Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 4:1 - ພຣະຄຳພີສັກສິ

1 ພາຍຫລັງ​ເຫດການ​ເຫຼົ່ານີ້​ແລ້ວ ຂ້າພະເຈົ້າ​ກໍໄດ້​ເຫັນ​ນິມິດ​ຢ່າງ​ໜຶ່ງ ຄື​ມີ​ປະຕູ​ໜຶ່ງ​ເປີດ​ຢູ່​ໃນ​ສະຫວັນ. ແລະ​ສຽງ​ທຳອິດ​ເໝືອນ​ສຽງ​ແກ​ທີ່​ຂ້າພະເຈົ້າ​ໄດ້ຍິນ​ນັ້ນ ກ່າວ​ວ່າ, “ຈົ່ງ​ຂຶ້ນ​ມາ​ທີ່​ນີ້ ແລະ​ເຮົາ​ຈະ​ສຳແດງ​ໃຫ້​ເຈົ້າ​ເຫັນ​ເຫດການ​ທີ່​ຕ້ອງ​ເກີດຂຶ້ນ​ໃນ​ພາຍໜ້າ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

1 ຫລັງຈາກນັ້ນ​ຂ້າພະເຈົ້າ​ໄດ້​ເບິ່ງ​ໄປ ແລະ ຢູ່​ຕໍ່ໜ້າ​ຂ້າພະເຈົ້າ​ນັ້ນ​ມີ​ປະຕູ​ໜຶ່ງ​ເປີດ​ໄວ້​ໃນ​ສະຫວັນ. ແລ້ວ​ສຽງ​ທີ່​ຂ້າພະເຈົ້າ​ໄດ້​ຍິນ​ທຳອິດ​ກ່າວ​ແກ່​ຂ້າພະເຈົ້າ​ເໝືອນ​ກັບ​ສຽງແກ​ວ່າ: “ຂຶ້ນ​ມາ​ທີ່​ນີ້ ແລະ ເຮົາ​ຈະ​ສະແດງ​ສິ່ງ​ທີ່​ຈະ​ຕ້ອງ​ເກີດຂຶ້ນ​ຫລັງຈາກ​ນີ້​ແກ່​ເຈົ້າ”.

Uka jalj uñjjattʼäta Copia luraña




ພຣະນິມິດ 4:1
21 Jak'a apnaqawi uñst'ayäwi  

ຕໍ່ໄປນີ້​ແມ່ນ​ລາຍຊື່​ພວກ​ລູກຊາຍ​ຂອງ​ຢາໂຄບ ທີ່​ໄດ້​ອົບພະຍົບ​ພ້ອມ​ເພິ່ນ​ໄປ​ຢູ່​ໃນ​ປະເທດ​ເອຢິບ ມີ​ດັ່ງນີ້:


ພຣະເຈົ້າຢາເວ​ໄດ້​ຕອບ​ວ່າ, “ຈົ່ງ​ລົງ​ໄປ​ນຳ​ເອົາ​ອາໂຣນ​ຂຶ້ນ​ມາ​ທີ່​ນີ້​ກັບ​ເຈົ້າ, ແຕ່​ສຳລັບ​ພວກ​ປະໂຣຫິດ ແລະ​ປະຊາຊົນ​ອິດສະຣາເອນ​ນັ້ນ ຢ່າ​ໃຫ້​ພວກເຂົາ​ຂ້າມ​ເຂດ​ຂຶ້ນ​ມາ​ຫາ​ເຮົາ​ຢ່າງ​ເດັດຂາດ ຫລື​ຈະ​ໃຫ້​ເຮົາ​ລົງໂທດ​ພວກເຂົາ.”


ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ວ່າ, “ຈົ່ງ​ຂຶ້ນ​ມາ​ຫາ​ເຮົາ​ທີ່​ເທິງ​ພູເຂົາ; ເມື່ອ​ເຈົ້າ​ມາ​ຮອດ​ທີ່​ນີ້​ແລ້ວ ເຮົາ​ຈະ​ໃຫ້​ແຜ່ນ​ຫີນ​ສອງ​ແຜ່ນ ຊຶ່ງ​ບັນຈຸ​ກົດບັນຍັດ​ທັງໝົດ​ທີ່​ເຮົາ​ໄດ້​ຂຽນ​ໄວ້​ສຳລັບ​ແນະນຳ​ປະຊາຊົນ.”


ຖືກ​ເລື່ອນ​ຊັ້ນ​ສູງ​ກໍ​ດີກວ່າ​ຖືກ​ປົດ​ໃຫ້​ຄົນອື່ນ​ມາ​ແທນທີ່.


ເມື່ອ​ວັນ​ທີ​ຫ້າ​ຂອງ​ເດືອນ​ທີ​ສີ່ ໃນ​ປີ​ທີ​ສາມສິບ; ຂ້າພະເຈົ້າ​ຄື​ປະໂຣຫິດ​ເອເຊກຽນ​ລູກຊາຍ​ຂອງ​ບູຊີ ໄດ້​ຢູ່​ກັບ​ພວກ​ຢິວ​ທີ່​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ທີ່​ແຄມ​ແມ່ນໍ້າ​ເກບາກ​ໃນ​ບາບີໂລນ. ຟ້າ​ສະຫວັນ​ໄດ້ຖືກ​ໄຂ​ອອກ ແລະ​ຂ້າພະເຈົ້າ​ກໍໄດ້​ເຫັນ​ນິມິດ​ຂອງ​ພຣະເຈົ້າ.


ເມື່ອ​ພຣະເຢຊູເຈົ້າ​ຮັບ​ບັບຕິສະມາ​ແລ້ວ ພຣະອົງ​ກໍ​ຂຶ້ນ​ຈາກ​ນໍ້າ ໃນ​ທັນໃດນັ້ນ ຟ້າ​ສະຫວັນ​ກໍ​ໄຂ​ອອກ ແລະ ພຣະອົງ​ໄດ້​ເຫັນ​ພຣະວິນຍານ​ຂອງ​ພຣະເຈົ້າ​ເໝືອນ​ດັ່ງ​ນົກເຂົາ​ລົງ​ມາ​ຢູ່​ເທິງ​ພຣະອົງ.


ໃນ​ເວລາ​ທີ່​ພຣະເຢຊູເຈົ້າ​ຂຶ້ນ​ຈາກ​ນໍ້າ​ນັ້ນ ພຣະອົງ​ເງີຍ​ໜ້າ​ສູ່​ທ້ອງຟ້າ​ໄດ້​ເຫັນ​ຟ້າ​ສະຫວັນ​ເປີດ​ອອກ ແລະ​ມີ​ພຣະວິນຍານ​ເໝືອນ​ນົກເຂົາ​ລົງ​ມາ​ຢູ່​ເທິງ​ພຣະອົງ.


ເມື່ອ​ປະຊາຊົນ​ທັງໝົດ​ໄດ້​ຮັບ​ບັບຕິສະມາ​ແລ້ວ ພຣະເຢຊູເຈົ້າ​ກໍ​ຮັບ​ບັບຕິສະມາ​ເໝືອນກັນ ຂະນະທີ່​ພຣະອົງ​ກຳລັງ​ພາວັນນາ​ອະທິຖານ​ຢູ່​ນັ້ນ ທ້ອງຟ້າ​ກໍ​ໄຂ​ອອກ​ແກ່​ພຣະອົງ


ແຕ່​ເມື່ອ​ພຣະອົງ​ນັ້ນ ຄື​ພຣະວິນຍານ​ແຫ່ງ​ຄວາມຈິງ​ຈະ​ສະເດັດ​ລົງ​ມາ ແລ້ວ​ພຣະອົງ​ຈະ​ນຳ​ເຈົ້າ​ທັງຫລາຍ​ໄປ​ສູ່​ຄວາມຈິງ​ທັງໝົດ ເພາະ​ພຣະອົງ​ຈະ​ບໍ່​ກ່າວ​ແຕ່​ລຳພັງ​ຂອງ​ພຣະອົງ​ເອງ ແຕ່​ພຣະອົງ​ໄດ້ຍິນ​ສິ່ງໃດ​ກໍ​ຈະ​ກ່າວ​ສິ່ງ​ນັ້ນ ແລະ​ຈະ​ປະກາດ​ໃຫ້​ເຈົ້າ​ທັງຫລາຍ ຮູ້​ເຖິງ​ສິ່ງ​ເຫຼົ່ານັ້ນ​ທີ່​ຈະ​ເກີດຂຶ້ນ.


ເປໂຕ​ເຫັນ​ທ້ອງຟ້າ​ໄຂ​ອອກ ແລະ​ມີ​ສິ່ງ​ໜຶ່ງ​ກຳລັງ​ລົງ​ມາ ເບິ່ງ​ຄື​ກັບ​ຜ້າ​ຜືນ​ໃຫຍ່ ມີ​ເຊືອກ​ຜູກ​ທັງ​ສີ່​ແຈ​ຖືກ​ຢ່ອນ​ລົງ​ມາ​ເທິງ​ໜ້າ​ດິນ.


ຊະເຕຟາໂນ​ກ່າວ​ວ່າ, “ເບິ່ງແມ! ຂ້າພະເຈົ້າ​ເຫັນ​ຟ້າ​ສະຫວັນ​ໄຂ​ອອກ ແລະ​ເຫັນ​ບຸດ​ມະນຸດ​ກຳລັງ​ຢືນ​ຢູ່​ທີ່​ກໍ້າ​ຂວາ​ມື​ຂອງ​ພຣະເຈົ້າ.”


ໃນ​ວັນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ນັ້ນ ພຣະວິນຍານ​ໄດ້​ຄວບຄຸມ​ຂ້າພະເຈົ້າ ແລະ​ຂ້າພະເຈົ້າ​ກໍ​ໄດ້​ຍິນ​ສຽງ​ໜຶ່ງ ດັງ​ກ້ອງ​ເໝືອນ​ສຽງ​ແກ ກ່າວ​ທາງ​ເບື້ອງ​ຫລັງ​ຂອງ​ຂ້າພະເຈົ້າ.


ຂ້າພະເຈົ້າ​ຫລຽວ​ຄືນ​ຫລັງ​ເບິ່ງ​ວ່າ​ແມ່ນ​ຜູ້ໃດ ທີ່​ກຳລັງ​ເວົ້າ​ກັບ​ຂ້າພະເຈົ້າ​ຢູ່​ນັ້ນ ເມື່ອ​ຂ້າພະເຈົ້າ​ຫລຽວ​ໄປ​ກໍ​ເຫັນ​ຄັນ​ຕະກຽງ​ຄຳ​ເຈັດ​ອັນ


ສະນັ້ນ ຈົ່ງ​ຂຽນ​ສິ່ງ​ທີ່​ເຈົ້າ​ໄດ້​ເຫັນ, ສິ່ງ​ທີ່​ເປັນ​ຢູ່​ດຽວ​ນີ້ ແລະ​ສິ່ງ​ທີ່​ຈະ​ເກີດຂຶ້ນ​ຕາມ​ພາຍຫລັງ.


ແລ້ວ​ຜູ້​ປະກາດ​ພຣະທຳ​ທັງສອງ ກໍ​ໄດ້​ຍິນ​ສຽງດັງ​ມາ​ຈາກ​ສະຫວັນ​ວ່າ, “ຈົ່ງ​ຂຶ້ນ​ມາ​ເທິງ​ພີ້.” ໃນ​ຂະນະທີ່​ພວກ​ສັດຕູ​ຂອງ​ພວກເພິ່ນ​ເຝົ້າ​ເບິ່ງ​ຢູ່​ນັ້ນ ພວກເພິ່ນ​ກໍ​ຂຶ້ນ​ເມືອ​ໃນ​ເມກ​ເຂົ້າ​ສູ່​ສະຫວັນ.


ແລ້ວ​ວິຫານ​ຂອງ​ພຣະເຈົ້າ​ໃນ​ສະຫວັນ​ກໍ​ໄຂ​ອອກ ແລະ​ຫີບ​ພັນທະສັນຍາ ກໍ​ປາກົດ​ໃຫ້​ເຫັນ​ຢູ່​ໃນ​ທີ່ນັ້ນ ແລ້ວ​ມີ​ຟ້າ​ແມບເຫຼື້ອມ, ສຽງ​ແຕກ​ສະໜັ່ນ, ຟ້າຮ້ອງ​ຢູ່​ບໍ່​ຂາດ​ໄລຍະ, ແຜ່ນດິນ​ໄຫວ ແລະ​ໝາກເຫັບ​ຕົກ​ຢ່າງ​ຫລວງຫລາຍ.


ແລ້ວ​ເທວະດາ​ຕົນ​ທີ​ເຈັດ ກໍໄດ້​ຖອກ​ຂັນ​ຂອງຕົນ​ໃນ​ອາກາດ ມີ​ສຽງ​ໜຶ່ງ​ດັງ​ແຮງ​ມາ​ຈາກ​ບັນລັງ​ໃນ​ພຣະວິຫານ ກ່າວ​ວ່າ, “ສຳເລັດ​ແລ້ວ.”


ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ສະຫວັນ​ໄຂ​ອອກ​ດັ່ງນີ້ ມີ​ມ້າ​ຂາວ​ໂຕໜຶ່ງ ພຣະອົງ​ຜູ້​ປະທັບ​ເທິງ​ຫລັງ​ມ້າ​ນັ້ນ ຊົງ​ພຣະນາມ​ວ່າ, “ສັດຊື່.” ແລະ “ທ່ຽງແທ້.” ພຣະອົງ​ຜູ້​ຊົງ​ພິພາກສາ ແລະ​ສູ້ຮົບ​ດ້ວຍ​ຄວາມ​ຍຸດຕິທຳ.


ເທວະດາ​ຕົນ​ນັ້ນ​ໄດ້​ບອກ​ຂ້າພະເຈົ້າ​ວ່າ, “ຖ້ອຍຄຳ​ເຫຼົ່ານີ້​ແມ່ນ​ສັດຊື່​ແລະ​ທ່ຽງແທ້ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ແຫ່ງ​ດວງ​ວິນຍານ​ຂອງ​ບັນດາ​ຜູ້ທຳນວາຍ ໄດ້​ຊົງ​ໃຫ້​ເທວະດາ​ຂອງ​ພຣະອົງ ສຳແດງ​ແກ່​ບັນດາ​ຜູ້ຮັບໃຊ້​ຂອງ​ພຣະອົງ ເພື່ອ​ໃຫ້​ຮູ້​ວ່າ​ເຫດການ​ຫຍັງ​ທີ່​ຕ້ອງ​ເກີດຂຶ້ນ​ໃນ​ໄວໆ​ນີ້.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka