ພຣະນິມິດ 4:4 - ພຣະຄຳພີສັກສິ4 ອ້ອມຮອບບັນລັງນັ້ນ ມີບັນລັງອີກຊາວສີ່ບັນລັງ ແລະມີຜູ້ອາວຸໂສຊາວສີ່ທ່ານ ນັ່ງຢູ່ເທິງບັນລັງນັ້ນ ທຸກທ່ານນຸ່ງເຄື່ອງຂາວ ແລະສວມມົງກຸດຄຳທີ່ຫົວ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່4 ອ້ອມຮອບບັນລັງນັ້ນມີອີກຊາວສີ່ບັນລັງ ແລະ ມີຜູ້ອາວຸໂສຊາວສີ່ທ່ານນັ່ງຢູ່ເທິງບັນລັງເຫລົ່ານັ້ນ. ພວກເພິ່ນນຸ່ງເຄື່ອງຂາວ ແລະ ມີມົງກຸດຄຳຢູ່ເທິງຫົວຂອງພວກເພິ່ນ. Uka jalj uñjjattʼäta |
ຢ່າຊູ່ຢ້ານຄວາມທຸກທໍຣະມານທີ່ພວກເຈົ້າກຳລັງຈະໄດ້ຮັບນັ້ນ. ເບິ່ງແມ! ມານຮ້າຍກຳລັງຈະຈັບພວກເຈົ້າບາງຄົນໃສ່ຄຸກ ເພື່ອທົດລອງໃຈພວກເຈົ້າ ແລະພວກເຈົ້າຈະໄດ້ຮັບຄວາມທຸກລຳບາກໃນລະຫວ່າງສິບວັນ ແຕ່ເຈົ້າຈົ່ງມີໃຈສັດຊື່ສຸດຈະຣິດ ຈົນເຖິງວັນຕາຍ ແລ້ວເຮົາຈະເອົາມົງກຸດແຫ່ງຊີວິດໃຫ້ແກ່ເຈົ້າ.
ແລ້ວຂ້າພະເຈົ້າໄດ້ເຫັນບັນລັງຫລາຍອັນ ແລະຜູ້ທີ່ນັ່ງເທິງບັນລັງນັ້ນ ເປັນຜູ້ທີ່ໄດ້ຮັບພຣະຣາຊທານອຳນາດພິພາກສາ ແລະຂ້າພະເຈົ້າຍັງໄດ້ເຫັນດວງວິນຍານຂອງຄົນທັງປວງທີ່ຖືກຕັດຄໍ ເພາະເປັນພະຍານຝ່າຍພຣະເຢຊູເຈົ້າ ແລະເພາະພຣະທຳຂອງພຣະເຈົ້າ ຄືຜູ້ທີ່ບໍ່ໄດ້ບູຊາສັດຮ້າຍ ຫລືຮູບຂອງມັນ ແລະບໍ່ໄດ້ຮັບເຄື່ອງໝາຍຂອງມັນຕິດໄວ້ທີ່ໜ້າຜາກ ຫລືທີ່ມືຂອງຕົນ. ຄົນເຫຼົ່ານັ້ນກັບຄືນມີຊີວິດໃໝ່ ແລະໄດ້ຄຸ້ມຄອງຮ່ວມກັບພຣະຄຣິດໃນລະຫວ່າງພັນປີ. (