ພຣະນິມິດ 4:2 - ພຣະຄຳພີສັກສິ2 ໃນທັນໃດນັ້ນ ຂ້າພະເຈົ້າໄດ້ປະກອບໄປດ້ວຍພຣະວິນຍານ ແລະເບິ່ງແມ! ມີຣາຊບັນລັງຕັ້ງຢູ່ໃນສະຫວັນ ມີທ່ານອົງໜຶ່ງປະທັບຢູ່ເທິງບັນລັງນັ້ນ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່2 ໃນທັນໃດນັ້ນ ຂ້າພະເຈົ້າກໍຢູ່ໃນພຣະວິນຍານ ແລະ ຕໍ່ໜ້າຂ້າພະເຈົ້າມີບັນລັງຕັ້ງຢູ່ໃນສະຫວັນພ້ອມດ້ວຍຜູ້ໜຶ່ງນັ່ງຢູ່ເທິງບັນລັງນັ້ນ. Uka jalj uñjjattʼäta |
ໃນຂະນະທີ່ຂ້າພະເຈົ້າກຳລັງເບິ່ງຢູ່ນັ້ນ ກໍມີບັນລັງຫລາຍອັນໄດ້ຖືກນຳມາຕັ້ງໄວ້. ເພິ່ນຜູ້ມີຊີວິດຢູ່ຕະຫລອດໄປ ໄດ້ນັ່ງຢູ່ເທິງບັນລັງອັນໜຶ່ງໃນຈຳນວນບັນລັງເຫຼົ່ານີ້. ເຄື່ອງນຸ່ງຂອງເພິ່ນຂາວເໝືອນຫິມະ ຜົມຂອງເພິ່ນເໝືອນຂົນແກະບໍຣິສຸດຜຸດຜ່ອງ. ບັນລັງຂອງເພິ່ນທີ່ຢູ່ເທິງລໍ້ກໍເປັນໄຟລຸກໄໝ້ຢູ່
ແລະຂ້າພະເຈົ້າໄດ້ຍິນສຽງສິ່ງທີ່ມີຊີວິດທັງໝົດທັງໃນສະຫວັນ, ເທິງແຜ່ນດິນໂລກ, ໃຕ້ແຜ່ນດິນໂລກ ແລະໃນມະຫາສະໝຸດ ຄືສິ່ງທັງປວງ ຊຶ່ງຢູ່ໃນທີ່ນັ້ນຮ້ອງວ່າ, “ຂໍໃຫ້ຄຳສັນລະເສີນ ກຽດຕິຍົດ ສະຫງ່າຣາສີ ແລະຣິດທານຸພາບ ຈົ່ງມີແດ່ພຣະອົງ ຜູ້ຊົງປະທັບ ເທິງພຣະຣາຊບັນລັງ ແລະແດ່ພຣະເມສານ້ອຍ ຕະຫລອດຊົ່ວນິຣັນດອນ.”