຂາບລົງ ແລະ​ນະມັດສະການ​ພຣະເຈົ້າ​ຜູ້​ທີ່​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ ພວກເພິ່ນ​ກ່າວ​ວ່າ, “ອາແມນ ຮາເລລູຢາ.”


ຂ້າພະເຈົ້າ​ບໍ່ໄດ້​ເຫັນ​ມີ​ພຣະວິຫານ​ຢູ່​ໃນ​ນະຄອນ​ນັ້ນ ເພາະ​ແມ່ນ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ແລະ ພຣະ​ເມສານ້ອຍ ເປັນ​ພຣະວິຫານ​ຂອງ​ນະຄອນ​ນັ້ນ.


“ຈົ່ງ​ຂຽນ​ໄປ​ຍັງ​ເທວະດາ​ຂອງ​ພຣະເຈົ້າ ໃນ​ຄຣິສຕະຈັກ​ທີ່​ເມືອງ​ຟີລາເດັນເຟຍ​ວ່າ, ນີ້​ເປັນ​ຖ້ອຍຄຳ​ຈາກ​ພຣະອົງ​ຜູ້​ບໍຣິສຸດ​ແລະ​ສັດຊື່ ຜູ້​ຊົງ​ຖື​ຂໍ​ກະແຈ​ຂອງ​ດາວິດ ແລະ​ຜູ້​ຊົງ​ເປີດ​ແລ້ວ​ຈະ​ບໍ່ມີ​ຜູ້ໃດ​ປິດ ແລະ​ຜູ້​ຊົງ​ປິດ​ແລ້ວ​ຈະ​ບໍ່ມີ​ຜູ້ໃດ​ເປີດ ຊົງ​ກ່າວ​ດັ່ງນີ້​ວ່າ,


ອ້ອມຮອບ​ບັນລັງ​ນັ້ນ ມີ​ບັນລັງ​ອີກ​ຊາວສີ່​ບັນລັງ ແລະ​ມີ​ຜູ້​ອາວຸໂສ​ຊາວສີ່​ທ່ານ ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ ທຸກ​ທ່ານ​ນຸ່ງ​ເຄື່ອງ​ຂາວ ແລະ​ສວມ​ມົງກຸດ​ຄຳ​ທີ່​ຫົວ.


ຢູ່​ຕໍ່ໜ້າ​ບັນລັງ​ນັ້ນ ມີ​ສິ່ງ​ໜຶ່ງ​ເໝືອນ​ທະເລ​ແກ້ວມະນີ. ອ້ອມຮອບ​ບັນລັງ​ທຸກ​ດ້ານ​ມີ​ສິ່ງທີ່ມີ​ຊີວິດ​ສີ່​ຕົນ ຊຶ່ງ​ມີ​ຕາ​ເຕັມ​ຢູ່​ທັງ​ຂ້າງໜ້າ​ແລະ​ຂ້າງຫລັງ.


ເມື່ອ​ສິ່ງທີ່ມີ​ຊີວິດ​ເຫຼົ່ານັ້ນ​ຖວາຍ​ຄຳ​ຍົກຍໍ​ສະຫງ່າຣາສີ ຖວາຍ​ພຣະກຽດ ແລະ ຄຳ​ໂມທະນາ​ຂອບພຣະຄຸນ​ແດ່​ພຣະອົງ ຜູ້​ປະທັບ​ເທິງ​ຣາຊບັນລັງ ຜູ້​ຊົງ​ມີ​ພຣະຊົນ​ດຳລົງ​ຢູ່​ຕະຫລອດ​ຊົ່ວ​ນິຣັນດອນ ເມື່ອໃດ,


ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ພຣະ​ເມສານ້ອຍ ຢືນ​ຢູ່​ທ່າມກາງ​ບັນລັງ​ອ້ອມຮອບ​ດ້ວຍ​ສິ່ງທີ່ມີ​ຊີວິດ​ທັງ​ສີ່​ຕົນ​ແລະ​ພວກ​ອາວຸໂສ. ພຣະ​ເມສານ້ອຍ​ນີ້​ເບິ່ງ​ຄື​ວ່າ​ໄດ້​ຖືກ​ຂ້າ​ແລ້ວ. ພຣະ​ເມສານ້ອຍ​ນັ້ນ ມີ​ເຂົາ​ເຈັດ​ອັນ ມີ​ຕາ​ເຈັດ​ໜ່ວຍ ຊຶ່ງ​ເປັນ​ວິນຍານ​ທັງ​ເຈັດ​ຂອງ​ພຣະເຈົ້າ ທີ່​ຊົງ​ໃຊ້​ໃຫ້​ອອກ​ໄປ​ທົ່ວ​ແຜ່ນດິນ​ໂລກ.


ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ພຣະ​ເມສານ້ອຍ ແກະ​ຕາປະທັບ​ດວງ​ທຳອິດ​ໃນ​ຕາປະທັບ​ທັງ​ເຈັດ​ນັ້ນ​ອອກ​ແລ້ວ ແລະ​ຂ້າພະເຈົ້າ​ໄດ້ຍິນ​ສິ່ງທີ່ມີ​ຊີວິດ​ຕົນ​ທີ​ໜຶ່ງ​ໃນ​ສີ່​ຕົນ​ນັ້ນ ຮ້ອງ​ສຽງດັງ​ເໝືອນ​ຟ້າຮ້ອງ​ວ່າ, “ມາເທາະ!”


ຂ້າພະເຈົ້າ​ໄດ້ຍິນ​ສຽງດັງ​ມາ​ຈາກ​ທ່າມກາງ​ສິ່ງທີ່ມີ​ຊີວິດ​ທັງ​ສີ່​ນັ້ນ​ຮ້ອງ​ວ່າ, “ເຂົ້າ​ສາລີ​ໜຶ່ງ​ລິດ​ຕໍ່​ແຮງງານ​ມື້​ໜຶ່ງ ແລະ​ເຂົ້າບາເລ​ສາມ​ລິດ​ຕໍ່​ແຮງງານ​ມື້​ໜຶ່ງ ແຕ່​ຢ່າ​ທຳລາຍ​ນໍ້າມັນ​ແລະ​ເຫຼົ້າ​ອະງຸ່ນ.”


ແລະ​ເທວະດາ​ທັງໝົດ​ທີ່​ຢືນ​ອ້ອມ​ພຣະຣາຊບັນລັງ ອ້ອມ​ພວກ​ອາວຸໂສ ອ້ອມ​ສິ່ງທີ່ມີ​ຊີວິດ​ທັງ​ສີ່​ນັ້ນ ໄດ້​ພາກັນ​ກົ້ມ​ຂາບລົງ​ຊ້ອງໜ້າ​ພຣະ​ບັນລັງ ແລະ​ນະມັດສະການ​ພຣະເຈົ້າ


ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄດ້​ຢືນ​ຢູ່​ຕໍ່ໜ້າ​ພຣະຣາຊບັນລັງ​ຂອງ​ພຣະເຈົ້າ ແລະ​ບົວລະບັດ​ຮັບໃຊ້​ພຣະອົງ​ໃນ​ພຣະວິຫານ ທັງ​ກາງເວັນ​ແລະ​ກາງຄືນ ແລະ​ພຣະອົງ​ຜູ້​ທີ່​ປະທັບ​ຢູ່​ເທິງ​ພຣະຣາຊບັນລັງ​ນັ້ນ ຈະ​ຊົງ​ສະຖິດ​ຢູ່​ນຳ​ແລະ​ປົກປ້ອງ​ຄຸ້ມຄອງ​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka