Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 4:11 - ພຣະຄຳພີສັກສິ

11 “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ແລະ​ພຣະເຈົ້າ​ຂອງ​ຂ້ານ້ອຍ​ທັງຫລາຍ ພຣະອົງ​ຊົງ​ສົມຄວນ​ທີ່​ຈະ​ໄດ້​ຮັບ ສະຫງ່າຣາສີ ກຽດຕິຍົດ ແລະ ຣິດເດດ ເພາະວ່າ​ພຣະອົງ​ໄດ້​ຊົງ​ສ້າງ​ ສັບພະທຸກສິ່ງ​ທັງປວງ. ແລະ​ສັບພະທຸກສິ່ງ​ທັງປວງ​ນັ້ນ ກໍ​ຊົງ​ສ້າງ​ຂຶ້ນ​ແລ້ວ ແລະ​ດຳລົງ​ຢູ່​ຕາມ​ຊອບ​ພຣະໄທ ຂອງ​ພຣະອົງ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

11 “ຂ້າ​ແດ່​ອົງພຣະຜູ້ເປັນເຈົ້າ ແລະ ພຣະເຈົ້າ​ຂອງ​ພວກຂ້ານ້ອຍ ພຣະອົງ​ສົມຄວນ​ທີ່​ຈະ​ຮັບ​ສະຫງ່າລາສີ, ກຽດຕິຍົດ ແລະ ລິດອຳນາດ, ເພາະວ່າ​ພຣະອົງ​ໄດ້​ສ້າງ​ທຸກ​ສິ່ງ ແລະ ໂດຍ​ຄວາມ​ປະສົງ​ຂອງ​ພຣະອົງ ສິ່ງ​ເຫລົ່ານີ້​ໄດ້​ຖືກ​ສ້າງ​ຂຶ້ນ ແລະ ດໍາລົງ​ຢູ່”.

Uka jalj uñjjattʼäta Copia luraña




ພຣະນິມິດ 4:11
31 Jak'a apnaqawi uñst'ayäwi  

ເມື່ອ​ພຣະເຈົ້າ​ຕັ້ງຕົ້ນ​ນິຣະມິດ​ສ້າງ​ຈັກກະວານ


ເມື່ອ​ຂ້ານ້ອຍ​ຮ້ອງ​ຫາ​ພຣະເຈົ້າຢາເວ​ໃຫ້​ຊ່ວຍຊູ ກໍ​ຊົງ​ມາ​ຊ່ວຍກູ້​ເອົາ​ຂ້ານ້ອຍ ຈາກ​ພວກ​ສັດຕູ​ຂອງ​ຂ້ານ້ອຍ ຂໍ​ສັນລະເສີນ​ພຣະເຈົ້າຢາເວ.


ແລ້ວ​ກໍ​ມີ​ການ​ຮຽກຮ້ອງ​ປະຊາຊົນ​ໃຫ້​ນະມັດສະການ​ພຣະເຈົ້າ ໂດຍ​ຊາວ​ເລວີ ມີ​ດັ່ງນີ້: ເຢຊູອາ, ກາດມີເອນ, ບານີ, ຮາຊັບເນອີຢາ, ເຊເຣບີຢາ, ໂຮດີຢາ, ເຊບານີຢາ ແລະ​ເປທາຮີຢາ. ພວກເຂົາ​ໄດ້​ເວົ້າ​ວ່າ, “ຈົ່ງ​ລຸກ​ຢືນ​ຂຶ້ນ ແລະ​ສັນລະເສີນ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ; ຈົ່ງ​ສັນລະເສີນ​ພຣະອົງ​ສືບ​ໄປ​ຊົ່ວນິຣັນດອນ ຈົ່ງ​ໃຫ້​ທຸກຄົນ​ຍົກຍໍ​ພຣະນາມ​ອັນ​ຮຸ່ງເຮືອງ​ຍິ່ງໃຫຍ່ ເຖິງ​ແມ່ນ​ວ່າ​ມະນຸດ​ນັ້ນ​ໃຫ້​ຄຳ​ຍົກຍໍ ບໍ່​ຍິ່ງໃຫຍ່​ພໍ​ສຳລັບ​ພຣະອົງ​ກໍຕາມ.”


ຄວາມ​ຮອບຮູ້​ຂ້ອຍ​ກວ້າງ ຂ້ອຍ​ຈະ​ໃຊ້​ສິ່ງ​ທີ່​ຮູ້​ມາ ເພື່ອ​ໃຫ້​ຮູ້​ວ່າ​ພຣະເຈົ້າ ພຣະຜູ້​ສ້າງ​ຂ້ອຍ​ຍຸດຕິທຳ​ແທ້.


ຂ້ານ້ອຍ​ຮ້ອງ​ຫາ​ພຣະເຈົ້າຢາເວ ຜູ້​ສົມຄວນ​ແກ່​ການ​ສັນລະເສີນ ແລະ​ພຣະອົງ​ກໍ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນໄພ ຈາກ​ສັດຕູ​ໝູ່ມານ.


ຈົ່ງ​ປະກາດ​ເຖິງ​ຣິດທານຸພາບ​ຂອງ​ພຣະເຈົ້າ ພຣະ​ສະຫງ່າຣາສີ​ທີ່​ປົກຄຸມ​ເໜືອ​ອິດສະຣາເອນ ແລະ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະອົງ​ຢູ່​ເໜືອ​ທ້ອງຟ້າ.


ໃນ​ຫົກ​ວັນ ພຣະເຈົ້າຢາເວ​ໄດ້​ນິຣະມິດ​ສ້າງ​ຟ້າ​ສະຫວັນ​ແລະ​ແຜ່ນດິນ​ໂລກ, ທະເລ ແລະ​ສັບພະທຸກສິ່ງ​ທີ່​ຢູ່​ໃນ​ນັ້ນ, ແຕ່​ໃນ​ວັນ​ທີ​ເຈັດ​ໄດ້​ພັກຜ່ອນ. ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ອວຍພອນ​ວັນ​ຊະບາໂຕ ແລະ​ຕັ້ງ​ໄວ້​ເປັນ​ວັນ​ສັກສິດ.


ທຸກສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ເຮັດ​ກໍ​ມີ​ເປົ້າໝາຍ​ແນ່ນອນ ແລະ​ຊາຕາກຳ​ຂອງ​ຄົນ​ອະທຳ​ກໍ​ຄື​ຄວາມພິນາດ.


ຈົ່ງ​ເງີຍ​ໜ້າ​ຂຶ້ນ​ສູ່​ທ້ອງຟ້າ​ເວຫາ​ເບິ່ງດູ ຜູ້ໃດ​ສ້າງ​ໝູ່​ດວງດາວ​ທີ່​ທ່ານ​ເຫັນ​ຢູ່​ນັ້ນ? ຜູ້​ທີ່​ນຳ​ດວງດາວ​ມາ​ໄວ້​ດັ່ງ​ກອງທັບ​ທະຫານ ຮູ້ຈັກ​ຈຳນວນ​ແລະ​ເອີ້ນ​ຊື່​ດາວ​ແຕ່ລະ​ດວງ​ໄດ້ ຣິດອຳນາດ​ຂອງ​ພຣະອົງ​ຍິ່ງໃຫຍ່​ເຫລືອຫລາຍ ຈົນ​ບໍ່ມີ​ດາວ​ດວງໃດ​ຂາດຫາຍ​ໄປ​ຈັກດວງ.


ພວກເຈົ້າ​ຕັ້ງ​ບໍ່​ຮູ້ ພວກເຈົ້າ​ບໍ່ໄດ້ຍິນ​ບໍ? ພຣະເຈົ້າຢາເວ​ຄື​ພຣະເຈົ້າ​ເປັນ​ຢູ່​ສືບໄປ​ເປັນນິດ; ພຣະອົງ​ເປັນ​ຜູ້​ສ້າງ​ສັບພະທຸກສິ່ງ​ຢູ່​ໃນ​ໂລກ​ເຮົາ ພຣະອົງ​ບໍ່ເຄີຍ​ກ່າວ​ວ່າ​ພຣະອົງ​ອ່ອນແຮງ​ຈັກເທື່ອ ຫລື​ພຣະອົງ​ອິດເມື່ອຍ​ແຕ່​ປະການ​ໃດ​ເລີຍ ບໍ່ມີ​ຜູ້ໃດ​ເຂົ້າໃຈ​ຄວາມຄິດ​ຂອງ​ພຣະອົງ​ໄດ້.


ພວກເຈົ້າ​ຕ້ອງ​ບອກ​ພວກເຂົາ​ວ່າ ບັນດາ​ພະ​ທີ່​ບໍ່ໄດ້​ສ້າງ​ຟ້າ​ສະຫວັນ ​ແລະ​ແຜ່ນດິນ​ໂລກ​ນັ້ນ ພະ​ເຫຼົ່ານັ້ນ​ຈະ​ຖືກ​ທຳລາຍ​ໝົດ. ພວກເຂົາ​ຈະ​ບໍ່ມີ​ບ່ອນຢູ່​ໃນ​ແຜ່ນດິນ​ໂລກ​ແລະ​ໃຕ້​ຟ້າ​ນີ້​ອີກ​ຕໍ່ໄປ.)


“ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ພຣະອົງ​ໄດ້​ສ້າງ​ຈັກກະວານ ແລະ​ແຜ່ນດິນ​ໂລກ ໂດຍ​ຣິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ; ບໍ່ມີ​ສິ່ງໃດ​ເລີຍ​ຍາກ​ສຳລັບ​ພຣະອົງ.


“ທ່ານ​ທັງຫລາຍ​ເອີຍ ເປັນຫຍັງ​ຈຶ່ງ​ເຮັດ​ເຊັ່ນນີ້? ພວກເຮົາ​ທັງສອງ​ກໍ​ເປັນ​ມະນຸດ​ຢ່າງ​ດຽວກັນ​ກັບ​ພວກທ່ານ ແລະ​ມາ​ປະກາດ​ຂ່າວປະເສີດ​ໃຫ້​ພວກທ່ານ​ກັບໃຈ​ຈາກ​ສິ່ງ​ອັນ​ບໍ່ມີ​ປະໂຫຍດ​ເຫຼົ່ານີ້ ແລະ​ຫັນມາ​ຫາ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່ ຄື​ອົງ​ທີ່​ໄດ້​ສ້າງ​ສະຫວັນ, ແຜ່ນດິນ​ໂລກ, ນໍ້າ​ທະເລ ແລະ​ສັບພະທຸກສິ່ງ ຊຶ່ງ​ຢູ່​ໃນ​ທີ່ນັ້ນ.


ພຣະເຈົ້າ​ອົງ​ທີ່​ໄດ້​ສ້າງ​ໂລກ​ກັບ​ສິ່ງ​ທັງປວງ ທີ່​ຢູ່​ໃນ​ໂລກ​ແມ່ນ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ສະຫວັນ ແລະ​ແຜ່ນດິນ​ໂລກ, ພຣະເຈົ້າ​ອົງ​ນີ້​ບໍ່ໄດ້​ຢູ່​ໃນ​ວິຫານ​ທີ່​ສ້າງ​ຂຶ້ນ​ມາ​ດ້ວຍ​ມື​ຂອງ​ມະນຸດ.


ດ້ວຍວ່າ, ສິ່ງສາລະພັດ​ເປັນ​ມາ​ຈາກ​ພຣະອົງ ມີ​ມາ​ດ້ວຍ​ພຣະອົງ ແລະ​ເພື່ອ​ພຣະອົງ ຂໍ​ໃຫ້​ພຣະ​ສະຫງ່າຣາສີ ຈົ່ງ​ເປັນ​ຂອງ​ພຣະອົງ​ຕະຫລອດ​ໄປ​ເປັນນິດ​ເທີ້ນ ອາແມນ.


ແລະ​ເຮັດ​ໃຫ້​ຄົນ​ທັງປວງ ເຫັນ​ແຈ້ງ​ເຖິງ​ແຜນການ​ອັນ​ລັບເລິກ​ຂອງ​ພຣະເຈົ້າ​ຜູ້​ຊົງ​ສ້າງ​ສັບພະທຸກສິ່ງ ຊຶ່ງ​ໄດ້​ເຊື່ອງຊ້ອນ​ຄວາມ​ລັບເລິກ​ຂອງ​ພຣະອົງ​ໄວ້ ຕະຫລອດ​ທຸກຍຸກ​ທຸກສະໄໝ​ທີ່​ຜ່ານ​ມາ,


ພຣະອົງ​ເປັນ​ທີ່​ເພິ່ງ ອັນ​ເຂັ້ມແຂງ​ຂອງ​ເຈົ້າ​ຕະຫລອດ​ມາ ສົມບູນ​ແລະ​ທ່ຽງທຳ ໃນ​ວິຖີ​ທາງ​ຂອງ​ພຣະອົງ; ພຣະເຈົ້າ​ຂອງ​ພວກເຈົ້າ ສັດຊື່​ແລະ​ທ່ຽງທຳ ພຣະອົງ​ໄດ້​ກະທຳ ແຕ່​ສິ່ງ​ທີ່​ດີ​ແລະ​ຖືກຕ້ອງ.


ພຣະອົງ​ຊົງ​ກ່າວ​ອີກ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ເມື່ອ​ຕົ້ນເດີມ​ນັ້ນ ພຣະອົງ​ຊົງ​ວາງ​ຮາກ​ແຜ່ນດິນ​ໂລກ​ໄວ້ ແລະ​ສ້າງ​ຟ້າ​ສະຫວັນ ດ້ວຍ​ສີພຣະຫັດ​ຂອງ​ພຣະອົງ.


ແຕ່​ໃນ​ຍຸກ​ສຸດທ້າຍ​ນີ້ ພຣະອົງ​ໄດ້​ຊົງ​ກ່າວ​ແກ່​ເຮົາ​ທັງຫລາຍ​ທາງ​ພຣະບຸດ ຜູ້​ຊຶ່ງ​ພຣະອົງ​ໄດ້​ຊົງ​ຕັ້ງ​ໃຫ້​ເປັນ​ຜູ້​ຮັບ​ສັບພະທຸກສິ່ງ​ທັງປວງ​ເປັນ​ມໍຣະດົກ ແລະ​ດ້ວຍ​ພຣະບຸດ​ນັ້ນ​ພຣະອົງ​ໄດ້​ຊົງ​ສ້າງ​ໂລກ​ທັງຫລາຍ.


ແລະ​ພຣະອົງ​ໄດ້​ຊົງ​ຕັ້ງ​ເຮົາ​ທັງຫລາຍ ໄວ້​ໃຫ້​ເປັນ​ອານາຈັກ​ແລະ​ເປັນ​ປະໂຣຫິດ​ຂອງ​ພຣະອົງ ພຣະກຽດ​ແລະ​ຣິດທານຸພາບ ຈົ່ງ​ມີ​ແດ່​ພຣະອົງ​ສືບໆໄປ​ເປັນນິດ ອາແມນ.


ແລະ​ສາບານ​ໃນ​ພຣະນາມ​ຂອງ​ພຣະເຈົ້າ ອົງ​ຊົງ​ຊີວິດ​ຢູ່​ນິຣັນດອນ ຜູ້​ທີ່​ໄດ້​ສ້າງ​ສະຫວັນ ແຜ່ນດິນ​ໂລກ ແລະ​ທະເລ ກັບ​ສັບພະທຸກສິ່ງ​ທີ່​ມີ​ຢູ່​ໃນ​ບ່ອນ​ເຫຼົ່ານັ້ນ ວ່າ, “ຈະ​ບໍ່ມີ​ການ​ຊັກຊ້າ​ອີກ​ຕໍ່ໄປ.”


ເທວະດາ​ຕົນ​ນັ້ນ​ເປັ່ງ​ສຽງ​ຮ້ອງ​ວ່າ, “ຈົ່ງ​ຢຳເກງ​ພຣະເຈົ້າ ແລະ​ຍົກຍ້ອງ​ໃຫ້ກຽດ​ແກ່​ພຣະອົງ ເພາະ​ເຖິງ​ເວລາ​ແລ້ວ ທີ່​ພຣະອົງ​ຈະ​ຕັດສິນ​ມະນຸດສະໂລກ ຈົ່ງ​ນະມັດສະການ​ພຣະອົງ ຜູ້​ທີ່​ໄດ້​ສ້າງ​ຟ້າ​ສະຫວັນ, ແຜ່ນດິນ​ໂລກ, ນໍ້າ​ທະເລ ກັບ​ບໍ່​ນໍ້າພຸ​ທັງຫລາຍ.”


ຫລັງຈາກ​ນັ້ນ ຂ້າພະເຈົ້າ​ໄດ້ຍິນ​ເໝືອນ​ສຽງດັງ​ຂອງ​ປະຊາຊົນ​ຈຳນວນ​ຫລາຍ​ໃນ​ສະຫວັນ ກຳລັງ​ຮ້ອງ​ວ່າ, “ຮາເລລູຢາ ຄວາມ​ພົ້ນ ສະຫງ່າຣາສີ ແລະ​ຣິດອຳນາດ ເປັນ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ​ທັງຫລາຍ.


ແລະ​ຮ້ອງ​ສຽງດັງ​ວ່າ, “ພຣະ​ເມສານ້ອຍ​ທີ່​ຖືກ​ຂ້າ​ແລ້ວ​ນັ້ນ ເປັນ​ຜູ້​ສົມຄວນ​ທີ່​ຈະ​ໄດ້​ຮັບ​ຣິດອຳນາດ, ຊັບສົມບັດ, ສະຕິປັນຍາ, ພະລັງ​ອຳນາດ, ກຽດຕິຍົດ, ສະຫງ່າຣາສີ ແລະ ຄຳ​ສັນລະເສີນ.”


ແລະ​ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ຜູ້​ມີ​ຣິດ​ຕົນ​ໜຶ່ງ ປະກາດ​ດ້ວຍ​ສຽງ​ອັນ​ດັງ​ວ່າ, “ຜູ້ໃດ​ໜໍ ເປັນ​ຜູ້​ສົມຄວນ​ທີ່​ຈະ​ແກະ​ຕາປະທັບ ແລະ​ມາຍ​ໜັງສື​ມ້ວນ​ນັ້ນ​ອອກ?”


ພວກເຂົາ​ໄດ້​ຮ້ອງເພງ​ບົດ​ໃໝ່​ວ່າ, “ພຣະອົງ​ຊົງ​ເປັນ​ຜູ້​ສົມຄວນ ທີ່​ຈະ​ຮັບ​ເອົາ​ໜັງສື​ມ້ວນ ແລະ ແກະ​ຕາປະທັບ ມາຍ​ໜັງສື​ມ້ວນ​ນັ້ນ ດ້ວຍວ່າ​ພຣະອົງ​ຊົງ​ຖືກ​ຂ້າ​ແລ້ວ ແລະ ດ້ວຍ​ເລືອດ​ຂອງ​ພຣະອົງ​ນັ້ນ ພຣະອົງ​ໄດ້​ຊົງ​ໄຖ່​ມະນຸດ​ທຸກ​ເຜົ່າ, ທຸກ​ຊາດ, ທຸກ​ພາສາ, ທຸກ​ເຊື້ອຊາດ ແລະ ທຸກ​ປະເທດ​ໃຫ້​ມາ​ເຖິງ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka