ພຣະນິມິດ 3:8 - ພຣະຄຳພີສັກສິ8 ເຮົາຮູ້ຈັກການກະທຳຂອງເຈົ້າ ເບິ່ງແມ! ເຮົາໄດ້ໃຫ້ປະຕູໄຂໄວ້ຢູ່ຕໍ່ໜ້າເຈົ້າ ຊຶ່ງບໍ່ມີຜູ້ໃດອັດໄດ້. ເຮົາຮູ້ວ່າເຈົ້າມີກຳລັງພຽງເລັກນ້ອຍ ແຕ່ກໍຍັງໄດ້ຖືຮັກສາຖ້ອຍຄຳຂອງເຮົາ ແລະບໍ່ໄດ້ປະຕິເສດນາມຂອງເຮົາ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່8 ເຮົາຮູ້ຈັກການກະທຳຂອງເຈົ້າ. ເບິ່ງແມ ເຮົາໄດ້ເປີດປະຕູໄວ້ຢູ່ຕໍ່ໜ້າເຈົ້າ ເຊິ່ງບໍ່ມີຜູ້ໃດສາມາດປິດໄດ້. ເຮົາຮູ້ວ່າເຈົ້າມີກຳລັງພຽງເລັກນ້ອຍ, ແຕ່ເຈົ້າກໍໄດ້ຖືຮັກສາຖ້ອຍຄຳຂອງເຮົາ ແລະ ບໍ່ໄດ້ປະຕິເສດນາມຂອງເຮົາ. Uka jalj uñjjattʼäta |
ດ້ວຍວ່າ, ມີຄົນບໍ່ນັບຖືພຣະເຈົ້າບາງຄົນໄດ້ແອບແຝງເຂົ້າມາຢູ່ໃນທ່າມກາງພວກເຈົ້າ, ເປັນບຸກຄົນທີ່ບິດເບືອນພຣະຄຸນຂອງພຣະເຈົ້າຂອງພວກເຮົາ ເພື່ອເປັນຊ່ອງທາງໃຫ້ຕົນເຮັດຕາມກິເລດຕັນຫາ ແລະເປັນຜູ້ທີ່ປະຕິເສດພຣະເຢຊູຄຣິດເຈົ້າຜູ້ຊົງເປັນເຈົ້ານາຍ ແລະເປັນອົງພຣະເຢຊູຄຣິດເຈົ້າແຕ່ອົງດຽວຂອງພວກເຮົາ. ພຣະຄຳພີໄດ້ກຳນົດໄວ້ລ່ວງໜ້າແຕ່ດົນນານມາແລ້ວ ເຖິງການຕັດສິນລົງໂທດທີ່ພວກເຂົາຈະໄດ້ຮັບ.