ພຣະນິມິດ 3:7 - ພຣະຄຳພີສັກສິ7 “ຈົ່ງຂຽນໄປຍັງເທວະດາຂອງພຣະເຈົ້າ ໃນຄຣິສຕະຈັກທີ່ເມືອງຟີລາເດັນເຟຍວ່າ, ນີ້ເປັນຖ້ອຍຄຳຈາກພຣະອົງຜູ້ບໍຣິສຸດແລະສັດຊື່ ຜູ້ຊົງຖືຂໍກະແຈຂອງດາວິດ ແລະຜູ້ຊົງເປີດແລ້ວຈະບໍ່ມີຜູ້ໃດປິດ ແລະຜູ້ຊົງປິດແລ້ວຈະບໍ່ມີຜູ້ໃດເປີດ ຊົງກ່າວດັ່ງນີ້ວ່າ, Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່7 “ຈົ່ງຂຽນເຖິງເທວະດາຂອງຄຣິສຕະຈັກທີ່ເມືອງຟີລາເດັນເຟຍວ່າ: ຖ້ອຍຄຳເຫລົ່ານີ້ເປັນຂອງພຣະອົງຜູ້ບໍລິສຸດ ແລະ ເປັນຄວາມຈິງ, ຜູ້ຖືກະແຈຂອງດາວິດ. ສິ່ງທີ່ພຣະອົງເປີດແລ້ວບໍ່ມີຜູ້ໃດສາມາດປິດໄດ້ ແລະ ສິ່ງທີ່ພຣະອົງປິດແລ້ວບໍ່ມີຜູ້ໃດສາມາດເປີດໄດ້. Uka jalj uñjjattʼäta |
ພຣະເຈົ້າຢາເວອົງຊົງບໍຣິສຸດຂອງຊາດອິດສະຣາເອນ ພຣະຜູ້ໄຖ່ກ່າວແກ່ຜູ້ທີ່ຖືກດູໝິ່ນໜັກ ຄືຜູ້ທີ່ບັນດານາໆຊາດພາກັນກຽດຊັງ ທັງເປັນຜູ້ຮັບໃຊ້ຂອງພວກນັກປົກຄອງວ່າ, “ກະສັດຈະເຫັນເຈົ້າຖືກປ່ອຍຕົວໄປ ພວກເຂົາຈະລຸກຂຶ້ນຢືນສະແດງຄວາມເຄົາຣົບຕໍ່ເຈົ້າ; ພວກເຈົ້າຊາຍກໍຈະໄດ້ເຫັນເຫດການນີ້ຄືກັນ ແລະພວກເຂົາຈະກົ້ມລົງໃຫ້ກຽດແກ່ເຈົ້າ.” ສິ່ງນີ້ຈະເກີດຂຶ້ນເພາະພຣະເຈົ້າຢາເວກະທຳການ ພຣະອົງໄດ້ເລືອກເຈົ້າໃຫ້ເປັນຜູ້ຮັບໃຊ້ຂອງພຣະເຈົ້າ; ພຣະເຈົ້າຂອງຊາດອິດສະຣາເອນເປັນອົງບໍຣິສຸດ ຊົງຮັກສາຄຳສັນຍາທີ່ພຣະອົງໄດ້ກະທຳໄວ້.
ສິ່ງທີ່ມີຊີວິດທັງສີ່ຕົນ ທຸກຕົນມີປີກຫົກປີກ ແລະມີຕາເຕັມຂ້າງນອກແລະຂ້າງໃນ. ພວກເພິ່ນຮ້ອງຕະຫລອດວັນຕະຫລອດຄືນບໍ່ຢຸດບໍ່ເຊົາວ່າ, “ບໍຣິສຸດ ບໍຣິສຸດ ບໍຣິສຸດ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຜູ້ຊົງຣິດທານຸພາບສູງສຸດ ຜູ້ຊົງດຳລົງຢູ່ໃນອະດີດ ຜູ້ຊົງດຳລົງຢູ່ໃນປະຈຸບັນ ແລະຜູ້ຈະຊົງສະເດັດມາ.”