Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 4:10 - ພຣະຄຳພີສັກສິ

10 ເມື່ອນັ້ນ ບັນດາ​ຜູ້​ອາວຸໂສ​ຊາວສີ່​ທ່ານ ກໍ​ຂາບລົງ​ຖວາຍ​ບັງຄົມ​ພຣະອົງ ຜູ້​ປະທັບ​ເທິງ​ຣາຊບັນລັງ​ນັ້ນ ນະມັດສະການ​ພຣະອົງ ຜູ້​ຊົງພຣະຊົນ​ຢູ່​ຕະຫລອດ​ຊົ່ວ​ນິຣັນດອນ ແລ້ວ​ຖອດ​ມົງກຸດ​ອອກ​ວາງ​ລົງ​ຕໍ່ໜ້າ​ຣາຊບັນລັງ​ຮ້ອງ​ວ່າ,

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

10 ຜູ້ອາວຸໂສ​ທັງ​ຊາວສີ່​ທ່ານ​ກໍ​ໝອບ​ລົງ​ຕໍ່ໜ້າ​ພຣະອົງ​ຜູ້​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ ແລະ ນະມັດສະການ​ພຣະອົງ​ຜູ້​ດຳລົງ​ຢູ່​ຕະຫລອດໄປ​ເປັນນິດ. ພວກເພິ່ນ​ວາງ​ມົງກຸດ​ຂອງ​ຕົນ​ລົງ​ຕໍ່ໜ້າ​ບັນລັງ ແລະ ຮ້ອງ​ວ່າ:

Uka jalj uñjjattʼäta Copia luraña




ພຣະນິມິດ 4:10
28 Jak'a apnaqawi uñst'ayäwi  

ແລ້ວ​ກະສັດ​ດາວິດ​ກໍໄດ້​ສັ່ງ​ປະຊາຊົນ​ວ່າ, “ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ສາ” ແລະ​ທີ່​ປະຊຸມ​ທັງໝົດ​ກໍ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ບັນພະບຸລຸດ​ຂອງ​ພວກເຂົາ ພ້ອມທັງ​ໄດ້​ຂາບລົງ ແລະ​ຍ້ອງຍໍ​ໃຫ້ກຽດ​ຕໍ່ໜ້າ​ພຣະເຈົ້າຢາເວ ແລະ​ກະສັດ​ຂອງ​ພວກຕົນ.


ເມື່ອ​ປະຊາຊົນ​ອິດສະຣາເອນ​ໄດ້​ເຫັນ​ໄຟ​ລົງ​ມາ ແລະ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ປົກຄຸມ​ຢູ່​ເຕັມ​ພຣະວິຫານ​ເຊັ່ນນັ້ນ; ພວກເຂົາ​ກໍ​ກາບ​ລົງ​ກັບ​ພື້ນດິນ​ແລະ​ນະມັດສະການ​ແລະ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ ທັງ​ສັນລະເສີນ​ຄຸນງາມ​ຄວາມດີ ແລະ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງ​ຢູ່​ຕະຫລອດໄປ​ເປັນນິດ.


ແລ້ວ​ໂຢບ​ກໍ​ລຸກ​ຂຶ້ນ ແລະ​ຈີກ​ເຄື່ອງນຸ່ງຫົ່ມ​ຂອງຕົນ​ດ້ວຍ​ຄວາມ​ທຸກໃຈ. ເພິ່ນ​ແຖ​ຜົມ ແລະ​ກົ້ມຂາບ​ລົງ​ດິນ.


ຂ້າແດ່​ພຣະເຈົ້າຢາເວ ຂໍ​ກຽດສັກສີ​ຈົ່ງ​ເປັນ​ຂອງ​ພຣະອົງ​ພຽງແຕ່​ເທົ່ານັ້ນ ບໍ່​ເປັນ​ຂອງ​ພວກ​ຂ້ານ້ອຍ​ເລີຍ ກໍ​ເພາະ​ຄວາມຮັກ​ອັນ​ໝັ້ນຄົງ ແລະ​ຄວາມ​ສັດຈິງ​ຂອງ​ພຣະອົງ.


ພຣະເຈົ້າ​ນັ່ງ​ເທິງ​ພຣະ​ບັນລັງ​ອັນ​ສັກສິດ ພຣະເຈົ້າ​ເປັນ​ກະສັດ​ເໜືອ​ທຸກ​ຊົນຊາດ.


ກະສັດ​ທຸກຄົນ​ຈະ​ກົ້ມ​ຂາບລົງ​ຕໍ່ໜ້າ​ເພິ່ນ ບັນດາ​ຊົນຊາດ​ທັງໝົດ​ຈະ​ຮັບໃຊ້​ເພິ່ນ.


ຈົ່ງ​ເຂົ້າ​ມາ​ກົ້ມຂາບ​ນະມັດສະການ​ພຣະອົງ ຄຸເຂົ່າ​ລົງ​ຕໍ່ໜ້າ​ພຣະຜູ້​ສ້າງ​ຂອງ​ພວກເຮົາ ຄື​ພຣະເຈົ້າຢາເວ.


ໃນ​ປີ​ທີ່​ກະສັດ​ອຸດຊີຢາ​ຕາຍໄປ​ນັ້ນ ໃນ​ນິມິດ​ຂ້າພະເຈົ້າ​ໄດ້​ເຫັນ​ພຣະເຈົ້າຢາເວ ກຳລັງ​ນັ່ງ​ຢູ່​ເທິງ​ບັນລັງ​ອັນ​ສູງສົ່ງ​ຂອງ​ພຣະອົງ ແລະ​ເຄື່ອງນຸ່ງ​ຂອງ​ພຣະອົງ​ກໍ​ຄຸມ​ຢູ່​ເຕັມ​ພຣະວິຫານ.


ຊາຍ​ທີ່​ນຸ່ງຫົ່ມ​ຜ້າປ່ານ ຜູ້​ທີ່​ຢືນ​ຢູ່​ເໜືອ​ນໍ້າ​ໄດ້​ຍົກ​ມື​ຂວາ​ແລະ​ມື​ຊ້າຍ​ຂອງ​ເພິ່ນ​ຂຶ້ນ​ສູ່​ຟ້າ​ສະຫວັນ ແລະ​ຂ້າພະເຈົ້າ​ໄດ້ຍິນ​ເພິ່ນ​ສາບານ​ໂດຍ​ອົງ​ຊົງ​ດຳລົງ​ຢູ່​ຕະຫຼອດໄປ​ເປັນນິດ​ວ່າ, “ຈະ​ເປັນ​ເວລາ​ສາມ​ປີ​ເຄິ່ງ. ເມື່ອ​ການ​ປະຫັດ​ປະຫານ​ໄພ່ພົນ​ຂອງ​ພຣະເຈົ້າ​ສິ້ນສຸດ​ລົງ​ແລ້ວ ສິ່ງ​ທັງໝົດ​ເຫຼົ່ານີ້​ຈະ​ຕ້ອງ​ເກີດຂຶ້ນ.”


ເມື່ອ​ກຳນົດ​ເຈັດ​ປີ​ໄດ້​ຜ່ານ​ພົ້ນ​ໄປ​ແລ້ວ ກະສັດ​ຈຶ່ງ​ກ່າວ​ວ່າ, “ເຮົາ​ໄດ້​ເງີຍໜ້າ​ຂຶ້ນ​ສູ່​ທ້ອງຟ້າ ແລ້ວ​ຈິດໃຈ​ຂອງເຮົາ​ກໍ​ກາຍເປັນ​ປົກກະຕິ ເຮົາ​ຈຶ່ງ​ສັນລະເສີນ​ພຣະເຈົ້າ​ອົງ​ສູງສຸດ ທັງ​ຖວາຍ​ກຽດຕິຍົດ ແລະ​ສະຫງ່າຣາສີ​ແກ່​ພຣະອົງ​ຜູ້​ຊົງ​ເປັນ​ຢູ່​ຕະຫລອດໄປ. ພຣະເຈົ້າ​ຈະ​ປົກຄອງ​ຕະຫລອດໄປ ອານາຈັກ​ຂອງ​ພຣະອົງ​ຈະ​ດຳລົງ​ຢູ່​ເປັນນິດ.


ເມື່ອ​ພວກເຂົາ​ເຂົ້າ​ໄປ​ໃນ​ເຮືອນ​ແລ້ວ ກໍໄດ້​ເຫັນ​ກຸມມານ ແລະ ມາຣີ​ແມ່​ຂອງ​ເພິ່ນ, ແລ້ວ​ພວກເຂົາ​ຈຶ່ງ​ກົ້ມ​ລົງ​ຂາບໄຫວ້​ນະມັດສະການ​ກຸມມານ​ນັ້ນ ແລ້ວ​ກໍ​ໄຂ​ຫີບ​ເອົາ​ຊັບ​ຂອງ​ພວກເຂົາ​ອອກ​ມາ​ຖວາຍ​ແກ່​ກຸມມານ​ມີ​ດັ່ງນີ້: ຄຳ, ກຳຍານ ແລະ ຢາງ​ໄມ້​ຫອມ.


ສ່ວນ​ພວກເພິ່ນ ເມື່ອ​ໄດ້​ຂາບລົງ​ນະມັດສະການ​ພຣະອົງ​ແລ້ວ ກໍ​ກັບຄືນ​ເມືອ​ນະຄອນ​ເຢຣູຊາເລັມ ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ​ອັນ​ໃຫຍ່.


ແຕ່​ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ ເຮົາ​ຈຶ່ງ​ເປັນ​ຢູ່​ຢ່າງ​ນີ້ ແລະ​ພຣະຄຸນ​ທີ່​ພຣະອົງ​ໄດ້​ໂຜດ​ໃຫ້​ແກ່​ເຮົາ​ນັ້ນ ກໍ​ບໍ່ໄດ້​ໄຮ້​ປະໂຫຍດ, ກົງກັນຂ້າມ ເຮົາ​ໄດ້​ເຮັດ​ການ​ຢ່າງ​ໜັກໜ່ວງ​ຫຼາຍກວ່າ​ບັນດາ​ອັກຄະສາວົກ​ຄົນອື່ນໆ ຕາມ​ທີ່​ຈິງ​ແລ້ວ​ບໍ່ແມ່ນ​ເຮົາ​ເອງ​ເຮັດ ແຕ່​ແມ່ນ​ພຣະຄຸນ​ຂອງ​ພຣະເຈົ້າ​ທີ່​ສະຖິດ​ຢູ່​ກັບ​ເຮົາ​ທີ່​ເຮັດ.


ເຮົາ​ເປັນ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່​ຈິງໆ​ໃດ ເຮົາ​ຍົກ​ມື​ຂຶ້ນ​ສະຫວັນ​ແລະ​ເຮົາ​ສາບານ​ໄວ້


ແລະ​ສາບານ​ໃນ​ພຣະນາມ​ຂອງ​ພຣະເຈົ້າ ອົງ​ຊົງ​ຊີວິດ​ຢູ່​ນິຣັນດອນ ຜູ້​ທີ່​ໄດ້​ສ້າງ​ສະຫວັນ ແຜ່ນດິນ​ໂລກ ແລະ​ທະເລ ກັບ​ສັບພະທຸກສິ່ງ​ທີ່​ມີ​ຢູ່​ໃນ​ບ່ອນ​ເຫຼົ່ານັ້ນ ວ່າ, “ຈະ​ບໍ່ມີ​ການ​ຊັກຊ້າ​ອີກ​ຕໍ່ໄປ.”


ແລ້ວ​ພວກ​ຜູ້​ອາວຸໂສ​ຊາວສີ່​ທ່ານ ທີ່​ນັ່ງ​ຢູ່​ເທິງ​ບັນລັງ​ຂອງ​ພວກ​ຕົນ​ຊ້ອງໜ້າ​ພຣະເຈົ້າ ກໍ​ພາກັນ​ກົ້ມ​ຂາບລົງ​ນະມັດສະການ​ພຣະເຈົ້າ


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ໃຜ​ໜໍ​ຈະ​ບໍ່​ຢຳເກງ​ພຣະອົງ ແລະ​ຈະ​ບໍ່​ຖວາຍ​ກຽດ​ແດ່​ພຣະນາມ​ຂອງ​ພຣະອົງ ເພາະ​ພຣະອົງ​ຜູ້​ດຽວ​ຊົງ​ເປັນ​ຜູ້​ບໍຣິສຸດ. ປະຊາຊາດ​ທັງປວງ​ຈະ​ມາ​ນະມັດສະການ ຕໍ່​ພຣະພັກ​ພຣະອົງ ເພາະ​ກິດຈະການ​ອັນ​ຍຸດຕິທຳ​ຂອງ​ພຣະອົງ ກໍ​ປາກົດ​ແຈ້ງ​ແລ້ວ.”


ແລ້ວ​ກໍ​ມີ​ສິ່ງທີ່ມີ​ຊີວິດ​ຕົນ​ໜຶ່ງ​ໃນ​ສີ່​ຕົນ​ນັ້ນ ເອົາ​ຂັນ​ຄຳ​ເຈັດ​ໜ່ວຍ​ໃຫ້​ແກ່​ເທວະດາ​ເຈັດ​ຕົນ​ນັ້ນ ເປັນ​ຂັນ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ ອົງ​ຊົງພຣະຊົນ​ຢູ່​ຊົ່ວ​ນິຣັນດອນ.


ພວກ​ຜູ້​ອາວຸໂສ​ຊາວສີ່​ທ່ານ ແລະ​ສິ່ງທີ່ມີ​ຊີວິດ​ທັງ​ສີ່​ໄດ້​ຂາບລົງ ແລະ​ນະມັດສະການ​ພຣະເຈົ້າ​ຜູ້​ທີ່​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ ພວກເພິ່ນ​ກ່າວ​ວ່າ, “ອາແມນ ຮາເລລູຢາ.”


ໃນ​ທັນໃດນັ້ນ ຂ້າພະເຈົ້າ​ໄດ້​ປະກອບ​ໄປ​ດ້ວຍ​ພຣະວິນຍານ ແລະ​ເບິ່ງແມ! ມີ​ຣາຊບັນລັງ​ຕັ້ງ​ຢູ່​ໃນ​ສະຫວັນ ມີ​ທ່ານ​ອົງ​ໜຶ່ງ​ປະທັບ​ຢູ່​ເທິງ​ບັນລັງ​ນັ້ນ.


ອ້ອມຮອບ​ບັນລັງ​ນັ້ນ ມີ​ບັນລັງ​ອີກ​ຊາວສີ່​ບັນລັງ ແລະ​ມີ​ຜູ້​ອາວຸໂສ​ຊາວສີ່​ທ່ານ ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ ທຸກ​ທ່ານ​ນຸ່ງ​ເຄື່ອງ​ຂາວ ແລະ​ສວມ​ມົງກຸດ​ຄຳ​ທີ່​ຫົວ.


ເມື່ອ​ສິ່ງທີ່ມີ​ຊີວິດ​ເຫຼົ່ານັ້ນ​ຖວາຍ​ຄຳ​ຍົກຍໍ​ສະຫງ່າຣາສີ ຖວາຍ​ພຣະກຽດ ແລະ ຄຳ​ໂມທະນາ​ຂອບພຣະຄຸນ​ແດ່​ພຣະອົງ ຜູ້​ປະທັບ​ເທິງ​ຣາຊບັນລັງ ຜູ້​ຊົງ​ມີ​ພຣະຊົນ​ດຳລົງ​ຢູ່​ຕະຫລອດ​ຊົ່ວ​ນິຣັນດອນ ເມື່ອໃດ,


ແລະ​ສິ່ງທີ່ມີ​ຊີວິດ​ທັງ​ສີ່​ນັ້ນ ກໍ​ຮ້ອງ​ວ່າ, “ອາແມນ” ແລະ​ພວກ​ຜູ້​ອາວຸໂສ​ເຫຼົ່ານັ້ນ ກໍ​ພາກັນ​ຂາບລົງ​ນະມັດສະການ.


ເມື່ອ​ຮັບ​ເອົາ​ໜັງສື​ມ້ວນ​ນັ້ນ​ແລ້ວ ສິ່ງທີ່ມີ​ຊີວິດ​ທັງ​ສີ່​ພ້ອມ​ກັບ​ພວກ​ຜູ້​ອາວຸໂສ​ຊາວສີ່​ທ່ານ ກໍ​ກົ້ມ​ຂາບລົງ​ແທບ​ຕີນ​ພຣະ​ເມສານ້ອຍ​ນັ້ນ ແຕ່ລະຄົນ​ຖື​ພິນ​ແລະ​ຂັນ​ຄຳ​ທີ່​ເຕັມ​ດ້ວຍ​ເຄື່ອງຫອມ ຊຶ່ງ​ເປັນ​ຄຳ​ພາວັນນາ​ອະທິຖານ​ແຫ່ງ​ໄພ່ພົນ​ທັງປວງ​ຂອງ​ພຣະເຈົ້າ.


ແລະ​ເທວະດາ​ທັງໝົດ​ທີ່​ຢືນ​ອ້ອມ​ພຣະຣາຊບັນລັງ ອ້ອມ​ພວກ​ອາວຸໂສ ອ້ອມ​ສິ່ງທີ່ມີ​ຊີວິດ​ທັງ​ສີ່​ນັ້ນ ໄດ້​ພາກັນ​ກົ້ມ​ຂາບລົງ​ຊ້ອງໜ້າ​ພຣະ​ບັນລັງ ແລະ​ນະມັດສະການ​ພຣະເຈົ້າ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka