ພຣະນິມິດ 3:21 - ພຣະຄຳພີສັກສິ21 ຜູ້ທີ່ໄຊຊະນະ ເຮົາຈະໃຫ້ຜູ້ນັ້ນນັ່ງກັບເຮົາເທິງບັນລັງຂອງເຮົາ ເໝືອນກັບທີ່ເຮົາມີໄຊຊະນະແລ້ວ ແລະໄດ້ນັ່ງກັບພຣະບິດາເຈົ້າຂອງເຮົາເທິງຣາຊບັນລັງຂອງພຣະອົງ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່21 ຜູ້ໃດທີ່ໄດ້ຮັບໄຊຊະນະເຮົາຈະໃຫ້ຜູ້ນັ້ນມີສິດນັ່ງກັບເຮົາຢູ່ເທິງບັນລັງຂອງເຮົາ ເໝືອນເຮົາໄດ້ຮັບໄຊຊະນະ ແລະ ໄດ້ນັ່ງກັບພຣະບິດາເຈົ້າຂອງເຮົາເທິງບັນລັງຂອງພຣະອົງ. Uka jalj uñjjattʼäta |
ກະສັດທັງຫລາຍນັ້ນຈະສູ້ຮົບກັບພຣະເມສານ້ອຍ ແລະພຣະເມສານ້ອຍຈະມີໄຊຊະນະ ເພາະວ່າພຣະອົງເປັນອົງພຣະຜູ້ເປັນເຈົ້າເໜືອເຈົ້ານາຍທັງຫລາຍ ແລະເປັນມະຫາກະສັດເໜືອກະສັດທັງຫລາຍ ຝ່າຍບັນດາຄົນທີ່ຢູ່ກັບພຣະອົງ ເປັນຜູ້ທີ່ພຣະອົງໄດ້ຊົງເອີ້ນເອົາແລະຊົງເລືອກໄວ້ ກັບທັງເປັນຜູ້ສັດຊື່ ກໍຈະມີໄຊດ້ວຍກັນກັບພຣະອົງ.”
ແລ້ວຂ້າພະເຈົ້າໄດ້ເຫັນບັນລັງຫລາຍອັນ ແລະຜູ້ທີ່ນັ່ງເທິງບັນລັງນັ້ນ ເປັນຜູ້ທີ່ໄດ້ຮັບພຣະຣາຊທານອຳນາດພິພາກສາ ແລະຂ້າພະເຈົ້າຍັງໄດ້ເຫັນດວງວິນຍານຂອງຄົນທັງປວງທີ່ຖືກຕັດຄໍ ເພາະເປັນພະຍານຝ່າຍພຣະເຢຊູເຈົ້າ ແລະເພາະພຣະທຳຂອງພຣະເຈົ້າ ຄືຜູ້ທີ່ບໍ່ໄດ້ບູຊາສັດຮ້າຍ ຫລືຮູບຂອງມັນ ແລະບໍ່ໄດ້ຮັບເຄື່ອງໝາຍຂອງມັນຕິດໄວ້ທີ່ໜ້າຜາກ ຫລືທີ່ມືຂອງຕົນ. ຄົນເຫຼົ່ານັ້ນກັບຄືນມີຊີວິດໃໝ່ ແລະໄດ້ຄຸ້ມຄອງຮ່ວມກັບພຣະຄຣິດໃນລະຫວ່າງພັນປີ. (