Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 4:5 - ພຣະຄຳພີສັກສິ

5 ຈາກ​ບັນລັງ​ນັ້ນ ມີ​ຟ້າ​ແມບເຫຼື້ອມ​ທັງ​ສຽງ​ຟ້າຮ້ອງ​ດັງ​ສະໜັ່ນ​ຢູ່​ບໍ່​ຂາດ. ຕໍ່ໜ້າ​ບັນລັງ​ນັ້ນ ມີ​ຕະກຽງ​ໄຕ້​ໄວ້​ຢູ່​ເຈັດ​ໜ່ວຍ ຄື​ວິນຍານ​ທັງ​ເຈັດ​ຂອງ​ພຣະເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

5 ມີ​ແສງ​ຟ້າແມບເຫລື້ອມ, ສຽງ​ດັງກ້ອງ ແລະ ສຽງ​ຟ້າຮ້ອງ​ມາ​ຈາກ​ບັນລັງ. ຕໍ່ໜ້າ​ບັນລັງ​ນັ້ນ​ມີ​ຕະກຽງ​ເຈັດ​ອັນ​ຮຸ່ງ​ຢູ່. ສິ່ງ​ເຫລົ່ານີ້​ແມ່ນ​ວິນຍານ​ທັງ​ເຈັດ​ຂອງ​ພຣະເຈົ້າ.

Uka jalj uñjjattʼäta Copia luraña




ພຣະນິມິດ 4:5
24 Jak'a apnaqawi uñst'ayäwi  

ຕໍ່ມາ ພຣະອົງ​ກ່າວ​ແກ່​ອັບຣາມ​ວ່າ, “ເຮົາ​ແມ່ນ​ພຣະເຈົ້າຢາເວ ຜູ້​ທີ່​ນຳພາ​ເຈົ້າ​ອອກ​ມາ​ຈາກ​ເມືອງ​ອູເຣ​ໃນ​ບາບີໂລນ ເພື່ອ​ຈະ​ມອບ​ດິນແດນ​ນີ້​ໃຫ້​ເປັນ​ກຳມະສິດ​ຂອງ​ເຈົ້າ.”


ຕີນ​ຮອງ​ໂຄມໄຟ ແລະ​ໂຄມໄຟ​ທີ່​ເຮັດ​ດ້ວຍ​ຄຳ​ນໍ້າໜຶ່ງ ຊຶ່ງ​ໃຊ້​ເພື່ອ​ໄຕ້​ຢູ່​ຕໍ່ໜ້າ​ບ່ອນ​ສັກສິດ​ທີ່ສຸດ​ຕາມ​ແຜນຜັງ;


ພຣະເຈົ້າ ພຣະອົງ​ເປັນ​ທີ່​ໜ້າຢຳເກງ​ໃນ​ພຣະວິຫານ​ອັນ​ສັກສິດ​ຂອງ​ພຣະອົງ ແຕ່​ພຣະວິຫານ​ອັນ​ສັກສິດ​ຂອງ​ພຣະອົງ​ນັ້ນ ຄື​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ ຜູ້​ໃຫ້​ພະລັງ ແລະ​ອຳນາດ​ແກ່​ປະຊາຊົນ​ຂອງ​ພຣະອົງ. ສັນລະເສີນ​ພຣະເຈົ້າ.


ໃນ​ຕອນເຊົ້າ​ມື້​ທີ​ສາມ ເກີດ​ມີ​ຟ້າຮ້ອງ, ຟ້າ​ແມບ, ທັງ​ມີ​ເມກ​ອັນ​ຕຶບໜາ ປົກຄຸມ​ຫຸ້ມ​ຢູ່​ຕາມ​ເທິງ​ພູເຂົາ​ນັ້ນ ແລະ​ມີ​ສຽງ​ແກ​ດັງ​ກ້ອງ​ສະໜັ່ນ​ທົ່ວ​ໄປ. ປະຊາຊົນ​ທັງໝົດ​ທີ່​ຢູ່​ໃນ​ຄ້າຍພັກ​ເກີດ​ຢ້ານກົວ​ຈົນ​ຕົວ​ສັ່ນ.


ເມື່ອ​ປະຊາຊົນ​ໄດ້ຍິນ​ສຽງ​ຟ້າຮ້ອງ ແລະ​ສຽງ​ແກ​ດັງ​ກ້ອງສະໜັ່ນ ທັງ​ເຫັນ​ຟ້າ​ແມບເຫລື້ອມ ແລະ​ຄວັນໄຟ​ພຸ່ງ​ຂຶ້ນ​ທີ່​ພູເຂົາ​ນັ້ນ ພວກເຂົາ​ກໍ​ຢ້ານກົວ​ຕົວສັ່ນ​ແລະ​ຫຍັບ​ອອກ​ຫ່າງໆ.


ຈົ່ງ​ເຮັດ​ຕະກຽງ​ເຈັດ​ໜ່ວຍ​ໃສ່​ຕີນ​ຕະກຽງ ແລະ​ໄຕ້​ໃຫ້​ມັນ​ສ່ອງ​ແສງ​ອອກ​ໄປ​ເປັນ​ໜ້າ​ກະດານ.


ລາວ​ໄດ້​ເຮັດ​ຕະກຽງ​ເຈັດ​ໜ່ວຍ​ໃສ່​ຫລັກ​ຮອງ​ຕະກຽງ​ນັ້ນ ສ່ວນ​ຄີມ​ຄີບ​ໄສ້ຕະກຽງ ແລະ​ຖາດ​ໃສ່​ຄີມ​ແມ່ນ​ໄດ້​ເຮັດ​ດ້ວຍ​ຄຳສົດ.


ໃນ​ຫວ່າງ​ກາງ ພວກມັນ ມີ​ສິ່ງ​ໜຶ່ງ​ເບິ່ງ​ຄ້າຍ​ຄື​ໂຄມໄຟ ເຄື່ອນໄຫວ​ຢູ່​ຕະຫລອດ​ເວລາ. ຄັນ​ໄຟ​ລຸກ​ພຸ່ງ​ຂຶ້ນ​ເມື່ອໃດ ຟ້າ​ກໍ​ແມບເຫລື້ອມ​ຂຶ້ນ​ເມື່ອນັ້ນ.


ພຣະເຈົ້າຢາເວ​ເປັ່ງ​ສຽງ​ຮ້ອງ​ຈາກ​ພູເຂົາ​ຊີໂອນ ສຽງ​ພຣະອົງ​ດັງ​ສະໜັ່ນ​ຈາກ​ນະຄອນ​ເຢຣູຊາເລັມ​ພຸ້ນ; ຈັກກະວານ ແລະ​ແຜ່ນດິນ​ໂລກ​ກໍ​ສັ່ນ​ສະທ້ານ​ຫວັ່ນໄຫວ ແຕ່​ພຣະເຈົ້າຢາເວ​ຈະ​ປ້ອງກັນ​ປະຊາຊົນ​ຂອງ​ພຣະອົງ​ໄວ້.


ເພິ່ນ​ຖາມ​ຂ້າພະເຈົ້າ​ວ່າ, “ເຈົ້າ​ໄດ້​ເຫັນ​ຫຍັງ​ແດ່?” ຂ້າພະເຈົ້າ​ຈຶ່ງ​ຕອບ​ວ່າ, “ເຫັນ​ຕີນ​ຮອງ​ຕະກຽງ​ທີ່​ເປັນ​ຄຳ ເທິງ​ຈອມ​ນັ້ນ​ມີ​ອ່າງ​ໜ່ວຍ​ໜຶ່ງ​ສຳລັບ​ໃສ່​ນໍ້າມັນ. ທີ່​ເທິງ​ຕີນ​ຮອງ​ຕະກຽງ​ນັ້ນ​ມີ​ຕະກຽງ​ເຈັດ​ໜ່ວຍ ແລະ​ແຕ່ລະ​ໜ່ວຍ​ມີ​ໄສ້​ເຈັດ​ອັນ.


“ເມື່ອນັ້ນ ອານາຈັກ​ສະຫວັນ​ປຽບ​ເໝືອນ​ຍິງ​ສາວ​ບໍຣິສຸດ​ສິບ​ຄົນ ທີ່​ຖື​ໂຄມໄຟ​ຂອງຕົນ​ອອກ​ໄປ​ຮັບ​ເຈົ້າບ່າວ.


ຂ້າພະເຈົ້າ​ໃຫ້​ພວກເຈົ້າ​ຮັບ​ບັບຕິສະມາ​ດ້ວຍ​ນໍ້າ ໝາຍເຖິງ​ການ​ຖິ້ມໃຈເກົ່າ​ເອົາໃຈໃໝ່​ກໍ​ແມ່ນ, ແຕ່​ຜູ້​ທີ່​ຈະ​ມາ​ພາຍຫລັງ​ຂ້າພະເຈົ້າ​ກໍ​ມີ​ຣິດ​ກວ່າ​ຂ້າພະເຈົ້າ​ອີກ ຊຶ່ງ​ຂ້າພະເຈົ້າ​ບໍ່​ສົມຄວນ​ຈະ​ຈັບ​ແມ່ນແຕ່​ເກີບ​ເພິ່ນ, ເພິ່ນ​ຈະ​ໃຫ້​ພວກເຈົ້າ​ຮັບ​ບັບຕິສະມາ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ​ແລະ​ດ້ວຍ​ໄຟ


ມີ​ລີ້ນ​ເປັນ​ຮູບ​ເໝືອນ​ແປວ​ໄຟ​ໄດ້​ປາກົດ​ໃຫ້​ພວກເພິ່ນ​ເຫັນ ແລະ​ລິ້ນ​ນັ້ນ​ໄດ້​ແຕກ​ກະຈາຍ​ອອກ​ໄປ​ຢູ່​ເທິງ​ພວກເພິ່ນ​ທຸກຄົນ​ຜູ້​ລະ​ລິ້ນ.


ຈາກ ໂຢຮັນ, ຮຽນ ຄຣິສຕະຈັກ​ທັງ​ເຈັດ​ທີ່​ຢູ່​ໃນ​ແຂວງ​ເອເຊຍ. ຂໍ​ໃຫ້​ທ່ານ​ທັງຫລາຍ​ຈົ່ງ​ໄດ້​ຮັບ​ພຣະຄຸນ​ແລະ​ສັນຕິສຸກ​ຈາກ​ພຣະອົງ ຜູ້​ຊົງ​ດຳລົງ​ຢູ່​ໃນ​ປະຈຸບັນ ຜູ້​ຊົງ​ດຳລົງ​ຢູ່​ໃນ​ອະດີດ ຜູ້​ຈະ​ສະເດັດ​ມາ​ໃນ​ອະນາຄົດ ແລະ​ຈາກ​ວິນຍານ​ທັງ​ເຈັດ​ທີ່​ເຝົ້າ​ຢູ່​ໜ້າ​ຣາຊບັນລັງ​ຂອງ​ພຣະອົງ


ເພິ່ນ​ຮ້ອງ​ສຽງດັງ​ເໝືອນ​ໂຕ​ສິງ​ຮ້ອງ​ຄຳຣາມ ຫລັງຈາກ​ເພິ່ນ​ຮ້ອງ​ແລ້ວ ສຽງ​ຟ້າຮ້ອງ​ທັງ​ເຈັດ​ກໍ​ດັງ​ຂຶ້ນ.


ແລ້ວ​ວິຫານ​ຂອງ​ພຣະເຈົ້າ​ໃນ​ສະຫວັນ​ກໍ​ໄຂ​ອອກ ແລະ​ຫີບ​ພັນທະສັນຍາ ກໍ​ປາກົດ​ໃຫ້​ເຫັນ​ຢູ່​ໃນ​ທີ່ນັ້ນ ແລ້ວ​ມີ​ຟ້າ​ແມບເຫຼື້ອມ, ສຽງ​ແຕກ​ສະໜັ່ນ, ຟ້າຮ້ອງ​ຢູ່​ບໍ່​ຂາດ​ໄລຍະ, ແຜ່ນດິນ​ໄຫວ ແລະ​ໝາກເຫັບ​ຕົກ​ຢ່າງ​ຫລວງຫລາຍ.


“ຈົ່ງ​ຂຽນ​ໄປ​ຍັງ​ເທວະດາ​ຂອງ​ພຣະເຈົ້າ ໃນ​ຄຣິສຕະຈັກ​ທີ່​ເມືອງ​ຊາເດ​ວ່າ, ນີ້​ເປັນ​ຖ້ອຍຄຳ​ຈາກ​ພຣະອົງ​ທີ່​ມີ​ພຣະວິນຍານ​ທັງ​ເຈັດ​ຂອງ​ພຣະເຈົ້າ ແລະ​ດາວ​ທັງ​ເຈັດ​ດວງ ຊົງ​ກ່າວ​ດັ່ງນີ້​ວ່າ, ເຮົາ​ຮູ້​ການ​ກະທຳ​ຂອງ​ເຈົ້າ ເຈົ້າ​ຜູ້​ທີ່​ຊື່​ວ່າ​ຍັງ​ມີ​ຊີວິດ​ຢູ່. ເຖິງ​ແມ່ນ​ເຈົ້າ​ໄດ້​ຕາຍໄປ​ແລ້ວ​ກໍຕາມ.


ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ພຣະ​ເມສານ້ອຍ ຢືນ​ຢູ່​ທ່າມກາງ​ບັນລັງ​ອ້ອມຮອບ​ດ້ວຍ​ສິ່ງທີ່ມີ​ຊີວິດ​ທັງ​ສີ່​ຕົນ​ແລະ​ພວກ​ອາວຸໂສ. ພຣະ​ເມສານ້ອຍ​ນີ້​ເບິ່ງ​ຄື​ວ່າ​ໄດ້​ຖືກ​ຂ້າ​ແລ້ວ. ພຣະ​ເມສານ້ອຍ​ນັ້ນ ມີ​ເຂົາ​ເຈັດ​ອັນ ມີ​ຕາ​ເຈັດ​ໜ່ວຍ ຊຶ່ງ​ເປັນ​ວິນຍານ​ທັງ​ເຈັດ​ຂອງ​ພຣະເຈົ້າ ທີ່​ຊົງ​ໃຊ້​ໃຫ້​ອອກ​ໄປ​ທົ່ວ​ແຜ່ນດິນ​ໂລກ.


ແລ້ວ​ເທວະດາ​ຕົນ​ນັ້ນ ໄດ້​ຖື​ໝໍ້​ໄປ​ເອົາ​ໄຟ​ຈາກ​ແທ່ນບູຊາ​ໃສ່​ຈົນ​ເຕັມ ແລ້ວ​ໂຍນ​ໝໍ້​ນັ້ນ ລົງ​ເທິງ​ແຜ່ນດິນ​ໂລກ ແລ້ວ​ກໍ​ເກີດ​ມີ​ຟ້າຮ້ອງ ສຽງ​ແຕກ​ສະໜັ່ນ ຟ້າ​ແມບເຫຼື້ອມ ແລະ​ແຜ່ນດິນ​ຫວັ່ນໄຫວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka