Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 4:7 - ພຣະຄຳພີສັກສິ

7 ຕົນ​ທີ​ໜຶ່ງ​ເໝືອນ​ສິງ, ຕົນ​ທີ​ສອງ​ເໝືອນ​ງົວ​ນ້ອຍ, ຕົນ​ທີ​ສາມ​ມີ​ໜ້າ​ເໝືອນ​ມະນຸດ, ຕົນ​ທີ​ສີ່​ເໝືອນ​ນົກອິນຊີ​ທີ່​ກຳລັງ​ບິນ​ຢູ່.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

7 ສິ່ງທີ່ມີຊີວິດ​ຕົນ​ທີໜຶ່ງ​ຄ້າຍຄື​ໂຕສິງ, ຕົນ​ທີສອງ​ຄ້າຍຄື​ງົວ, ຕົນ​ທີສາມ​ມີ​ໜ້າ​ຄ້າຍຄື​ມະນຸດ, ຕົນ​ທີສີ່​ຄ້າຍຄື​ນົກອິນຊີ​ທີ່​ກຳລັງ​ບິນ​ຢູ່.

Uka jalj uñjjattʼäta Copia luraña




ພຣະນິມິດ 4:7
20 Jak'a apnaqawi uñst'ayäwi  

ຢູດາ​ນີ້ ຍັງ​ເກັ່ງກ້າ​ຮ້າຍກາດ​ເໝືອນ​ໂຕສິງ; ຂ້າ​ເຫຍື່ອ​ຍາດ​ຊີງ​ມາ ແລະ​ຟ້າວ​ໄປ​ຫາ​ໝົ້ງ​ນອນ​ລີ້. ຢຽດຕົວ​ລົງ​ນອນ​ເນີ້ງ​ເຮັດ​ຕາ​ຫລັບ​ສີ​ພັບໆ ໃຜ​ບໍ່​ກ້າ​ຫຍັບ​ເຂົ້າ​ໃກ້​ຍາມ​ລາວ​ໄດ້​ນອນ​ຫລັບ​ສະບາຍ.


ໂຊນ​ກັບ​ໂຢນາທານ​ໜ້າ​ຮັກແພງ​ອີຫລີ ມີ​ຊີວິດ​ຢູ່​ນຳກັນ ແລະ​ຕາຍໄປ​ນຳກັນ​ດ້ວຍ; ທັງສອງ​ວ່ອງໄວ​ແທ້ໆ​ດັ່ງ​ນົກ​ອີນຊີ ແຂງແຮງ​ກວ່າ​ໂຕສິງ​ທັງຝູງ​ພຸ້ນ.


ເມື່ອ​ປະເທດ​ຊາດ​ເຮັດ​ບາບ ກໍ​ຈະ​ມີ​ຜູ້ປົກຄອງ​ຄົນ​ໃໝ່​ແລ້ວ​ຄົນ​ໃໝ່​ອີກ​ຕໍ່ໄປ. ແຕ່​ປະເທດ​ຊາດ​ຈະ​ເຂັ້ມແຂງ​ແລະ​ໝັ້ນຄົງ ເມື່ອ​ມີ​ຜູ້ນຳ​ທີ່​ສະຫລາດ​ແລະ​ຢັ່ງຮູ້.


ແຕ່​ພວກ​ທີ່​ລໍຄອຍ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ຈະ​ໄດ້​ຮັບ​ການ​ເສີມກຳລັງ​ເຮື່ອແຮງ​ຂຶ້ນ​ໃໝ່ ພວກເຂົາ​ຈະ​ບິນ​ຂຶ້ນ​ດ້ວຍ​ປິກ​ດັ່ງ​ນົກອິນຊີ​ບິນ​ໄປ; ພວກເຂົາ​ຈະ​ແລ່ນ​ໄດ້​ແລະ​ບໍ່​ອິດເມື່ອຍ​ອ່ອນແຮງ, ພວກເຂົາ​ຈະ​ຍ່າງ​ໄປ ແລະ​ບໍ່​ອ່ອນເພຍ​ລົງ​ອີກ.


ແຕ່ລະຕົນ​ນັ້ນ​ມີ​ໜ້າ​ສີ່​ໜ້າ​ບໍ່​ຄື​ກັນ​ເຊັ່ນ: ຢູ່​ເບື້ອງ​ໜ້າ​ເປັນ​ໜ້າ​ຂອງ​ມະນຸດ, ຢູ່​ເບື້ອງຂວາ​ເປັນ​ໜ້າ​ຂອງ​ສິງ ຢູ່​ເບື້ອງຊ້າຍ​ເປັນ​ໜ້າ​ຂອງ​ງົວເຖິກ ແລະ​ຢູ່​ເບື້ອງຫລັງ​ເປັນ​ໜ້າ​ຂອງ​ນົກອິນຊີ.


ນອກຈາກ​ໜ້າ​ສີ່​ໜ້າ​ແລະ​ປີກ​ສີ່​ປີກ​ແລ້ວ ແຕ່ລະ​ຕົນ​ນັ້ນ​ຍັງ​ມີ​ສີ່​ມື​ດັ່ງ​ມື​ຂອງ​ມະນຸດ ຄື​ມື​ແຕ່ລະ​ເບື້ອງ​ຢູ່​ລຸ່ມ​ປີກ.


ເຄຣຸບ​ແຕ່ລະຕົນ​ມີ​ສີ່​ໜ້າ. ໜ້າ​ເບື້ອງ​ທີ​ໜຶ່ງ​ເປັນ​ໜ້າ​ງົວເຖິກ, ໜ້າ​ເບື້ອງ​ທີ​ສອງ​ເປັນ​ໜ້າ​ຄົນ, ໜ້າ​ເບື້ອງ​ທີ​ສາມ​ເປັນ​ໜ້າ​ສິງ ແລະ​ໜ້າ​ເບື້ອງ​ທີ​ສີ່​ເປັນ​ໜ້າ​ນົກອິນຊີ. (


ສິ່ງທີ່ມີ​ຊີວິດ​ແຕ່ລະຕົນ​ມີ​ໜ້າ​ສີ່​ໜ້າ, ສີ່​ປີກ ແລະ​ຢູ່​ໃຕ້​ຂອງ​ແຕ່ລະປີກ​ເບິ່ງ​ຄ້າຍ​ຄື​ມື​ຂອງ​ມະນຸດ.


ໂຕ​ທຳອິດ​ເບິ່ງ​ຄ້າຍ​ຄື​ສິງ ແຕ່​ມີ​ປີກ​ເໝືອນ​ນົກອິນຊີ. ໃນ​ຂະນະທີ່​ຂ້າພະເຈົ້າ​ຫລຽວ​ເບິ່ງ​ຢູ່​ນັ້ນ ປີກ​ຂອງ​ມັນ​ກໍ​ຖືກ​ຫລົກ​ອອກ. ສັດ​ໂຕ​ນັ້ນ​ຖືກ​ຍົກ​ຂຶ້ນ ແລະ​ໃຫ້​ຢືນ​ຢູ່​ເໝືອນ​ຄົນ. ແລ້ວ​ມັນ​ກໍໄດ້​ຮັບ​ຈິດໃຈ​ດັ່ງ​ມະນຸດ.


ເຖິງ​ວ່າ​ເຈົ້າ​ນັ້ນ​ສ້າງ​ເຮືອນ​ຂອງເຈົ້າ​ຂຶ້ນມາ ສູງ​ເທົ່າ​ກັບ​ຮັງ​ຂອງ​ນົກອິນຊີ​ກໍຕາມ ເພື່ອ​ໃຫ້​ປາກົດ​ເຫັນ​ຄື​ວ່າ​ຢູ່​ທ່າມກາງ​ດວງດາວ ເຖິງ​ຢ່າງ​ນັ້ນ​ກໍຕາມ ເຮົາ​ຈະ​ດືງ​ເຈົ້າ​ລົງ​ໃຫ້​ໄດ້.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ປະຊາຊົນ​ພວກ​ນີ້ ຈະ​ລຸກ​ຂຶ້ນ​ເໝືອນ​ດັ່ງ​ໂຕສິງ ມັນ​ຈະ​ກັດ​ກິນ​ເນື້ອໜັງ ສິ່ງ​ທີ່​ຕົກ​ເປັນ​ເຫຍື່ອ​ຂອງ​ມັນ​ນັ້ນ. ມັນ​ຈະ​ດູດ​ກິນ​ເລືອດ ຂອງ​ຜູ້​ທີ່​ຖືກ​ເຄາະຮ້າຍ​ທັງຫລາຍ ແລ້ວ​ກໍ​ພາກັນ​ຍ່າງຍ້າຍ​ໄປ ຫລົບ​ເຂົ້າ​ສູ່​ໝົ້ງ​ນອນ​ພຸ້ນ.”


ປະຊາຊົນ​ຊາດ​ນີ້​ ເປັນ​ດັ່ງ​ໂຕ​ສິງ​ທີ່​ມີ​ອຳນາດ​ຍິ່ງ; ເມື່ອ​ມັນ​ພວມ​ນອນ​ຢູ່​ນັ້ນ ບໍ່ມີ​ໃຜ​ກ້າ​ປຸກ​ມັນ​ຂຶ້ນ​ມາ. ຜູ້ໃດ​ອວຍພອນ​ຊາດ​ອິດສະຣາເອນ​ນັ້ນ ຜູ້ນັ້ນ​ຈະ​ໄດ້​ຮັບ​ຄຳອວຍພອນ​ຄືນ ແລະ​ຜູ້ໃດ​ສາບແຊ່ງ​ຊາດ​ອິດສະຣາເອນ ຜູ້ນັ້ນ​ຈະ​ໄດ້​ຖືກ​ສາບແຊ່ງ​ຕອບ.”


ພີ່ນ້ອງ​ທັງຫລາຍ​ເອີຍ, ຢ່າ​ໃຫ້​ຄວາມ​ນຶກຄິດ​ຂອງ​ພວກເຈົ້າ​ເປັນ​ຢ່າງ​ເດັກນ້ອຍ ຝ່າຍ​ຄວາມຊົ່ວ ຈົ່ງ​ເປັນ​ເໝືອນ​ເດັກນ້ອຍ​ອ່ອນ, ແຕ່​ຝ່າຍ​ຄວາມ​ນຶກຄິດ ຈົ່ງ​ເປັນ​ຢ່າງ​ຜູ້​ແກ່.


ພຣະເຈົ້າຢາເວ​ຈະ​ນຳ​ຊົນຊາດ​ທີ່​ຢູ່​ສຸດປາຍ​ແຜ່ນດິນ​ໂລກ ຊຶ່ງ​ພວກເຈົ້າ​ບໍ່​ຮູ້ຈັກ​ພາສາ ມາ​ຕໍ່ສູ້​ພວກເຈົ້າ. ພວກເຂົາ​ຈະ​ບຸກ​ຖະຫຼົ່ມ​ໂຈມຕີ​ພວກເຈົ້າ ເໝືອນ​ດັ່ງ​ນົກອິນຊີ​ບິນ​ລົງ​ຈັບ​ເຫຍື່ອ.


ຢູ່​ຕໍ່ໜ້າ​ບັນລັງ​ນັ້ນ ມີ​ສິ່ງ​ໜຶ່ງ​ເໝືອນ​ທະເລ​ແກ້ວມະນີ. ອ້ອມຮອບ​ບັນລັງ​ທຸກ​ດ້ານ​ມີ​ສິ່ງທີ່ມີ​ຊີວິດ​ສີ່​ຕົນ ຊຶ່ງ​ມີ​ຕາ​ເຕັມ​ຢູ່​ທັງ​ຂ້າງໜ້າ​ແລະ​ຂ້າງຫລັງ.


ເມື່ອ​ພຣະ​ເມສານ້ອຍ​ໄດ້​ແກະ​ຕາປະທັບ​ດວງ​ທີ​ສອງ ແລ້ວ​ຂ້າພະເຈົ້າ​ໄດ້ຍິນ​ສິ່ງທີ່ມີ​ຊີວິດ​ຕົນ​ທີ​ສອງ​ຮ້ອງ​ວ່າ, “ມາເທາະ!”


ເມື່ອ​ພຣະ​ເມສານ້ອຍ​ໄດ້​ແກະ​ຕາປະທັບ​ດວງ​ທີ​ສາມ​ນັ້ນ​ແລ້ວ ຂ້າພະເຈົ້າ​ໄດ້ຍິນ​ສິ່ງທີ່ມີ​ຊີວິດ​ຕົນ​ທີ​ສາມ​ຮ້ອງ​ວ່າ, “ມາເທາະ!” ເມື່ອ​ຂ້າພະເຈົ້າ​ຫລຽວ​ເບິ່ງ ກໍ​ເຫັນ​ມ້າ​ສີ​ດຳ​ໂຕໜຶ່ງ​ອອກ​ມາ ຜູ້​ຂີ່​ມ້າ​ໂຕ​ນີ້​ຖື​ຄັນ​ຊັ່ງ.


ເມື່ອ​ພຣະ​ເມສານ້ອຍ​ໄດ້​ແກະ​ຕາປະທັບ​ດວງ​ທີ​ສີ່ ແລະ​ຂ້າພະເຈົ້າ​ໄດ້ຍິນ​ສິ່ງທີ່ມີ​ຊີວິດ​ຕົນ​ທີ​ສີ່​ຮ້ອງ​ວ່າ, “ມາເທາະ!”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka